11:24 | 05/05/2026

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ

ວັນບຸນກິລາຮັດແໜ້ນຄວາມສາມັກຄີຂອງນັກສຶກສາຫວຽດນາມຢູ່ Australia
ການນຳເຂົ້າເພີ່ມຂຶ້ນຢ່າງແຂງແຮງ, ຫວຽດນາມ ຂາດດຸນການຄ້າ 7,11 ຕື້ USD ໃນ 4 ເດືອນຕົ້ນປີ 2026

ບໍ່ແມ່ນເລື່ອງຍາກທີ່ຈະເຫັນພາບຂອງນັກທ່ອງທ່ຽວເຂົ້າແຖວລໍຖ້າເພື່ອຮັບປະທານ ເຝີ, ເຂົ້າຈີ່ ຫຼື ບຸ໋ນຈ໋າ ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ. ບັນດາເຍື່ອງອາຫານເຫຼົ່ານັ້ນ ບໍ່ພຽງແຕ່ມີຄວາມດຶງດູດເທົ່ານັ້ນ ແຕ່ຍັງໄດ້ເລົ່າເລື່ອງລາວ ກ່ຽວກັບປະຫວັດສາດ, ນິໄສການດຳລົງຊີວິດ ແລະ ຄວາມຄິດສ້າງສັນຂອງຄົນ ຫວຽດນາມ ທີ່ສ້າງເປັນແຮງດຶງດູດສະເພາະຕົວ.

ແນວໃດກໍຕາມ, ຄຽງຄູ່ກັບການແຜ່ຂະຫຍາຍຢ່າງກວ້າງຂວາງນັ້ນ ກໍແມ່ນບັນດາສິ່ງທ້າທາຍກ່ຽວກັບຄວາມປອດໄພຂອງອາຫານ ທີ່ເຮັດໃຫ້ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ ບາງຄັ້ງກໍໄດ້ຮັບຜົນກະທົບ...

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ
ທິວທັດຖະໜົນອາຫານ ຕົງຢຸຍເຕິນ (Tống Duy Tân), ຮ່າໂນ້ຍ. (ພາບ: ກຳຕູ (Cẩm Tú))

ມໍລະດົກທີ່ມີຊີວິດໃນທ່າມກາງຊີວິດປະຈຳວັນ

ອາຫານຂ້າງທາງຂອງ ຫວຽດນາມ ແມ່ນໄດ້ກ້າວຂ້າມແນວຄວາມຄິດ “ກິນໄວ, ກິນສະດວກ” ມາໄດ້ດົນແລ້ວ. ນັ້ນແມ່ນສ່ວນໜຶ່ງຂອງຄວາມຊົງຈຳຂອງຕົວເມືອງ, ເຊິ່ງແມ່ນບ່ອນທີ່ແຕ່ລະເຍື່ອງອາຫານໄດ້ນຳເອົາເລື່ອງລາວຂອງທ້ອງຖິ່ນ, ຮີດຄອງປະເພນີ ແລະ ປະຫວັດສາດມາພ້ອມ.

ເຝີຮ່າໂນ້ຍ ຖ້ວຍໜຶ່ງ ບໍ່ພຽງແຕ່ແມ່ນນ້ຳຊຸບ ແລະ ເສັ້ນເຝີເທົ່ານັ້ນ, ແຕ່ແມ່ນການຕົກຜລຶກຂອງເຕັກນິກການຂ້ຽວນ້ຳຕົ້ມກະດູກ, ການປະສົມເຄື່ອງປຸງ ແລະ ຈັງຫວະຊີວິດຂອງຍ່ານເມືອງເກົ່າ. ເຂົ້າຈີ່ທີ່ກອບນອກນຸ່ມໃນ ກໍໄດ້ສະທ້ອນໃຫ້ເຫັນເຖິງການປະສົມປະສານລະຫວ່າງ ຕາເວັນອອກ-ຕາເວັນຕົກ ໃນປະຫວັດສາດອາຫານ. ຫຼື ເຊັ່ນ: ບຸ໋ນຈ໋າ (Bún chả), ເຍື່ອງອາຫານທີ່ທ່ານ Barack Obama ອະດີດປະທານາທິບໍດີ ສະຫະລັດ ເຄີຍໄດ້ຮັບປະທານຢູ່ ຮ່າໂນ້ຍ ໃນປີ 2016, ໄດ້ກາຍເປັນສັນຍະລັກອັນນຸ່ມນວນໃຫ້ແກ່ແຮງດຶງດູດຂອງອາຫານ ຫວຽດນາມ.

