ວັນປົດປ່ອຍພາກໃຕ້ (30 ເມສາ): ວັນແຫ່ງໄຊຊະນະອັນສົມບູນ – ຈຸດຢືນທາງດ້ານຈິດໃຈໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ
| ພິທີເອົາທຸງຂຶ້ນເສົາ “ທ້ອນໂຮມປະເທດຊາດເປັນເອກະພາບ” ຢູ່ແຂວງ ກວາງຈິ | |
| ວັນວັດທະນະທຳ ຫວຽດນາມ: “ຈຸດນັດພົບ” ແຫ່ງເອກະລັກ ແລະ ພະລັງແຮງພາຍໃນ |
![]() |
| ວັນທີ 30 ເມສາ 1975, ລົດຕັງຂອງກອງທັບປົດປ່ອຍ ໄດ້ຕຳປະຕູທຳນຽບເອກະລາດໃຫ້ເພພັງ, ບຸກເຂົ້າຈັບຕົວປະທານາທິບໍດີຫຸ່ນ ຢືອງວັນມິງ ພ້ອມດ້ວຍຄະນະຄະລັດຖະບານໄຊງ່ອນທັງໝົດ, ອັດສາກບັ້ນຮົບ ໂຮ່ຈີມິນ ປະຫວັດສາດ. (ພາບເອກະສານ) |
ຈາກປະຊາຊາດໜຶ່ງທີ່ເຄີຍຜ່ານສົງຄາມ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ ແລະ ເອກະພາບ, ຫວຽດນາມ ໃນວັນນີ້ ພວມມານະພະຍາຍາມກາຍເປັນປະເທດທີ່ຮັ່ງມີເຂັ້ມແຂງ, ມີມະນຸດສະທຳ, ມີຄວາມຮັບຜິດຊອບຕໍ່ປະຊາຄົມສາກົນ; ຮູ້ຈັກສົມທົບກັນຢ່າງກົມກຽວລະຫວ່າງພະລັງແຮງຂອງຊາດ ກັບພະລັງແຮງຂອງຍຸກສະໄໝ, ຮູ້ຈັກຮັກສາສັນຕິພາບເພື່ອພັດທະນາ ແລະ ພັດທະນາເພື່ອປະກອບສ່ວນໃຫ້ຫຼາຍກວ່າເກົ່າແກ່ສັນຕິພາບ, ການຮ່ວມມື ແລະ ຄວາມກ້າວໜ້າຂອງມວນມະນຸດ.
ໄຊຊະນະແຫ່ງເອກະລາດ, ເອກະພາບ ແລະ ຄວາມມຸ່ງມາດປາດຖະໜາແຫ່ງສັນຕິພາບ
ມີບາງວັນໃນປະຫວັດສາດທີ່ບໍ່ພຽງແຕ່ຖືກຈົດບັນທຶກດ້ວຍຂີດໝາຍແຫ່ງເວລາເທົ່ານັ້ນ, ແຕ່ຍັງກາຍເປັນສ່ວນໜຶ່ງຂອງເອກະລັກທາງດ້ານຈິດໃຈຂອງຊາດ. ວັນທີ 30 ເມສາ ແມ່ນວັນໜຶ່ງທີ່ເປັນຄືແນວນັ້ນ. ນັ້ນແມ່ນວັນປົດປ່ອຍພາກໃຕ້ຢ່າງສົມບູນ, ປະເທດຊາດເປັນເອກະພາບ, ຜືນແຜ່ນດິນທ້ອນໂຮມເປັນອັນໜຶ່ງອັນດຽວ; ແມ່ນວັນທີ່ອັດສາກແຫ່ງຊຸມປີສົງຄາມທີ່ຖືກແບ່ງແຍກ, ເປີດສັງກາດໃໝ່ແຫ່ງສັນຕິພາບ, ເອກະລາດ, ເອກະພາບ ແລະ ການພັດທະນາ.
ແຕ່ວັນທີ 30 ເມສາ ບໍ່ພຽງແຕ່ແມ່ນວັນແຫ່ງໄຊຊະນະທາງດ້ານການທະຫານເທົ່ານັ້ນ. ທີ່ເລິກເຊິ່ງກວ່ານັ້ນ, ນັ້ນແມ່ນໄຊຊະນະແຫ່ງເຈດຈຳນົງຂອງ ຫວຽດນາມ, ຄວາມເຊື່ອໝັ້ນຂອງ ຫວຽດນາມ, ວັດທະນະທຳຮັກຊາດ ແລະ ພະລັງແຮງແຫ່ງຄວາມສາມັກຄີເປັນເອກະພາບທົ່ວປວງຊົນທັງຊາດ. ປະຊາຊາດໜຶ່ງທີ່ມີຂະໜາດພູມສາດນ້ອຍ, ທີ່ເຄີຍຜ່ານຜ່າການທົດສອບອັນຂີ້ຮ້າຍຂອງປະຫວັດສາດມາຢ່າງຫຼວງຫຼາຍ, ໄດ້ພິສູດໃຫ້ໂລກເຫັນວ່າ ສິດທິໃນການດຳລົງຊີວິດໃນເອກະລາດ, ອິດສະຫຼະພາບ ແລະ ເອກະພາບ ແມ່ນສິດອັນສັກສິດທີ່ບໍ່ສາມາດຖືກຍາດຊີງໄປໄດ້. ນັ້ນກໍແມ່ນການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນກະແສລວມຂອງມວນມະນຸດທີ່ຮັກຫອມສັນຕິພາບ, ຄວາມຍຸຕິທຳ ແລະ ຄວາມກ້າວໜ້າ.
