ຮັດແໜ້ນການຄຸ້ມຄອງເຮືອຫາປາ, ແຂວງດົ່ງທັບ ສະກັດກັ້ນການລະເມີດ IUU ຈາກຕົ້ນເຫດ
| ເລັ່ງລັດການແກ້ໄຂ "ບັດເຫຼືອງ" IUU ໃຫ້ໄດ້ໂດຍໄວພາຍໃນປີ 2026 | |
| ແຂວງກວາງຈິ້ ຮັດແໜ້ນການຄຸ້ມຄອງເຮືອຫາປາ, ເດັດດ່ຽວຕ້ານການຫາປາ IUU |
ຍົກສູງປະສິດທິຜົນການຄຸ້ມຄອງເຮືອຫາປາ
![]() |
| ເຮືອຫາປາ 100% ຂອງແຂວງດົ່ງທັບ ໄດ້ຕິດຕັ້ງອຸປະກອນຕິດຕາມການເດີນເຮືອ (VMS) ແລະ ເປີດນຳໃຊ້ແລ້ວ. (ຮູບພາບ: VNA) |
ປະຈຸບັນ, ແຂວງດົ່ງທັບ ມີເຮືອຫາປາ 100% ທີ່ໄດ້ຈົດທະບຽນ, ກວດກາເຕັກນິກ ແລະ ໄດ້ຮັບອະນຸຍາດ, ລວມທັງອັດຕາການຕິດຕັ້ງລະບົບ VMS. ຝູງເຮືອເຫຼົ່ານີ້ປະກອບມີອາຊີບ ອວນລາກ, ໂພງພາງ, ເບັດມື... ພະແນກກະສິກຳ ແລະ ຊັບພະຍາກອນທຳມະຊາດ ແຂວງດົ່ງທັບ ໄດ້ຜັນຂະຫຍາຍກິດຈະກຳປະສານງານ ເພື່ອກວດກາ ແລະ ແກ້ໄຂກໍລະນີເຮືອຫາປາທີ່ເສຍສັນຍານຕິດຕາມການເດີນເຮືອຢູ່ທະເລ. ໜ່ວຍງານໄດ້ສ້າງຕັ້ງ "ໜ່ວຍງານຕິດຕາມກວດກາເຮືອຫາປາ" ແລະ "ໜ່ວຍງານກວດກາໜ້າທີ່ຕ້ານການປະມົງ IUU" ທີ່ຂຶ້ນກັບຂະແໜງລ້ຽງສັດ, ສັດຕະວະແພດ ແລະ ການປະມົງ; ພ້ອມທັງສ້າງຕັ້ງຄະນະກວດກາການຕິດຕັ້ງ, ການຕີຕາປະທັບອຸປະກອນຕິດຕາມການເດີນເຮືອ, ຈັກ VX 1700 ແລະ ເຮືອຫາປາຂອງແຂວງທີ່ຈອດຢູ່ຝັ່ງ ເພື່ອຮັບໃຊ້ວຽກງານຕ້ານ IUU. ໜ່ວຍງານຍັງສືບຕໍ່ປະຕິບັດບັນດາລະບຽບການກ່ຽວກັບການຕ້ານ IUU ແລະ ເພີ່ມທະວີການປະສານງານກັບບັນດາແຂວງອື່ນໆ ໃນການຜັນຂະຫຍາຍວຽກງານນີ້.
ຢູ່ ຕາແສງ ມີທໍ, ເພື່ອຍົກສູງປະສິດທິຜົນການຄຸ້ມຄອງເຮືອຫາປາ ແລະ ປ້ອງກັນຕ້ານ IUU ຢ່າງມີໝາກຜົນ, ຄະນະກຳມະການປະຊາຊົນຕາແສງ ໄດ້ເອົາໃຈໃສ່ຄຸ້ມຄອງເຮືອຫາປາທີ່ບໍ່ມີເງື່ອນໄຂເຄື່ອນໄຫວ ກໍ່ຄືກວດກາລາຍຊື່ເຮືອຫາປາທີ່ມີຄວາມສ່ຽງສູງໃນການລະເມີດ IUU.