ບໍ່ແມ່ນເລື່ອງບັງເອີນທີ່ CNN ຫຼື Michelin Guide ໄດ້ຈັດເອົາບັນດາເຍື່ອງອາຫານຂ້າງທາງຂອງ ຫວຽດນາມ ເຂົ້າໃນລາຍຊື່ທີ່ຄວນມາສຳຜັດຢ່າງຕໍ່ເນື່ອງ. ໃນປີ 2023 ແລະ 2024, Michelin ໄດ້ຂະຫຍາຍລາຍຊື່ “Bib Gourmand” ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ໃນນັ້ນມີຫຼາຍຮ້ານອາຫານແບບປະຊາຊົນ ທີ່ໄດ້ຮັບການຍົກຍ້ອງ ຍ້ອນມີຄຸນນະພາບທີ່ຄົງທີ່ ແລະ ລາຄາທີ່ສົມເຫດສົມຜົນ. ນີ້ແມ່ນຂໍ້ພິສູດໃຫ້ເຫັນວ່າ ອາຫານຂ້າງທາງ ສາມາດກ້າວເຂົ້າສູ່ລະບົບການຕີລາຄາລະດັບສາກົນໄດ້ຢ່າງສົມບູນ ຫາກຕອບສະໜອງໄດ້ຕາມມາດຖານທີ່ກຳນົດໄວ້.

ແນວໃດກໍຕາມ, ສິ່ງທີ່ສ້າງພະລັງຊີວິດໃຫ້ແກ່ອາຫານຂ້າງທາງ ບໍ່ພຽງແຕ່ແມ່ນອາຫານເທົ່ານັ້ນ, ແຕ່ຍັງແມ່ນສະຖານທີ່ອີກດ້ວຍ. ຕັ່ງຢາງຕ່ຳໆ, ຮ້ານນ້ອຍໆແຄມທາງ, ສຽງລົດລາງໄປມາ ປົນກັບກິ່ນຄວັນໄຟໃນຄົວ... ທັງໝົດນັ້ນໄດ້ສ້າງປະສົບການທີ່ເປັນເອກະລັກສະເພາະ. ຈິດວິນຍານແຫ່ງຊີວິດນີ້ເອງ ທີ່ເຮັດໃຫ້ອາຫານຂ້າງທາງກາຍເປັນມໍລະດົກທີ່ມີຊີວິດ, ເຊິ່ງແມ່ນບ່ອນທີ່ວັດທະນະທຳໄດ້ຮັບການປະຕິບັດໃນທຸກໆມື້.

ເມື່ອຄວາມປອດໄພກາຍເປັນມາດຖານຫຼັກ

ເຖິງວ່າຈະມີຄຸນຄ່າທາງວັດທະນະທຳທີ່ອຸດົມສົມບູນ, ແຕ່ອາຫານຂ້າງທາງກໍຍັງປະເຊີນກັບອະຄະຕິທີ່ໃຫຍ່ທີ່ສຸດ ຄືບັນຫາສຸຂະອະນາໄມ ແລະ ຄວາມປອດໄພຂອງອາຫານ. ເງື່ອນໄຂການປຸງແຕ່ງຢູ່ກາງແຈ້ງ, ແຫຼ່ງວັດຖຸດິບທີ່ຍັງບໍ່ທັນເປັນລະບົບ, ຂັ້ນຕອນການເກັບຮັກສາທີ່ຈຳກັດ... ແມ່ນບັນດາຄວາມສ່ຽງທີ່ມີຢູ່ແທ້.

ໃນຕົວຈິງ, ບັນດາຂະບວນການໃນເດືອນແຫ່ງການເຄື່ອນໄຫວເພື່ອຄວາມປອດໄພຂອງອາຫານ ໃນຊຸມປີມໍ່ໆມານີ້ ໄດ້ສະແດງໃຫ້ເຫັນເຖິງການຫັນປ່ຽນຢ່າງຈະແຈ້ງ. ຢູ່ ຮ່າໂນ້ຍ, ຫຼາຍສາຍທາງ ເຊັ່ນ: ຕົງຢຸຍເຕິນ (Tống Duy Tân), ຕ້າຫ່ຽນ (Tạ Hiện) ໄດ້ຖືກວາງແຜນໃຫ້ກາຍເປັນເຂດອາຫານລວມສູນ, ຮຽກຮ້ອງໃຫ້ບັນດາຄົວເຮືອນທຸລະກິດເຊັນບົດບັນທຶກຄວາມຮັບຜິດຊອບກ່ຽວກັບແຫຼ່ງກຳເນີດຂອງວັດຖຸດິບ, ການນຳໃຊ້ນ້ຳສະອາດ, ຮັບປະກັນຂັ້ນຕອນການປຸງແຕ່ງ. ນະຄອນ ໂຮ່ຈີມິນ ກໍໄດ້ຜັນຂະຫຍາຍຮູບແບບ “ຖະໜົນຫາບຂາຍເຄື່ອງທີ່ສີວິໄລ”, ທົດລອງລົດຍູ້ທີ່ໄດ້ມາດຕະຖານ ພ້ອມດ້ວຍລະບົບການເກັບຮັກສາທີ່ມິດຊິດ ແລະ ແຍກເຂດການປຸງແຕ່ງເປັນສ່ວນສະເພາະ.

