12:27 | 08/05/2026

ອາຊຽນ ຕີລາຄາສູງຕໍ່ບົດຮຽນຂອງ ຫວຽດນາມ ກ່ຽວກັບການຍົກສູງຂີດຄວາມສາມາດໃນການເຝິກອົບຮົມຮັກສາສັນຕິພາບ

ຫວຽດນາມ ເຂົ້າຮ່ວມເວທີປຶກສາຫາລືສາກົນ ການສົນທະນາ ເຢເຣວານ 2026 ຢູ່ Armenia
ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່
ອາຊຽນ ຕີລາຄາສູງຕໍ່ບົດຮຽນຂອງ ຫວຽດນາມ ກ່ຽວກັບການຍົກສູງຂີດຄວາມສາມາດໃນການເຝິກອົບຮົມຮັກສາສັນຕິພາບ
ບັນດານັກຮົບກຳລັງຮັກສາສັນຕິພາບ ສປຊ ຂອງ ຫວຽດນາມ ເດີນທັບອອກສູ່ຈຸດລວມພົນ. ພາບເອກະສານ - ປະກອບ: ຊວນຄູ (Xuân Khu)/VNA

ເຂົ້າຮ່ວມກອງປະຊຸມຈາກຈຸດເຊື່ອມຕໍ່ ຫວຽດນາມ, ໃນວັນທີ 6/5, ທ່ານພົນຕີ ຟ້າມແມ້ງຖັ່ງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນຊາດ ຫວຽດນາມ ໄດ້ມີບົດປາໄສທີ່ສຳຄັນໃນວາລະກອງປະຊຸມຄົບຄະນະ ພາຍໃຕ້ຫົວຂໍ້ “ຍົກສູງຂີດຄວາມສາມາດດ້ານຄວາມພ້ອມໃນການປະຕິບັດໜ້າທີ່ຮັກສາສັນຕິພາບ ໂດຍຜ່ານການເຝິກອົບຮົມ”.

ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 40 ທ່ານ ຈາກ 11 ປະເທດສະມາຊິກ APCN, ຕົວແທນກອງເລຂາອາຊຽນ ແລະ ອົງການເຝິກອົບຮົມແບບປະສົມປະສານ ຂຶ້ນກັບກົມການເຄື່ອນໄຫວສັນຕິພາບ ສະຫະປະຊາຊາດ (ITS/DPO).

ພາຍໃຕ້ຫົວຂໍ້ “ຮັກສາການພົວພັນຄູ່ຮ່ວມມື ແລະ ເພີ່ມທະວີການຮ່ວມມືໃນສະພາບການເຄື່ອນໄຫວຮັກສາສັນຕິພາບທີ່ມີການຜັນແປຢ່າງບໍ່ຢຸດຢັ້ງ”, ກອງປະຊຸມແນໃສ່ຊຸກຍູ້ການຮ່ວມມືພາກພື້ນ, ຍົກສູງຄວາມສາມາດໃນການປະສານງານ ແລະ ລະດັບຄວາມພ້ອມຂອງກຳລັງຮັກສາສັນຕິພາບ; ສ້າງເວທີແລກປ່ຽນບົດຮຽນ, ແບ່ງປັນວິຊາສະເພາະ ແລະ ເພີ່ມທະວີການຮ່ວມມືດ້ານການເຝິກອົບຮົມລະຫວ່າງບັນດາປະເທດສະມາຊິກ.

ປະກອບຄຳເຫັນໃນກອງປະຊຸມ, ທ່ານພົນຕີ ຟ້າມແມ້ງຖັ່ງ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ຄວາມໝາຍຂອງກອງປະຊຸມ APCN ຄັ້ງທີ 10 ເມື່ອໄດ້ສ້າງເວທີປຶກສາຫາລືທີ່ສຳຄັນ ເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ສືບຕໍ່ຮັກສາກຳລັງຊຸກຍູ້ ແລະ ເພີ່ມທະວີການຮ່ວມມືສ້າງຂີດຄວາມສາມາດໂດຍຜ່ານວຽກງານເຝິກອົບຮົມ, ໂດຍຜ່ານນັ້ນກໍປະກອບສ່ວນຢ່າງມີປະສິດທິຜົນກວ່າເກົ່າເຂົ້າໃນບັນດາພາລະກິດຮັກສາສັນຕິພາບ ສປຊ, ໂດຍສະເພາະແມ່ນໃນສະພາບການທີ່ການເຄື່ອນໄຫວຮັກສາສັນຕິພາບ ສປຊ ພວມຜະເຊີນກັບສິ່ງທ້າທາຍໃໝ່ຫຼາຍຢ່າງ ເຊັ່ນ: ວິກິດການດ້ານສະພາບຄ່ອງ, ການຕັດຫຼຸດງົບປະມານ ແລະ ກຳລັງພົນ ໃນຂະນະທີ່ສະພາບແວດລ້ອມດ້ານຄວາມໝັ້ນຄົງຢູ່ບັນດາຄະນະປະຕິບັດງານນັບມື້ນັບຊັບຊ້ອນ ແລະ ອັນຕະລາຍ ດ້ວຍບັນດາໄພຂົ່ມຂູ່ທີ່ບໍ່ແມ່ນແບບດັ້ງເດີມທີ່ເພີ່ມຂຶ້ນ.

