ບັນດາຜູ້ນຳພັກ, ລັດ ເຂົ້າວາງພວງມາລາ ຢ້ຽມຂໍ່ານັບ ສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.
![]() |
| ບັນດາຜູ້ນຳພັກ, ລັດ ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 51 ປີ ວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ - ຮູບ: VGP/ເຍີດ ບັກ |
ເຂົ້າຮ່ວມພິທີຢ້ຽມຂໍ່ານັບ ມີບັນດາສະຫາຍກົມການເມືອງ: ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕ ເລິມ; ປະທານສະພາແຫ່ງຊາດ ເຈີ່ນແທັງເມີນ; ນາຍົກລັດຖະມົນຕີ ເລມິງຮຶງ; ຜູ້ປະຈຳການຄະນະເລຂາທິການ ເຈີ່ນເກິ໋ມຕູ້; ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ບຸຍທິມິງຮວ່າຍ.
ອະດີດເລຂາທິການໃຫຍ່ ນົງດຶກແມ້ງ; ອະດີດປະທານສະພາແຫ່ງຊາດ: ຫງວຽນຊິງຮຸ່ງ, ຫງວຽນທິກິມເງິນ; ອະດີດນາຍົກລັດຖະມົນຕີ ຟາມມິງຈິງ; ອະດີດຜູ້ປະຈຳການຄະນະເລຂາທິການ ເຈີ່ນກວກວື້ອງ, ພ້ອມດ້ວຍບັນດາສະຫາຍກົມການເມືອງ, ເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕີ, ຜູ້ນຳພັກ, ລັດ ແລະ ການນຳບັນດາຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ເຂົ້າຮ່ວມພິທີຢ້ຽມຂໍ່ານັບ.
![]() |
| ຕໍ່ໜ້າດວງວິນຍານອັນສັກສິດຂອງ ປະທານ ໂຮ່ຈີມິນ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງຫາທີ່ປຽບບໍ່ໄດ້, ດ້ວຍຄວາມເຄົາລົບຮັກເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດພວກເຮົາ - ຮູບ: VGP/ເຍີດບັກ |
ຕໍ່ໜ້າດວງວິນຍານອັນສັກສິດຂອງ ປະທານ ໂຮ່ຈີມິນ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ບຸນຄຸນຢ່າງຫາທີ່ປຽບບໍ່ໄດ້, ດ້ວຍຄວາມເຄົາລົບຮັກເພື່ອລະນຶກເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງເພິ່ນ ທີ່ມີຕໍ່ພາລະກິດປະຕິວັດຂອງພັກ ແລະ ຊາດພວກເຮົາ. ເພິ່ນໄດ້ອຸທິດໝົດຊີວິດເພື່ອປະຊາຊົນ, ເພື່ອປະເທດຊາດ, ຊີ້ນຳນຳພາພັກເຮົາ, ປະຊາຊົນເຮົາ ສ້າງໄດ້ບັນດາໄຊຊະນະອັນສະຫງ່າລາສີ. ພວງມາລາຂອງຄະນະມີແຖບຕົວອັກສອນຂຽນວ່າ: "ຈົດຈຳບຸນຄຸນ ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ ຕະຫຼອດກາລະນານ".
ປະຫວັດສາດຂອງຊາດຈະຈົດຈຳໄວ້ຕະຫຼອດກາລະນານ ໃນຊ່ວງເວລາ 11 ໂມງ 30 ນາທີ ຂອງວັນທີ 30 ເມສາ 1975 ໃນເວລາທີ່ທຸງປະຕິວັດໄດ້ປິວສະໄງຢູ່ເທິງຍອດທຳນຽບເອກະລາດ - ເປັນຂີດໝາຍແຫ່ງການປົດປ່ອຍພາກໃຕ້ຢ່າງສົມບູນ, ຜືນແຜ່ນດິນຫວຽດນາມໄດ້ທ້ອນໂຮມເປັນເອກະພາບແຕ່ເໜືອຮອດໃຕ້.
![]() |
| ຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ - ຮູບ: VGP/ເຍີດບັກ |
![]() |
| ຄະນະຜູ້ແທນຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ - ຮູບ: VGP/ເຍີດບັກ |
![]() |
| ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ - ຮູບ: VGP/ເຍີດບັກ |
ຫຼັງຈາກນັ້ນ, ບັນດາຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ... ກໍໄດ້ເຂົ້າວາງພວງມາລາ, ເຂົ້າຢ້ຽມຂໍ່ານັບສຸສານ ປະທານ ໂຮ່ຈີມິນ.
