13:10 | 11/05/2026

ຫວຽດນາມ - ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື

ສືບຕໍ່ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຂະຫຍັນຂັນເຄື່ອນ ຫວຽດນາມ - ອິນເດຍ
ນັກວິຊາການ ອິນເດຍ: ຂອບເຂດການຮ່ວມມືໃໝ່ ຫວຽດນາມ - ອິນເດຍ ແມ່ນນອນຢູ່ໃນບັນດາຂົງເຂດຍຸດທະສາດ

ການຢ້ຽມຢາມຄັ້ງນີ້ມີຄວາມໝາຍທາງດ້ານປະຫວັດສາດ, ເມື່ອເປັນຄັ້ງທຳອິດທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄປຢ້ຽມຢາມລັດຖະກິດທີ່ ອິນເດຍ, ເຊິ່ງຈັດຂຶ້ນໃນເວລາບໍ່ດົນ ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ສິ້ນສຸດລົງຢ່າງມີຜົນສຳເລັດຈົບງາມ ແລະ ສະພາແຫ່ງຊາດ ຫວຽດນາມ ໄດ້ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ. ນີ້ບໍ່ພຽງແຕ່ແມ່ນເຫດການການຕ່າງປະເທດທີ່ສຳຄັນ, ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຫວຽດນາມ - ອິນເດຍ ເລິກເຊິ່ງກວ່າເກົ່າເທົ່ານັ້ນ ແຕ່ຍັງເປີດສາກໃຫ້ແກ່ໄລຍະແຫ່ງການຮ່ວມມືຕົວຈິງ, ມີປະສິດທິຜົນ ແລະ ມຸ່ງໄປສູ່ອະນາຄົດ.

ພື້ນຖານອັນໜັກແໜ້ນ ແລະ ວິໄສທັດທາງດ້ານຍຸດທະສາດທີ່ຄ້າຍຄືກັນ

ຫວຽດນາມ   ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ພົບປະກັບສື່ມວນຊົນ. ພາບ: ທົງຍຶດ/TTXVN

ຫວຽດນາມ ແລະ ອິນເດຍ ໄດ້ມີຄວາມຜູກພັນກັນມາແຕ່ດົນນານ, ເຊິ່ງໄດ້ສ້າງພື້ນຖານອັນໜັກແໜ້ນ ແລະ ລ້ຳຄ່າທີ່ສຸດໃຫ້ແກ່ສາຍພົວພັນສອງປະເທດ ດ້ວຍສາຍໃຍແຫ່ງການເຊື່ອມຕໍ່ທີ່ມີຄວາມໝາຍທາງດ້ານປະຫວັດສາດອັນເລິກເຊິ່ງ ແລະ ມີຄວາມຄ້າຍຄືກັນຫຼາຍຢ່າງໃນເສັ້ນທາງແຫ່ງການພັດທະນາ. ສຳລັບ ຫວຽດນາມ ແລ້ວ, ອິນເດຍ ຍາມໃດກໍແມ່ນຄູ່ຮ່ວມມືທີ່ສຳຄັນ, ທັງແມ່ນເພື່ອນມິດທີ່ໃກ້ຊິດ ແລະ ໄວ້ເນື້ອເຊື່ອໃຈ. ອິນເດຍ ແມ່ນໜຶ່ງໃນສາມປະເທດທຳອິດທີ່ ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ (2016-2026). ໃນ 10 ປີຜ່ານມາ, ສາຍພົວພັນສອງປະເທດໄດ້ຂະຫຍາຍຕົວນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ ແຕ່ກໍຍັງມີທ່າແຮງບົ່ມຊ້ອນອີກຫຼາຍຢ່າງ.

