15:54 | 28/04/2026

ເຊີດຊູພາສາ ຫວຽດນາມ: ຂົວຕໍ່ແຫ່ງຄວາມຜູກພັນ ຫວຽດນາມ - ລາວ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ
ນັກສຶກສາລາວ, ກຳປູເຈຍ ສະຫຼອງບຸນປີໃໝ່ປະເພນີ ຢູ່ໂຮງຮຽນມິດຕະພາບ 80

ເວທີປາໄສໄດ້ຈັດຂຶ້ນເນື່ອງໃນໂອກາດຕອບສະໜອງວັນເຊີດຊູພາສາ ຫວຽດນາມ ໃນຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອແນໃສ່ເຜີຍແຜ່ຄຸນຄ່າພາສາ ຫວຽດນາມ, ຮັກສາເອກະລັກວັດທະນະທຳຂອງຊາດ ແລະ ເພີ່ມທະວີການເຊື່ອມຕໍ່ຊຸມຊົນຊາວ ຫວຽດນາມ ຢູ່ ລາວ.

ເຂົ້າຮ່ວມເຫດການມີທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍບັນດາພະນັກງານສະຖານທູດ; ຜູ້ຕາງໜ້າສູນວັດທະນະທຳ ຫວຽດນາມ ປະຈຳ ລາວ; ຜູ້ຕາງໜ້າການນຳແນວລາວສ້າງຊາດ ນະຄອນຫຼວງວຽງຈັນ; ຜູ້ຕາງໜ້າກະຊວງສຶກສາທິການ ແລະ ກິລາ ລາວ; ບັນດາສະມາຄົມຊາວ ຫວຽດນາມ ຢູ່ ລາວ; ຖັນແຖວຄູອາຈານ, ນັກຊ່ຽວຊານພາສາ ຫວຽດນາມ, ຜູ້ປົກຄອງ, ນັກຮຽນ, ນັກສຶກສາ ແລະ ຫຼາຍອົງການຈັດຕັ້ງ, ບຸກຄົນທີ່ໃຫ້ຄວາມສົນໃຈຕໍ່ວຽກງານການປົກປັກຮັກສາ ແລະ ພັດທະນາພາສາ ຫວຽດນາມ ຢູ່ ລາວ; ຜູ້ຕາງໜ້າບັນດາອົງການຈັດຕັ້ງພາຍໃນປະເທດ ແລະ ບັນດາຈຸດເຊື່ອມຕໍ່ສາກົນ.

ເຊີດຊູພາສາ ຫວຽດນາມ: ຂົວຕໍ່ແຫ່ງຄວາມຜູກພັນ ຫວຽດນາມ - ລາວ
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ກ່າວຄຳປາໄສ ໄຂເຫດການ. ພາບ: ຊວນຕູ໋ - ນັກຂ່າວ TTXVN ປະຈຳ ລາວ

ກ່າວຄຳປາໄສໄຂພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ໄດ້ຕີລາຄາສູງຕໍ່ການຈັດເວທີປາໄສ ທີ່ມີເນື້ອໃນເປັນລະບົບ, ອຸດົມສົມບູນ ແລະ ມີລັກສະນະເຈາະຈີມເລິກເຊິ່ງ, ສະແດງໃຫ້ເຫັນເຖິງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການຈັດຕັ້ງ ແລະ ຊຸມຊົນ; ທ່ານໄດ້ເນັ້ນໜັກວ່າ ເວທີປາໄສບໍ່ພຽງແຕ່ແມ່ນກິດຈະກຳຕອບສະໜອງທີ່ມີຄວາມໝາຍທາງດ້ານວັດທະນະທຳເທົ່ານັ້ນ, ແຕ່ຍັງແມ່ນສະຖານທີ່ເຊື່ອມຕໍ່, ແລກປ່ຽນບົດຮຽນ, ປະກອບສ່ວນຊຸກຍູ້ຂະບວນການສິດສອນ ແລະ ການຮຽນພາສາ ຫວຽດນາມ ຢູ່ ລາວ ໃຫ້ນັບມື້ນັບແທດຕົວຈິງ ແລະ ມີປະສິດທິຜົນ.

ຕາມທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ ແລ້ວ, ພາສາ ຫວຽດນາມ ບໍ່ພຽງແຕ່ແມ່ນພາຫະນະໃນການສື່ສານເທົ່ານັ້ນ, ແຕ່ຍັງແມ່ນບ່ອນເກັບຮັກສາຄວາມຊົງຈຳທາງປະຫວັດສາດ, ຖ່າຍທອດບັນດາຄຸນຄ່າວັດທະນະທຳ, ຄຸນສົມບັດ ແລະ ກຳນົດເອກະລັກຂອງຊາດ. ດັ່ງນັ້ນ, ການປົກປັກຮັກສາພາສາ ຫວຽດນາມ ຈຶ່ງມີຄວາມໝາຍອັນຍາວນານ, ແມ່ນຄວາມຮັບຜິດຊອບຮ່ວມກັນຂອງຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ, ໃນນັ້ນມີຊຸມຊົນຊາວ ຫວຽດນາມ ຢູ່ ລາວ. ທ່ານເອກອັກຄະລັດຖະທູດ ໄດ້ຈົດຈຳ ແລະ ຍ້ອງຍໍຄວາມພະຍາຍາມຂອງບັນດາສະມາຄົມ, ໂຮງຮຽນ, ຄູອາຈານ ແລະ ຄອບຄົວ ໃນການຮັກສາບັນດາຫ້ອງຮຽນພາສາ ຫວຽດນາມ, ສ້າງສະພາບແວດລ້ອມໃນການນຳໃຊ້ພາສາ ຫວຽດນາມ ແລະ ຈັດຕັ້ງບັນດາກິດຈະກຳວັດທະນະທຳຊຸມຊົນ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ການປົກປັກຮັກສາພາສາ ຫວຽດນາມ ແມ່ນຄວາມຮັບຜິດຊອບຮ່ວມຂອງໝົດທຸກຄົນ, ແຕ່ກ່ອນອື່ນໝົດແມ່ນເລີ່ມຈາກຄອບຄົວ ເຊິ່ງແມ່ນສະຖານທີ່ທຳອິດ ແລະ ສຳຄັນທີ່ສຸດ ເພື່ອໃຫ້ລູກຫຼານຂອງພວກເຮົາໄດ້ສຳຜັດ, ຮຽນຮູ້ ແລະ ນຳໃຊ້ພາສາ ຫວຽດນາມ ຢ່າງເປັນທຳມະຊາດ. ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່ວິທີການຈັດຕັ້ງການສິດສອນ ແລະ ການຮຽນ, ຍົກສູງຄຸນນະພາບຂອງຖັນແຖວຄູອາຈານ, ສ້າງສະພາບແວດລ້ອມການຮຽນຮູ້ທີ່ສົດໃສ, ເໝາະສົມກັບເງື່ອນໄຂຕົວຈິງ; ພ້ອມທັງເອົາໃຈໃສ່ການນຳໃຊ້ເຕັກໂນໂລຊີ, ເພີ່ມທະວີການເຊື່ອມຕໍ່ ແລະ ແບ່ງປັນເອກະສານການຮຽນ-ການສອນ.