ທ່ານ ດິງ ຕູ໋ ຄວາ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ມີທໍ ໃຫ້ຮູ້ວ່າ: ລາຍຊື່ເຮືອຫາປາທີ່ບໍ່ມີເງື່ອນໄຂເຄື່ອນໄຫວ ແມ່ນໄດ້ຖືກປະກາດຢ່າງເປີດເຜີຍຢູ່ສຳນັກງານຕາແສງ, ເຂດຊຸມຊົນ ແລະ ຈຸດຕັ້ງຖິ່ນຖານຂອງປະຊາຊົນ. ຫົວໜ້າເຂດຊຸມຊົນທີ່ມີເຮືອຫາປາບໍ່ມີເງື່ອນໄຂ ແມ່ນໄດ້ຮັບມອບໝາຍໃຫ້ຕິດຕາມກວດກາເຈົ້າຂອງເຮືອ ແລະ ເຮືອຫາປາຢ່າງໃກ້ຊິດ; ບໍ່ໃຫ້ມີອຸປະກອນການປະມົງ ຫຼື ເຄື່ອງມືຕ່າງໆຢູ່ເທິງເຮືອ; ໂດຍເຮືອຫາປາຈະຖືກກວດກາ 1 ຄັ້ງຕໍ່ເດືອນ.
ນອກຈາກນັ້ນ, ຄະນະກຳມະການປະຊາຊົນຕາແສງ ມີທໍ ຍັງໄດ້ປະສານງານກັບຂະແໜງການປະມົງ ເພື່ອປັບປຸງຂໍ້ມູນ, ລາຍຊື່ເຮືອຫາປາທີ່ຄົບເງື່ອນໄຂ ແລະ ບໍ່ຄົບເງື່ອນໄຂ; ຜັນຂະຫຍາຍໃຫ້ເຈົ້າຂອງເຮືອທັງໝົດຮັບຮາບລະບຽບການກ່ຽວກັບການຫ້າມເຮັດການປະມົງແບບຜິດກົດໝາຍຢູ່ເຂດທະເລຕ່າງປະເທດ; ເຕືອນສະຕິເຮືອຫາປາທີ່ເຄື່ອນໄຫວໃກ້ເຂດແດນທະເລ ບໍ່ໃຫ້ລ່ວງລ້ຳເຂດແດນ; ກວດກາການເຊື່ອມຕໍ່ VMS ເປັນປະຈຳ (ທຸກໆ 6 ຊົ່ວໂມງ ແລະ 10 ວັນ); ເຮັດວຽກກັບເຈົ້າຂອງເຮືອທີ່ເສຍສັນຍານຕິດຕາມເພື່ອອະທິບາຍສາເຫດ ແລະ ເຮັດບົດບັນທຶກສັນຍາວ່າຈະບໍ່ໃຫ້ເກີດຂຶ້ນອີກ. ໃນກໍລະນີເຮືອຫາປາເສຍສັນຍານ ແລະ ບໍ່ລາຍງານຕຳແໜ່ງເກີນ 1 ວັນ, ຕຳຫຼວດຕາແສງຈະລົງໄປຮອດບ່ອນພັກເຊົາເພື່ອເຮັດບົດບັນທຶກ ແລະ ຮຽກຮ້ອງໃຫ້ເຈົ້າຂອງເຮືອແກ້ໄຂສັນຍານຄືນໃໝ່.
ຍ້ອນແນວນັ້ນ, ຈົນເຖິງປະຈຸບັນ, ໃນເຂດຕາແສງ ມີທໍ ແມ່ນບໍ່ມີເຮືອຫາປາລຳໃດທີ່ຂາດການເຊື່ອມຕໍ່ເກີນ 6 ຊົ່ວໂມງໂດຍບໍ່ລາຍງານຕຳແໜ່ງ ແລະ ບໍ່ມີເຮືອລຳໃດຂາດການເຊື່ອມຕໍ່ເກີນ 10 ວັນ.