ໃນຂອບການຢ້ຽມຢາມຄັ້ງນີ້, ໃນບັນດາການພົບປະ, ສອງຝ່າຍໄດ້ຢືນຢັນເຖິງພື້ນຖານອັນໜັກແໜ້ນຂອງສາຍພົວພັນສອງປະເທດ ທີ່ອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ການເຄົາລົບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ວິໄສທັດລວມ ແລະ ການຮ່ວມມືທີ່ມີປະສິດທິຜົນໃນຫຼາຍຂົງເຂດ. ທັງ ຫວຽດນາມ ແລະ ອິນເດຍ ຕ່າງກໍພວມມຸ່ງໄປສູ່ບັນດາເປົ້າໝາຍການພັດທະນາໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງວັນເອກະລາດຄົບຮອບ 100 ປີ, ໂດຍໃຫ້ມີຄວາມສົມດຸນລະຫວ່າງການເຕີບໂຕ ແລະ ຄວາມກ້າວໜ້າທາງສັງຄົມ. ອິນເດຍ ໄດ້ກຳນົດວິໄສທັດ Viksit Bharat 2047, ເປົ້າໝາຍແມ່ນເພື່ອເຮັດໃຫ້ປະເທດນີ້ກາຍເປັນປະເທດທີ່ພັດທະນາ, ມຸ່ງໄປສູ່ຄວາມສົມດຸນລະຫວ່າງການເຕີບໂຕເສດຖະກິດ, ຄວາມກ້າວໜ້າທາງສັງຄົມ, ຄວາມຍືນຍົງຂອງສິ່ງແວດລ້ອມ, ປະສິດທິພາບຂອງການບໍລິຫານລັດ ແລະ ການຍົກສູງຂີດຄວາມສາມາດດ້ານວິທະຍາສາດ-ເຕັກໂນໂລຊີ. ຫວຽດນາມ ກໍໄດ້ວາງເປົ້າໝາຍຄື: ຮອດປີ 2030 ກາຍເປັນປະເທດພວມພັດທະນາທີ່ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະ ຮອດປີ 2045 ກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງ. ນັ້ນແມ່ນສອງເປົ້າໝາຍ 100 ປີທີ່ມີຄວາມໝາຍທາງດ້ານຍຸດທະສາດພິເສດ, ສະແດງໃຫ້ເຫັນເຖິງຄວາມມຸ່ງມາດປາດຖະໜາແຫ່ງການພັດທະນາຂອງຊາດ ຫວຽດນາມ ໃນໄລຍະໃໝ່.

ດ້ວຍຈິດໃຈທີ່ ຫວຽດນາມ ແລະ ອິນເດຍ ຕ່າງກໍພວມມຸ່ງໄປສູ່ບັນດາເປົ້າໝາຍການພັດທະນາໃໝ່, ພ້ອມທັງສືບທອດພື້ນຖານອັນໜັກແໜ້ນຂອງສາຍພົວພັນ ຫວຽດນາມ-ອິນເດຍ ໃນຕະຫຼອດໄລຍະກວ່າ 50 ປີຜ່ານມາ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຍົກລະດັບສາຍພົວພັນສອງຝ່າຍ ຫວຽດນາມ-ອິນເດຍ ຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີ ບົນຈິດໃຈ “ແບ່ງປັນວິໄສທັດ, ເຊື່ອມໂຍງຍຸດທະສາດ, ຮ່ວມມືຕົວຈິງ”, ດ້ວຍຄວາມປາດຖະໜາຢາກຫັນເຈດຈຳນົງໃຫ້ກາຍເປັນໝາກຜົນຕົວຈິງ.

ເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີໃຫ້ເປັນຮູບປະທຳ, ໃນການພົບປະເຈລະຈາ, ຜູ້ນຳທັງສອງທ່ານໄດ້ສົນທະນາແລກປ່ຽນກັນຢ່າງຈິງໃຈ ແລະ ເປັນເອກະພາບກ່ຽວກັບບັນດາທິດທາງຍຸດທະສາດ ເພື່ອແນໃສ່ສືບຕໍ່ເຮັດໃຫ້ການຮ່ວມມືໃນທຸກດ້ານເລິກເຊິ່ງກວ່າເກົ່າ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຢືນຢັນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງແຂງແຮງ ບົນພື້ນຖານຄວາມຄ້າຍຄືກັນທາງດ້ານວິໄສທັດ, ເພື່ອເປັນພື້ນຖານຫຼັກແຫຼ່ງ ແລະ ກຳນົດທິດທາງໃຫ້ແກ່ສາຍພົວພັນສອງຝ່າຍ.