ໃນແຕ່ລະໂອກາດວັນທີ 30 ເມສາ, ໃນຄວາມຊົງຈຳລວມຂອງຊາດ ໄດ້ປະກົດພາບພົດຂອງກອງທັບບັນດາເຫຼົ່າທັບທີ່ມຸ່ງໜ້າສູ່ໄຊງ່ອນ, ທຸງໄຊປິວສະໄຫວຢູ່ເທິງຫຼັງຄາທຳນຽບເອກະລາດ, ຄວາມດີໃຈຢ່າງລົ້ນເຫຼືອຂອງປະຊາຊົນນັບລ້ານໆຄົນ ເມື່ອປະເທດຊາດບໍ່ຖືກແບ່ງແຍກອີກຕໍ່ໄປ. ແຕ່ຄຽງຄູ່ກັບຄວາມພາກພູມໃຈນັ້ນ ແມ່ນຄວາມຕື້ນຕັນໃຈອັນເລິກເຊິ່ງ ເມື່ອຫວນຄິດເຖິງລາຄາຂອງສັນຕິພາບ: ແມ່ຈຳນວນຫຼວງຫຼາຍທີ່ສົ່ງລູກອອກສູ່ສະໜາມຮົບໂດຍທີ່ບໍ່ມີວັນກັບຄືນມາ, ນັກຮົບຈຳນວນຫຼວງຫຼາຍທີ່ສະລະໄວໜຸ່ມໄວ້ຢູ່ສະໜາມຮົບ, ຄອບຄົວຈຳນວນຫຼວງຫຼາຍທີ່ຍອມເສຍສະລະເພື່ອໃຫ້ທົ່ວປວງຊົນໄດ້ມີວັນທ້ອນໂຮມກັນ.
ໃນບົດຂຽນເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ ໄຊຊະນະວັນທີ 30 ເມສາ 1975 ແມ່ນ “ໝາກຜົນແຫ່ງຄວາມຕັດສິນໃຈອັນເດັດດ່ຽວໜຽວແໜ້ນຂອງປະຊາຊາດ ຫວຽດນາມ ກ່ຽວກັບປະເທດຊາດທີ່ເປັນເອກະພາບ, ບໍ່ສາມາດຖືກແບ່ງແຍກໂດຍອິດທິກຳລັງໃດໆ”. ຄຳເວົ້ານັ້ນ ບໍ່ພຽງແຕ່ຫວນຄືນຄວາມຈິງທາງປະຫວັດສາດເທົ່ານັ້ນ, ແຕ່ຍັງເປັນການຢືນຢັນສັດຈະທຳທີ່ມີຄຸນຄ່າຍາວນານວ່າ: ພະລັງແຮງທີ່ຍິ່ງໃຫຍ່ທີ່ສຸດຂອງ ຫວຽດນາມ ແມ່ນນອນຢູ່ທີ່ເຈດຈຳນົງທີ່ບໍ່ຍອມຈຳນົນ, ຄວາມມຸ່ງມາດປາດຖະໜາແຫ່ງຄວາມເປັນເອກະພາບ ແລະ ຄວາມສາມາດໃນການເຕົ້າໂຮມຄົນ ຫວຽດນາມ ທຸກຄົນເຂົ້າໃນຊະຕາກຳລວມອັນດຽວກັນ.
ວັນທີ 30 ເມສາ ຍັງແມ່ນຂີດໝາຍໜຶ່ງ ເພື່ອໃຫ້ໂລກເຂົ້າໃຈກ່ຽວກັບ ຫວຽດນາມ ຫຼາຍຂຶ້ນ. ຫວຽດນາມ ແມ່ນປະຊາຊາດທີ່ຮັກຫອມສັນຕິພາບ, ແຕ່ສັນຕິພາບນັ້ນ ບໍ່ແມ່ນການຍອມຈຳນົນແບບຕັ້ງຮັບຕໍ່ກັບຄວາມບໍ່ຍຸຕິທຳ; ນັ້ນແມ່ນສັນຕິພາບທີ່ໄດ້ຮັບການປົກປັກຮັກສາດ້ວຍບົດບາດອັນສະຫງ່າຜ່າເຜີຍ, ດ້ວຍຄວາມຖືກຕ້ອງ, ດ້ວຍຄວາມມຸ່ງມາດປາດຖະໜາແຫ່ງເອກະລາດ, ອິດສະຫຼະພາບ ແລະ ກຽດສັກສີຂອງຊາດ. ຫວຽດນາມ ແມ່ນປະຊາຊາດທີ່ເຄີຍຜ່ານຜ່າຄວາມສູນເສຍຢ່າງຫຼວງຫຼາຍໃນສົງຄາມ, ດັ່ງນັ້ນ ຈຶ່ງຍິ່ງເຂົ້າໃຈເລິກເຊິ່ງເຖິງຄຸນຄ່າຂອງສັນຕິພາບ, ຍິ່ງຖະໜອມຮັກການຮ່ວມມື, ການເຈລະຈາ, ມິດທະພາບ, ຍິ່ງປາດຖະໜາຢາກຮ່ວມກັບບັນດາປະເທດ ສ້າງສາໂລກທີ່ມີສະຖຽນລະພາບ, ຍຸຕິທຳ ແລະ ພັດທະນາຢ່າງຍືນຍົງ.