![]() |
| ທະຫານຊາຍແດນແຂວງດົ່ງທັບ ມອບຂອງຂວັນ ແລະ ໂຄສະນາເຜີຍແຜ່ກ່ຽວກັບການປ້ອງກັນ ແລະ ຕ້ານການປະມົງ IUU ໃຫ້ແກ່ຊາວປະມົງຢູ່ທ່າເຮືອ ວາມລາງ, ຕາແສງ ຢາທ້ວນ, ແຂວງດົ່ງທັບ. (ຮູບພາບ: VNA) |
ຢູ່ຕາແສງ ຢາທ້ວນ, ເຊິ່ງເປັນທ້ອງຖິ່ນທີ່ມີທ່າແຮງດ້ານການປະມົງ ແລະ ມີຝູງເຮືອຫຼາຍທີ່ສຸດໃນແຂວງດົ່ງທັບ, ການຄຸ້ມຄອງເຮືອຫາປາ, ການລຶບຊື່ຈົດທະບຽນ ແລະ ການກວດກາລາຍຊື່ເຮືອຫາປາທີ່ມີຄວາມສ່ຽງສູງໃນການລະເມີດ IUU ແມ່ນໄດ້ຮັບການປະສານງານຢ່າງແໜ້ນແຟ້ນ ແລະ ກວດກາເປັນປະຈຳ ລະຫວ່າງ ຄະນະກຳມະການປະຊາຊົນຕາແສງ, ທະຫານຊາຍແດນ, ທ່າເຮືອ ແລະ ຕຳຫຼວດ ເຊິ່ງບັນລຸໄດ້ປະສິດທິຜົນສູງ.
ປະຈຸບັນ, ຕາແສງ ຢາທ້ວນ ມີເຮືອຫາປາ 422 ລຳ ທີ່ມີຄວາມຍາວແຕ່ 15 ແມັດຂຶ້ນໄປ ເພື່ອຫາປາທາງໄກ ແລະ 141 ລຳ ທີ່ມີຄວາມຍາວຕ່ຳກວ່າ 15 ແມັດ ເພື່ອຫາປາໃກ້ຝັ່ງ. ອາຊີບການປະມົງຕົ້ນຕໍແມ່ນ ອວນລາກ, ອວນລອຍ, ອວນລ້ອມ, ການໃສ່ເບັດ ແລະ ເຮືອຂົນສົ່ງຮັບໃຊ້ການປະມົງ.
ສຳລັບເຮືອຫາປາ 90 ລຳ ທີ່ບໍ່ມີເງື່ອນໄຂເຄື່ອນໄຫວ, ຄະນະກຳມະການປະຊາຊົນຕາແສງ ຢາທ້ວນ ໄດ້ຈັດຕັ້ງການປະກາດລາຍຊື່ຢ່າງເປີດເຜີຍຢູ່ສຳນັກງານຕາແສງ ແລະ ຫ້ອງການບ້ານ ເພື່ອໃຫ້ຊາວປະມົງ ແລະ ເຈົ້າຂອງພາຫະນະໄດ້ຮັບຊາບຢ່າງກວ້າງຂວາງ, ເພື່ອຕິດຕາມ ແລະ ປະຕິບັດຕາມລະບຽບກົດໝາຍ.
ນາຍບ້ານໃນທົ່ວຕາແສງມີໜ້າທີ່ຕິດຕາມ, ຄວບຄຸມ ແລະ ກວດກາຈຸດຈອດເຮືອທີ່ບໍ່ມີເງື່ອນໄຂເຄື່ອນໄຫວໃນແຕ່ລະບ້ານ ເພື່ອລາຍງານ ແລະ ປັບປຸງຂໍ້ມູນໃຫ້ແກ່ຕາແສງທຸກໆອາທິດ; ພ້ອມທັງຈັດຕັ້ງການເຊັນບົດບັນທຶກສັນຍາໃຫ້ເຈົ້າຂອງເຮືອທີ່ບໍ່ມີເງື່ອນໄຂເຄື່ອນໄຫວ ໃຫ້ປະຕິບັດຕາມລະບຽບການຕ້ານ IUU ໃນຂອບເຂດແຕ່ລະບ້ານ.