ຫວຽດນາມ ຕອບສະໜອງຢ່າງກະຕືລືລົ້ນ, ຕັ້ງໜ້າຜັນຂະຫຍາຍຂໍ້ລິເລີ່ມການເຄື່ອນໄຫວເພື່ອສັນຕິພາບ (A4P) ແລະ ຂໍ້ລິເລີ່ມການເຄື່ອນໄຫວເພື່ອສັນຕິພາບສະບັບຂະຫຍາຍ (A4P+) ຂອງສະຫະປະຊາຊາດ ແນໃສ່ຍົກສູງປະສິດທິພາບການເຄື່ອນໄຫວຮັກສາສັນຕິພາບ ສປຊ ໂດຍຜ່ານການເພີ່ມທະວີຄວາມຮັບຜິດຊອບ, ຂີດຄວາມສາມາດ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືລະຫວ່າງບັນດາປະເທດສະມາຊິກ, ໂດຍສະເພາະແມ່ນໃນຂົງເຂດການຍົກສູງຄຸນນະພາບການເຝິກອົບຮົມ ແລະ ຂີດຄວາມສາມາດດ້ານຄວາມພ້ອມໃນການສົ່ງກຳລັງເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ.

ໂດຍຢືນຢັນວ່າຄຸນນະພາບການເຝິກອົບຮົມແມ່ນປັດໄຈຕັດສິນ ເພື່ອຮັບປະກັນປະສິດທິພາບການປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງບັນດາກຳລັງຮັກສາສັນຕິພາບ ຫວຽດນາມ, ທ່ານພົນຕີ ຟ້າມແມ້ງຖັ່ງ ໄດ້ແບ່ງປັນບາງບົດຮຽນຂອງ ຫວຽດນາມ ໃນວຽກງານເຝິກອົບຮົມກຽມຄວາມພ້ອມໃຫ້ແກ່ກຳລັງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ເຊັ່ນ: ປັບປຸງລະບົບຫຼັກສູດການເຝິກອົບຮົມກ່ອນການສົ່ງທັບໃຫ້ມີຄວາມເປັນເອກະພາບທັງກຳລັງບຸກຄົນ ແລະ ກົມກອງ, ຮັບປະກັນຕອບສະໜອງຕາມມາດຕະຖານ ສປຊ, ສອດຄ່ອງກັບຕົວຈິງຂອງຄະນະປະຕິບັດງານ ແລະ ຄວາມຮຽກຮ້ອງຕ້ອງການໜ້າທີ່ຂອງກະຊວງປ້ອງກັນຊາດ; ພັດທະນາຖັນແຖວຄູເຝິກທີ່ມີຄຸນນະພາບສູງ, ບັນລຸມາດຕະຖານສາກົນ; ຊຸກຍູ້ການນຳໃຊ້ວິທີການ ແລະ ເຄື່ອງມືເຝິກອົບຮົມທີ່ທັນສະໄໝ; ຜັນຂະຫຍາຍຮູບແບບການເຝິກອົບຮົມແບບຈຳລອງ; ປັບປຸງ ແລະ ແບ່ງປັນບັນດາບົດຮຽນຕົວຈິງຈາກບັນດາຄະນະປະຕິບັດງານ ສປຊ…

ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ເປັນເຈົ້າການ ແລະ ຕັ້ງໜ້າຍົກສູງຂີດຄວາມສາມາດໃນການກຸ້ມຕົນເອງ, ຫັນບັນດາຊຸດເຝິກອົບຮົມວິຊາສະເພາະໃຫ້ເປັນມາດຕະຖານສາກົນ. ຮອດປັດຈຸບັນ, ຫວຽດນາມ ໄດ້ມີສູນເຝິກອົບຮົມການປະຖົມພະຍາບານຂັ້ນສູງ (ITLS) ທີ່ບັນລຸມາດຕະຖານສາກົນແຫ່ງທຳອິດຢູ່ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້. ໃນເດືອນມີນາ 2026, ຊຸດເຝິກອົບຮົມນາຍທະຫານເສນາທິການ ສປຊ (UNSOC) ຂອງກົມຮັກສາສັນຕິພາບ ຫວຽດນາມ ໄດ້ຮັບໃບຢັ້ງຢືນບັນລຸມາດຕະຖານການເຝິກອົບຮົມກ່ອນການສົ່ງທັບຈາກກົມການເຄື່ອນໄຫວສັນຕິພາບ ສປຊ, ເຊິ່ງເປັນການໝາຍເຖິງບາດກ້າວຂະຫຍາຍຕົວໃໝ່ທາງດ້ານຄຸນນະພາບ. ເຫດການດັ່ງກ່າວປະກອບສ່ວນຢືນຢັນຂີດຄວາມສາມາດໃນການເຝິກອົບຮົມຮັກສາສັນຕິພາບຂອງ ຫວຽດນາມ, ປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການມານະພະຍາຍາມຍົກສູງຂີດຄວາມສາມາດຂອງເຄືອຂ່າຍບັນດາສູນເຝິກອົບຮົມຮັກສາສັນຕິພາບໃນພາກພື້ນ. ບົນພື້ນຖານນັ້ນ, ສູນເຝິກອົບຮົມຂອງກົມຮັກສາສັນຕິພາບ ຫວຽດນາມ ພວມໄດ້ຮັບການພັດທະນາໃຫ້ກາຍເປັນຮາກຖານການເຝິກອົບຮົມທີ່ມີຄຸນນະພາບສູງ, ມີຊື່ສຽງໃນພາກພື້ນ ແລະ ສາກົນ.

