ເພີ່ມທະວີຄວາມແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສະມາຄົມຄົນຫວຽດນາມ ຢູ່ ຝຣັ່ງ
| ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດເຄົາລົບອະທິປະໄຕຂອງ ຫວຽດນາມ ຕໍ່ກັບໝູ່ເກາະ ເຈື່ອງຊາ | |
| ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ |
![]() |
| ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ ຈິ້ງດຶກຫາຍ ຕ້ອນຮັບຄະນະບໍລິຫານງານສະມາຄົມຄົນຫວຽດນາມ ປະຈຳ ຝຣັ່ງ. (ແຫຼ່ງຂໍ້ມູນ: ສະຖານທູດ ຫວຽດນາມ ປະຈຳ ຝຣັ່ງ) |
UGVF ແມ່ນໜຶ່ງໃນບັນດາອົງການຈັດຕັ້ງຊຸມຊົນຄົນຫວຽດນາມ ທີ່ມີປະຫວັດສາດອັນຍາວນານຢູ່ ຝຣັ່ງ ໂດຍມີຕົ້ນກຳເນີດມາຈາກ "ກຸ່ມຄົນອານາມຜູ້ຮັກຊາດ", ເຊິ່ງຕິດພັນກັບຊື່ສຽງຮຽງນາມຂອງ ທ່ານ ຫງວຽນອາຍໂກ້ກ ຫຼື ປະທານ ໂຮ່ຈີມິນ ລຸງໂຮ່ຜູ້ເປັນທີ່ເຄົາລົບຮັກ.
ກ່າວປາໄສໃນການພົບປະ, ທ່ານເອກອັກຄະລັດຖະທູດ ຈິ້ງດຶກຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈມາຍັງບັນດາສະມາຊິກອາວຸໂສ ທີ່ໄດ້ສືບທອດມູນເຊື້ອອັນດີງາມຂອງຂະບວນການຄົນຫວຽດນາມຕ່າງດ້າວຜູ້ຮັກຊາດຢູ່ ຝຣັ່ງ ຕະຫຼອດຫຼາຍທົດສະວັດຜ່ານມາ.
ທ່ານເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ກັບການປະກອບສ່ວນຢ່າງຕັ້ງໜ້າຂອງ UGVF ໃນການເພີ່ມພູນຄູນສ້າງຄວາມສາມັກຄີໃນຊຸມຊົນ, ການປົກປັກຮັກສາເອກະລັກວັດທະນະທຳຂອງຊາດ ແລະ ການຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະ ຝຣັ່ງ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຮຸ່ນຄົນໜຸ່ມທີ່ມີຄວາມມຸ່ງໝັ້ນ ແລະ ຮີກຮ້ານ ທີ່ພວມສືບທອດການສ້າງສາ ແລະ ພັດທະນາສະມາຄົມ, ໂດຍສະເພາະແມ່ນໃນສະພາບການທີ່ຊຸມຊົນຄົນຫວຽດນາມຢູ່ ຝຣັ່ງ ນັບມື້ນັບມີຄວາມຫຼາກຫຼາຍ ດ້ວຍການມີຫຼາຍຮຸ່ນຄົນທີ່ເກີດ ແລະ ເຕີບໃຫຍ່ຢູ່ຕ່າງປະເທດ.
ຕາມທ່ານເອກອັກຄະລັດຖະທູດ ຈິ້ງດຶກຫາຍ ແລ້ວ, ວຽກງານການສອນພາສາຫວຽດນາມ, ການຮັກສາວັດທະນະທຳມູນເຊື້ອ ແລະ ການເຊື່ອມໂຍງຮຸ່ນຄົນໜຸ່ມໃຫ້ຕິດພັນກັບບ້ານເກີດເມືອງນອນ ແມ່ນມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງຕໍ່ກັບອະນາຄົດຂອງຊຸມຊົນ.
ໃນການພົບປະຄັ້ງນີ້, ທ່ານເອກອັກຄະລັດຖະທູດ ແລະ ບັນດາສະມາຊິກສະມາຄົມ ໄດ້ຮ່ວມກັນແລກປ່ຽນຄຳຄິດຄຳເຫັນໃນຫຼາຍບັນຫາທີ່ຊຸມຊົນໃຫ້ຄວາມສົນໃຈ ເປັນຕົ້ນແມ່ນ ສະພາບການຢູ່ ຫວຽດນາມ, ສາຍພົວພັນ ຫວຽດນາມ-ຝຣັ່ງ, ບັນດານະໂຍບາຍໃໝ່ທີ່ກ່ຽວຂ້ອງກັບສັນຊາດ, ໜັງສືຜ່ານແດນແບບຝັງຊິບເອເລັກໂຕຣນິກ (e-passport), ກໍຄືບັນດາກິດຈະກຳຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດ.
ທ່ານເອກອັກຄະລັດຖະທູດ ຍັງໄດ້ແບ່ງປັນບາງທິດທາງຂອງສະຖານທູດ ໃນການຮ່ວມເດີນທາງຄຽງຄູ່ກັບບັນດາສະມາຄົມຄົນຫວຽດນາມຢູ່ ຝຣັ່ງ, ໂດຍສະເພາະແມ່ນໃນຂົງເຂດວັດທະນະທຳ, ການສຶກສາ ແລະ ການເຊື່ອມຕໍ່ຮຸ່ນຄົນໜຸ່ມ.
ທາງດ້ານ UGVF, ທ່ານ ຫງວຽນວັນບົນ ແລະ ທ່ານ ເວືອງຫຶວເຍີນ ຕາງໜ້າໃຫ້ຄະນະບໍລິຫານງານສະມາຄົມ ໄດ້ສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ການເອົາໃຈໃສ່ ແລະ ການຮ່ວມເດີນທາງຂອງສະຖານທູດ ທີ່ມີຕໍ່ສະມາຄົມຕະຫຼອດໄລຍະຜ່ານມາ.
ຄະນະບໍລິຫານງານ ຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ແຫ່ງມິດຕະພາບ ຫວຽດນາມ-ຝຣັ່ງ, ເພີ່ມທະວີຄວາມສາມັກຄີໃນຊຸມຊົນ, ເຜີຍແຜ່ວັດທະນະທຳ ແລະ ພາສາຫວຽດນາມ, ພ້ອມທັງຫັນໜ້າຕາຫາບ້ານເກີດເມືອງນອນ ດ້ວຍບັນດາກິດຈະກຳທີ່ເປັນຮູບປະທຳ ແລະ ມີຄວາມໝາຍຄວາມສຳຄັນຢ່າງແທ້ຈິງ.
| ໄຂມາກສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 – 2030. |
| ສ້າງການບຸກທະລຸທາງດ້ານຍຸດທະສາດ ໃນການພົວພັນລະຫວ່າງ ຫວຽດນາມ ກັບ ອິນເດຍ ແລະ ສີລັງກາ ຍສໝ - ຕາມທ່ານ ເລຮວ່າຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແລະ ສີລັງກາ ຂອງສະຫາຍ ໂຕ ເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ສ້າງການບຸກທະລຸທາງດ້ານຍຸດທະສາດ, ສ້າງເງື່ອນໄຂໃຫ້ແກ່ການຫັນປ່ຽນທາງດ້ານຄຸນນະພາບ ໃນທິດທາງການພັດທະນາສາຍພົວພັນກັບ ອິນເດຍ ແລະ ສີລັງກາ. |
