14:18 | 18/05/2026

ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI

ທ່ານນາງ ບຸຍທິມິງຮ່ວາຍ ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI
ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031

ຕາມຂໍ້ມູນຈາກຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ, ກ່າວປາໄສໃນການພົບປະ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ກັບຜູ້ແທນ 17 ທ່ານ ທີ່ຕາງໜ້າໃຫ້ແກ່ຄົນຫວຽດນາມຢູ່ຕ່າງປະເທດເກືອບ 6,5 ລ້ານຄົນ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈໃຫ້ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI. ທ່ານນາງຮອງລັດຖະມົນຕີ ເນັ້ນໜັກວ່າ ນີ້ແມ່ນການຈົດຈຳ ແລະ ຍົກຍ້ອງຕໍ່ກັບບັນດາການປະກອບສ່ວນຢ່າງບໍ່ຮູ້ອິດຮ່ວມເພຍຂອງຄົນຫວຽດນາມຢູ່ຕ່າງປະເທດ ໃນການເຊື່ອມຕໍ່ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດໃຫ້ຕິດພັນກັບບ້ານເກີດເມືອງນອນ, ຮັດແໜ້ນກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ເຜີຍແຜ່ພາບພົດຂອງ ຫວຽດນາມ ອອກສູ່ສາຍຕາຊາວໂລກ.

ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI
ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກ່າວປາໄສໃນການພົບປະ. (ພາບ: ຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ)

ຕາມທ່ານນາງຮອງລັດຖະມົນຕີແລ້ວ, ປັດຈຸບັນ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ ແມ່ນມີການພັດທະນາຢ່າງແຂງແຮງ ທັງດ້ານຂະໜາດ, ອົງປະກອບ ແລະ ນັບມື້ນັບມີລັກສະນະເປັນຄົນຮຸ່ນໜຸ່ມຫຼາຍຂຶ້ນ, ພ້ອມທັງມີບົດບາດສຳຄັນເປັນພິເສດໃນການຊຸກຍູ້ສາຍພົວພັນຕ່າງປະເທດ, ການຮ່ວມມືດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຊີ ແລະ ການທູດປະຊາຊົນ.

ທ່ານນາງ ຢືນຢັນວ່າ ພັກ ແລະ ລັດ ຍາມໃດກໍຮັບຟັງ, ຮັບເອົາຄຳຄິດຄຳເຫັນປະກອບສ່ວນຂອງຄົນຫວຽດນາມຢູ່ຕ່າງປະເທດ ໃນຂະບວນການສ້າງນະໂຍບາຍ, ໂດຍສະເພາະແມ່ນນະໂຍບາຍຕໍ່ກັບຄົນຫວຽດນາມຢູ່ຕ່າງປະເທດ. ການທີ່ພໍ່ແມ່ປະຊາຊົນໄດ້ຕັ້ງໜ້າເຂົ້າຮ່ວມປະກອບຄຳເຫັນໃສ່ບັນດາເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຫຼື ການເຂົ້າຮ່ວມເປັນຄັ້ງທຳອິດໃນຂະບວນສວນສະໜາມຂອງຄົນຫວຽດນາມຕ່າງດ້າວ ໃນພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຄົບຮອບ 80 ປີ ວັນຊາດທີ 2 ກັນຍາ ນັ້ນ ແມ່ນຫຼັກຖານຢັ້ງຢືນເຖິງຄວາມຜູກພັນອັນນັບມື້ນັບແໜ້ນແຟ້ນລະຫວ່າງຄົນຫວຽດນາມຢູ່ຕ່າງປະເທດ ກັບບ້ານເກີດເມືອງນອນ.

ໃນສະພາບການທີ່ປະເທດຊາດກ້າວເຂົ້າສູ່ໄລຍະການພັດທະນາໃໝ່ ດ້ວຍຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ຢ່າງວ່ອງໄວ, ແຂງແຮງ ແລະ ເດັດດ່ຽວ, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ຫວັງວ່າ ບັນດາຜູ້ແທນຈະສືບຕໍ່ເປັນແບບຢ່າງໃນບັນດາຂະບວນການ ເພື່ອແນໃສ່ຊຸກຍູ້ຄວາມແໜ້ນແຟ້ນໃນຊຸມຊົນ, ຍົກສູງສະຕິຄວາມຕື່ນຕົວໃນການປະຕິບັດຕາມກົດໝາຍຂອງປະເທດເຈົ້າພາບ, ເອົາໃຈໃສ່ບຳລຸງສ້າງຮຸ່ນຄົນນຳພາສະມາຄົມສືບທອດ, ພ້ອມທັງລະດົມແຫຼ່ງກຳລັງດ້ານສະຕິປັນຍາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການລົງທຶນຂອງຄົນຫວຽດນາມຢູ່ຕ່າງປະເທດ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ.

