12:20 | 13/05/2026

ແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48

ຫວຽດນາມ ສະເໜີບັນດາບຸລິມະສິດໃນການຮັບມືກັບວິກິດການ ຢູ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48: ຟີລິບປິນ ເດ່ກາວ ວາຍຈໍ່, ກິງງ່ຽມ ກົວ ຫວຽດນາມ
ແຜ່ຂະຫຍາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ ຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48

ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ - ພາບ: VGP/ເຍິດບັກ

ຂໍຮຽນທ່ານຮອງລັດຖະມົນຕີ ຊ່ວຍຕີລາຄາໝາກຜົນຂອງກອງປະຊຸມຄັ້ງນີ້ ແລະ ໂດຍສະເພາະແມ່ນບັນດາການປະກອບສ່ວນທີ່ພົ້ນເດັ່ນຂອງຄະນະ ຫວຽດນາມ?

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ: ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 48 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ດ້ວຍຫຼາຍໝາກຜົນທີ່ສຳຄັນທີ່ສຸດ ແລະ ແທ້ຈິງ. ນີ້ກໍແມ່ນກອງປະຊຸມທີ່ໄດ້ຮັບການຕີລາຄາວ່າມີຄວາມທັນການທີ່ສຸດຂອງ ອາຊຽນ ໃນສະພາບການທີ່ໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນຫຼາຍຢ່າງ, ໂດຍສະເພາະແມ່ນສະພາບການວິກິດການຢູ່ ຕາເວັນອອກກາງ.

ໃນສະພາບການດັ່ງກ່າວ, ບັນດາຜູ້ນຳ ອາຊຽນ ໄດ້ບັນລຸຄວາມເປັນເອກະພາບກັນໃນລະດັບສູງທີ່ສຸດ ກ່ຽວກັບຫຼາຍມາດຕະການຕອບໂຕ້ຢ່າງຮອບດ້ານ ແລະ ກວມລວມ, ທັງໃນໄລຍະສັ້ນ ແລະ ໄລຍະຍາວ, ໃນທຸກເສົາຄ້ຳ, ນັບແຕ່ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ຈົນເຖິງ ວັດທະນະທຳ - ສັງຄົມ ແລະ ຮັບປະກັນຄວາມປອດໄພ, ຄວາມສະຫງົບໃຫ້ແກ່ປະຊາຊົນ ອາຊຽນ, ບໍ່ພຽງແຕ່ຊ່ວຍໃຫ້ ອາຊຽນ ຜ່ານຜ່າຄວາມຫຍຸ້ງຍາກສະເພາະໜ້າ, ຍົກສູງຄວາມເປັນເຈົ້າການ, ຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ, ກຽມພ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນໃນອະນາຄົດ ເທົ່ານັ້ນ ແຕ່ຍັງມຸ່ງໄປເຖິງການບັນລຸບັນດາເປົ້າໝາຍໄລຍະຍາວ ຕາມວິໄສທັດປະຊາຄົມ ອາຊຽນ 2045.

ສະເພາະແມ່ນ, ອາຊຽນ ໄດ້ຜ່ານຮັບຮອງເອົາຖັກແຫຼງການຂອງບັນດາຜູ້ນຳ ອາຊຽນ ກ່ຽວກັບການຕອບໂຕ້ກັບວິກິດການຢູ່ ຕາເວັນອອກກາງ, ໃນນັ້ນ, ເນັ້ນໜັກເຖິງການເສີມຂະຫຍາຍຄວາມສາມັກຄີຂອງ ອາຊຽນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງບັນດາປະເທດສະມາຊິກ; ເພີ່ມທະວີການປະສານງານລະຫວ່າງຂະແໜງການ, ການແຈ້ງເຕືອນລ່ວງໜ້າ ແລະ ສ້າງກົນໄກການຕິດຕໍ່ສື່ສານສຸກເສີນ; ເລັ່ງລັດການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ, ແຜນການຮ່ວມມືດ້ານນ້ຳມັນອາຍແກັດ, ການເຊື່ອມໂຍງພະລັງງານ ແລະ ສະບຽງອາຫານຢ່າງມີປະສິດທິຜົນ, ພ້ອມທັງເພີ່ມທະວີການຮ່ວມມືດ້ານກົງສຸນ ແລະ ຊ່ວຍເຫຼືອພົນລະເມືອງ, ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍ ຢູ່ໃນເຂດທີ່ໄດ້ຮັບຜົນກະທົບ.