ທ່ານນາງ ຮ່າ ເຈິ່ນ ເຟືອງ ທຸຍ, ຮອງປະທານຄະນະກຳມະການປະຊາຊົນຕາແສງ ຢາທ້ວນ ໃຫ້ຮູ້ວ່າ: ປະຈຸບັນ, ທາງຕາແສງບໍ່ມີເຮືອຫາປາທີ່ນອນໃນລາຍຊື່ມີຄວາມສ່ຽງລະເມີດ IUU, ບໍ່ມີເຮືອທີ່ເສຍສັນຍານ VMS ດົນກວ່າ 6 ເດືອນ, ບໍ່ມີເຮືອທີ່ເຄື່ອນໄຫວລະເມີດເຂດແດນທະເລ ແລະ ບໍ່ມີເຮືອຫາປາທີ່ລະເມີດເຂດທະເລຕ່າງປະເທດ. ຄະນະກຳມະການປະຊາຊົນຕາແສງ ໄດ້ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງເປັນປະຈຳ ເພື່ອຕິດຕາມ, ກວດກາ ແລະ ປັບປຸງສະພາບການຂອງເຮືອຫາປາໃນທ້ອງຖິ່ນ ເພື່ອແນໃສ່ກວດພົບ, ສະກັດກັ້ນ ແລະ ແກ້ໄຂກໍລະນີທີ່ມີສັນຍານລະເມີດຢ່າງທັນການ, ປະກອບສ່ວນເຂົ້າໃນການປະຕິບັດລະບຽບການຕ້ານ IUU ຢ່າງເຂັ້ມງວດ.
ການປະສານງານກວດກາ ແລະ ຄວບຄຸມເຮືອຫາປາເຂົ້າ-ອອກທ່າ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນປົກກະຕິ, ຕໍ່ເນື່ອງ ແລະ ແໜ້ນແຟ້ນ ລະຫວ່າງ ປ້ອມທະຫານຊາຍແດນ, ຄະນະຄຸ້ມຄອງທ່າເຮືອ, ຕຳຫຼວດ ແລະ ຄະນະກຳມະການປະຊາຊົນບັນດາຕາແສງທີ່ມີເຮືອຫາປາ. ການປະສານງານດັ່ງກ່າວໄດ້ຜັນຂະຫຍາຍຢ່າງພ້ອມພຽງກັນ ນັບແຕ່ຂັ້ນຕອນການຕິດຕາມ, ກວດກາເຮືອຫາປາອອກທ່າ ແລະ ເຂົ້າທ່າ ຈົນເຖິງການກວດກາເອກະສານ ແລະ ເງື່ອນໄຂການເຄື່ອນໄຫວຂອງເຮືອຕາມລະບຽບການ.
ບັນດາໜ່ວຍງານທີ່ກ່ຽວຂ້ອງໄດ້ຮັກສາລະບອບການແລກປ່ຽນ ແລະ ປັບປຸງຂໍ້ມູນປະຈຳວັນຜ່ານກຸ່ມ Zalo ລວມ ເພື່ອແຈ້ງສະພາບເຮືອເຂົ້າ-ອອກທ່າຢ່າງທັນການ; ປະສານງານແກ້ໄຂ ແລະ ສະກັດກັ້ນກໍລະນີເຮືອຫາປາທີ່ບໍ່ມີເງື່ອນໄຂເຄື່ອນໄຫວ ຫຼື ມີສັນຍານລະເມີດລະບຽບການປະມົງ. ຜ່ານນັ້ນ, ໄດ້ປະກອບສ່ວນຍົກສູງປະສິດທິຜົນວຽກງານຄຸ້ມຄອງເຮືອຫາປາ, ເພີ່ມທະວີການຄວບຄຸມກິດຈະກຳການປະມົງໃນທ້ອງຖິ່ນ ແລະ ປະຕິບັດຕາມລະບຽບການປ້ອງກັນ ແລະ ຕ້ານ IUU ຢ່າງເຂັ້ມງວດ.
