15:13 | 11/05/2026

ຢືນຢັນກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ໃນຍຸກສະໄໝໃໝ່

ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ຫວຽດນາມ ຢືນຢັນເຖິງຈິດໃຈເປັນເຈົ້າການ, ຄວາມຮັບຜິດຊອບ ແລະ ການສ້າງສັນ
ຢືນຢັນກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ ໃນຍຸກສະໄໝໃໝ່
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026 - 2031 ໄດ້ຈັດຂຶ້ນແຕ່ວັນທີ 11 - 13 ພຶດສະພາ, ຢູ່ທີ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ.

ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ອາຍຸການ 2026-2031 ຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ, ຢູ່ທີ່ສູນປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ.

ຕາມແຜນງານ, ໃນຕອນເຊົ້າວັນທີ 11 ພຶດສະພາ, ບັນດາຜູ້ແທນໄດ້ເຂົ້າຮ່ວມວາງພວງມາລາຢ້ຽມຢາມສຸສານປະທານ ໂຮ່ຈີມິນ ແລະ ຈຸດທູບລະນຶກເຖິງບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ; ໃນມື້ດຽວກັນນັ້ນກໍໄດ້ດຳເນີນກອງປະຊຸມວາລະກຽມ (ວາລະຈຳລອງ).

ໃນວາລະກຽມ, ບັນດາຜູ້ແທນໄດ້ເຂົ້າຮ່ວມການສົນທະນາ, ປຶກສາຫາລືແຕ່ງຕັ້ງຄະນະປະທານ ແລະ ຄະນະເລຂາທິການຂອງກອງປະຊຸມໃຫຍ່; ຜ່ານແຜນງານ ແລະ ກົດລະບຽບການເຮັດວຽກຂອງກອງປະຊຸມໃຫຍ່; ຮັບຟັງບົດລາຍງານການກວດກາຄືນການເຄື່ອນໄຫວຂອງຄະນະກຳມະການສູນກາງ, ຄະນະປະທານ ແລະ ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄລຍະ 2024-2026; ບົດສະເໜີປັບປຸງ ແລະ ເພີ່ມເຕີມກົດລະບຽບຂອງແນວໂຮມປະເທດຊາດ ຫວຽດນາມ. ຫຼັງຈາກນັ້ນ, ບັນດາຜູ້ແທນໄດ້ເຂົ້າຮ່ວມສົນທະນາຢູ່ບັນດາສູນສົນທະນາຂອງກອງປະຊຸມໃຫຍ່ (ຄາດວ່າຈະມີ 5 ສູນສົນທະນາ).

ວັນທີ 12 ພຶດສະພາ, ກອງປະຊຸມໃຫຍ່ໄດ້ດຳເນີນວາລະທາງການ, ໂດຍມີການເຂົ້າຮ່ວມ ແລະ ກ່າວປາໄສຊີ້ນຳຂອງການນຳພັກ ແລະ ລັດ; ບັນດາຜູ້ແທນຂຶ້ນປະກອບຄຳເຫັນ; ຜ່ານແຜນການບຸກຄະລາກອນຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ XI, ອາຍຸການ 2026-2031; ປຶກສາຫາລືແຕ່ງຕັ້ງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ XI, ອາຍຸການ 2026-2031. ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 1 ຊຸດທີ XI ກໍໄດ້ຈັດຂຶ້ນໃນມື້ດຽວກັນນັ້ນ.

ໃນວາລະອັດກອງປະຊຸມ ຕອນເຊົ້າວັນທີ 13 ພຶດສະພາ, ບັນດາຜູ້ແທນຈະໄດ້ຮັບຟັງບົດລາຍງານສັງລວມ ແລະ ຮັບເອົາບັນດາຄຳເຫັນສົນທະນາໃນກອງປະຊຸມໃຫຍ່; ຄຳເຫັນຂອງຜູ້ຕາງໜ້າການນຳສະພາແຫ່ງຊາດ, ການນຳລັດຖະບານ ກ່ຽວກັບວຽກງານການປະສານງານກັບແນວໂຮມປະເທດຊາດ ຫວຽດນາມ; ລາຍງານໝາກຜົນກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 1 ຊຸດທີ XI; ບັນດາກຳມະການຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ XI ເປີດຕົວຕໍ່ກອງປະຊຸມໃຫຍ່; ອຳລາບັນດາທ່ານກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ X ທີ່ບໍ່ໄດ້ເຂົ້າຮ່ວມໃນຊຸດທີ XI; ຜ່ານກົດລະບຽບແນວໂຮມປະເທດຊາດ ຫວຽດນາມ ສະບັບປັບປຸງ ແລະ ເພີ່ມເຕີມ; ຜ່ານມະຕິກອງປະຊຸມໃຫຍ່...

ມີຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ກວ່າ 1,300 ທ່ານ; ໃນນັ້ນ, ຜູ້ແທນສົມບູນແມ່ນ 1,138 ທ່ານ, ປະກອບມີ: ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ X ທີ່ພວມດຳລົງຕຳແໜ່ງ; ຜູ້ແທນທີ່ໄດ້ຮັບການແຕ່ງຕັ້ງຈາກກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດແຂວງ, ນະຄອນ, ບັນດາອົງການຈັດຕັ້ງສະມາຊິກຕາມຈຳນວນທີ່ໄດ້ແບ່ງປັນ; ຜູ້ແທນທີ່ໄດ້ຮັບການບົ່ງຕົວ; ຊາວຫວຽດນາມທີ່ອາໄສຢູ່ຕ່າງປະເທດ ແລະ ພະນັກງານແນວໂຮມວິຊາສະເພາະ.

ວຽກງານບຸກຄະລາກອນຂອງກອງປະຊຸມໃຫຍ່ໄດ້ຮັບການກຽມພ້ອມຢ່າງລະອຽດຖີ່ຖ້ວນ ຕາມທິດທາງຍົກສູງຄຸນນະພາບການເປັນຕົວແທນ, ຮັບປະກັນລັກສະນະດີເດັ່ນ, ແທດຕົວຈິງ ແລະ ກົມກຽວລະຫວ່າງບັນດາພາກສ່ວນ ແລະ ຊັ້ນຄົນໃນສັງຄົມ.

ໃນນັ້ນ, ຜູ້ແທນບົ່ງຕົວມີ 69 ທ່ານ; ຜູ້ແທນທີ່ເປັນຊາວຫວຽດນາມອາໄສຢູ່ຕ່າງປະເທດ 18 ທ່ານ; ຜູ້ແທນເພດຍິງ 381 ທ່ານ; ຜູ້ແທນທີ່ຢູ່ນອກພັກ 492 ທ່ານ; ຜູ້ແທນຊົນເຜົ່າສ່ວນໜ້ອຍ 277 ທ່ານ; ຜູ້ແທນສາສະໜາ 218 ທ່ານ; ຜູ້ແທນວິສາຫະກິດ 157 ທ່ານ; ຜູ້ແທນພະນັກງານແນວໂຮມວິຊາສະເພາະ 352 ທ່ານ.

ກ່ຽວກັບເກນອາຍຸຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໃຫຍ່, ຜູ້ແທນທີ່ມີອາຍຸນ້ອຍທີ່ສຸດມີ 2 ທ່ານ ອາຍຸ 23 ປີ (ເກີດປີ 2003) ຄື: ທ່ານນາງ ລໍ່ທິຫງາ (Lò Thị Nga), ບຸກຄົນດີເດັ່ນຊົນເຜົ່າລາວ, ບ້ານເມືອງລວນ 1, ຕາແສງເມືອງລວນ, ແຂວງ ດ້ຽນບຽນ (Điện Biên) ແລະ ອີຍີ (Y Nhi), ບຸກຄົນດີເດັ່ນຊົນເຜົ່າເຣີມຳ, ບ້ານລາງເລ, ຕາແສງໂມຣາຍ, ແຂວງ ກວາງງາຍ (Quảng Ngãi). ຜູ້ແທນທີ່ມີອາຍຸສູງທີ່ສຸດແມ່ນ ທ່ານພົນຈັດຕະວາ ຫວໍສື (Võ Sở), ປະທານສະມາຄົມເຊື້ອສາຍເຈື່ອງເຊີນ - ເສັ້ນທາງໂຮ່ຈີມິນ ຫວຽດນາມ, ເກີດປີ 1929 (97 ປີ).

ທີ່ໜ້າສົນໃຈແມ່ນ, ເພື່ອຜັນຂະຫຍາຍມະຕິເລກທີ 57-NQ/TW ຂອງກົມການເມືອງໃຫ້ເປັນຮູບປະທຳ, ກອງປະຊຸມໃຫຍ່ໄດ້ຊຸກຍູ້ການນຳໃຊ້ການຫັນເປັນດິຈິຕອນເຂົ້າໃນວຽກງານຈັດຕັ້ງ. ດ້ວຍຄຳຂວັນຫຼຸດຜ່ອນການນຳໃຊ້ເອກະສານເຈ້ຍໃຫ້ໄດ້ຫຼາຍທີ່ສຸດ, ຄະນະຈັດຕັ້ງໄດ້ເປີດນຳໃຊ້ແອັບພລິເຄຊັນ "Đại hội XI - MTTQ Việt Nam" ດ້ວຍຫຼາຍຟັງຊັນທີ່ມີປະໂຫຍດ (ການຄົ້ນຄວ້າເອກະສານ, ຜັງບ່ອນນັ່ງ, ຂ່າວສານ, ຮູບພາບ, ຂໍ້ມູນຊ່ວຍເຫຼືອຈາກຄະນະຈັດຕັ້ງ...) ເພື່ອຊ່ວຍໃຫ້ຜູ້ແທນເຂົ້າເຖິງຂໍ້ມູນໄດ້ທັນການ, ຊັດເຈນ ແລະ ມີປະສິດທິຜົນ.