ຊາວຫວຽດນາມຢູ່ຕ່າງປະເທດ 17 ຄົນ ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI
ການພົບປະກັບຜູ້ແທນຄົນຫວຽດນາມຢູ່ຕ່າງປະເທດ 17 ຄົນ ທີ່ເຂົ້າຮ່ວມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI. (ພາບ: ຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ)

ບັນດາຜູ້ແທນຄົນຫວຽດນາມຢູ່ຕ່າງປະເທດ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ຄວາມພາກພູມໃຈ ຕໍ່ກັບການປ່ຽນແປງຢ່າງແຂງແຮງຂອງປະເທດຊາດໃນທຸກໆຄັ້ງທີ່ໄດ້ກັບຄືນມາ. ບັນດາຜູ້ແທນໃຫ້ຮູ້ວ່າ, ດ້ວຍຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານ, ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ ໄດ້ຄ່ອຍໆຜ່ານຜ່າຄວາມຫຍຸ້ງຍາກ, ຢັ້ງຢືນໄດ້ເຖິງຖານະຕຳແໜ່ງຂອງຕົນຢູ່ໃນປະເທດເຈົ້າພາບ ແລະ ນັບມື້ນັບຫັນໜ້າຕາຫາບ້ານເກີດເມືອງນອນ.

ໂດຍຢືນຢັນວ່າຈະມານະພະຍາຍາມຕອບສະໜອງຕໍ່ຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ຊຸມຊົນ, ບັນດາຜູ້ແທນໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ບັນດາກິດຈະກຳປົກປັກຮັກສາພາສາຫວຽດນາມ, ໂຄສະນາວັດທະນະທຳຂອງຊາດ, ຊ່ວຍເຫຼືອພໍ່ແມ່ປະຊາຊົນໃນການເຊື່ອມໂຍງເຂົ້າກັບສັງຄົມປະເທດເຈົ້າພາບຢ່າງກວ້າງຂວາງ ແລະ ເພີ່ມທະວີການເຊື່ອມຕໍ່ການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາປະເທດໃນຫຼາຍຂົງເຂດ.

ຫຼາຍແຜນການເຄື່ອນໄຫວໃນຕໍ່ໜ້າ ກໍໄດ້ຮັບການແບ່ງປັນຈາກບັນດາຜູ້ແທນ ເປັນຕົ້ນແມ່ນ ການຈັດຕັ້ງເຫດການໂຄສະນາອາຫານການກິນຫວຽດນາມ ຢູ່ ເອີຣົບ, ກອງປະຊຸມສຳມະນາກ່ຽວກັບການສອນ ແລະ ການຮຽນພາສາຫວຽດນາມ ຢູ່ ຍີ່ປຸ່ນ, ເວທີປາໄສແມ່ຍິງຫວຽດນາມ ຢູ່ ເອີຣົບ ຫຼື ການຂົນຂວາຍສ້າງຕັ້ງວັດຫວຽດນາມ ຢູ່ ສະຫະລັດອາເມລິກາ.

ກ່າວປາໄສໃນການພົບປະ, ທ່ານ ຫງວຽນຈຸງກຽນ ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ໄດ້ຕີລາຄາສູງຕໍ່ກັບການປະສານງານຢ່າງມີປະສິດທິຜົນຂອງບັນດາຜູ້ແທນ ໃນວຽກງານການເຊື່ອມຕໍ່ ແລະ ຂົນຂວາຍຊຸມຊົນໃນໄລຍະຜ່ານມາ, ພ້ອມທັງຢືນຢັນວ່າ ຄະນະກຳມະການຈະສືບຕໍ່ຮ່ວມເດີນທາງ, ຊ່ວຍເຫຼືອບັນດາຄວາມຄິດສ້າງສັນ ທີ່ແນໃສ່ສ້າງສາຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ ໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ ແລະ ໝັ້ນຄົງ.

ໃນໂອກາດນີ້, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ກໍໄດ້ຮຽນເຊື້ອເຊີນບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມໃຫຍ່ຄົນຫວຽດນາມຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ V ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນສິງຫາ ປີ 2026.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ ນີ້ແມ່ນບົດປາໄສຂອງທ່ານນາງ ຮ່າທິຫງາ (Hà Thị Nga), ກຳມະການຄະນະບໍລິຫານງານສູນກາງພັກ, ຮອງປະທານ - ເລຂາໃຫຍ່ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃນພິທີຖະແຫຼງຂ່າວ ວັນທີ 04 ພຶດສະພາ ຢູ່ ຮ່າໂນ້ຍ ເພື່ອແຈ້ງຂໍ້ມູນ ...

ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031 ຈະຈັດຂຶ້ນແຕ່ວັນທີ 11 ຫາ 13 ພຶດສະພາ 2026 ຢູ່ ຮ່າໂນ້ຍ, ໂດຍມີການເຂົ້າຮ່ວມຂອງຜູ້ແທນຫຼາຍກວ່າ 1.300 ທ່ານ, ຕົກລົງຫຼາຍເນື້ອໃນສຳຄັນກ່ຽວກັບການຈັດຕັ້ງ, ບຸກທະລາກອນ ແລະ ທິດທາງການເຄື່ອນໄຫວໃນໄລຍະໃໝ່.

Link: https://huunghivietlao.thoidai.com.vn/detail-article-22018.html

In bài biết