ຊຸກຍູ້ການຫັນເປັນດີຈີຕອນເຂົ້າໃນການຄຸ້ມຄອງເຮືອຫາປາ
![]() |
| ພະນັກງານດ່ານກວດກາທະຫານຊາຍແດນ ວາມລາງ, ປ້ອມທະຫານຊາຍແດນ ກ່ຽງເຟືອກ (Kieng Phuoc), ແນະນຳເຈົ້າຂອງເຮືອເຮັດລະບຽບການກ່ອນອອກທະເລ. (ຮູບພາບ: VNA) |
ຕາມການຕີລາຄາຂອງຄະນະຊີ້ນຳຕ້ານການປະມົງແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ມີການຄວບຄຸມ (IUU) ແຂວງດົ່ງທັບ, ບັນດາທ້ອງຖິ່ນໃນທົ່ວແຂວງໄດ້ຜັນຂະຫຍາຍຫຼາຍມາດຕະການຢ່າງພ້ອມພຽງກັນ ເຊັ່ນ: ເພີ່ມທະວີການໂຄສະນາເຜີຍແຜ່ລະບຽບກົດໝາຍ; ຄຸ້ມຄອງເຮືອຫາປາຢ່າງເຂັ້ມງວດ; ຄວບຄຸມການເຄື່ອນໄຫວເຂົ້າ-ອອກທ່າເຮືອ; ປະຕິບັດການຈົດທະບຽນ, ກວດກາເຕັກນິກ, ອອກໃບອະນຸຍາດທຳການປະມົງ; ຕິດຕັ້ງ ແລະ ຮັກສາລະບົບອຸປະກອນ VMS... ເຊິ່ງໄດ້ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງຊາວປະມົງ ແລະ ຈຳກັດການລະເມີດ IUU ທີ່ເກີດຂຶ້ນ.
ໜຶ່ງໃນບັນດາມາດຕະການຈຸດສຸມທີ່ແຂວງດົ່ງທັບໄດ້ຜັນຂະຫຍາຍແມ່ນ ການສຸມໃສ່ຄຸ້ມຄອງຝູງເຮືອຫາປາຢ່າງເຂັ້ມງວດ ໂດຍຜ່ານການຂຶ້ນບັນຊີ ແລະ ແບ່ງປະເພດເຮືອຫາປາທັງໝົດ, ນັບແຕ່ເຮືອທີ່ຄົບເງື່ອນໄຂ ຈົນເຖິງເຮືອ "3 ບໍ່" (ບໍ່ຈົດທະບຽນ, ບໍ່ກວດກາເຕັກນິກ, ບໍ່ມີໃບອະນຸຍາດ), ເຮືອທີ່ເສຍສັນຍານເຊື່ອມຕໍ່ ຫຼື ເຮືອທີ່ເຄື່ອນໄຫວຢູ່ນອກແຂວງ ເພື່ອຮັບປະກັນບໍ່ໃຫ້ຕົກເຮ່ຍເປົ້າໝາຍໃນການຄຸ້ມຄອງ.
ຄຽງຄູ່ກັນນັ້ນ, ຂະແໜງການທີ່ກ່ຽວຂ້ອງໄດ້ຮີບຮ້ອນເຮັດສຳນວນເອກະສານທາງກົດໝາຍໃຫ້ສົມບູນ ເພື່ອຮັບປະກັນໃຫ້ເຮືອຫາປາ 100% ໄດ້ຮັບການຈົດທະບຽນ, ກວດກາເຕັກນິກ ແລະ ອອກໃບອະນຸຍາດຕາມລະບຽບການ, ພ້ອມທັງປັບປຸງຂໍ້ມູນເຂົ້າໃນລະບົບຄຸ້ມຄອງແຫ່ງຊາດຢ່າງຄົບຖ້ວນ.
ທ້ອງຖິ່ນສືບຕໍ່ສຸມຊັບພະຍາກອນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍຊ່ວຍເຫຼືອການຍົກລະດັບ ແລະ ປ່ຽນແທນອຸປະກອນຕິດຕາມການເດີນເຮືອ; ນະໂຍບາຍຊ່ວຍເຫຼືອການປ່ຽນອາຊີບ ແລະ ການຢຸດຕິການນຳໃຊ້ເຮືອ (ການຮື້ຖອນເຮືອ) ສຳລັບເຮືອຫາປາທີ່ບໍ່ມີຄວາມຕ້ອງການທຳການປະມົງອີກຕໍ່ໄປ.