ບັນດາຜູ້ນຳ ເນັ້ນໜັກວ່າ ເຖິງວ່າຈະໃຫ້ບຸລິມະສິດໃນການຜ່ານຜ່າຄວາມຫຍຸ້ງຍາກສະເພາະໜ້າ, ແຕ່ ອາຊຽນ ຈຳເປັນຕ້ອງຈັດຕັ້ງປະຕິບັດບັນດາແຜນການທີ່ວາງໄວ້ຢ່າງເຂັ້ມງວດ ເພື່ອບັນລຸເປົ້າໝາຍໄລຍະຍາວ ຕາມວິໄສທັດປະຊາຄົມ ອາຊຽນ 2045. ໃນນັ້ນ, ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ ແມ່ນຈຸດສຸມແຖວໜ້າ ເພື່ອຮັບປະກັນຄວາມສະຫງົບ, ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຜ່ານການເສີມຂະຫຍາຍຄວາມສາມັກຄີ, ຄວາມເຊື່ອໝັ້ນທາງດ້ານການເມືອງ ແລະ ສົ່ງເສີມບັນດາກົນໄກທີ່ ອາຊຽນ ເປັນຜູ້ນຳພາ, ບົນພື້ນຖານການເຄົາລົບກົດໝາຍສາກົນ ແລະ ລັດທິຫຼາຍຝ່າຍ. ອາຊຽນ ຈະສືບຕໍ່ສຸມໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຈັດຕັ້ງປະຕິບັດສັນຍາການຄ້າສິນຄ້າ ອາຊຽນ (ATIGA) ສະບັບຍົກລະດັບໃໝ່, ສຳເລັດການເຈລະຈາສັນຍາຂອບກ່ຽວກັບເສດຖະກິດດີຈີຕອນ ອາຊຽນ (DEFA), ນຳໃຊ້ບັນດາທ່າແຮງການພັດທະນາໃໝ່, ຊ່ວຍເຫຼືອວິສາຫະກິດຂະໜາດນ້ອຍ ແລະ ກາງ, ເພີ່ມທະວີການເຊື່ອມຕໍ່ໂຄງລ່າງພື້ນຖານ, ສ້າງຄວາມຫຼາກຫຼາຍໃຫ້ແກ່ຕະຫຼາດ, ຂະຫຍາຍການເຊື່ອມໂຍງເສດຖະກິດຜ່ານບັນດາ FTA+ ກັບບັນດາຄູ່ຮ່ວມມື. ຄຽງຂ້າງນັ້ນ, ຕ້ອງຮັບປະກັນໃຫ້ປະຊາຊົນເປັນສູນກາງຂອງປະຊາຄົມ ອາຊຽນ ຢ່າງແທ້ຈິງ, ໃຫ້ບຸລິມະສິດແຫຼ່ງທຶນສຳລັບສະຫວັດດີການສັງຄົມ, ຍົກສູງຂີດຄວາມສາມາດໃຫ້ແກ່ປະຊາຊົນ, ໂດຍສະເພາະແມ່ນຊາວໜຸ່ມ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຍຸກດີຈີຕອນ ແລະ ປັນຍາປະດິດ.

ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໂດຍແມ່ນທ່ານນາຍົກລັດຖະມົນຕີ ເລມິນຮຶງ ເປັນຜູ້ນຳພາ ໄດ້ເຂົ້າຮ່ວມ ແລະ ມີຫຼາຍການປະກອບສ່ວນທີ່ສຳຄັນເຂົ້າໃນຜົນສຳເລັດຂອງກອງປະຊຸມ, ຢືນຢັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIV ທີ່ສືບຕໍ່ຖືເປັນສຳຄັນ ອາຊຽນ ແລະ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ພ້ອມກັບບັນດາປະເທດສ້າງປະຊາຄົມ ອາຊຽນ ສາມັກຄີ, ເຂັ້ມແຂງ.

ໃນການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ເປັນຄັ້ງທຳອິດໃນຖານະເປັນນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ສະເໜີຫຼາຍຂໍ້ສະເໜີ, ຂໍ້ລິເລີ່ມທີ່ປະກອບສ່ວນເຂົ້າໃນບັນດາທາງອອກລວມຂອງ ອາຊຽນ, ເພື່ອເສີມຂະຫຍາຍຄວາມສາມັກຄີ ແລະ ຍົກສູງຄວາມເຂັ້ມແຂງດ້ວຍຕົນເອງຂອງ ອາຊຽນ ໃນການຕອບໂຕ້ກັບສະພາບການຄືໃນປະຈຸບັນ ກໍຄືມຸ່ງໄປສູ່ອະນາຄົດ, ຮັບປະກັນໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດຈາກບັນດາໝາກຜົນຂອງ ອາຊຽນ.

ບັນດາຂໍ້ສະເໜີຂອງ ຫວຽດນາມ ໄດ້ໃຫ້ບຸລິມະສິດສູງສຸດແມ່ນ ການຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອຊຸກຍູ້, ສ້າງເງື່ອນໄຂສະດວກໃຫ້ແກ່ ອາຊຽນ ສືບຕໍ່ພັດທະນາຢ່າງຍືນຍົງ, ເພື່ອໃຫ້ປະຊາຊົນ ອາຊຽນ ມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະ ມີຄວາມສຸກ. ບັນດາມາດຕະການທີ່ ຫວຽດນາມ ວາງອອກແມ່ນມີຄວາມຮອບດ້ານທີ່ສຸດ, ນັບແຕ່ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ; ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ; ຈົນເຖິງການເພີ່ມທະວີການເຊື່ອມໂຍງເສດຖະກິດ - ການຄ້າພາຍໃນກຸ່ມ, ລຶບລ້າງບັນດາສິ່ງກີດຂວາງທາງການຄ້າໃນ ອາຊຽນ; ຂະຫຍາຍສາຍພົວພັນຕ່າງປະເທດຂອງ ອາຊຽນ; ຂະຫຍາຍກວ້າງພື້ນທີ່ຂອງ ອາຊຽນ ຜ່ານການເຊື່ອມຕໍ່, ເຊັນບັນດາຂໍ້ຕົກລົງດ້ານເສດຖະກິດກັບບັນດາຄູ່ຮ່ວມມືພາຍນອກ, ກໍຄືເພີ່ມທະວີການຮ່ວມມື, ເຊື່ອມຕໍ່ ອາຊຽນ ໃນການຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຄວາມໝັ້ນຄົງຂອງມະນຸດ.

ບັນດາຂໍ້ສະເໜີຂອງ ຫວຽດນາມ ໄດ້ຮັບການຊົມເຊີຍ, ເຫັນດີເຫັນພ້ອມ ແລະ ຕີລາຄາສູງຈາກບັນດາປະເທດສະມາຊິກ ອາຊຽນ ທັງທາງດ້ານເນື້ອໃນ ແລະ ຄວາມທັນການ. ບົນພື້ນຖານຂໍ້ສະເໜີຂອງ ຫວຽດນາມ ແລະ ບັນດາປະເທດ, ອາຊຽນ ໄດ້ຜ່ານຮັບຮອງເອົາ ຖັກແຫຼງການຜູ້ນຳ ອາຊຽນ ກ່ຽວກັບບັນດາການເຄື່ອນໄຫວບຸລິມະສິດ ເພື່ອເສີມຂະຫຍາຍຄວາມເຂັ້ມແຂງດ້ວຍຕົນເອງຂອງພາກພື້ນ ໃນການຕອບໂຕ້ກັບບັນດາຜົນກະທົບຈາກສະພາບການ ຕາເວັນອອກກາງ.

