13:49 | 14/05/2026

ຜົນສຳເລັດຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ

ຂໍຮຽນ ທ່ານນາງ ຫວໍທິແອັງຊວນ, ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ເຄົາລົບ;

ຂໍຮຽນ ບັນດາທ່ານຜູ້ນຳ, ອະດີດຜູ້ນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ທີ່ເຄົາລົບ;

ຂໍຮຽນ ບັນດາທ່ານກຳມະການສູນກາງພັກ; ບັນດາທ່ານຜູ້ນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ ທີ່ເຄົາລົບ;

ຂໍຮຽນ ຄະນະຜູ້ແທນກອງປະຊຸມໃຫຍ່ທີ່ຮັກແພງທຸກທ່ານ,

ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ສ້າງສັນ - ພັດທະນາ”, ພາຍຫຼັງການເຮັດວຽກຢ່າງຮີບດ່ວນ, ເຂັ້ມງວດ, ມີຄວາມຮັບຜິດຊອບ ແລະ ມີປະສິດທິຜົນ ເປັນເວລາ 2,5 ວັນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ໄດ້ສຳເລັດລາຍການທີ່ວາງໄວ້ຢ່າງຈົບງາມ.

ຕາງໜ້າຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຍ້ອງຍໍຊົມເຊີຍຢ່າງສຸດຊື້ງຕໍ່ຈິດໃຈແຫ່ງຄວາມຮັບຜິດຊອບ, ຄວາມທຸ່ມເທ ແລະ ສະຕິປັນຍາຂອງບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່. ການປະກອບສ່ວນຂອງບັນດາທ່ານ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ກັບຜົນສຳເລັດຂອງກອງປະຊຸມໃຫຍ່ໃນຄັ້ງນີ້.

ຜົນສຳເລັດຂອງກອງປະຊຸມໃຫຍ່ແນວໂຮມປະເທດຊາດ ຫວຽດນາມ ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ
ທ່ານນາງ ບຸຍທິມິງຮ່ວາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI ກ່າວປາໄສຮັບໜ້າທີ່. (ພາບ: ກວາງວິງ)

ຂໍຮຽນ ບັນດາທ່ານ, ຮຽນ ຄະນະຜູ້ແທນກອງປະຊຸມໃຫຍ່ທີ່ຮັກແພງທຸກທ່ານ,

ກອງປະຊຸມໃຫຍ່ຂອງພວກເຮົາໄດ້ດຳເນີນໄປໃນທ່າມກາງສະພາບການຂອງປະເທດຊາດທີ່ມີຄວາມສະດວກ ແລະ ກາລະໂອກາດຫຼາຍປະການ, ແຕ່ກໍມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍບໍ່ໜ້ອຍ. ກອງປະຊຸມໃຫຍ່ຄັ້ງນີ້ ບໍ່ພຽງແຕ່ແມ່ນເຫດການການເມືອງ - ສັງຄົມທີ່ສຳຄັນ, ທີ່ໄດ້ຈັດຂຶ້ນໃນທັນທີພາຍຫຼັງຜົນສຳເລັດອັນຈົບງາມຂອງກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XIV, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສະໄໝປີ 2026 - 2031 ເທົ່ານັ້ນ; ແຕ່ຍັງມີຄວາມໝາຍວ່າແມ່ນກອງປະຊຸມໃຫຍ່ຄັ້ງທຳອິດ ເມື່ອ ແນວໂຮມປະເທດຊາດ ຂອງພວກເຮົາໄດ້ປະຕິບັດການຈັດວາງຮູບແບບການຈັດຕັ້ງໃໝ່, ແມ່ນຂີດໝາຍພິເສດເມື່ອໄດ້ມີການໂຮມເຂົ້າກັນ ແລະ ຈັດວາງບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດ ມອບໝາຍໜ້າທີ່ໃຫ້ມາຂຶ້ນກັບ ແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ, ເພື່ອຢືນຢັນຕຳແໜ່ງ ແລະ ບົດບາດເປັນແກນກາງທາງດ້ານການເມືອງຂອງ ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ໃນພາລະກິດສ້າງສາທັນແຖວມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສັນ ແນວໂຮມປະເທດຊາດ ຫວຽດນາມ ໃຫ້ກາຍເປັນອົງການຈັດຕັ້ງພັນທະພາບທາງດ້ານການເມືອງ, ເປັນສະຫະພັນແບບສະໝັກໃຈ, ເປັນເອກະພາບໃນການເຄື່ອນໄຫວ ແລະ ເຮັດວຽກຢ່າງມີປະສິດທິຜົນຕາມຮູບແບບໃໝ່ຢ່າງແທ້ຈິງ.