ກ່າວຄຳປາໄສໃນເວທີປາໄສ, ທ່ານ ຫງວຽນຢຸຍແອັງ - ເລຂາໃຫຍ່ເຄືອຂ່າຍການສິດສອນພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ທົ່ວໂລກ - ໄດ້ເນັ້ນໜັກເຖິງບົດບາດຂອງການເຊື່ອມຕໍ່ບັນດາແຫຼ່ງກຳລັງທັງພາຍໃນ ແລະ ຕ່າງປະເທດ ເພື່ອແນໃສ່ຍົກສູງປະສິດທິຜົນຂອງວຽກງານການສິດສອນພາສາ ຫວຽດນາມ ໃຫ້ແກ່ຊຸມຊົນຊາວ ຫວຽດນາມ ຢູ່ຕ່າງປະເທດ. ທ່ານ ຫງວຽນຢຸຍແອັງ ໃຫ້ຮູ້ວ່າ ເຄືອຂ່າຍດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນຈາກຄວາມຕ້ອງການຕົວຈິງ ໂດຍມີເປົ້າໝາຍເພື່ອເຊື່ອມໂຍງບັນດາຫ້ອງຮຽນ, ຄູອາຈານ, ນັກຊ່ຽວຊານ ແລະ ອົງການຈັດຕັ້ງທີ່ເຂົ້າຮ່ວມການສິດສອນພາສາ ຫວຽດນາມ ຢູ່ທົ່ວໂລກ, ຜ່ານນັ້ນກໍສ້າງລະບົບນິເວດທີ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຮັດໃຫ້ການປົກປັກຮັກສາພາສາ ຫວຽດນາມ ບໍ່ແມ່ນຄວາມພະຍາຍາມຂອງບຸກຄົນພຽງລຳພັງອີກຕໍ່ໄປ ແຕ່ໄດ້ກາຍເປັນການເຄື່ອນໄຫວທີ່ມີການຈັດຕັ້ງ, ມີທິດທາງ ແລະ ຍືນຍົງ.

ເຊີດຊູພາສາ ຫວຽດນາມ: ຂົວຕໍ່ແຫ່ງຄວາມຜູກພັນ ຫວຽດນາມ - ລາວ
ທ່ານ ຫງວຽນຢຸຍແອັງ, ເລຂາທິການໃຫຍ່ ເຄືອຂ່າຍການສິດສອນພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ທົ່ວໂລກ, ກ່າວຄຳປາໄສ ໃນເຫດການ. ພາບ: ຊວນຕູ໋ - ນັກຂ່າວ TTXVN ປະຈຳ ລາວ

ທ່ານ ຫງວຽນຢຸຍແອັງ ກ່າວຄຳປາໄສແບ່ງປັນເພີ່ມເຕີມວ່າ, ການຈັດຕັ້ງປະຕິບັດບັນດາລາຍການຢູ່ ລາວ ແມ່ນບາດກ້າວອັນສຳຄັນ ເພື່ອແນໃສ່ຂະຫຍາຍການເຄື່ອນໄຫວຂອງເຄືອຂ່າຍ. ທ່ານໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາອົງການຕົວແທນ, ສະມາຄົມ ແລະ ຊຸມຊົນໃນທ້ອງຖິ່ນ ເພື່ອສ້າງຮູບແບບທີ່ເໝາະສົມ ແລະ ແທດຕົວຈິງ. ຕາມທ່ານ ຫງວຽນຢຸຍແອັງ ແລ້ວ, ໃນສະພາບການທີ່ຊຸມຊົນຊາວ ຫວຽດນາມ ນັບມື້ນັບເຊື່ອມໂຍງເຂົ້າກັບສັງຄົມຢ່າງກວ້າງຂວາງ, ການປ່ຽນແປງໃໝ່ວິທີການສິດສອນ, ການນຳໃຊ້ເຕັກໂນໂລຊີ ແລະ ການສ້າງເອກະສານການຮຽນ-ການສອນທີ່ທັນສະໄໝ ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອແນໃສ່ຍົກສູງຄຸນນະພາບການສິດສອນ ແລະ ການຮຽນພາສາ ຫວຽດນາມ.