ສະເພາະແມ່ນ ສະພາປະຊາຊົນແຂວງດົ່ງທັບ ໄດ້ອອກມະຕິເລກທີ 47/2025/NQ-HĐND ລົງວັນທີ 31 ທັນວາ 2025 ກຳນົດນະໂຍບາຍຊ່ວຍເຫຼືອການປ່ຽນອາຊີບ ແລະ ການຢຸດຕິການນຳໃຊ້ເຮືອຫາປາທີ່ບໍ່ມີຄວາມຕ້ອງການເຄື່ອນໄຫວໃນເຂດແຂວງດົ່ງທັບ. ງົບປະມານທັງໝົດທີ່ຄາດວ່າຈະນຳໃຊ້ແມ່ນຫຼາຍກວ່າ 30,3 ຕື້ດົ່ງ; ໃນນັ້ນ, ງົບປະມານຊ່ວຍເຫຼືອການຢຸດຕິການນຳໃຊ້ເຮືອແມ່ນ 27,9 ຕື້ດົ່ງ; ຊ່ວຍເຫຼືອເຈົ້າຂອງເຮືອ ແລະ ລູກເຮືອໃນການຮຽນວິຊາຊີບ ແລະ ຊອກວຽກເຮັດງານທຳໃໝ່ແມ່ນຫຼາຍກວ່າ 2,4 ຕື້ດົ່ງ. ການຈັດຕັ້ງປະຕິບັດຕ້ອງຮັບປະກັນການປະຕິບັດຕາມລະບຽບການຄຸ້ມຄອງການປະມົງ ແລະ ການຕ້ານ IUU.
ໃນຕໍ່ໜ້າ, ເພື່ອໃຫ້ວຽກງານປ້ອງກັນ ແລະ ຕ້ານການປະມົງ IUU ໃນທົ່ວແຂວງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັບປະກັນປະສິດທິຜົນຕົວຈິງ, ທ່ານ ຫງວຽນ ເຟືອກ ທ້ຽນ, ຮອງປະທານຄະນະກຳມະການປະຊາຊົນແຂວງ, ທັງເປັນຫົວໜ້າຄະນະຊີ້ນຳ IUU ແຂວງດົ່ງທັບ ໄດ້ຮຽກຮ້ອງໃຫ້ບັນດາຕາແສງ ແລະ ເທສະບານ ແບ່ງປະເພດ ແລະ ແກ້ໄຂເຮືອຫາປາທີ່ບໍ່ມີເງື່ອນໄຂເຄື່ອນໄຫວໃຫ້ຂາດຕົວ; ປະສານງານຢ່າງແໜ້ນແຟ້ນກັບສະຖາບັນການເງິນເພື່ອແກ້ໄຂຊັບສິນທີ່ຖືກຢຶດ, ປັບປຸງຂໍ້ມູນເຮືອໃຫ້ຈະແຈ້ງ ເພື່ອຮັບປະກັນຄວາມໂປ່ງໃສໃນການຄຸ້ມຄອງ; ກວດກາຄືນຝູງເຮືອທີ່ຕິດຕັ້ງອຸປະກອນ VMS ທັງໝົດ, ໂດຍສະເພາະແມ່ນກຸ່ມເຮືອທີ່ມີຄວາມຍາວແຕ່ 12 - 15 ແມັດ; ພ້ອມທັງຄົ້ນຄວ້າ ແລະ ສະເໜີນະໂຍບາຍຊ່ວຍເຫຼືອທີ່ເໝາະສົມ ເພື່ອຮັບປະກັນໃຫ້ເຮືອຫາປາທີ່ຄົບເງື່ອນໄຂ 100% ໄດ້ຕິດຕັ້ງ ແລະ ຮັກສາການເຊື່ອມຕໍ່ອຸປະກອນຕາມລະບຽບການ.
ທ່ານຮອງປະທານຄະນະກຳມະການປະຊາຊົນແຂວງ ຍັງໄດ້ຮຽກຮ້ອງໃຫ້ບັນດາພະແນກການທີ່ກ່ຽວຂ້ອງ ສຸມໃສ່ຜັນຂະຫຍາຍການນຳໃຊ້ເຕັກໂນໂລຊີເຂົ້າໃນການຄຸ້ມຄອງເຮືອຫາປາ; ໃນນັ້ນມີການສ້າງລະບົບຂໍ້ມູນເຊື່ອມໂຍງລະຫວ່າງທ່າເຮືອຫາປາ ແລະ ກຳລັງທະຫານຊາຍແດນ, ຕຳຫຼວດ ເພື່ອຄວບຄຸມເຮືອເຂົ້າ-ອອກຢ່າງເຂັ້ມງວດ. ນອກຈາກນັ້ນ, ຕ້ອງຊຸກຍູ້ການຫັນເປັນດີຈີຕອນໃນການຄຸ້ມຄອງການປະມົງ, ນຳໃຊ້ເຕັກໂນໂລຊີຕິດຕາມທາງໄກ, ຂໍ້ມູນດາວທຽມ ແລະ ລະບົບເຕືອນໄພ ເພື່ອປ່ຽນແທນຮູບແບບການຄຸ້ມຄອງແບບເດີມ.