ຫວຽດນາມ   ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ກ່າວປາໄສກ່ຽວກັບນະໂຍບາຍ ຢູ່ສະພາ ອິນເດຍ ກ່ຽວກັບບັນຫາທົ່ວໂລກ. ພາບ: ທົງຍຶດ/TTXVN

ກ່າວປາໄສກ່ຽວກັບນະໂຍບາຍຢູ່ສະພາ ອິນເດຍ ກ່ຽວກັບບັນຫາທົ່ວໂລກ ພາຍໃຕ້ຫົວຂໍ້ “ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີ ຫວຽດນາມ - ອິນເດຍ ໃນຍຸກສະໄໝໃໝ່: ແບ່ງປັນວິໄສທັດ, ເຊື່ອມໂຍງຍຸດທະສາດ, ຮ່ວມມືຕົວຈິງ”, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ສະແດງຄວາມເຊື່ອໝັ້ນວ່າ, ເມື່ອກ້າວເຂົ້າສູ່ຍຸກສະໄໝໃໝ່ ດ້ວຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການຍົກລະດັບຂຶ້ນສູ່ລະດັບສູງໃໝ່, ດ້ວຍບັນດາທາງອອກອັນເດັດຂາດຂອງລັດຖະບານ, ຄວາມມຸ່ງໝັ້ນ, ຄວາມເປັນເອກະພາບ, ຈິດໃຈປະດິດສ້າງ ແລະ ການປ່ຽນແປງໃໝ່ຂອງວິສາຫະກິດສອງປະເທດ, ສາຍພົວພັນ ຫວຽດນາມ - ອິນເດຍ ຈະຂະຫຍາຍຕົວຢ່າງແຂງແຮງ ແລະ ເຂົ້າສູ່ຕົວຈິງກວ່າເກົ່າ, ການເຊື່ອມຕໍ່ລະຫວ່າງສອງປະເທດຈະແໜ້ນແຟ້ນຍິ່ງຂຶ້ນ, ນຳມາຊຶ່ງຜົນປະໂຫຍດຕົວຈິງ ແລະ ຄວາມສຳເລັດໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນ ແລະ ໃນໂລກ.

ຕາມທ່ານນາງ Preeti Saran, ອະດີດເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ແລ້ວ, ປັດໄຈສຳຄັນທີ່ຊ່ວຍຮັກສາກຳລັງການພັດທະນາທີ່ສະຖຽນລະພາບ ແລະ ຕັ້ງໜ້າຂອງສາຍພົວພັນສອງຝ່າຍຕະຫຼອດທົດສະວັດທີ່ຜ່ານມາ ແມ່ນເຈດຈຳນົງທາງດ້ານການເມືອງຂອງຜູ້ນຳສອງປະເທດ, ພ້ອມກັບໄມຕີຈິດອັນດີ ແລະ ຜົນປະໂຫຍດລວມທີ່ຊັດເຈນ. ທັງ ຫວຽດນາມ ແລະ ອິນເດຍ ຕ່າງກໍແມ່ນບັນດາປະເທດໜຸ່ມແໜ້ນ, ຂະຫຍາຍຕົວຢ່າງຕັ້ງໜ້າ, ມຸ່ງໄປສູ່ເປົ້າໝາຍກາຍເປັນປະເທດທີ່ມີລາຍຮັບສູງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງປະເທດຄົບຮອບ 100 ປີ ໃນປີ 2045 ແລະ 2047 ຕາມລຳດັບ, ເຊິ່ງຜ່ານນັ້ນໄດ້ເປີດກວ້າງທ່າແຮງການຮ່ວມມືຫຼາຍຢ່າງໃນອະນາຄົດ.