ຄຽງຂ້າງນັ້ນ, ເຂດວາງສະແດງ "ແນວໂຮມດິຈິຕອນ" ໄດ້ຖືກຈັດຕັ້ງຂຶ້ນໃນບໍລິເວນກອງປະຊຸມໃຫຍ່ ດ້ວຍ "ຊ່ອງວ່າງສະເໝືອນຈິງ", "ກຳແພງປະຫວັດສາດ" ແລະ ການແນະນຳ, ທົດລອງນຳໃຊ້ບັນດາແພລັດຟອມດິຈິຕອນທີ່ດີເດັ່ນຂອງແນວໂຮມປະເທດຊາດ ຫວຽດນາມ ແຕ່ລະຂັ້ນ. ກອງປະຊຸມໃຫຍ່ຍັງໄດ້ນຳໃຊ້ປັນຍາປະດິດ (AI) ຜ່ານລະບົບກວດກາລາຍຊື່ຜູ້ແທນດ້ວຍກ້ອງ AI; ພ້ອມທັງນຳໃຊ້ AI ໃນການຊ່ວຍຜະລິດສື່ໂຄສະນາ ກ່ຽວກັບກອງປະຊຸມໃຫຍ່ຜ່ານຄລິບວິດີໂອສັ້ນ.

ກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ອາຍຸການ 2026-2031 ແມ່ນເຫດການການເມືອງ-ສັງຄົມທີ່ສຳຄັນ, ສະແດງໃຫ້ເຫັນເຖິງກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດໃນຍຸກສະໄໝໃໝ່, ເຊິ່ງຈັດຂຶ້ນທັນທີພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI, ສະພາປະຊາຊົນແຕ່ລະຂັ້ນ ອາຍຸການ 2026-2031. ເຫດການນີ້ຍັງແມ່ນຂີດໝາຍປະຫວັດສາດ, ເປີດສາກໃຫ້ແກ່ອາຍຸການແຫ່ງການບໍລິຫານກົນໄກ ດ້ວຍລະດັບບົດບາດ ແລະ ເສັ້ນທາງແຫ່ງການພັດທະນາໃໝ່ ເມື່ອບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ບັນດາສະມາຄົມມະຫາຊົນທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ນັ້ນໄດ້ຍ້າຍມາຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ.

ບັນດາຫຼັງຄາເຮືອນທີ່ກັບຄືນມາ ພາຍຫຼັງໄພທຳມະຊາດ ບັນດາຫຼັງຄາເຮືອນທີ່ກັບຄືນມາ ພາຍຫຼັງໄພທຳມະຊາດ

ຍສໝ - ພາຍຫຼັງເຫດການຝົນຕົກ ແລະ ນ້ຳຖ້ວມໃນທ້າຍປີ 2025, ຫຼາຍຄອບຄົວຢູ່ຕາແສງ ຮວາທິ້ງ (Hòa Thịnh) (ແຂວງ ດັກລັກ - Đắk Lắk) ຕ້ອງຕົກຢູ່ໃນສະພາບທີ່ບໍ່ມີທີ່ຢູ່ອາໄສ. ແຕ່ພຽງແຕ່ໄລຍະເວລາເດືອນປາຍເທົ່ານັ້ນ, ເຮືອນໃໝ່ຫຼາຍຫຼັງກໍໄດ້ຮັບການກໍ່ສ້າງໃຫ້ສຳເລັດທັນກ່ອນລະດູໃບໄມ້ປົ່ງ ຈາກແຫຼ່ງທຶນຊ່ວຍເຫຼືອຂອງລັດ, ການຮ່ວມແຮງຮ່ວມໃຈຂອງສັງຄົມ ແລະ ວິວັດທະນາການປຸກລະດົມ, ເຊື່ອມຕໍ່ການຊ່ວຍເຫຼືອຈາກລະບົບແນວໂຮມປະເທດຊາດ ຫວຽດນາມ.

ສີດຜ່ອນການຄຸ້ມຄອງກຳປັ່ນຫາປາ, ດົ່ງທັບ (Đồng Tháp) ສະກັດກັ້ນການລະເມີດ IUU ແຕ່ຕົ້ນທາງ ສີດຜ່ອນການຄຸ້ມຄອງກຳປັ່ນຫາປາ, ດົ່ງທັບ (Đồng Tháp) ສະກັດກັ້ນການລະເມີດ IUU ແຕ່ຕົ້ນທາງ

ຍສໝ - ແຂວງ ດົ່ງທັບ ໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງເດັດຂາດ ແລະ ເປັນເອກະພາບ ເພື່ອຕ້ານການຫາປາແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU).

Link: https://huunghivietlao.thoidai.com.vn/detail-article-21981.html

In bài biết