ໃນຂອບເຂດເວທີປາໄສ, ບັນດາຜູ້ແທນໄດ້ເຂົ້າຮ່ວມ 3 ວາລະປຶກສາຫາລືແບບເຈາະຈີມ, ເຊິ່ງສຸມໃສ່ສະພາບຕົວຈິງຂອງການສິດສອນ ແລະ ການຮຽນພາສາ ຫວຽດນາມ, ບັນດາຮູບແບບທີ່ມີປະສິດທິຜົນ ແລະ ບົດບາດຂອງພາສາ ຫວຽດນາມ ໃນການປັບປຸງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດໃຫ້ເຂັ້ມແຂງ. ຫຼາຍຄຳຄິດເຫັນທີ່ແບ່ງປັນຈາກພາກຕົວຈິງ ໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບັນດາຄວາມສະດວກ, ຂໍ້ຫຍຸ້ງຍາກ, ຕະຫຼອດຮອດການສະເໜີບັນດາມາດຕະການລະອຽດ ເພື່ອແນໃສ່ຍົກສູງຄຸນນະພາບການສິດສອນ ແລະ ການຮຽນພາສາ ຫວຽດນາມ ໃນຊຸມຊົນ.

ບັນດາເນື້ອໃນການແລກປ່ຽນຍັງໄດ້ເນັ້ນໜັກເຖິງບົດບາດຂອງຄອບຄົວໃນການຖ່າຍທອດພາສາ ຫວຽດນາມ, ຄວາມສຳຄັນຂອງການສ້າງສະພາບແວດລ້ອມການຮຽນຮູ້ໃນຊຸມຊົນ, ກໍຄືຄວາມຕ້ອງການໃນການປ່ຽນແປງໃໝ່ວິທີການສິດສອນ, ການນຳໃຊ້ເຕັກໂນໂລຊີ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການຈັດຕັ້ງ, ບຸກຄົນທີ່ເຂົ້າຮ່ວມການສິດສອນພາສາ ຫວຽດນາມ.

ເວທີປາໄສຍັງໄດ້ປຸກລະດົມຂະບວນການ “ມ່ວນຊື່ນກັບການຮຽນພາສາ ຫວຽດນາມ – ຮ່ວມກັນເພີ່ມພູນຄູນສ້າງຂົວຕໍ່ ຫວຽດນາມ - ລາວ”, ຮຽກຮ້ອງການເຂົ້າຮ່ວມຂອງທົ່ວຊຸມຊົນໃນການປົກປັກຮັກສາ ແລະ ພັດທະນາພາສາ ຫວຽດນາມ ຢ່າງຍືນຍົງ. ຄຽງຂ້າງນັ້ນ, ລາຍການຍັງໄດ້ເຊີດຊູ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາບຸກຄົນ, ກົມກອງລວມໝູ່ທີ່ມີແບບຢ່າງດີເດັ່ນ ເຊິ່ງມີການປະກອບສ່ວນຢ່າງຕັ້ງໜ້າໃນການສິດສອນ ແລະ ເຜີຍແຜ່ພາສາ ຫວຽດນາມ ຢູ່ ລາວ.

ເຊີດຊູພາສາ ຫວຽດນາມ: ຂົວຕໍ່ແຫ່ງຄວາມຜູກພັນ ຫວຽດນາມ - ລາວ
ລາຍການສິລະປະວັນນະຄະດີໃນເຫດການ ທີ່ສະແດງໃຫ້ເຫັນເຖິງນ້ຳໃຈຄວາມສາມັກຄີພິເສດ ຫວຽດນາມ - ລາວ. ພາບ: ຊວນຕູ໋ - ນັກຂ່າວ TTXVN ປະຈຳ ລາວ