ຄະນະກຳມະການປະຊາຊົນບັນດາຕາແສງ ແລະ ເທສະບານທີ່ມີເຮືອຫາປາ ໃຫ້ສືບຕໍ່ສຸມໃສ່ຄຸ້ມຄອງເຮືອ "3 ບໍ່", ເຮືອທີ່ລຶບຊື່ຈົດທະບຽນ ແລະ ເຮືອທີ່ບໍ່ມີເງື່ອນໄຂເຄື່ອນໄຫວອອກທະເລຢ່າງເຂັ້ມງວດ; ກຳແໜ້ນຂໍ້ມູນຂອງເຮືອແຕ່ລະລຳ, ເຈົ້າຂອງເຮືອ, ຮູບພາບ ແລະ ຈຸດຈອດເຮືອ; ຮີບຮ້ອນຜັນຂະຫຍາຍນະໂຍບາຍຊ່ວຍເຫຼືອການປ່ຽນອາຊີບ ແລະ ຢຸດຕິການນຳໃຊ້ເຮືອ ຕາມມະຕິເລກທີ 47/2025/NQ-HĐND ຂອງແຂວງ; ຊ່ວຍເຫຼືອຊາວປະມົງໃນການຍົກລະດັບ, ປ່ຽນແທນ ແລະ ຮັກສາການເຊື່ອມຕໍ່ລະບົບ VMS ຕາມມະຕິເລກທີ 48/2025/NQ-HĐND ຂອງແຂວງ.
| ຍົກສູງປະສິດທິຜົນການໂຄສະນາເຜີຍແຜ່, ກວດກາ, ຮັດແໜ້ນລະບຽບວິໄນໃນການຂຸດຄົ້ນສິນໃນນ້ຳ ຍສໝ - ໃນບໍລິບົດທີ່ທົ່ວປະເທດພະຍາຍາມແກ້ໄຂ “ບັດເຫຼືອງ” ຂອງຄະນະກຳມະການເອີຣົບ ທີ່ມີຕໍ່ຂະແໜງສິນໃນນ້ຳ, ການສະກັດກັ້ນ ແລະ ກ້າວໄປສູ່ການຢຸດຕິການຂຸດຄົ້ນອາຫານທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມລະບຽບການ (IUU) ໄດ້ກາຍເປັນໜ້າທີ່ຮີບດ່ວນ. ຢູ່ເຂດປາກນ້ຳ ຢານ (Gianh), ຄ້າຍທະຫານຊາຍແດນດ່ານທ່າເຮືອ ຢານ (Gianh) (ທະຫານຊາຍແດນແຂວງ ກວາງຈິ - QuangTri) ໄດ້ຜັນຂະຫຍາຍຫຼາຍວິທີການແກ້ໄຂຢ່າງເປັນເອກະພາບ, ... |
| ແກ້ໄຂ "ບັດເຫຼືອງ" IUU: ນະຄອນໂຮ່ຈີມິນ ເຮັດໃຫ້ຂໍ້ມູນມີຄວາມໂປ່ງໃສ, ຄວບຄຸມການຂຸດຄົ້ນ ຍສໝ - ການນຳໃຊ້ປຶ້ມບັນທຶກການຂຸດຄົ້ນສິນໃນນ້ຳແບບອີເລັກໂຕຣນິກ ຢູ່ເທິງກຳປັ່ນຫາປາທາງໄກ ຢູ່ນະຄອນ ໂຮ່ຈີມິນ (HoChiMinh) ພວມຄ່ອຍໆສ້າງປະສິດທິຜົນຢ່າງຊັດເຈນ, ປະກອບສ່ວນເຂົ້າໃນການຫັນວຽກງານຄຸ້ມຄອງການປະມົງໃຫ້ເປັນທັນສະໄໝ. |
ແທັງຮັ່ງ