ຫວຽດນາມ - ອິນເດຍ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່

ສາຍພົວພັນເສດຖະກິດ ຫວຽດນາມ - ອິນເດຍ ໃນຊຸມປີຜ່ານມາບັນລຸໄດ້ຫຼາຍໝາກຜົນອັນໜ້າເພິ່ງພໍໃຈ. ພຶດຕິກຳຕົວຈິງຂອງການຮ່ວມມືໃນໄລຍະມໍ່ໆມານີ້ໄດ້ສະແດງໃຫ້ເຫັນບັນດາສັນຍານທີ່ຕັ້ງໜ້າ. ບົນພື້ນຖານການເພີ່ມຂຶ້ນຂອງການຄ້າສອງຝ່າຍໃນ 10 ປີຜ່ານມາ, ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການສືບຕໍ່ຍົກສູງການຄ້າສອງທາງໃຫ້ສູງຂຶ້ນກວ່າເກົ່າ ຕາມທິດທາງທີ່ສົມດຸນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ໂດຍເຫັນດີວາງເປົ້າໝາຍໃຫ້ບັນລຸ 25 ຕື້ USD ໃນປີ 2030.

ໃນການພົບປະລະຫວ່າງບັນດາຜູ້ນຳ, ສອງຝ່າຍໄດ້ເຫັນດີຈະສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງປະເທດນີ້ເຂົ້າສູ່ຕະຫຼາດຂອງປະເທດນັ້ນ; ຊຸກຍູ້ຕ່ອງໂສ້ການສະໜອງໃນຂົງເຂດທີ່ມີຜົນປະໂຫຍດຮ່ວມກັນ; ຮີບຮ້ອນເຮັດການກວດກາຄືນສັນຍາການຄ້າສິນຄ້າ ອາຊຽນ (ASEAN) - ອິນເດຍ ໃຫ້ສຳເລັດ ບົນຈິດໃຈຮັບປະກັນຜົນປະໂຫຍດລວມ; ການລົງທຶນສອງທາງ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຊີສູງ, ຄົມມະນາຄົມ, ການຜະລິດ, ໂລຈິສຕິກ (logistics), ພະລັງງານທົດແທນ, ກະສິກຳອັດສະລິຍະ, ລົດໄຟຟ້າ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ, ສາທາລະນະສຸກ, ກະສິກຳ ແລະ ການປຸງແຕ່ງຜະລິດຕະພັນກະສິກຳ, ສັດນ້ຳ, ການທ່ອງທ່ຽວ ແລະ ການບໍລິການ; ເພີ່ມທະວີການເຊື່ອມຕໍ່ລະຫວ່າງລະບົບນິເວດການເລີ່ມຕົ້ນທຸລະກິດ (startup) ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາສູນປະດິດສ້າງໃໝ່; ເພີ່ມທະວີບັນດາການເຄື່ອນໄຫວສຳຫຼວດ ແລະ ຂຸດຄົ້ນ; ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດການຄ້າເອເລັກໂຕຣນິກ ແລະ ເສດຖະກິດດິຈິຕອນ.

ກ່າວຄຳເຫັນຢູ່ເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຢືນຢັນວ່າ ຫວຽດນາມ ຄຳໝັ້ນສັນຍາຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງນັກລົງທຶນ, ເພີ່ມທະວີການສົນທະນາ ແລະ ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ໂປ່ງໃສ, ແຂ່ງຂັນຢ່າງຍຸດຕິທຳ. ຫວຽດນາມ ປາດຖະໜາວ່າ ບໍ່ພຽງແຕ່ເປັນບ່ອນທີ່ບັນດາວິສາຫະກິດມາລົງທຶນເທົ່ານັ້ນ, ແຕ່ຍັງເປັນບ່ອນທີ່ບັນດາວິສາຫະກິດສາມາດຂະຫຍາຍຕົວໄດ້ໃນໄລຍະຍາວ ແລະ ຜູກພັນກັນຢ່າງຍືນຍົງ.