![]() |
| ຄະນະຜູ້ແທນຜູ້ນຳພັກ, ລັດ ເຂົ້າວາງພວງມາລາ, ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດບັກ |
ຕໍ່ຈາກນັ້ນ, ຄະນະຜູ້ແທນຜູ້ນຳພັກ, ລັດ ໄດ້ເຂົ້າວາງພວງມາລາ, ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.
51 ປີ ພາຍຫຼັງວັນປົດປ່ອຍ, ພາຍໃຕ້ທຸງປະຕິວັດອັນສະຫງ່າລາສີ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບພວກເຮົາ ໄດ້ຮ່ວມແຮງຮ່ວມໃຈກັນຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ກ້າວໄປເຖິງການຍາດໄດ້ໄຊຊະນະອັນໃຫຍ່ຫຼວງເທື່ອລະກ້າວ ໃນຂະບວນວິວັດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ເມື່ອທົບທວນຄືນບັນດາໄລຍະປະຫວັດສາດອັນອົງອາດກ້າຫານຂອງຊາດ ພ້ອມກັບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ແລະ ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ສະໄໝທີ 2026-2031, ພວກເຮົາຍິ່ງມີຄວາມໝັ້ນທ່ຽງ, ມີຄວາມພາກພູມໃຈ ເພື່ອສືບຕໍ່ສູ້ຊົນສ້າງໃຫ້ໄດ້ບັນດາຜົນງານອັນໃຫຍ່ຫຼວງ ແລະ ຮຸ່ງເຮືອງເຫຼືອງເຫຼື້ອມກວ່າເກົ່າ, ພາໃຫ້ປະເທດຊາດນັບມື້ນັບພັດທະນາ, ເຊື່ອມໂຍງ; ຕົກລົງໃຈສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມ ໃຫ້ມີຄວາມໝັ້ນຄົງ, ນຳພາປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ - ສັງກາດແຫ່ງການບຸກທະລຸຂອງຊາດ.
![]() |
| ຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດບັກ |
![]() |
| ຄະນະຜູ້ແທນຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດບັກ |
![]() |
| ຄະນະຜູ້ແທນຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ ຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ - ຮູບ: VGP/ເຍີດ ບັກ |
ທ່າມກາງບັນຍາກາດອັນສະຫງ່າລາສີ, ບັນດາສະຫາຍຜູ້ນຳພັກ, ລັດ ໄດ້ສະແດງຄວາມລະນຶກເຖິງບັນດາບຸດຮັກທີ່ດີເດັ່ນຂອງຊາດ ຜູ້ທີ່ບໍ່ຂີ້ຖີ່ເລືອດເນື້ອ, ຕໍ່ສູ້ຢ່າງອົງອາດກ້າຫານ, ເສຍສະຫຼະຊີວິດເພື່ອຄວາມເປັນເອກະລາດ, ອິດສະລະພາບຂອງປະເທດຊາດ, ເພື່ອຄວາມສຸກຂອງປະຊາຊົນ. ພວງມາລາຂອງຄະນະມີແຖບຕົວອັກສອນຂຽນວ່າ: "ຈົດຈຳບຸນຄຸນບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຕະຫຼອດກາລະນານ".
ໃນຕອນເຊົ້າຂອງວັນດຽວກັນ, ບັນດາຄະນະຜູ້ແທນຄະນະພັກການທະຫານສູນກາງ - ກະຊວງປ້ອງກັນປະເທດ; ຄະນະພັກປ້ອງກັນຄວາມສະຫງົບສູນກາງ - ກະຊວງປ້ອງກັນຄວາມສະຫງົບ; ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ... ກໍໄດ້ເຂົ້າຈຸດທູບອາໄລຫາບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ອະນຸສາວະລີບັນດາວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.
| ສຳນັກຂ່າວສານປະເທດລາວ ເນັ້ນໜັກເຖິງຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື. ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ (18/07/1977 – 18/07/2025), ໜັງສືພິມ ປະເທດລາວ ໄດ້ລົງບົດຄວາມ 2 ບົດ ໂດຍຢັ້ງຢືນຄວາມໝາຍປະຫວັດສາດຂອງສົນທິສັນຍາ ແລະ ເນັ້ນໜັກເຖິງບົດບາດຂອງການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ... |
| ສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975 / 30 ເມສາ 2025) ລະດັບຊາດ ໂດຍ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນທີ 30 ເມສາ ທີ່ເສັ້ນທາງ ... |
ແທັງຮັ່ງ