ໂດຍຕີລາຄາສູງຕໍ່ເນື້ອໃນບົດປະກອບຄຳເຫັນຂອງ ຫວຽດນາມ ທີ່ມີຫຼາຍບົດຮຽນອັນອຸດົມສົມບູນ ແລະ ແທດຕົວຈິງ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ສະແດງຄວາມສົນໃຈຕໍ່ກັບບັນດາບົດຮຽນແຫ່ງຜົນສຳເລັດຂອງ ຫວຽດນາມ, ໂດຍສະເພາະແມ່ນໃນວຽກງານການຈັດຕັ້ງເຝິກອົບຮົມ, ການກຽມພ້ອມສົ່ງກຳລັງ ແລະ ການພັດທະນາຖັນແຖວຄູເຝິກທີ່ມີຄຸນນະພາບສູງໂດຍຜ່ານການຮ່ວມມືສາກົນ. ຕົວແທນປະເທດເຈົ້າພາບ ຟີລິບປິນ ໄດ້ສະເໜີໃຫ້ ຫວຽດນາມ ສົ່ງຄະນະຄູເຝິກເຄື່ອນທີ່ໄປແບ່ງປັນບົດຮຽນໃນຂົງເຂດນີ້ໃຫ້ແກ່ບັນດາປະເທດໃນພາກພື້ນ.

ຕາມວາລະກອງປະຊຸມ, ກອງປະຊຸມໄດ້ສຸມໃສ່ສົນທະນາໝາກຜົນຂອງກອງປະຊຸມ APCN ຄັ້ງທີ 9 ແລະ ບັນດາກິດຈະກຳໃນຂອບການຊ້ອມຮົບເສນາທິການຮັກສາສັນຕິພາບອາຊຽນ (APSE); ແຜນການຈັດຕັ້ງການຊ້ອມຮົບພາກສະໜາມກ່ຽວກັບການຮັກສາສັນຕິພາບອາຊຽນ (APSE FTX); ປັບປຸງວຽກງານເຝິກອົບຮົມ ແລະ ແບ່ງປັນບົດຮຽນລະຫວ່າງບັນດາປະເທດສະມາຊິກ. ຄຽງຂ້າງນັ້ນ, ບັນດາຜູ້ແທນຍັງໄດ້ແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຄູ່ຮ່ວມມື, ການນຳໃຊ້ເຕັກໂນໂລຊີ, ຍົກສູງລະດັບຄວາມພ້ອມໃນການສົ່ງກຳລັງ ແລະ ຊຸກຍູ້ບົດບາດຂອງແມ່ຍິງໃນການເຄື່ອນໄຫວຮັກສາສັນຕິພາບ.

ຜູ້ແທນຈາກ 11 ປະເທດສະມາຊິກເຄືອຂ່າຍບັນດາສູນຮັກສາສັນຕິພາບອາຊຽນ ຍັງໄດ້ປຶກສາຫາລືທິດທາງການເຄື່ອນໄຫວຂອງ APCN ໃນຕໍ່ໜ້າ, ແນໃສ່ສືບຕໍ່ຢືນຢັນບົດບາດເປັນກົນໄກການຮ່ວມມືທີ່ຕັ້ງໜ້າ, ມີປະສິດທິຜົນໃນການເຊື່ອມຕໍ່, ປະສານງານ ແລະ ຍົກສູງຂີດຄວາມສາມາດລະຫວ່າງບັນດາສູນຮັກສາສັນຕິພາບ, ປະກອບສ່ວນເຂົ້າໃນຄວາມພະຍາຍາມລວມເພື່ອສ້າງຕັ້ງປະຊາຄົມອາຊຽນ ແລະ ຊຸກຍູ້ການຮ່ວມມືຫຼາຍຝ່າຍກ່ຽວກັບການຮັກສາສັນຕິພາບ.

ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ

ຍສມ - ຜູ້ນຳກຸ່ມບໍລິສັດ MKE ແລະ Aselsan ຂອງ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ ໃນຂົງເຂດທີ່ມີທ່າແຮງ ແລະ ມີລັກສະນະຍຸດທະສາດໃນຕໍ່ໜ້າ.

ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ ການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢູ່ ອິນເດຍ

ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ

Link: https://huunghivietlao.thoidai.com.vn/detail-article-21957.html

In bài biết