ສາມາດເຫັນໄດ້ວ່າ, ວິທະຍາສາດເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນ ແມ່ນຈຸດເດັ່ນໃໝ່ ແລະ ເຕັມໄປດ້ວຍຄວາມຫວັງ. ໃນການຢ້ຽມຢາມຄັ້ງນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ Narendra Modi ໄດ້ເຫັນດີຖືເອົາວິທະຍາສາດ - ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນ ເປັນກຳລັງຊຸກດັນໃຫ້ແກ່ໄລຍະການພັດທະນາໃໝ່ຂອງສາຍພົວພັນ. ສອງຝ່າຍເຫັນດີຂະຫຍາຍ ແລະ ຊຸກຍູ້ການຮ່ວມມືໃນຂົງເຂດເຕັກໂນໂລຊີຫຼັກ ເຊັ່ນ: ເຊມິຄອນດັກເຕີ (semiconductor), ປັນຍາປະດິດ (AI), ເຕັກໂນໂລຊີຂໍ້ມູນຂ່າວສານ, 6G, ສາທາລະນະສຸກ, ການຮ່ວມມືຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ຈຳເປັນ, ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ; ຊຸກຍູ້ການສ້າງລະບົບນິເວດການຮ່ວມມືລະຫວ່າງບັນດາວິສາຫະກິດເຕັກໂນໂລຊີສອງປະເທດ, ມຸ່ງໄປສູ່ການສ້າງຕັ້ງບັນດາວິສາຫະກິດຮ່ວມທຶນ, ສູນຄົ້ນຄວ້າ ແລະ ພັດທະນາ, ສູນປະດິດສ້າງໃໝ່ຮ່ວມກັນ.

ເວທີປາໄສການປະດິດສ້າງໃໝ່ ຫວຽດນາມ - ອິນເດຍ ທີ່ໄດ້ຈັດຂຶ້ນໃນຂອບການຢ້ຽມຢາມ ແມ່ນເຫດການທາງດ້ານຍຸດທະສາດເພື່ອຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ການຫັນເປັນດິຈິຕອນ ແລະ ການພັດທະນາຊັບພະຍາກອນມະນຸດຂັ້ນສູງລະຫວ່າງສອງປະເທດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຊີ້ແຈ້ງວ່າ, ສາຍພົວພັນສອງປະເທດພວມກ້າວເຂົ້າສູ່ໄລຍະການພັດທະນາໃໝ່, ໃນນັ້ນ ຄວາມຮູ້, ຂໍ້ມູນ, ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຕ້ອງກາຍເປັນບັນດາເນື້ອໃນໃໝ່ຂອງການຮ່ວມມືຍຸດທະສາດ; ສະເໜີໃຫ້ສອງຝ່າຍສ້າງບັນດາຊ່ອງວ່າງການຮ່ວມມືໃໝ່ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ຜ່ານບັນດາໂຄງການຂະໜາດໃຫຍ່ ແລະ ກົນໄກການຮ່ວມມືໄລຍະຍາວ, ໃນນັ້ນຊຸກຍູ້ການສ້າງຕັ້ງ ຄູ່ຮ່ວມມືດິຈິຕອນ ຫວຽດນາມ - ອິນເດຍ; ຊຸກຍູ້ຮູບແບບ “ຮ່ວມຄົ້ນຄວ້າ, ຮ່ວມພັດທະນາ, ຮ່ວມຜະລິດ”, ມຸ່ງໄປສູ່ການສ້າງຜະລິດຕະພັນເຕັກໂນໂລຊີທີ່ມີຍີ່ຫໍ້ຮ່ວມກັນ, ມີຄວາມສາມາດເຂົ້າຮ່ວມຢ່າງເລິກເຊິ່ງໃນຕ່ອງໂສ້ມູນຄ່າທົ່ວໂລກ.

ຫວຽດນາມ   ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ເປັນສັກຂີພິຍານໃນພິທີມອບ-ຮັບ ບັນດາເອກະສານ ແລະ ຂໍ້ຕົກລົງການຮ່ວມມື ລະຫວ່າງສອງປະເທດ. ພາບ: ທົງຍຶດ/TTXVN

ຕີລາຄາການຮ່ວມມືດ້ານເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນເປັນດິຈິຕອນ ໃນການຢ້ຽມຢາມຄັ້ງນີ້, ທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວູຫ່າຍກວັນ (Vũ Hải Quân) ໃຫ້ຮູ້ວ່າ, ບັນດາເຫດການກ່ຽວກັບວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ ໄດ້ດຳເນີນໄປຢ່າງຟົດຟື້ນ, ດຶງດູດບັນດາຄູ່ຮ່ວມມືຂອງ ອິນເດຍ ທີ່ເຮັດວຽກໃນຂົງເຂດການປະດິດສ້າງໃໝ່ເປັນຈຳນວນຫຼາຍ, ລວມມີ ບັນດາສະຖາບັນການສຶກສາ, ຮາກຖານການຄົ້ນຄວ້າ, ກໍຄືບັນດາຄູ່ຮ່ວມມືຂອງ ຫວຽດນາມ ທີ່ໄດ້ແລກປ່ຽນ ແລະ ເຊັນສັນຍາຮ່ວມມືຫຼາຍສະບັບ.