ດ້ວຍເຫດນັ້ນ, ການສະເຫຼີມສະຫຼອງວັນທີ 30 ເມສາ ໃນວັນນີ້ ບໍ່ສາມາດພຽງແຕ່ແມ່ນການຫວນຄືນອະດີດເທົ່ານັ້ນ, ເຖິງວ່າອະດີດນັ້ນຈະສະຫງ່າຜ່າເຜີຍພຽງໃດກໍຕາມ. ສິ່ງທີ່ສຳຄັນກວ່າແມ່ນຕ້ອງຫັນຄວາມຊົງຈຳທາງປະຫວັດສາດ ໃຫ້ກາຍເປັນພະລັງງານທາງດ້ານຈິດໃຈໃຫ້ແກ່ປັດຈຸບັນ ແລະ ອະນາຄົດ. ຄວາມພາກພູມໃຈຕໍ່ໄຊຊະນະ ບໍ່ແມ່ນເພື່ອຢຸດຢູ່ກັບທີ່ໃນລັດສະໝີພາບ, ແຕ່ແມ່ນເພື່ອດຳລົງຊີວິດໃຫ້ສົມກຽດກວ່າເກົ່າກັບສັນຕິພາບ. ການຮູ້ບຸນຄຸນຕໍ່ຄົນລຸ້ນກ່ອນ ບໍ່ພຽງແຕ່ແມ່ນການຈຸດທູບລະນຶກເຖິງເທົ່ານັ້ນ, ແຕ່ແມ່ນການເຮັດໃຫ້ປະເທດຊາດນັບມື້ນັບຮັ່ງມີເຂັ້ມແຂງກວ່າເກົ່າ, ມີມະນຸດສະທຳກວ່າເກົ່າ, ສີວິໄລກວ່າເກົ່າ, ມີບົດບາດສູງກວ່າເກົ່າໃນປະຊາຄົມສາກົນ.
![]() |
| ທ່ານ ຜູ້ຕ່າງໜ້າສະພາແຫ່ງຊາດ ບູ່ຍຮວ່າຍເຊີນ. (ແຫຼ່ງຂໍ້ມູນ: ສະພາແຫ່ງຊາດ) |
ຈາກພະລັງແຮງຂອງຊາດ ໄປສູ່ບົດບາດອັນສະຫງ່າຜ່າເຜີຍຂອງ ຫວຽດນາມ ໃນການເຊື່ອມໂຍງສາກົນ
ວັນທີ 30 ເມສາ ໄດ້ເປີດສັງກາດໃໝ່: ປະເທດຊາດເປັນເອກະພາບ, ປະຊາຊົນໄດ້ດຳລົງຊີວິດໃນສັນຕິພາບ, ທົ່ວປວງຊົນກ້າວເຂົ້າສູ່ການເດີນທາງແຫ່ງການປົວແປງບາດແຜສົງຄາມ, ຟື້ນຟູ, ສ້າງສາ ແລະ ພັດທະນາປະເທດຊາດ. ແຕ່ປະຫວັດສາດບໍ່ໄດ້ມອບສິດໃຫ້ແກ່ຄົນລຸ້ນໃດທີ່ຈະເພິ່ງພໍໃຈກັບສິ່ງທີ່ມີຢູ່ແລ້ວ. ແຕ່ລະຍຸກສະໄໝລ້ວນແຕ່ມີພາລະກິດສະເພາະ. ຄົນລຸ້ນພໍ່ລຸ້ນອ້າຍ ໄດ້ຍາດເອົາເອກະລາດ, ເອກະພາບ ດ້ວຍເລືອດເນື້ອເຊື້ອໄຂ. ຄົນລຸ້ນປັດຈຸບັນ ຕ້ອງສ້າງສາປະເທດຊາດດ້ວຍສະຕິປັນຍາ, ບົດບາດອັນສະຫງ່າຜ່າເຜີຍ, ລະບຽບວິໄນ, ຄວາມສ້າງສັນ ແລະ ຄວາມມຸ່ງມາດປາດຖະໜາທີ່ຈະບືນຕົວຂຶ້ນຢ່າງແຂງແຮງ.
ຖ້າຫາກໃນສະໄໝສົງຄາມ, ຄວາມຮັກຊາດແມ່ນການກຽມພ້ອມອອກສູ່ສະໜາມຮົບ ເພື່ອໃຫ້ປະເທດຊາດເປັນເອກະພາບ; ໃນສະໄໝສັນຕິພາບ, ຄວາມຮັກຊາດແມ່ນການອອກແຮງງານສ້າງສັນ, ດຳລົງຊີວິດຢ່າງມີຄວາມຮັບຜິດຊອບ, ເຄົາລົບກົດໝາຍ, ຮັກສາວັດທະນະທຳ, ປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາ ແລະ ບົດບາດຂອງປະເທດຊາດ. ຖ້າຫາກວັນທີ 30 ເມສາ ແມ່ນສັນຍະລັກແຫ່ງເຈດຈຳນົງແຫ່ງຄວາມເປັນເອກະພາບ, ສັງກາດໃໝ່ກໍຮຽກຮ້ອງໃຫ້ມີຄວາມເປັນເອກະພາບແບບໃໝ່: ເອກະພາບໃນຄວາມມຸ່ງມາດປາດຖະໜາແຫ່ງການພັດທະນາ, ຄວາມເຊື່ອໝັ້ນຂອງສັງຄົມ, ລະບົບຄຸນຄ່າ, ເຈດຈຳນົງແຫ່ງການເຊື່ອມໂຍງ ແລະ ຄວາມຮັບຜິດຊອບຂອງຄົນ ຫວຽດນາມ ແຕ່ລະຄົນຕໍ່ກັບອະນາຄົດຂອງຊາດ.