ຂໍຮຽນທ່ານຮອງລັດຖະມົນຕີ ຊ່ວຍແບ່ງປັນກ່ຽວກັບບັນດາໝາກຜົນຕົ້ນຕໍຂອງການພົບປະສອງຝ່າຍ ລະຫວ່າງ ຄະນະ ຫວຽດນາມ ກັບ ບັນດາປະເທດ, ຄູ່ຮ່ວມມື ໃນໂອກາດນີ້?

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ດັ້ງຮວ່າງຢາງ: ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ ສີ່ສິບແປດ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ໄດ້ມີບັນດາການພົບປະ, ສົນທະນາ, ຕິດພັນກັບບັນດາຜູ້ນຳ ອາຊຽນ, ທ່ານເລຂາທິການໃຫຍ່ ອາຊຽນ ແລະ ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB). ບັນດາການພົບປະເຖິງວ່າຈະສັ້ນກົງໄປກົງມາແຕ່ກໍມີລັກສະນະແທ້ຈິງທີ່ສຸດ, ເຂົ້າສູ່ບັນດາເນື້ອໃນທີ່ສຳຄັນໂດຍກົງ, ແກ້ໄຂບັນດາສິ່ງຄົງຄ້າງ, ຂໍ້ຂັດຂ້ອງ, ຜ່ານນັ້ນກໍຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງ ຫວຽດນາມ ກັບ ບັນດາຄູ່ຮ່ວມມື. ຂ້າພະເຈົ້າເຫັນວ່າມີສາມຈຸດທີ່ໜ້າເອົາໃຈໃສ່ຄືດັ່ງນີ້:

ໜຶ່ງແມ່ນ, ສ້າງຕັ້ງສາຍພົວພັນສ່ວນຕົວລະຫວ່າງທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ບັນດາຜູ້ນຳ ອາຊຽນ, ປະກອບສ່ວນເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງລະຫວ່າງ ຫວຽດນາມ ແລະ ບັນດາປະເທດ. ຢູ່ບັນດາການພົບປະ, ບັນດາຜູ້ນຳຕ່າງກໍໄດ້ອວຍພອນທ່ານນາຍົກລັດຖະມົນຕີ ເລມິນຮຶງ ໃນຖານະຕຳແໜ່ງໃໝ່, ປາດຖະໜາຢາກປະສານງານກັນຢ່າງແໜ້ນແຟ້ນເພື່ອຮ່ວມກັນຊຸກຍູ້ສາຍພົວພັນສອງຝ່າຍກັບ ຫວຽດນາມ, ຄູ່ຮ່ວມມືຫຼັກແຫຼ່ງ, ສຳຄັນ ແລະ ແບ່ງປັນຫຼາຍຜົນປະໂຫຍດຮ່ວມກັນໃນສະພາບການທີ່ພາກພື້ນ, ໂລກມີການຜັນແປ ແລະ ສິ່ງທ້າທາຍຫຼາຍຢ່າງໃນປະຈຸບັນ.

