ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ
| ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ | |
| ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 - 19 ພຶດສະພາ 2026), ໃນວັນທີ 17 ພຶດສະພາ, ຄະນະຕິດຕໍ່ພົວພັນ ຊຸມຊົນຄົນຫວຽດນາມ ປະຈຳ ສິງກະໂປ ພ້ອມດ້ວຍຕາງໜ້າສະມາຄົມນັກສຶກສາ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດຢ່າງຫຼວງຫຼາຍ ໄດ້ຮ່ວມກັນມາເຕົ້າໂຮມກັນຢູ່ທີ່ ຫໍພິພິທະພັນອາລິຍະທຳອາຊີ (ACM) ເພື່ອນ້ອມຖວາຍດອກໄມ້ ອາໄລຫາເຖິງປະທານ ໂຮ່ຈີມິນ.
![]() |
| ຄະນະຕິດຕໍ່ພົວພັນ ຊຸມຊົນຄົນຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ. |
ຢູ່ຕໍ່ໜ້າຮູບປັ້ນອັນສະຫງ່າຜ່າເຜີຍ ຂອງປະທານ ໂຮ່ຈີມິນ, ດອກບົວສົດອັນງົດງາມຈຳນວນ 136 ດອກ ທີ່ເປັນສັນຍາລັກໃຫ້ແກ່ວັນຄ້າຍວັນເກີດຄົບຮອບ 136 ປີ ຂອງເພິ່ນ ໄດ້ຮັບການນ້ອມຖວາຍຂຶ້ນຈາກຊຸມຊົນດ້ວຍຄວາມເຄົາລົບຢ່າງສູງ. ໃນທ່າມກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສຸດຊຶ້ງ, ບັນດາລູກຫຼານຜູ້ຢູ່ຫ່າງໄກບ້ານເກີດເມືອງນອນ ໄດ້ຮ່ວມກັນສະຫງົບນິ່ງເປັນເວລາໜຶ່ງ ເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຄືຟ້າແລະມະຫາສະໝຸດ ຂອງປະທານ ໂຮ່ຈີມິນ ທີ່ມີຕໍ່ກັບພູຜາປ່າດົງ ແລະ ປະເທດຊາດ.
ຢ້ອນເວລາກັບຄືນໄປໃນອະດີດ, ໃນເສັ້ນທາງການເດີນທາງໄປຕ່າງປະເທດເພື່ອຊອກຫາຫົນທາງກູ້ຊາດ, ປະທານ ໂຮ່ຈີມິນ ເຄີຍໄດ້ຢຽບຢັ່ງບາດກ້າວລົງສູ່ປະເທດເກາະດອນສິງໂຕແຫ່ງນີ້ຈຳນວນ 2 ຄັ້ງ ໃນເດືອນ ພຶດສະພາ ປີ 1930 ແລະ ເດືອນ ມັງກອນ ປີ 1933. ເພື່ອຈົດຈຳບັນດາເຫດການປະຫວັດສາດອັນສຳຄັນຍິ່ງນີ້ ພ້ອມທັງເຊີດຊູສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ, ຄະນະກຳມະການມໍລະດົກແຫ່ງຊາດສິງກະໂປ (National Heritage Board) ໄດ້ຈັດຕັ້ງການວາງສີລາຈາລຶກລະນຶກ ແລະ ຮູບປັ້ນອະນຸສາວະລີຂອງເພິ່ນ ຢູ່ທີ່ບໍລິເວນແຄມຝັ່ງແມ່ນ້ຳສິງກະໂປອັນສະຫງົບເຢືອກເຢັນ.
ທ່າມກາງພື້ນທີ່ແຫ່ງການຫຼອມຮວມທາງດ້ານວັດທະນະທຳ ຢູ່ບໍລິເວນເດີ່ນຂອງຫໍພິພິທະພັນອາລິຍະທຳອາຊີ, ຮູບປັ້ນປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈ ແລະ ແມ່ນບ່ອນອີງທາງດ້ານຈິດໃຈ ທີ່ເຊື່ອມໂຍງບັນດາລູກຫຼານສາຍເລືອດຫວຽດນາມ ຢູ່ສິງກະໂປ ໃຫ້ມຸ່ງໜ້າໄປສູ່ຮາກເຫງົ້າຂອງຊາດສະເໝີ.
| ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ຍສໝ - ການເຊີດຊູ ປະທານ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ບໍ່ພຽງແຕ່ມີຄວາມໝາຍຄວາມສຳຄັນ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຫັນອົກເຫັນໃຈ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ສ.ເກົາຫຼີ ບົນພື້ນຖານຄຸນຄ່າລວມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ. |
| ສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ຢູ່ທີ່ ວານຄູເວີ, ການາດາ ຍສໝ - ຫວ່າງມໍ່ໆມານີ້, ສະຖານກົງສຸນໃຫຍ່ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ເມືອງ ວານຄູເວີ (Vancouver), ປະເທດ ການາດາ ໄດ້ຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19 ພຶດສະພາ 1890 – 19 ພຶດສະພາ ... |