ໃນສະພາບການທີ່ໂລກພວມມີການຜັນແປຢ່າງວ່ອງໄວ, ສັບສົນ ແລະ ຄາດເດົາໄດ້ຍາກ, ບົດບາດອັນສະຫງ່າຜ່າເຜີຍຂອງ ຫວຽດນາມ ແຮງຈຳເປັນຕ້ອງໄດ້ຮັບການຢືນຢັນ. ການແຂ່ງຂັນທາງດ້ານຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດ, ການປ່ຽນແປງດິນຟ້າອາກາດ, ການຫັນເປັນດີຈີຕອນ, ປັນຍາປະດິດ (AI), ຄວາມໝັ້ນຄົງທາງໄຊເບີ, ຄວາມໝັ້ນຄົງທາງດ້ານພະລັງງານ, ຄວາມໝັ້ນຄົງທາງດ້ານແຫຼ່ງນ້ຳ, ການຍົກຍ້າຍຕ່ອງໂສ້ອຸປະທານ, ຄວາມບໍ່ສະເໝີພາບໃນການພັດທະນາ ແລະ ບັນດາສິ່ງທ້າທາຍທາງດ້ານຄວາມໝັ້ນຄົງແບບໃໝ່ ພວມວາງໂຈດໃໝ່ໆອອກມາຢ່າງສິ້ນເຊີງ. ປະເທດໜຶ່ງຢາກຢືນຢັນຕົນເອງໄດ້ ຕ້ອງມີຄວາມສາມາດເປັນເຈົ້າຕົນເອງ. ປະຊາຊາດໜຶ່ງຢາກບືນຕົວຂຶ້ນໄດ້ ຕ້ອງມີວິໄສທັດ. ປະເທດໜຶ່ງຢາກໄດ້ຮັບການເຄົາລົບ ຕ້ອງຮູ້ຈັກສົມທົບກັນຢ່າງກົມກຽວລະຫວ່າງກຳລັງແຮງພາຍໃນ ແລະ ກຳລັງແຮງພາຍນອກ, ລະຫວ່າງພະລັງແຮງຂອງຊາດ ແລະ ພະລັງແຮງຂອງຍຸກສະໄໝ.
ນີ້ຄືຈຸດປະສານກັນຢ່າງເລິກເຊິ່ງ ລະຫວ່າງຈິດໃຈ 30 ເມສາ ແລະ ແນວທາງການຕ່າງປະເທດຂອງ ຫວຽດນາມ ໃນປັດຈຸບັນ. ຈາກປະເທດທີ່ເຄີຍຖືກສົງຄາມທຳລາຍຢ່າງໜັກໜ່ວງ, ຫວຽດນາມ ໄດ້ກາຍເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ແມ່ນເພື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫຼາຍປະເທດ; ແມ່ນສຽງເວົ້າທີ່ມີອິດທິພົນນັບມື້ນັບສູງຂຶ້ນໃນບັນດາເວທີປາໄສພາກພື້ນ ແລະ ທົ່ວໂລກ. ຜົນສຳເລັດດັ່ງກ່າວ ບໍ່ພຽງແຕ່ມາຈາກນະໂຍບາຍການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍທິດ, ຫຼາຍຝ່າຍເທົ່ານັ້ນ, ແຕ່ຍັງມາຈາກພື້ນຖານວັດທະນະທຳແຫ່ງຄວາມປອງດອງ, ມະນຸດສະທຳ, ການຮູ້ຈັກໃຫ້ອະໄພ, ຖືໜັກຄວາມຖືກຕ້ອງ ແລະ ຄຸນງາມຄວາມດີຂອງປະຊາຊາດ ຫວຽດນາມ.
ໃນໂອກາດບຸນໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງ ປີ 2026 ຢູ່ເຂດປູຊະນີຍະສະຖານວັດຮຸ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຫວນຄືນຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ: “ບັນດາເຈົ້າຊີວິດຮຸ່ງ ໄດ້ມີຄຸນງາມຄວາມດີໃນການສ້າງປະເທດ, ລຸ້ນລູກລຸ້ນຫຼານພວກເຮົາ ຕ້ອງພ້ອມກັນປົກປັກຮັກສາປະເທດໄວ້ໃຫ້ໝັ້ນຄົງ”, ພ້ອມທັງຢືນຢັນວ່າ: “ການສ້າງປະເທດແມ່ນຄຸນງາມຄວາມດີຂອງບັນພະບຸລຸດ. ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແມ່ນຄວາມຮັບຜິດຊອບຂອງຄົນລຸ້ນປັດຈຸບັນ ແລະ ລຸ້ນຕໍ່ໆໄປ”.
ສານດັ່ງກ່າວ ເມື່ອວາງໄວ້ໃນເນື້ອໃນຂອງວັນທີ 30 ເມສາ, ໄດ້ສະແດງໃຫ້ເຫັນວ່າ ການປົກປັກຮັກສາປະເທດຊາດໃນວັນນີ້ ບໍ່ພຽງແຕ່ແມ່ນການປົກປັກຮັກສາເຂດຊາຍແດນ, ເຂດທະເລເກາະ, ນ່ານຟ້າ, ນ່ານນ້ຳອັນສັກສິດຂອງປະເທດຊາດເທົ່ານັ້ນ, ແຕ່ຍັງແມ່ນການຮັກສາສະພາບແວດລ້ອມແຫ່ງສັນຕິພາບເພື່ອພັດທະນາ, ຮັກສາຄວາມເຊື່ອໝັ້ນຂອງປະຊາຊົນ, ຮັກສາເອກະລັກວັດທະນະທຳ, ຮັກສາຄວາມປອດໃສຂອງກົນໄກລັດ, ຮັກສາຄວາມສາມາດເປັນເຈົ້າຕົນເອງທາງດ້ານຍຸດທະສາດ ແລະ ຮັກສາບົດບາດຂອງປະເທດຊາດ ໃນໂລກທີ່ມີການຜັນແປຢ່າງຫຼວງຫຼາຍ.