ບາງເລື່ອງລາວທີ່ລະອຽດ ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງຈາກຕົວຜູ້ຂາຍເອງ. ຢູ່ເມືອງ ຮວ່ານກ໋ຽມ (ຮ່າໂນ້ຍ), ຫຼາຍຮ້ານເຝີທີ່ເກົ່າແກ່ ໄດ້ລົງທຶນໃສ່ລະບົບເຕົາໄຟອີນົກ (Inox), ຕູ້ແກ້ວປົກປິດອາຫານ, ພ້ອມທັງເປີດເຜີຍແຫຼ່ງກຳເນີດຂອງວັດຖຸດິບ ເພື່ອສ້າງຄວາມເຊື່ອໝັ້ນ. ຢູ່ ນະຄອນ ໂຮ່ຈີມິນ, ລົດເຂົ້າຈີ່ບາງຄັນ ໄດ້ປ່ຽນມາໃຊ້ການຫຸ້ມຫໍ່ທີ່ເປັນມິດກັບສິ່ງແວດລ້ອມ, ໃສ່ຖົງມືໃນເວລາປຸງແຕ່ງ ແລະ ໃຊ້ຈັກໜີບຮ້ອນ ເພື່ອຮັບປະກັນສຸຂະອະນາໄມ.

ຄຽງຄູ່ກັນນັ້ນ, ການອອກໃບຢັ້ງຢືນເງື່ອນໄຂຄວາມປອດໄພຂອງອາຫານ, ການກວດກາເປັນປະຈຳ ແລະ ການປັບໃໝຜູ້ລະເມີດ ແມ່ນພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດກວ່າເກົ່າ. ແນວໃດກໍຕາມ, ຕາມບັນດານັກຊ່ຽວຊານແລ້ວ, ທາງອອກທີ່ຍືນຍົງ ບໍ່ພຽງແຕ່ຢູ່ທີ່ການຄວບຄຸມເທົ່ານັ້ນ ແຕ່ຍັງຢູ່ທີ່ການປ່ຽນແປງຈິດສຳນຶກ. ເມື່ອຜູ້ຂາຍຖືເອົາຄວາມປອດໄພແມ່ນປັດໄຈໃນການແຂ່ງຂັນ, ສ່ວນຜູ້ບໍລິໂພກໃຫ້ບຸລິມະສິດເລືອກເອົາບັນດາຮ້ານອາຫານທີ່ໄດ້ມາດຕະຖານ, ຕະຫຼາດກໍຈະປັບຕົວໄປໃນທາງບວກດ້ວຍຕົນເອງ.

ມຸ່ງໄປສູ່ຍີ່ຫໍ້ລະດັບຊາດ

ເລື່ອງລາວການຍົກລະດັບອາຫານຂ້າງທາງ ແທ້ຈິງແລ້ວແມ່ນການເດີນທາງແຫ່ງການສ້າງມາດຕະຖານ ໂດຍທີ່ບໍ່ເຮັດໃຫ້ເສຍເອກະລັກ. ບົດຮຽນຈາກບັນດາປະເທດໃນພາກພື້ນສະແດງໃຫ້ເຫັນວ່າ, ການວາງແຜນເຂດອາຫານລວມສູນ, ການຝຶກອົບຮົມທັກສະສຸຂະອະນາໄມໃຫ້ແກ່ຜູ້ຂາຍ, ປະສົມປະສານກັບການໂຄສະນາການທ່ອງທ່ຽວ ສາມາດປ່ຽນບັນດາເຍື່ອງອາຫານແບບປະຊາຊົນ ໃຫ້ກາຍເປັນຜະລິດຕະພັນທາງວັດທະນະທຳ – ເສດຖະກິດ ທີ່ມີມູນຄ່າສູງ.

ສຳລັບ ຫວຽດນາມ, ທ່າແຮງນີ້ແມ່ນມີຢ່າງຫຼວງຫຼາຍ. ຕາມກົມທ່ອງທ່ຽວແຫ່ງຊາດແລ້ວ, ປະສົບການດ້ານອາຫານ ຍາມໃດກໍນອນຢູ່ໃນອັນດັບຕົ້ນໆ ຂອງເຫດຜົນທີ່ເຮັດໃຫ້ນັກທ່ອງທ່ຽວກັບຄືນມາ. ຫາກໄດ້ຮັບການຈັດຕັ້ງຢ່າງເປັນລະບົບ, ບັນດາເຍື່ອງອາຫານ ເຊັ່ນ: ເຝີ, ເຂົ້າຈີ່ ຫຼື ບຸ໋ນຈ໋າ ບໍ່ພຽງແຕ່ແມ່ນອາຫານພິເສດເທົ່ານັ້ນ ແຕ່ຍັງສາມາດກາຍເປັນສັນຍະລັກຂອງຊາດ, ເຊິ່ງຄ້າຍຄືກັບວິທີທີ່ ຊູຊິ (Sushi) ຂອງ ຍີ່ປຸ່ນ ຫຼື ຕົ້ມຍຳ (Tom Yum) ຂອງ ໄທ ໄດ້ເຮັດມາແລ້ວ.