ຕາມທ່ານລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລ້ວ, ເສົາຄ້ຳການຮ່ວມມືໃໝ່ກ່ຽວກັບວິທະຍາສາດເຕັກໂນໂລຊີ ແລະ ການປະດິດສ້າງໃໝ່ ລະຫວ່າງ ຫວຽດນາມ - ອິນເດຍ ແມ່ນບາດກ້າວອັນສຳຄັນ, ສະແດງໃຫ້ເຫັນວິໄສທັດທາງດ້ານຍຸດທະສາດຂອງພັກ, ລັດ ກໍຄືຂອງລັດຖະບານ ອິນເດຍ ໃນການຍົກລະດັບສາຍພົວພັນຂອງສອງປະເທດ. ໃນຕໍ່ໜ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ຫວຽດນາມ ຈະຜັນຂະຫຍາຍໃຫ້ເປັນຮູບປະທຳດ້ວຍແຜນການທີ່ລະອຽດ; ສົນທະນາແລກປ່ຽນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂອງ ອິນເດຍ ເພື່ອສ້າງແຜນງານການເຄື່ອນໄຫວ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມການຊີ້ນຳຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm).

ຄຽງຂ້າງນັ້ນ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສືບຕໍ່ແມ່ນເສົາຄ້ຳທາງດ້ານຍຸດທະສາດ; ບັນດາຂົງເຂດການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ ກໍໄດ້ຮັບການຂະຫຍາຍຕົວ. ອີກຈຸດເດັ່ນທີ່ສຳຄັນໜຶ່ງແມ່ນການເຊື່ອມຕໍ່ທາງອາກາດ. ຈາກບ່ອນທີ່ບໍ່ທັນມີຖ້ຽວບິນຊື່ໃນປີ 2016, ປັດຈຸບັນສອງປະເທດໄດ້ມີຖ້ຽວບິນເກືອບ 100 ຖ້ຽວຕໍ່ອາທິດ, ສ້າງກຳລັງຊຸກດັນອັນແຂງແຮງໃຫ້ແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ. ບັນດາການເຄື່ອນໄຫວແລກປ່ຽນນັກວິຊາການ, ນັກສຶກສາ ແລະ ເຍົາວະຊົນ ລະຫວ່າງສອງປະເທດກໍນັບມື້ນັບມີບັນຍາກາດຟົດຟື້ນ.

ໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ຍັງໄດ້ເປັນສັກຂີພິຍານໃນພິທີເຊັນສັນຍາ ແລະ ມອບ-ຮັບ ເອກະສານການຮ່ວມມືຫຼາຍສະບັບໃນຂົງເຂດວິທະຍາສາດເຕັກໂນໂລຊີ, ແຮ່ທາດທີ່ຈຳເປັນ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ວັດທະນະທຳ, ການເງິນ, ຄວາມປອດໄພທາງໄຊເບີ, ການຮ່ວມມືທ້ອງຖິ່ນ, ການກວດສອບ; ພ້ອມທັງຊີ້ນຳໃຫ້ບັນດາກະຊວງ, ຂະແໜງການຮີບຮ້ອນຜັນຂະຫຍາຍບັນດາຂໍ້ຕົກລົງຢ່າງມີປະສິດທິຜົນ, ເພື່ອເຮັດໃຫ້ສາຍພົວພັນ ຫວຽດນາມ - ອິນເດຍ ກ້າວເຂົ້າສູ່ໄລຍະການພັດທະນາໃໝ່.