ສອງແມ່ນ, ຢືນຢັນຄວາມຕັດສິນໃຈຮ່ວມກັນກ່ຽວກັບການເພີ່ມທະວີສາຍພົວພັນສອງຝ່າຍ, ເປັນເອກະພາບຫຼາຍທາງອອກທີ່ແທດຕົວຈິງ. ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ຜູ້ນຳບັນດາປະເທດ ອາຊຽນ ໄດ້ແລກປ່ຽນຢ່າງກວ້າງຂວາງເລິກເຊິ່ງກ່ຽວກັບບັນດາມາດຕະການເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ-ການສຶກສາ, ການທ່ອງທ່ຽວ, ທັງເນັ້ນໜັກເຖິງບຸລິມະສິດໃນການແກ້ໄຂສິ່ງທ້າທາຍທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ຂະຫຍາຍການຮ່ວມມືໄປສູ່ຂະແໜງການໃໝ່ໆທີ່ເຕັມໄປດ້ວຍທ່າແຮງ ເຊັ່ນ: ການເຊື່ອມຕໍ່ໂຄງລ່າງພື້ນຖານ, ການຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ, ເຄິ່ງຊັກນຳ, ປັນຍາປະດິດ. ໃນການແລກປ່ຽນສາມຝ່າຍກັບ ລາວ ແລະ ກຳປູເຈຍ, ສາມທ່ານນາຍົກລັດຖະມົນຕີ ໄດ້ເຫັນດີເປັນເອກະພາບຊີ້ນຳບັນດາອົງການຂອງສາມປະເທດ ຕັ້ງໜ້າປະສານງານກັນຈັດຕັ້ງປະຕິບັດໝາກຜົນຂອງການພົບປະລະຫວ່າງ ສາມຜູ້ນຳສູງສຸດຂອງສາມພັກ (ເດືອນກຸມພາ 2026), ເຮັດໃຫ້ການຮ່ວມມືລະຫວ່າງສາມປະເທດມີການຫັນປ່ຽນດ້ານຄຸນນະພາບຢ່າງແທ້ຈິງ, ສ້າງພື້ນທີ່ແຫ່ງການພັດທະນາໃໝ່. ແລກປ່ຽນກັບປະທານທະນາຄານພັດທະນາອາຊີ, ADB ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເປັນຄູ່ຮ່ວມມືທີ່ໜ້າເຊື່ອຖືຂອງ ຫວຽດນາມ ໃນຍຸກສະໄໝແຫ່ງການພັດທະນາໃໝ່, ຕອບສະໜອງຄວາມຕ້ອງການດ້ານແຫຼ່ງທຶນໃຫ້ແກ່ ຫວຽດນາມ ແລະ ບັນດາສະມາຊິກໄດ້ດີຂຶ້ນກວ່າເກົ່າ.

ສາມແມ່ນ, ບັນດາຄູ່ຮ່ວມມືຕ່າງກໍໃຫ້ຄວາມສຳຄັນຕໍ່ບົດບາດຂອງ ຫວຽດນາມ ໃນ ອາຊຽນ ກໍຄືໃນປະຊາຄົມສາກົນ. ຢູ່ບັນດາການພົບປະ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ບັນດາຜູ້ນຳໄດ້ໃຊ້ເວລາຫຼາຍສົມຄວນເພື່ອແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ສາກົນໃນໄລຍະມໍ່ໆມານີ້, ໂດຍສະເພາະແມ່ນບັນດາສິ່ງທ້າທາຍທີ່ວາງອອກຍ້ອນຄວາມຂັດແຍ່ງຢູ່ ຕາເວັນອອກກາງ. ບັນດາຜູ້ນຳຖືວ່າໃນສະພາບການທີ່ໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນ, ຫວຽດນາມ ແລະ ບັນດາປະເທດຈຳເປັນຕ້ອງເພີ່ມທະວີການຮ່ວມມື, ປະສານສົມທົບທັດສະນະໃນຂອບເຂດ ອາຊຽນ ແລະ ສປຊ, ສົ່ງເສີມບົດບາດເປັນສູນກາງຂອງ ອາຊຽນ ໃນການແກ້ໄຂບັນດາບັນຫາສາກົນ ແລະ ພາກພື້ນ. ທ່ານເລຂາທິການໃຫຍ່ ອາຊຽນ ກາວກິມຮວນ ຢືນຢັນວ່າ ພາຍຫຼັງຫຼາຍກວ່າ ສາມສິບ ປີແຫ່ງການເຂົ້າເປັນສະມາຊິກ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສະມາຊິກຫຼັກແຫຼ່ງຂອງ ອາຊຽນ ແລະ ຖືວ່າ ຫວຽດນາມ ທີ່ເຂັ້ມແຂງ, ພັດທະນາຮຸ່ງເຮືອງສິວິໄລ ຈະແມ່ນການປະກອບສ່ວນທີ່ສຳຄັນເຂົ້າໃນວິວັດທະນາການສ້າງຕັ້ງປະຊາຄົມ ອາຊຽນ.