ກອງປະຊຸມໃຫຍ່ໄດ້ສຸມໃສ່ຕີລາຄາຢ່າງຮອບດ້ານຕໍ່ກັບໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 10 (ໄລຍະປີ 2024 - 2026); ຊີ້ໃຫ້ເຫັນບັນດາຈຸດອ່ອນ ແລະ ຄວາມຫຍຸ້ງຍາກຢ່າງກົງໄປກົງມາ, ຖອດຖອນໄດ້ບົດຮຽນປະສົບການອັນລ້ຳຄ່າຫຼາຍປະການ. ກອງປະຊຸມໃຫຍ່ໄດ້ມີຄວາມເປັນເອກະພາບສູງຕໍ່ກັບທິດທາງ, ໜ້າທີ່, ເປົ້າໝາຍ ແລະ ແຜນງານການເຄື່ອນໄຫວ ສະໄໝປີ 2026 - 2031 ດ້ວຍ 15 ຄາດໝາຍສະເພາະ, 07 ແຜນງານການເຄື່ອນໄຫວ ແລະ ແຜນການຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI.

ກອງປະຊຸມໃຫຍ່ມີຄວາມເປັນກຽດ ແລະ ປິຕິຊົມຊື່ນຢ່າງຍິ່ງ ທີ່ໄດ້ຮັບຟັງສູນທອນພົດຊີ້ນຳອັນສຳຄັນ, ເລິກເຊິ່ງ ແລະ ຮອບດ້ານ ຈາກທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ບັນດາບັນຫາໃຫຍ່ ແລະ ຄວາມຮຽກຮ້ອງຕ້ອງການທີ່ວາງອອກຕໍ່ກັບວຽກງານແນວໂຮມໃນໄລຍະໃໝ່ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຊີ້ນຳນັ້ນ, ແມ່ນທັງເປັນແຫຼ່ງກຳລັງໃຈ, ເປັນການມອບໝາຍໜ້າທີ່, ແລະ ທັງເປັນທິດທາງທີ່ມີລັກສະນະຍຸດທະສາດ ເພື່ອໃຫ້ທົ່ວລະບົບແນວໂຮມສືບຕໍ່ປ່ຽນແປງໃໝ່ເນື້ອໃນ ແລະ ວິທີການເຄື່ອນໄຫວຢ່າງແຂງແຮງ, ເຄື່ອນໄຫວຢ່າງຂຸ້ນຂ້ຽວ ແລະ ມີປະສິດທິຜົນກວ່າເກົ່າໃນຕໍ່ໜ້າ. ກອງປະຊຸມໃຫຍ່ຂໍຮັບເອົາບັນດາຄຳເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຢ່າງເຂັ້ມງວດ ແລະ ຄົບຖ້ວນ ເພື່ອຫັນເປັນແຜນງານການເຄື່ອນໄຫວຕົວຈິງໂດຍໄວ, ຮັບປະກັນໃຫ້ມີຄວາມແທ້ຈິງ ແລະ ມີປະສິດທິຜົນ.

ກອງປະຊຸມໃຫຍ່ໄດ້ມີການປຶກສາຫາລືແບບປະຊາທິປະໄຕ ແລະ ມີຄວາມເປັນເອກະພາບສູງ ໃນການແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ເຊິ່ງລວມມີ 397 ທ່ານ ທີ່ເປັນບຸກຄົນຕົວແບບໃນບັນດາຊົນຊັ້ນ, ຊັ້ນຄົນໃນສັງຄົມ, ບັນດາເຜົ່າ, ສາສະໜາ, ປັນຍາຊົນ, ນັກທຸລະກິດ, ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ພະນັກງານແນວໂຮມ ແລະ ບັນດາອົງການຈັດຕັ້ງສະມາຊິກ.