ຫວຽດນາມ ທີ່ພວມບືນຕົວຂຶ້ນໃນສັງກາດໃໝ່ ຕ້ອງແມ່ນ ຫວຽດນາມ ທີ່ຮູ້ຈັກຢືນຢັນຕົນເອງດ້ວຍລຳແຂ່ງຂອງຕົນ, ແຕ່ບໍ່ໄດ້ປິດປະຕູຕໍ່ກັບໂລກ; ຮູ້ຈັກເຊື່ອມໂຍງຢ່າງກວ້າງຂວາງແຕ່ບໍ່ລະລາຍ; ຮູ້ຈັກຍາດແຍກເອົາຄວາມຮູ້, ເຕັກໂນໂລຊີ, ແຫຼ່ງກຳລັງສາກົນ ແຕ່ບໍ່ເສຍບົດບາດອັນສະຫງ່າຜ່າເຜີຍ, ເອກະລັກ ແລະ ຜົນປະໂຫຍດຂອງຊາດ. ນັ້ນຄື ຫວຽດນາມ ທີ່ຮູ້ຈັກເລົ່າເລື່ອງລາວຂອງຕົນເອງໃຫ້ໂລກຮັບຮູ້ດ້ວຍຄວາມເຊື່ອໝັ້ນ: ເລື່ອງລາວຂອງປະຊາຊາດໜຶ່ງທີ່ເຄີຍຜ່ານສົງຄາມ ເພື່ອຮັກຫອມສັນຕິພາບກວ່າເກົ່າ; ເຄີຍຖືກແບ່ງແຍກ ເພື່ອເຫັນຄຸນຄ່າແຫ່ງຄວາມເປັນເອກະພາບກວ່າເກົ່າ; ເຄີຍຜ່ານຜ່າຄວາມສູນເສຍ ເພື່ອຖະໜອມຮັກມະນຸດສະທຳກວ່າເກົ່າ; ເຄີຍທຸກຍາກ ເພື່ອມີຄວາມຕັດສິນໃຈພັດທະນາກວ່າເກົ່າ.
ນັບແຕ່ວັນແຫ່ງໄຊຊະນະອັນສົມບູນ ຈົນຮອດທຸກມື້ນີ້, ພະລັງແຮງຂອງ ຫວຽດນາມ ບໍ່ພຽງແຕ່ນອນຢູ່ໃນຄວາມຊົງຈຳແຫ່ງໄຊຊະນະເທົ່ານັ້ນ, ແຕ່ຍັງນອນຢູ່ໃນຄວາມສາມາດຫັນປ່ຽນຄວາມຊົງຈຳນັ້ນ ໃຫ້ກາຍເປັນກຳລັງຊຸກຍູ້ແຫ່ງການພັດທະນາ. ນັ້ນຄືຄວາມສາມາດຫັນປ່ຽນຄວາມເຈັບແສບໃຫ້ເປັນເຈດຈຳນົງ, ຫັນສັນຕິພາບໃຫ້ເປັນໂອກາດ, ຫັນການເຊື່ອມໂຍງໃຫ້ເປັນແຫຼ່ງກຳລັງ, ຫັນວັດທະນະທຳໃຫ້ເປັນພະລັງແຮງທີ່ອ່ອນໂຍນ, ຫັນມະນຸດໃຫ້ເປັນໃຈກາງຂອງທຸກນະໂຍບາຍການພັດທະນາ. ປະເທດໜຶ່ງຢາກກ້າວໄປຢ່າງວ່ອງໄວ ຕ້ອງການແຫຼ່ງກຳລັງທາງດ້ານວັດຖຸ; ແຕ່ຢາກກ້າວໄປໃຫ້ໄກ ຕ້ອງການວັດທະນະທຳ, ຄວາມເຊື່ອໝັ້ນ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ.
![]() |
| ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ຕ້ອງເລີ່ມຕົ້ນຈາກມະນຸດ. (ແຫຼ່ງຂໍ້ມູນ: VGP) |
ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ: ຮັ່ງມີເຂັ້ມແຂງ, ມີມະນຸດສະທຳ ແລະ ມີຄວາມຮັບຜິດຊອບຕໍ່ໂລກ
ວັນທີ 30 ເມສາ ໄດ້ເຕືອນໃຫ້ພວກເຮົາຮູ້ວ່າ, ປະເທດຊາດເປັນເອກະພາບ ແມ່ນໝາກຜົນອັນສັກສິດຂອງປະຫວັດສາດ. ແຕ່ປະຫວັດສາດບໍ່ໄດ້ຢຸດຢູ່ພຽງແຕ່ການທ້ອນໂຮມຜືນແຜ່ນດິນໃຫ້ເປັນເອກະພາບເທົ່ານັ້ນ. ປະເທດໜຶ່ງຢາກເຂັ້ມແຂງຢ່າງແທ້ຈິງ ຕ້ອງສືບຕໍ່ປັບປຸງຄວາມສາມັກຄີເປັນເອກະພາບໃນຈິດໃຈຂອງປະຊາຊົນ: ເປັນເອກະພາບໃນຄວາມເຊື່ອໝັ້ນ, ໃນລະບົບຄຸນຄ່າ, ຄວາມມຸ່ງມາດປາດຖະໜາແຫ່ງການພັດທະນາ, ຄວາມຮັບຜິດຊອບຂອງພົນລະເມືອງ ແລະ ເຈດຈຳນົງທີ່ຈະນຳພາ ຫວຽດນາມ ບືນຕົວຂຶ້ນໃຫ້ສົມກັບທ່າແຮງ ແລະ ບົດບາດຂອງຕົນ.
ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ໃນວັນນີ້ ບໍ່ພຽງແຕ່ແມ່ນຄວາມຢາກຫຼຸດພົ້ນອອກຈາກຄວາມທຸກຍາກ, ຫຼຸດພົ້ນອອກຈາກຄວາມຫຼ້າຫຼັງເທົ່ານັ້ນ, ແຕ່ແມ່ນຄວາມມຸ່ງມາດປາດຖະໜາຢາກກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງ, ມີພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍເອກະລັກຂອງຊາດ, ມະນຸດມີຄວາມສ້າງສັນ, ມີຈິດໃຈເມດຕາ, ມີຄວາມຮັບຜິດຊອບ, ບົດບາດນັບມື້ນັບສູງຂຶ້ນໃນພາກພື້ນ ແລະ ໃນໂລກ. ນັ້ນແມ່ນຄວາມມຸ່ງມາດປາດຖະໜາຢາກຮັ່ງມີເຂັ້ມແຂງໃນສັນຕິພາບ, ການຮ່ວມມື, ມະນຸດສະທຳ ແລະ ຄວາມຮັບຜິດຊອບ.
ຫວຽດນາມ ທີ່ຮັ່ງມີເຂັ້ມແຂງ ກ່ອນອື່ນໝົດຕ້ອງແຂງແຮງມາແຕ່ຮາກຖານ: ຮາກຖານວັດທະນະທຳ, ຮາກຖານມະນຸດ, ຮາກຖານລະບອບລະບຽບການ ແລະ ຮາກຖານແຫ່ງຄວາມເຊື່ອໝັ້ນ. ການເຕີບໂຕທາງດ້ານເສດຖະກິດແມ່ນສຳຄັນຫຼາຍ ແຕ່ບໍ່ສາມາດປ່ຽນແທນໃຫ້ແກ່ຄວາມເຊື່ອໝັ້ນຂອງສັງຄົມໄດ້. ເຕັກໂນໂລຊີແມ່ນສຳຄັນຫຼາຍ ແຕ່ບໍ່ສາມາດປ່ຽນແທນໃຫ້ແກ່ສິລະທຳ ແລະ ມະນຸດສະທຳໄດ້. ການເຊື່ອມໂຍງແມ່ນສຳຄັນຫຼາຍ ແຕ່ຈະຍືນຍົງໄດ້ກໍຕໍ່ເມື່ອປະເທດຊາດມີເອກະລັກ, ມີບົດບາດອັນສະຫງ່າຜ່າເຜີຍ ແລະ ມີຄວາມສາມາດເປັນເຈົ້າຕົນເອງ. ແມ່ນວັດທະນະທຳທີ່ຊ່ວຍໃຫ້ພວກເຮົາຮູ້ວ່າ ພັດທະນາເພື່ອຫຍັງ, ພັດທະນາເພື່ອໃຜ, ພັດທະນາດ້ວຍວິທີໃດ ແລະ ພັດທະນາໄປຮອດໃສ ໂດຍທີ່ຍັງຮັກສາຄວາມເປັນຕົວຂອງເຮົາເອງໄວ້ໄດ້.
ດັ່ງນັ້ນ, ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ຕ້ອງເລີ່ມຕົ້ນຈາກມະນຸດ ຫວຽດນາມ. ບໍ່ສາມາດມີປະເທດທີ່ຮັ່ງມີເຂັ້ມແຂງໄດ້ ຖ້າຫາກຂາດພົນລະເມືອງທີ່ມີຄວາມຮູ້, ມີທັກສະ, ມີລະບຽບວິໄນ, ມີຄວາມຮັກຊາດ, ມີຈິດໃຈເມດຕາ, ມີຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ. ບໍ່ສາມາດມີສັງຄົມທີ່ສີວິໄລໄດ້ ຖ້າຫາກຂາດວັດທະນະທຳການປະພຶດໃນຄອບຄົວ, ໂຮງຮຽນ, ບ່ອນເຮັດວຽກ, ວິສາຫະກິດ, ຊຸມຊົນ ແລະ ໃນໂລກໄຊເບີ. ບໍ່ສາມາດມີພື້ນຖານເສດຖະກິດສ້າງສັນໄດ້ ຖ້າຫາກຂາດສະພາບແວດລ້ອມທີ່ຊຸກຍູ້ຜູ້ມີພອນສະຫວັນ, ເຄົາລົບຄວາມແຕກຕ່າງ, ປົກປ້ອງສິ່ງໃໝ່ໆ, ເຊີດຊູຄວາມຊື່ສັດບໍລິສຸດ ແລະ ກ້າຮັບຜິດຊອບ.
ຢູ່ເຂດປູຊະນີຍະສະຖານວັດຮຸ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ກ່າວປະໂຫຍກໜຶ່ງທີ່ງ່າຍດາຍແຕ່ເລິກເຊິ່ງວ່າ: “ພວກເຮົາມີຄວາມພາກພູມໃຈຕໍ່ປະຫວັດສາດ, ແຕ່ຄວາມພາກພູມໃຈຕ້ອງຄຽງຄູ່ກັບການກະທຳ. ພວກເຮົາຮັກຊາດ, ແຕ່ຄວາມຮັກຊາດຕ້ອງສະແດງອອກດ້ວຍວຽກງານໃນແຕ່ລະວັນ”. ນີ້ຄືສານທີ່ສອດຄ່ອງທີ່ສຸດກັບວັນທີ 30 ເມສາ ໃນສະພາບການໃໝ່. ຄວາມຮັກຊາດໃນວັນນີ້ ບໍ່ພຽງແຕ່ແມ່ນອາລົມຈິດອັນສັກສິດໃນບັນດາວັນບຸນໃຫຍ່ເທົ່ານັ້ນ, ແຕ່ແມ່ນການເຮັດວຽກປະຈຳວັນໃຫ້ດີ; ແມ່ນການຮ່ຳຮຽນຢ່າງຈິງຈັງ, ອອກແຮງງານສ້າງສັນ, ດຳລົງຊີວິດຢ່າງຊື່ສັດ, ປະຕິບັດຕາມລະບຽບກົດໝາຍ, ປົກປັກຮັກສາສິ່ງແວດລ້ອມ, ຮັກສາວັດທະນະທຳ, ຕໍ່ສູ້ກັບສິ່ງທີ່ຜິດ, ເຜີຍແຜ່ສິ່ງທີ່ຖືກຕ້ອງ, ປະກອບສ່ວນເຂົ້າໃນຄວາມສະຫງົບສຸກ, ຄວາມສີວິໄລ ແລະ ການພັດທະນາຂອງຊຸມຊົນ.