ສະຫຼຸບແລ້ວ, ພຽງແຕ່ໃນເວລາຫຼາຍກວ່າ 30 ຊົ່ວໂມງ, ທ່ານນາຍົກລັດຖະມົນຕີ ໄດ້ມີກຳນົດເວລາເຮັດວຽກທີ່ໜາແໜ້ນ ດ້ວຍປະມານ 20 ກິດຈະກຳສອງຝ່າຍ ແລະ ຫຼາຍຝ່າຍທີ່ສຳຄັນ, ນຳມາຊຶ່ງບັນດາໝາກຜົນທີ່ແທ້ຈິງທີ່ສຸດ, ມີປະສິດທິຜົນ, ກະຈາຍສານກ່ຽວກັບ ຫວຽດນາມ ທີ່ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ເຊື່ອມໂຍງ ແລະ ບືນຕົວຂຶ້ນຢ່າງແຂງແຮງ, ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ, ມີການປະກອບສ່ວນຢ່າງຫຼວງຫຼາຍຂອງປະຊາຄົມ ອາຊຽນ, ເປີດບັນດາປະຖົມປັດໄຈ ແລະ ແຮງຜັກດັນທີ່ສະດວກ ເພື່ອນຳສາຍພົວພັນລະຫວ່າງ ຫວຽດນາມ ກັບ ບັນດາຄູ່ຮ່ວມມື ກ້າວເຂົ້າສູ່ທັງລວງກວ້າງ ແລະ ລວງເລິກໃນຕໍ່ໜ້າ.

ຂໍຂອບໃຈທ່ານຮອງລັດຖະມົນຕີຢ່າງຈິງໃຈ!

ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ ຫວຽດນາມ - ຂົວຕໍ່ຊ່ວຍໃຫ້ ອາກຊັງຕິນ ເຂົ້າຫາຕະຫຼາດ ອາຊຽນ (ASEAN) ແລະ ອາຊີ - ປາຊີຟິກ

ຍສໝ - ວັນທີ 17 ເມສາ, ໃນການເຮັດວຽກລະຫວ່າງ ເອກອັກຄະລັດຖະທູດ ບັນດາປະເທດສະມາຊິກ ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ກັບ ລັດຖະມົນຕີກະຊວງການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ອາກຊັງຕິນ ທ່ານ ປາໂບຼ ກີໂນ (Pablo Quirno) ຢູ່ທີ່ນະຄອນຫຼວງ ບົວໂນສໄອເຣສ (Buenos Aires), ...

ປະ​ເທດ​ ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ 48 ແຫ່ງ ຈະ​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ. ປະ​ເທດ​ ແລະ ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ 48 ແຫ່ງ ຈະ​ເຂົ້າ​ຮ່ວມ​ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຢູ່​ຮ່າ​ໂນ້ຍ.

ຍສໝ - ແຕ່​ວັນ​ທີ 3-5 ຕຸລາ​ນີ້, ຢູ່ເຂດຮ່ອງຮອຍສູນກາງກຳແພງພະລາຊະວັງທັງລອງ (ຮ່າຸໂນ້ຍ), ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທຳ​ອິດ​ຈະ​ດຳ​ເນີນ​ໄປ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 48 ສະ​ຖານ​ທູດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ສູນ​ວັດ​ທະ​ນະ​ທຳ​ຕ່າງ​ປະ​ເທດປະຈຳຫວຽດນາມ. ນີ້​ແມ່ນ​ຂໍ້​ລິ​ເລີ່ມ​ໃໝ່​ເພື່ອ​ຢັ້ງຢືນ​ບົດບາດ​ຂອງ​ວັດທະນະທຳ​ໃນ​ການ​ເຊື່ອມ​ຕໍ່​ມະນຸດ, ຊຸກຍູ້​ສັນຕິພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21991.html

In bài biết