ຂໍຮຽນ ຄະນະຜູ້ແທນກອງປະຊຸມໃຫຍ່ທີ່ຮັກແພງທຸກທ່ານ,

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026 - 2031 ໄດ້ສຳເລັດລົງຢ່າງຈົບງາມ. ກອງປະຊຸມໃຫຍ່ຂໍສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄວາມເອົາໃຈໃສ່ຊີ້ນຳ - ນຳພາ ຈາກສູນກາງພັກ, ເຊິ່ງໂດຍກົງ ແລະ ເປັນປະຈຳແມ່ນກົມການເມືອງ, ຄະນະເລຂາທິການສູນກາງພັກ, ໂດຍມີທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນຜູ້ນຳໜ້າ; ຂໍສະແດງຄວາມຂອບໃຈຕໍ່ຄວາມເອົາໃຈໃສ່ຂອງບັນດາທ່ານຜູ້ນຳ, ອະດີດຜູ້ນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາແຂກຜູ້ມີກຽດທຸກທ່ານ ທີ່ໄດ້ມາເຂົ້າຮ່ວມ ແລະ ໃຫ້ກຳລັງໃຈແກ່ກອງປະຊຸມໃຫຍ່.

ກອງປະຊຸມໃຫຍ່ຂໍຂອບໃຈມາຍັງການນຳສະພາແຫ່ງຊາດ, ລັດຖະບານ, ບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນສູນກາງ ແລະ ທ້ອງຖິ່ນ; ຂອບໃຈຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ, ຄະນະຜູ້ແທນສະພາແຫ່ງຊາດບັນດາແຂວງ, ນະຄອນ, ໂດຍສະເພາະແມ່ນນະຄອນຫຼວງ ຮ່າໂນ້ຍ ທີ່ໄດ້ປະສານງານໂດຍກົງ, ຊ່ວຍເຫຼືອ, ສ້າງເງື່ອນໄຂ ແລະ ປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່.

ກອງປະຊຸມໃຫຍ່ຂໍຈົດຈຳ ແລະ ຂອບໃຈມາຍັງບັນດາທ່ານອະດີດຜູ້ນຳ ແນວໂຮມປະເທດຊາດ ຫວຽດນາມ ໃນແຕ່ລະສະໄໝ; ຂອບໃຈພະນັກງານແນວໂຮມທຸກຂັ້ນແຕ່ສູນກາງຮອດຮາກຖານ, ຄະນະວຽກງານແນວໂຮມຢູ່ເຂດຊຸມຊົນ, ປະຊາຊົນທຸກຊັ້ນຄົນ, ພໍ່ແມ່ປະຊາຊົນ ແລະ ສະຫາຍທຸກທ່ານ... ທີ່ໄດ້ໃຫ້ຄວາມສົນໃຈ, ຕິດຕາມ, ປະກອບຄຳເຫັນ ແລະ ສະໜັບສະໜູນການເຄື່ອນໄຫວຂອງ ແນວໂຮມປະເທດຊາດ ຫວຽດນາມ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່.

ກອງປະຊຸມໃຫຍ່ຂໍຂອບໃຈບັນດາລວມໝູ່ ແລະ ບຸກຄົນ ທີ່ໄດ້ສະໜັບສະໜູນດ້ານວັດຖຸ ແລະ ໃຫ້ກຳລັງໃຈດ້ານຈິດໃຈ ເພື່ອໃຫ້ກອງປະຊຸມໃຫຍ່ສຳເລັດຢ່າງຈົບງາມ. ຂອບໃຈບັນດາອົງການສື່ມວນຊົນ, ບັນດານັກສິລະປິນ, ນັກຮົບ, ພະນັກງານກຳລັງປະກອບອາວຸດ; ພະນັກງານ, ລັດຖະກອນ, ຜູ້ອອກແຮງງານຂອງອົງການຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ; ບັນດາພາກສ່ວນບໍລິການຂອງສູນປະຊຸມແຫ່ງຊາດ, ບັນດາໂຮງແຮມ, ເຮືອນພັກ ແລະ ທຸກກຳລັງທີ່ໄດ້ທຸ່ມເທ ແລະ ມີຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມໃຫຍ່.