ຍົກລະດັບອາຫານຂ້າງທາງ: ຈາກມໍລະດົກທາງວັດທະນະທຳ ສູ່ມາດຕະຖານຄວາມປອດໄພ
ເຂົ້າຈີ່ ຫວຽດນາມ ໄດ້ຮັບການຕີລາຄາສູງໃນບັນດາເຍື່ອງອາຫານຂ້າງທາງທີ່ແຊບຊ້ອຍ. (ແຫຼ່ງຂໍ້ມູນ: Delish)

ສິ່ງທີ່ສຳຄັນກວ່າຊັ້ນນັ້ນ, ການຍົກລະດັບອາຫານຂ້າງທາງ ຍັງປະກອບສ່ວນປັບປຸງພາບພົດຂອງຕົວເມືອງ. ສະຖານທີ່ຮັບປະທານອາຫານທີ່ສະອາດ ແລະ ສີວິໄລ ບໍ່ພຽງແຕ່ຮັບໃຊ້ແຂກທ່ອງທ່ຽວເທົ່ານັ້ນ ແຕ່ຍັງຍົກສູງຄຸນນະພາບຊີວິດຂອງປະຊາຊົນເອງອີກດ້ວຍ. ເມື່ອນັ້ນ, ແຕ່ລະຮ້ານອາຫານຕາມແຄມທາງ ຈະບໍ່ເປັນພຽງບ່ອນທຳມາຫາກິນເທົ່ານັ້ນ, ແຕ່ຍັງແມ່ນ “ຈຸດແນະນຳທາງວັດທະນະທຳ” ຕໍ່ກັບຊາວໂລກ.

ເດືອນແຫ່ງການເຄື່ອນໄຫວເພື່ອຄວາມປອດໄພຂອງອາຫານໃນປີນີ້ ໄດ້ຈັດຂຶ້ນແຕ່ວັນທີ 15 ເມສາ ຫາ 15 ພຶດສະພາ, ແຕ່ບໍ່ຄວນຢຸດຢູ່ພຽງແຕ່ບັນດາຂະບວນການໃນໄລຍະສັ້ນເທົ່ານັ້ນ. ນັ້ນຄວນແມ່ນຈຸດເລີ່ມຕົ້ນໃຫ້ແກ່ຍຸດທະສາດໄລຍະຍາວ, ເຊິ່ງແມ່ນບ່ອນທີ່ອາຫານຂ້າງທາງໄດ້ຮັບການຕີລາຄາຖືກຕ້ອງຕາມຄຸນຄ່າ: ທີ່ເປັນທັງມໍລະດົກທາງວັດທະນະທຳ ແລະ ແມ່ນຂະແໜງເສດຖະກິດສ້າງສັນ.

ເມື່ອສອງປັດໄຈ “ຄວາມແຊບ” ແລະ “ຄວາມປອດໄພ” ໄປຄຽງຄູ່ກັນ, ອາຫານຂ້າງທາງຂອງ ຫວຽດນາມ ຈຶ່ງຈະກ້າວຂຶ້ນສູ່ລະດັບໃໝ່ຢ່າງແທ້ຈິງ ທີ່ສົມກັບຖານະບົດບາດຢູ່ໃນແຜນທີ່ອາຫານທົ່ວໂລກ.

ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່ ສ້າງບາດກ້າວບຸກທະລຸໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ໃນໄລຍະໃໝ່

ຍສໝ - ຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ Narendra Modi, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ອິນເດຍ ແຕ່ວັນທີ 5 - 7 ພຶດສະພາ 2026.

ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ ທ່ານນາງ ນາຍົກລັດຖະມົນຕີ ຍີ່ປຸ່ນ Takaichi Sanae ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ

ຍສໝ - ໃນຕອນເຊົ້າວັນທີ 3 ພຶດສະພາ, ທ່ານນາງ Takaichi Sanae ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດບົດຢ້ຽມຢາມຢ່າງເປັນທາງການ ຢູ່ ຫວຽດນາມ ແຕ່ວັນທີ 1 ຫາ 3 ພຶດສະພາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ເລມິງຮືງ.

Link: https://huunghivietlao.thoidai.com.vn/detail-article-21936.html

In bài biết