ຈຸດເດັ່ນອັນໜຶ່ງຂອງເວທີປາໄສແມ່ນພິທີເປີດຕົວປຶ້ມ “ມ່ວນຊື່ນກັບການຮຽນພາສາ ຫວຽດນາມ” ເຫຼັ້ມທີ 2, ເຊິ່ງແມ່ນເອກະສານການຮຽນ-ການສອນທີ່ໄດ້ຮັບການສ້າງຂຶ້ນຕາມທິດທັນສະໄໝ ໂດຍແມ່ນ ສຈ.ປອ ຫງວຽນມິງຖ໋ວຽດ, ອະດີດຮອງປະທານຄະນະກຳມາທິການວັດທະນະທຳ, ການສຶກສາ, ຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດ ເປັນຜູ້ຮິບໂຮມຮຽບຮຽງ, ປະກອບສ່ວນເຂົ້າໃນການຊ່ວຍເຫຼືອຢ່າງແທດຕົວໃຫ້ແກ່ການສິດສອນ ແລະ ການຮຽນພາສາ ຫວຽດນາມ ໃນຊຸມຊົນ. ນອກຈາກນັ້ນ, ບັນດານັກຊ່ຽວຊານກໍໄດ້ແບ່ງປັນວິທີການສິດສອນ ແລະ ການຮຽນພາສາ ຫວຽດນາມ ທີ່ມີປະສິດທິຜົນໃນຄອບຄົວ ແລະ ຊຸມຊົນ, ເຊິ່ງມີລັກສະນະການນຳໃຊ້ຕົວຈິງສູງ.

ເວທີປາໄສ “ພາສາ ຫວຽດນາມ: ຂົວຕໍ່ ຫວຽດນາມ - ລາວ” ບໍ່ພຽງແຕ່ສ້າງເວທີເພື່ອແລກປ່ຽນດ້ານວິຊາສະເພາະເທົ່ານັ້ນ, ແຕ່ຍັງປະກອບສ່ວນຢືນຢັນບົດບາດຂອງພາສາ ຫວຽດນາມ ຄືດັ່ງຂົວຕໍ່ທາງດ້ານວັດທະນະທຳ, ຜູກພັນຊຸມຊົນຊາວ ຫວຽດນາມ ຢູ່ ລາວ ກັບບ້ານເກີດເມືອງນອນ, ທັງປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ມິດທະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນຍຸດທະສາດ ຫວຽດນາມ - ລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ ແລະ ນັບມື້ນັບພັດທະນາເຂົ້າສູ່ລວງເລິກຢ່າງແທ້ຈິງ.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ

ຍສໝ - ຕັ້ງຢູ່ແຂວງ ສະຫວັນນະເຂດ (ລາວ), ໂຮງຮຽນ ມັດທະຍົມສົມບູນ ມິດຕະພາບ ລາວ - ຫວຽດນາມ ບໍ່ພຽງແຕ່ແມ່ນບ່ອນບຳລຸງສ້າງຄວາມຮູ້ໃຫ້ແກ່ນັກຮຽນເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການຮັກສາພາສາແມ່ໃຫ້ແກ່ຄົມມະນາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດລະຫວ່າງສອງປະເທດ.

ແຜນງານພົບປະນັກສຶກສາລາວ ຢູ່ ເຊີນລາ: ສະໜິດສະໜົມນ້ຳໃຈມິດຕະພາບພິເສດ ຫວຽດນາມ - ລາວ ແຜນງານພົບປະນັກສຶກສາລາວ ຢູ່ ເຊີນລາ: ສະໜິດສະໜົມນ້ຳໃຈມິດຕະພາບພິເສດ ຫວຽດນາມ - ລາວ

ຍສໝ - ເນື່ອງໃນໂອກາດບຸນປີໃໝ່ ປະເພນີລາວ ພສ 2569 (ປີ 2026), ໃນວັນທີ 12 ເມສາ, ຄະນະບໍລິຫານງານຊາວໜຸ່ມແຂວງ ເຊີນລາ ໄດ້ຈັດແຜນງານພົບປະ “ສະໜິດສະໜົມນ້ຳໃຈມິດຕະພາບພິເສດ ຫວຽດນາມ - ລາວ” ໃຫ້ແກ່ນັກສຶກສາລາວ ທີ່ພວມສຶກສາຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ ໄຕບັກ (Tay Bac), ວິທະຍາໄລສາທາລະນະສຸກ, ວິທະຍາໄລ ...

Link: https://huunghivietlao.thoidai.com.vn/detail-article-21917.html

In bài biết