ຂໍຮຽນ ຄະນະຜູ້ແທນກອງປະຊຸມໃຫຍ່ທີ່ຮັກແພງທຸກທ່ານ,

ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແມ່ນຫຼັກຖານອັນມີຊີວິດຊີວາ, ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ. ຈາກເວທີຂອງກອງປະຊຸມໃຫຍ່ໃນມື້ນີ້, ແນວໂຮມປະເທດຊາດ ຫວຽດນາມ ຂໍຮຽກຮ້ອງມາຍັງປະຊາຊົນທຸກຊັ້ນຄົນ, ພໍ່ແມ່ປະຊາຊົນບັນດາເຜົ່າ, ສາສະໜາ, ປັນຍາຊົນ, ນັກສິລະປິນ, ນັກທຸລະກິດ, ພໍ່ແມ່ປະຊາຊົນຊາວຫວຽດນາມຢູ່ຕ່າງປະເທດ ຈົ່ງຍົກສູງຈິດໃຈຮັກຊາດ, ຄວາມພາກພູມໃຈໃນຊາດ, ເຊື່ອໝັ້ນຕໍ່ການຊີ້ນຳ - ນຳພາຂອງພັກ ແລະ ລັດ ຢ່າງເດັດຂາດ; ຕັ້ງໜ້າປະກອບສ່ວນສະຕິປັນຍາ, ເຫື່ອແຮງ, ຂະຫຍັນຂັນເຄື່ອນໃນການອອກແຮງງານ ແລະ ການຜະລິດ, ປັບປຸງ, ສ້າງສາ ແລະ ເສີມຂະຫຍາຍກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ, ສົມທົບກັບກຳລັງແຮງຂອງຍຸກສະໄໝ, ຮ່ວມແຮງຮ່ວມໃຈກັນສ້າງສາປະເທດ ຫວຽດນາມ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຮຸ່ງເຮືອງສີວິໄລ ແລະ ມີຄວາມສຸກ, ກ້າວເດີນຢ່າງໝັ້ນຄົງໄປສູ່ລັດທິສັງຄົມນິຍົມ.

ດ້ວຍຄວາມເຊື່ອໝັ້ນອັນເລິກເຊິ່ງນັ້ນ, ຕາງໜ້າຄະນະປະທານກອງປະຊຸມໃຫຍ່, ຂ້າພະເຈົ້າຂໍປະກາດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026 - 2031 ຢ່າງເປັນທາງການ.

ຂໍອວຍພອນໃຫ້ບັນດາທ່ານຜູ້ນຳ, ບັນດາທ່ານແຂກຜູ້ມີກຽດ, ພໍ່ແມ່ປະຊາຊົນ ແລະ ສະຫາຍທຸກທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມສຸກ.

ສາມັກຄີ, ສາມັກຄີ, ມະຫາສາມັກຄີ

ຜົນສຳເລັດ, ຜົນສຳເລັດ, ມະຫາຜົນສຳເລັດ

ຂໍຂອບໃຈເປັນຢ່າງສູງ.

ໄຂພິທີ ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ 2026 ໄຂພິທີ ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ 2026

ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງ ວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 - 2030.

ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031 ຜ່ານຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026 - 2031

ຍສໝ - ສືບຕໍ່ລາຍການເຮັດວຽກ, ໃນຕອນບ່າຍວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031 ໄດ້ຜ່ານແຜນການບຸກຄະລາກອນ ຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ XI, ສະໄໝປີ 2026-2031; ປຶກສາຫາລືເອກະພາບແຕ່ງຕັ້ງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ ...

Link: https://huunghivietlao.thoidai.com.vn/detail-article-22000.html

In bài biết