16:04 | 11/05/2026

ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI: ເປີດສາກໃຫ້ແກ່ໄລຍະແຫ່ງການພັດທະນາໃໝ່ຢ່າງຮອບດ້ານ
ຜູ້ແທນຫຼາຍກວ່າ 1.300 ທ່ານ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ແຕ່ວັນທີ 11-13 ພຶດສະພາ ຢູ່ ຮ່າໂນ້ຍ
ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ

ເຂົ້າຮ່ວມມີທ່ານ ຮວິ່ງດາມ (Huỳnh Đảm), ອະດີດປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ທ່ານນາງ ຮ່າທິຂຽດ (Hà Thị Khiết), ອະດີດເລຂາທິການສູນກາງພັກ, ອະດີດຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຮອງປະທານບໍ່ປະຈຳການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ທ່ານນາງ ຫງວຽນທິຢວານ (Nguyễn Thị Doan), ອະດີດຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ຮອງປະທານບໍ່ປະຈຳການ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ປະທານສະມາຄົມສົ່ງເສີມການຮຽນ ຫວຽດນາມ; ບັນດາທ່ານໃນຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ບັນດາທ່ານກຳມະການຄະນະປະທານ ແລະ ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ພວງມາລາຂອງຄະນະມີແຖບຕົວອັກສອນຂຽນວ່າ "ຈົດຈຳບຸນຄຸນປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຕະຫຼອດກາລະນານ". ຕໍ່ໜ້າດວງວິນຍານຂອງປະທານ ໂຮ່ຈີມິນ, ໃນບັນຍາກາດທີ່ສະຫງ່າຜ່າເຜີຍ ແລະ ດ້ວຍຄວາມເຄົາລົບຮັກຢ່າງສູງສຸດ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນ ແລະ ລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງປະທານ ໂຮ່ຈີມິນ, ຜູ້ນຳທີ່ເຄົາລົບຮັກຂອງປວງຊົນຊາວຫວຽດນາມທັງຊາດ.

ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ລະດົມຄຳເຫັນຈາກປະຊາຊົນ ເຂົ້າໃນຮ່າງບົດລາຍງານການເມືອງ ທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ຈະຈັດຂຶ້ນແຕ່ວັນທີ 11 ພຶດສະພາ ຫາວັນທີ 13 ພຶດສະພາ 2026 ຢູ່ທີ່ນະຄອນຫຼວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງ - ສັງຄົມ ທີ່ມີຄວາມໝາຍສຳຄັນ ເຊິ່ງຈັດຂຶ້ນໃນທັນທີ ...

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13/5/2026 ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄະນະປະທານ ຄັ້ງທີ 7, ສະໄໝທີ X ແນໃສ່ສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນສຳຄັນ ເພື່ອຫັນກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ...

Link: https://huunghivietlao.thoidai.com.vn/detail-article-21984.html

In bài biết