ຊາວຫວຽດນາມ ຢູ່ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ
| ໝູ່ເພື່ອນ ຈີເລ ໄດ້ມາຢ້ຽມຢາມ ແລະ ຮຽນຮູ້ກ່ຽວກັບຫວຽດນາມ ແລະ ຊາວຫວຽດນາມ. | |
| ຕູ້ປຶ້ມພາສາຫວຽດນາມ: ປະກອບສ່ວນກໍ່ສ້າງ ແລະ ຮັກສາພາສາຫວຽດນາມຢູ່ 5 ທະວີບ |
![]() |
| ງານແຂ່ງຂັນປິງປອງມິດຕະພາບທົ່ວເອີຣົບ ປີ 2026 ແມ່ນກິດຈະກຳປະຈຳປີ ເພື່ອແນໃສ່ເຊື່ອມຕໍ່ ແລະ ຮັດແໜ້ນຄວາມສາມັກຄີຂອງຊຸມຊົນຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ງານແຂ່ງຂັນປີນີ້ ມີນັກກິລາເກືອບ 170 ຄົນ ຈາກ 11 ປະເທດ ແລະ 5 ເຂດແຄ້ວນ ເຂົ້າຮ່ວມຊີງໄຊໃນຫຼາຍລາຍການ. ພາບທີ່ໜ້າປະທັບໃຈທີ່ສຸດແມ່ນການເຂົ້າຮ່ວມຂອງນັກກິລາທີ່ມີອາຍຸນ້ອຍທີ່ສຸດ (10 ປີ) ແລະ ອາຍຸສູງທີ່ສຸດ (84 ປີ), ເຊິ່ງເປັນການຢັ້ງຢືນເຖິງຈິດໃຈກິລາທີ່ທົນທານ ແລະ ຄວາມຜູກພັນລະຫວ່າງຄົນແຕ່ລະຮຸ່ນ. ພາຍຫຼັງການແຂ່ງຂັນທີ່ດຸເດືອດເປັນເວລາສອງວັນ, ຄະນະນັກກິລາຈາກ ເຢຍລະມັນ ຍາດໄດ້ລາງວັນທີ 1 ຢ່າງໂດດເດັ່ນ, ລາງວັນທີ 2 ແມ່ນ ສາທາລະນະລັດ ເຊັກ ແລະ ລາງວັນທີ 3 ແມ່ນ ໂປໂລຍ. ກິດຈະກຳນີ້ ບໍ່ພຽງແຕ່ຊ່ວຍຍົກສູງຊີວິດການເປັນຢູ່ທາງດ້ານຈິດໃຈ, ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບເທົ່ານັ້ນ, ແຕ່ຍັງສ້າງພາບພົດຂອງຊຸມຊົນຊາວຫວຽດນາມ ຢູ່ ເອີຣົບ ໃຫ້ນັບມື້ນັບສີວິໄລ ແລະ ແໜ້ນແຟ້ນກວ່າເກົ່າ.ງານແຂ່ງຂັນໃນປີ 2027 ຄາດວ່າຈະຈັດຂຶ້ນຢູ່ ສາທາລະນະລັດ ເຊັກ. |
| ຊາວຫວຽດນາມ ຢູ່ ໂປໂລຍ: ປະຊາຄົມສາມັກຄີ, ລະບົບຈັດຕັ້ງສະມາຄົມຄົບຊຸດໃນທຸກຂົງເຂດ ຍສໝ - ໃນຂອບເຂດການຢ້ຽມຢາມ, ເຮັດວຽກຢູ່ ໂປໂລຍ ແຕ່ວັນທີ 5-8 ກໍລະກົດ 2025, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ ໄດ້ໄປຢ້ຽມຢາມ ແລະ ຮຽນຮູ້ສະພາບການຂອງປະຊາຄົມຊາວ ຫວຽດນາມ ຢູ່ ໂປໂລຍ. |
| ຊາວຫວຽດນາມ ອາໄສຢູ່ຕ່າງປະເທດກັບຄືນເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະຊອກຫາກາລະໂອກາດລົງທຶນຢູ່ ຝູເຖາະ ແລະ ຕວຽນກວ່າງ ຍສໝ - ຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 50 ຄົນທີ່ມາຈາກ 20 ປະເທດ ແລະ ເຂດແຄ້ວນໄດ້ເຂົ້າຮ່ວມພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ແລະ ຊອກຫາກາລະໂອກາດຮ່ວມມືລົງທຶນຢູ່ແຂວງ ເຖາະ ແລະ ຕວຽນກວ່າງ. |
ແທັງຮັ່ງ