ຕໍ່ກັບໂລກ, ຫວຽດນາມ ທີ່ພວມບືນຕົວຂຶ້ນ ກໍຕ້ອງແມ່ນ ຫວຽດນາມ ທີ່ມີຄວາມຮັບຜິດຊອບ. ພວກເຮົາພັດທະນາບໍ່ພຽງແຕ່ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນຕົນເອງເທົ່ານັ້ນ, ແຕ່ຍັງເພື່ອປະກອບສ່ວນໃຫ້ຫຼາຍກວ່າເກົ່າແກ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງຂອງພາກພື້ນ ແລະ ໃນໂລກ. ການເຊື່ອມໂຍງບໍ່ພຽງແຕ່ເພື່ອຮັບເອົາແຫຼ່ງກຳລັງເທົ່ານັ້ນ, ແຕ່ຍັງເພື່ອແບ່ງປັນບົດຮຽນ, ຄຸນຄ່າ, ເອກະລັກ ແລະ ສຽງເວົ້າຂອງ ຫວຽດນາມ. ການສ້າງສັນພະລັງແຮງທີ່ອ່ອນໂຍນຂອງຊາດ ບໍ່ພຽງແຕ່ເພື່ອໂຄສະນາພາບພົດຂອງປະເທດຊາດເທົ່ານັ້ນ, ແຕ່ຍັງເພື່ອໃຫ້ໂລກເຂົ້າໃຈວ່າ ຫວຽດນາມ ແມ່ນປະຊາຊາດທີ່ຮັກຫອມສັນຕິພາບ, ຖືໜັກຄຸນງາມຄວາມດີ, ເຄົາລົບຄວາມຖືກຕ້ອງ, ອຸດົມສົມບູນໄປດ້ວຍເອກະລັກ ແລະ ປາດຖະໜາຢາກຮ່ວມກັບບັນດາປະເທດແກ້ໄຂສິ່ງທ້າທາຍລວມ ດ້ວຍການເຈລະຈາ, ການຮ່ວມມື ແລະ ຄວາມຮັບຜິດຊອບ.
ນັ້ນກໍແມ່ນເຫດຜົນທີ່ວັດທະນະທຳຈຳເປັນຕ້ອງກາຍເປັນເສົາຄ້ຳທີ່ສຳຄັນໃນວຽກງານການຕ່າງປະເທດຂອງ ຫວຽດນາມ. ວັດທະນະທຳຊ່ວຍໃຫ້ໂລກເຂົ້າໃຈ ຫວຽດນາມ ບໍ່ພຽງແຕ່ຜ່ານສົງຄາມເທົ່ານັ້ນ, ແຕ່ຜ່ານສັນຕິພາບ; ບໍ່ພຽງແຕ່ຜ່ານອະດີດທີ່ເຈັບແສບເທົ່ານັ້ນ, ແຕ່ຜ່ານປັດຈຸບັນແຫ່ງການປ່ຽນແປງໃໝ່ ແລະ ອະນາຄົດແຫ່ງການສ້າງສັນ; ບໍ່ພຽງແຕ່ຜ່ານພາບພົດຂອງປະຊາຊາດທີ່ຢືດຢັດໜຽວແໜ້ນເທົ່ານັ້ນ, ແຕ່ຍັງຜ່ານປະຊາຊາດທີ່ມີມະນຸດສະທຳ, ເປີດກວ້າງ, ເປັນມິດ ແລະ ເຕັມໄປດ້ວຍຄວາມມຸ່ງມາດປາດຖະໜາ. ແຕ່ລະມໍລະດົກ, ແຕ່ລະຜົນງານສິລະປະ, ແຕ່ລະຜະລິດຕະພັນສ້າງສັນ, ແຕ່ລະເລື່ອງລາວກ່ຽວກັບມະນຸດ ຫວຽດນາມ ລ້ວນແຕ່ສາມາດກາຍເປັນຂົວຕໍ່ທີ່ເຊື່ອມຕໍ່ ຫວຽດນາມ ກັບໂລກ.
ວັນທີ 30 ເມສາ ດັ່ງນັ້ນ ຈຶ່ງບໍ່ພຽງແຕ່ແມ່ນວັນແຫ່ງປະຫວັດສາດຂອງຊາດເທົັ້ນນັ້ນ, ແຕ່ຍັງແມ່ນວັນເພື່ອໃຫ້ ຫວຽດນາມ ສົ່ງສານເຖິງເພື່ອນມິດສາກົນວ່າ: ພວກເຮົາເຂົ້າໃຈຄຸນຄ່າຂອງສັນຕິພາບ ຍ້ອນເຄີຍຜ່ານສົງຄາມມາແລ້ວ; ພວກເຮົາຖະໜອມຮັກຄວາມເປັນເອກະພາບ ຍ້ອນເຄີຍຜ່ານການຖືກແບ່ງແຍກມາແລ້ວ; ພວກເຮົາຄອງຄອຍຄວາມມຸ່ງມາດປາດຖະໜາແຫ່ງການພັດທະນາ ຍ້ອນເຄີຍຜ່ານຄວາມທຸກຍາກມາແລ້ວ; ພວກເຮົາຢາກເປັນເພື່ອນກັບທົ່ວໂລກ ຍ້ອນເຂົ້າໃຈວ່າ ອະນາຄົດຂອງແຕ່ລະປະເທດໃນວັນນີ້ ລ້ວນແຕ່ຕິດພັນກັບອະນາຄົດລວມຂອງມວນມະນຸດ.
ການສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງທີ່ສຸດຕໍ່ວັນທີ 30 ເມສາ ບໍ່ພຽງແຕ່ແມ່ນການລະນຶກເຖິງໄຊຊະນະເທົ່ານັ້ນ, ແຕ່ແມ່ນການເຮັດໃຫ້ປະເທດຊາດທີ່ເປັນເອກະພາບນັ້ນ ນັບມື້ນັບຮັ່ງມີເຂັ້ມແຂງ, ມີມະນຸດສະທຳ, ສີວິໄລ ແລະ ມີຄວາມສຸກກວ່າເກົ່າ. ຈາກວັນແຫ່ງໄຊຊະນະອັນສົມບູນ ໄປສູ່ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ ແມ່ນການເດີນທາງສືບທອດບົດບາດອັນສະຫງ່າຜ່າເຜີຍຂອງຊາດ. ການເດີນທາງນັ້ນ ເລີ່ມຕົ້ນຈາກເຈດຈຳນົງແຫ່ງເອກະລາດ, ອິດສະຫຼະພາບ, ເອກະພາບ; ໄດ້ຮັບການຊ່ວຍໜູນຈາກວັດທະນະທຳຮັກຊາດ ແລະ ຄວາມສາມັກຄີເປັນເອກະພາບທົ່ວປວງຊົນທັງຊາດ; ເຊິ່ງໃນວັນນີ້ ພວມເປີດອອກດ້ວຍຄວາມມຸ່ງມາດປາດຖະໜາຢາກສ້າງສາ ຫວຽດນາມ ທີ່ຮັ່ງມີສີວິໄລ, ມີເອກະລັກ, ມີຄວາມຮັບຜິດຊອບ ແລະ ມີບົດບາດອັນສົມກຽດໃນປະຊາຄົມສາກົນ.
ວັນແຫ່ງໄຊຊະນະອັນສົມບູນ ດັ່ງນັ້ນ ຈຶ່ງແມ່ນຈຸດຢືນທາງດ້ານຈິດໃຈໃຫ້ແກ່ຄວາມມຸ່ງມາດປາດຖະໜາຂອງ ຫວຽດນາມ. ຈຸດຢືນນັ້ນ ຊ່ວຍໃຫ້ພວກເຮົາມີຄວາມພາກພູມໃຈແຕ່ບໍ່ລືມຕົວ, ຮູ້ບຸນຄຸນແຕ່ບໍ່ຢຸດຢັ້ງ, ເຊື່ອມໂຍງແຕ່ບໍ່ເສຍຄວາມເປັນຕົວຂອງເຮົາເອງ, ພັດທະນາແຕ່ບໍ່ຫ່າງໄກຈາກມະນຸດ, ບືນຕົວອອກສູ່ໂລກແຕ່ຍັງຮັກສາຮາກເຫງົ້າໄວ້ໃຫ້ໝັ້ນຄົງ. ນັ້ນຄືເສັ້ນທາງເພື່ອໃຫ້ ຫວຽດນາມ ກ້າວໄປສູ່ອະນາຄົດດ້ວຍຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະ ພະລັງແຮງຂອງຕົນເອງ.
| ເຊີດຊູພາສາ ຫວຽດນາມ: ຂົວຕໍ່ແຫ່ງຄວາມຜູກພັນ ຫວຽດນາມ - ລາວ ຍສໝ - ຕາມຂ່າວຈາກນັກຂ່າວສຳນັກຂ່າວສານ ຫວຽດນາມ (TTXVN) ປະຈຳ ລາວ, ໃນຕອນບ່າຍວັນທີ 27 ເມສາ, ຢູ່ສະຖານທູດ ຫວຽດນາມ ປະຈຳ ລາວ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດເວທີປາໄສ “ພາສາ ຫວຽດນາມ: ຂົວຕໍ່ ຫວຽດນາມ - ລາວ” ພາຍໃຕ້ຫົວຂໍ້ “ເຊີດຊູພາສາ ຫວຽດນາມ, ... |
| ບັນດາທ້ອງຖິ່ນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ ຍສໝ - ໃນບັນຍາກາດແຫ່ງຄວາມເຄົາລົບຮັກ ແລະ ສະແດງຄວາມຮູ້ບຸນຄຸນທີ່ມຸ່ງໄປສູ່ຕົ້ນກຳເນີດຂອງຊາດ, ໃນຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ປີມະເມຍ), ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ພ້ອມກັນຈັດພິທີໄຫວ້ບູຊາບັນພະບຸລຸດເຈົ້າຊີວິດຮຸ່ງຢ່າງສົມກຽດ, ດ້ວຍບັນດາຮີດຄອງປະເພນີອັນດີງາມ ແລະ ກິດຈະກຳທາງດ້ານວັດທະນະທຳທີ່ເປັນເອກະລັກ. ເຫດການດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄຸນສົມບັດ "ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ" ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການສຶກສາອົບຮົມ, ... |


