20:18 | 07/05/2026

ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027

ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່
APEC 2027: ນຳໃຊ້ "ພະລັງອຳນາດອ່ອນ" ເພື່ອເປີດທາງສູ່ອະນາຄົດ
ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027
ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ (Nguyễn Minh Hằng) ຕ້ອນຮັບຄະນະວິສາຫະກິດ ສະຫະລັດ ອາເມລິກາ ໂດຍແມ່ນທ່ານ John Goyer, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາການຄ້າ ສະຫະລັດ ອາເມລິກາ (USCC) ເປັນຫົວໜ້າຄະນະ. (ພາບ: ແທ່ງລອງ)

ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ຢືນຢັນວ່າ, ຫວຽດນາມ ໃຫ້ຄວາມສຳຄັນຕໍ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະລັດ ອາເມລິກາ ແລະ ຕີລາຄາສູງຕໍ່ການປະກອບສ່ວນຂອງປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ ໃນບັນດາຂົງເຂດການຮ່ວມມືສອງຝ່າຍທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດສ້າງ; ແບ່ງປັນກ່ຽວກັບບັນດາທິດທາງ, ບຸລິມະສິດ ແລະ ເປົ້າໝາຍການພັດທະນາຂອງ ຫວຽດນາມ ໃນໄລຍະໃໝ່, ໂດຍສະເພາະແມ່ນເປົ້າໝາຍການເຕີບໂຕເປັນຕົວເລກສອງຫຼັກ.

ໂດຍຢືນຢັນເຖິງບົດບາດສຳຄັນຂອງເວທີປຶກສາຫາລືການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ໃນການຊຸກຍູ້ການເຊື່ອມໂຍງພາກພື້ນ, ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ເນັ້ນໜັກວ່າ, ການເປັນເຈົ້າພາບ APEC 2027 ແມ່ນການເຄື່ອນໄຫວການຕ່າງປະເທດທີ່ສຳຄັນແຖວໜ້າຂອງ ຫວຽດນາມ ໃນຕໍ່ໜ້າ.

ທ່ານນາງຮອງລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ພວມເລັ່ງລັດຜັນຂະຫຍາຍວຽກງານການຫັນກຽມໃນທຸກດ້ານ, ແລະ ການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ ພ້ອມກັບບັນດາການເຄື່ອນໄຫວຄູ່ຮ່ວມມື ພາກລັດ - ເອກະຊົນ ຈະໄດ້ຮັບບຸລິມະສິດຊຸກຍູ້ໃນ ປີ ເອເປັກ (APEC) 2027 ຢູ່ ຫວຽດນາມ.

ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027
ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ ກ່າວປາໄສໃນການເຮັດວຽກ. (ພາບ: ແທ່ງລອງ)

ທ່ານນາງຮອງລັດຖະມົນຕີ ຫງວຽນມິງຮັ່ງ ສະເໜີໃຫ້ບັນດາວິສາຫະກິດ ສະຫະລັດ ອາເມລິກາ ສືບຕໍ່ປະສານສົມທົບຢ່າງໃກ້ຊິດກັບ ຫວຽດນາມ, ແບ່ງປັນບັນດາຂໍ້ສະເໜີ, ຂໍ້ລິເລີ່ມ ແນໃສ່ເພີ່ມທະວີການເຊື່ອມຕໍ່ວິສາຫະກິດໃນພາກພື້ນ ອາຊີ - ປາຊີຟິກ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງ ປີ ເອເປັກ (APEC) 2027; ສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ສາຍພົວພັນເສດຖະກິດ - ການຄ້າສອງຝ່າຍໃຫ້ນັບມື້ນັບຂະຫຍາຍຕົວຢ່າງແທດຕົວຈິງ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະລັດ ອາເມລິກາ ເລິກເຊິ່ງກວ່າເກົ່າ.

ທ່ານ John Goyer, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ຂອງ USCC ສະແດງຄວາມປະທັບໃຈຕໍ່ກັບບັນດາຜົນສຳເລັດແຫ່ງການພັດທະນາເສດຖະກິດ, ຕີລາຄາສູງຕໍ່ບັນດາທິດທາງການພັດທະນາ ແລະ ການປະຕິຮູບຮອບດ້ານຂອງ ຫວຽດນາມ ໃນໄລຍະຜ່ານມາ, ຢືນຢັນວ່າປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ ສະໜັບສະໜູນ ຫວຽດນາມ ເປັນເຈົ້າພາບ ປີ ເອເປັກ (APEC) 2027 ແລະ ຈະປະສານສົມທົບຢ່າງໃກ້ຊິດກັບ ຫວຽດນາມ ເພື່ອປະກອບສ່ວນເຂົ້າໃນຜົນສຳເລັດຂອງເຫດການທີ່ສຳຄັນນີ້, ໂດຍຜ່ານນັ້ນກໍເພື່ອຊຸກຍູ້ການເຕີບໂຕເສດຖະກິດຂອງພາກພື້ນ ແລະ ບັນດາພື້ນຖານເສດຖະກິດສະມາຊິກ APEC.

ໃນການແລກປ່ຽນ, ຕົວແທນຂອງບັນດາວິສາຫະກິດ ສະຫະລັດ ອາເມລິກາ ໄດ້ຍົກອອກຫຼາຍຂໍ້ສະເໜີທີ່ແທດຕົວຈິງ ເພື່ອຊຸກຍູ້ການຮ່ວມມື ພາກລັດ - ເອກະຊົນ, ບັນດາຄວາມສົນໃຈຂອງວິສາຫະກິດທີ່ຢາກຊຸກຍູ້ການສົນທະນາໃນ APEC, ທັງໃຫ້ຄຳໝັ້ນສັນຍາວ່າຈະເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບັນດາກິດຈະກຳໃນ ປີ ເອເປັກ ຫວຽດນາມ (APEC Vietnam) 2027.

ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027
ບັນດາຜູ້ແທນຖ່າຍຮູບຮ່ວມກັນ. (ພາບ: ແທ່ງລອງ)
ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່ ເສີມຂະຫຍາຍບົດບາດຂອງສື່ມວນຊົນປະຕິວັດ - ກຳລັງແນວໜ້າໃນການປົກປັກຮັກສາຮາກຖານແນວຄິດຂອງພັກໃນຍຸກສະໄໝໃໝ່

ຍສໝ - ໃນຍຸກສະໄໝແຫ່ງການບືນຕົວຂຶ້ນ, ພ້ອມກັບການຂະຫຍາຍຕົວຢ່າງແຂງແຮງຂອງສື່ສານດີຈີຕອນ, ສື່ມວນຊົນປະຕິວັດ ຫວຽດນາມ ຈຳເປັນຕ້ອງເສີມຂະຫຍາຍບົດບາດເປັນກຳລັງແນວໜ້າ, ແມ່ນອາວຸດທາງດ້ານແນວຄິດທີ່ແຫຼມຄົມຂອງພັກ ແລະ ລັດ ໃນການຕໍ່ສູ້ປ້ອງກັນ, ສະກັດກັ້ນ ແລະ ຕອບໂຕ້ບັນດາຖ້ອຍທຳນອງທີ່ບິດເບືອນຂອງບັນດາກຳລັງປໍລະປັກ.

ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ ວິສາຫະກິດປ້ອງກັນຊາດ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບ ຫວຽດນາມ

ຍສມ - ຜູ້ນຳກຸ່ມບໍລິສັດ MKE ແລະ Aselsan ຂອງ ຕວກກີ ປາດຖະໜາຢາກຂະຫຍາຍການຮ່ວມມືກັບບັນດາວິສາຫະກິດປ້ອງກັນຊາດ ຫວຽດນາມ ໃນຂົງເຂດທີ່ມີທ່າແຮງ ແລະ ມີລັກສະນະຍຸດທະສາດໃນຕໍ່ໜ້າ.

Link: https://huunghivietlao.thoidai.com.vn/detail-article-21956.html

In bài biết