ຫວຽດນາມ   ອິນເດຍ: ບັນດາບາດກ້າວບຸກທະລຸໃນບັນດາເສົາຄ້ຳແຫ່ງການຮ່ວມມື
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ວາງພວງມາລາ ຢູ່ເຂດອະນຸສອນສະຖານ Mahatma Gandhi. ພາບ: ງອກທຸຍ/ນັກຂ່າວ TTXVN ປະຈຳ ອິນເດຍ

ໃນລະຫວ່າງການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາຢູ່ເຂດອະນຸສອນສະຖານ Mahatma Gandhi ແລະ ຮູບປັ້ນປະທານ ໂຮ່ຈີມິນ ຢູ່ທີ່ນະຄອນຫຼວງ New Delhi, ເພື່ອສະແດງໃຫ້ເຫັນເຖິງຄວາມເຄົາລົບຕໍ່ບັນດາຄຸນຄ່າທາງປະຫວັດສາດ ແລະ ພື້ນຖານມິດຕະພາບອັນເປັນມູນເຊື້ອລະຫວ່າງສອງຊາດ. ພາຍຫຼັງການວາງພວງມາລາສະດຸດີອາໄລຫາ Mahatma Gandhi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຂຽນລົງໃນປຶ້ມບັນທຶກເຫດການດ້ວຍຄວາມຕື້ນຕັນໃຈ ໂດຍສະແດງຄວາມລະນຶກເຖິງ Mahatma Gandhi - ຜູ້ນຳທີ່ຍິ່ງໃຫຍ່, ສັນຍະລັກແຫ່ງສັນຕິພາບ, ເອກະລາດຂອງຊາດ ແລະ ນ້ຳໃຈອະຫິງສາ. ແນວຄິດ ແລະ ເຈດຈຳນົງຂອງ Mahatma Gandhi ຈະເປັນແຫຼ່ງບັນດານໃຈອັນບໍ່ມີວັນສິ້ນສຸດກ່ຽວກັບຈິດໃຈເພິ່ງຕົນເອງໃຫ້ແກ່ປະຊາຊົນ ອິນເດຍ, ປະຊາຊົນ ຫວຽດນາມ ພ້ອມດ້ວຍມວນມະນຸດທັງປວງ.

ຫວຽດນາມ ແລະ ອິນເດຍ ມີສາຍພົວພັນທາງດ້ານວັດທະນະທຳ ແລະ ຈິດວິນຍານມາຢ່າງຍາວນານ. ຄວາມເຂົ້າອົກເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງປະຊາຊົນສອງປະເທດ ແມ່ນປັດໄຈຮັບປະກັນໃຫ້ແກ່ການພັດທະນາທີ່ຍືນຍົງຂອງສາຍພົວພັນສອງຝ່າຍໃນອະນາຄົດ. ໃນການພົບປະກັບຄຸ້ມຄອງຊາວຫວຽດນາມ ຢູ່ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ປາດຖະໜາວ່າ ຊາວຫວຽດນາມແຕ່ລະຄົນຢູ່ ອິນເດຍ ຈະເປັນ "ທູດປະຊາຊົນ", ປະກອບສ່ວນເຜີຍແຜ່ພາບພົດປະເທດຊາດ ແລະ ຄົນຫວຽດນາມ, ສືບຕໍ່ຮັກສາເອກະລັກວັດທະນະທຳຂອງຊາດ, ຮັກສາພາສາຫວຽດ, ບຳລຸງສ້າງຄວາມຮັກບ້ານເກີດເມືອງນອນໃຫ້ແກ່ຄົນລຸ້ນໃໝ່; ພ້ອມທັງຕັ້ງໜ້າເຊື່ອມໂຍງ, ເຄົາລົບກົດໝາຍ ແລະ ວັດທະນະທຳຂອງປະເທດເຈົ້າພາບ. ບັນດາຄອບຄົວ ຫວຽດ-ອິນເດຍ ຈຳເປັນຕ້ອງສືບຕໍ່ເປັນ "ຂົວຕໍ່ທີ່ມີຊີວິດ", ເຊິ່ງເປັນບ່ອນທີ່ສອງວັດທະນະທຳໄດ້ປະສານສົມທົບ, ເຜີຍແຜ່ ແລະ ຄົງຕົວຢ່າງຍືນຍົງ. ບັນດາສະມາຄົມສືບຕໍ່ຮັດແໜ້ນການຈັດຕັ້ງ, ເສີມຂະຫຍາຍບົດບາດການເຊື່ອມຕໍ່, ສ້າງສາຄຸ້ມຄອງໃຫ້ນັບມື້ນັບເຂັ້ມແຂງ ແລະ ຫັນໜ້າສູ່ປະເທດຊາດ.

ດ້ວຍກຳນົດເວລາການເຄື່ອນໄຫວທີ່ໜາແໜ້ນຢູ່ທີ່ນະຄອນຫຼວງ New Delhi ແລະ ນະຄອນ Mumbai, ການຢ້ຽມຢາມລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຍັງ ອິນເດຍ ໄດ້ຢືນຢັນເຖິງຄວາມມຸ່ງໝັ້ນໃນການເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງກວ່າເກົ່າ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ ແລະ ການເຊື່ອມຕໍ່ທາງດ້ານວັດທະນະທຳ, ມຸ່ງໄປສູ່ອະນາຄົດທີ່ຍືນຍົງ; ພ້ອມກັນນັ້ນ ກໍແມ່ນຫຼັກຖານອັນຈະແຈ້ງໃຫ້ແກ່ແນວທາງການຕ່າງປະເທດຂອງພັກ ແລະ ລັດ ໃນຍຸກສະໄໝໃໝ່ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໄດ້ວາງອອກ, ນັ້ນຄື: ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ, ພຫຸພາຄີ ແລະ ຫັນເປັນຫຼາຍທິດໃນການພົວພັນຕ່າງປະເທດ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ກັບປະຊາຄົມສາກົນ.

ຫວຽດນາມ, ອິນເດຍ ແບ່ງປັນວິໄສທັດ, ສຸມໃສ່ຍຸດທະສາດ, ການຮ່ວມມືຢ່າງແທດຕົວຈິງ ຫວຽດນາມ, ອິນເດຍ ແບ່ງປັນວິໄສທັດ, ສຸມໃສ່ຍຸດທະສາດ, ການຮ່ວມມືຢ່າງແທດຕົວຈິງ

ຍສໝ - ໃນຂອບເຂດການຢ້ຽມຢາມລັດຖະກິດ ຢູ່ ອິນເດຍ, ໃນຕອນບ່າຍວັນທີ 6/5 (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm) ໄດ້ກ່າວປາໄສນະໂຍບາຍ ຢູ່ທີ່ສະພາບັນດາບັນຫາທົ່ວໂລກຂອງອິນເດຍ ພາຍໃຕ້ຫົວຂໍ້ "ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ຮັບການເພີ່ມທະວີ ຫວຽດນາມ-ອິນເດຍ ໃນຍຸກສະໄໝໃໝ່: ແບ່ງປັນວິໄສທັດ, ສຸມໃສ່ຍຸດທະສາດ, ການຮ່ວມມືຢ່າງແທດຕົວຈິງ."

ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ ຫວຽດນາມ, ອິນເດຍ ຊຸກຍູ້ການຮ່ວມມືພັດທະນາຊັບພະຍາກອນມະນຸດ, ວິທະຍາສາດເຕັກໂນໂລຊີ, ການປ່ຽນແປງໃໝ່ປະດິດສ້າງ ແລະ ການຫັນເປັນດີຈີຕອນ

ຍສໝ - ນຂອບເຂດການຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ, ໃນຕອນແລງວັນທີ 6/5 (ຕາມເວລາທ້ອງຖິ່ນ), ຢູ່ທີ່ນະຄອນຫຼວງ ນິວເດລີ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ປະສານສົມທົບກັບ ກະຊວງເອເລັກໂຕຣນິກ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ອິນເດຍ ຈັດເວທີປຶກສາຫາລືການປ່ຽນແປງໃໝ່ປະດິດສ້າງ ຫວຽດນາມ - ອິນເດຍ ພາຍໃຕ້ຫົວຂໍ້: ...

Link: https://huunghivietlao.thoidai.com.vn/detail-article-21978.html

In bài biết