10:36 | 28/04/2026

APEC 2027: ນຳໃຊ້ "ພະລັງອຳນາດອ່ອນ" ເພື່ອເປີດທາງສູ່ອະນາຄົດ

ການນຳບັນດາວິສາຫະກິດແຖວໜ້າຂອງໂລກ 2.000 ທ່ານ ເຂົ້າຮ່ວມກອງປະຊຸມຂັ້ນສູງວິສາຫະກິດ APEC ປີ 2023
ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ
APEC 2027: ນຳໃຊ້

ນັກທ່ອງທ່ຽວມາຈູດທູບ ແລະ ສັກກາລະບູຊາ ຢູ່ທີ່ສານເຈົ້າແມ່ພູຊາມ (Ba Chua Xu Nui Sam). ຮູບພາບເອກະສານໂດຍ: ກົງມ້າວ/ສຳນັກຂ່າວສານຫວຽດນາມ (TTXVN)

ນຳພາແຜ່ນດິນ "ຫຼາຍສີສັນ" ກ້າວໄກໄປກວ່າເກົ່າ

ແຂວງ ອານຢາງ ກ້າວເຂົ້າສູ່ສັງກາດໃໝ່ດ້ວຍແນວຄິດນະວັດຕະກຳດ້ານການທູດວັດທະນະທຳ ທີ່ຕິດພັນຢ່າງສະໜິດແໜ້ນກັບການທູດການເມືອງ ແລະ ການທູດເສດຖະກິດ. ນີ້ແມ່ນ "ພະລັງແຮງພາຍໃນ" ທີ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ແລະ ການເຊື່ອມໂຍງສາກົນ. ໂດຍຜ່ານກິດຈະກຳໂຄສະນາພາບພົດ, ດິນແດນ ແລະ ຊາວແຂວງ ອານຢາງ, ທາງແຂວງໄດ້ຂະຫຍາຍສາຍພົວພັນຮ່ວມມື, ດຶງດູດການລົງທຶນ, ຊຸກຍູ້ການຄ້າ ແລະ ການທ່ອງທ່ຽວ. ການທູດວັດທະນະທຳຂອງແຂວງຖືເປັນ "ພື້ນຖານທາງດ້ານຈິດໃຈ", ຊ່ວຍເພີ່ມທະວີມິດຕະພາບ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ບັນດາກິດຈະກຳການຕ່າງປະເທດຢ່າງຮອບດ້ານ.

ທ່ານ ເລ ວັນ ເຟືອກ, ຮອງປະທານຄະນະກຳມະການປະຊາຊົນແຂວງ ອານຢາງ ເນັ້ນໜັກວ່າ: ທາງແຂວງນຳໃຊ້ກິດຈະກຳການທູດວັດທະນະທຳເພື່ອຮັບເອົາຄຸນຄ່າທີ່ດີເລີດຂອງວັດທະນະທຳມວນມະນຸດ, ເຮັດໃຫ້ຄຸນຄ່າວັດທະນະທຳມູນເຊື້ອຂອງປະຊາຊົນບັນດາເຜົ່າໃນແຂວງມີຄວາມອຸດົມສົມບູນ ແລະ ເລິກເຊິ່ງຂຶ້ນຕື່ມ. ພ້ອມດຽວກັນນັ້ນ, ກໍ່ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເປັນເອກະພາບໃນການປະຕິບັດງານຂອງພະນັກງານທຸກຂັ້ນກ່ຽວກັບບົດບາດຂອງການທູດວັດທະນະທຳຕໍ່ກັບການພັດທະນາປະເທດຊາດ ແລະ ຂອງແຂວງໃນໄລຍະແຫ່ງການເຊື່ອມໂຍງສາກົນ.

ຈຸດເນັ້ນທີ່ບຸກທະລຸໃນຍຸດທະສາດນີ້ແມ່ນການຫັນປ່ຽນຈາກການແນະນຳແບບທົ່ວໄປ ໄປສູ່ການສ້າງ "ເລື່ອງລາວຂອງຍີ່ຫໍ້" ທີ່ດຶງດູດໃຈ, ເພື່ອເຂົ້າເຖິງມວນຊົນທົ່ວໂລກ, ອານຢາງ ໄດ້ປະຕິບັດການຫັນເປັນດິຈິຕອນໃນຂົງເຂດວັດທະນະທຳດ້ວຍບັນດາໂຄງການທີ່ຊັດເຈນ ເຊັ່ນ: ການສ້າງແຜນທີ່ມໍລະດົກວັດທະນະທຳດິຈິຕອນ, ນຳໃຊ້ເຕັກໂນໂລຊີ 3D/VR ເພື່ອສ້າງ "ການທ່ຽວຊົມສະເໝືອນຈິງ" ທີ່ຊ່ວຍໃຫ້ນັກທ່ອງທ່ຽວສາກົນສາມາດສຳຜັດກັບສະຖານທີ່ປະຫວັດສາດ ແລະ ວັດທະນະທຳຂອງ ອານຢາງ ໄດ້ຈາກທາງໄກ. ພ້ອມດຽວກັນນັ້ນ, ທາງແຂວງຍັງໄດ້ສ້າງລະບົບນິເວດການທ່ອງທ່ຽວອັດສະລິຍະ, ຕິດຕັ້ງລະບົບລະຫັດ QR ຫຼາຍພາສາຢູ່ 100% ຂອງສະຖານທີ່ວັດທະນະທຳທີ່ສຳຄັນ ເພື່ອສະໜອງຂໍ້ມູນໃຫ້ແກ່ຊຸມຊົນ ແລະ ນັກທ່ອງທ່ຽວ, ນອກຈາກນີ້ ຍັງໄດ້ມີການສື່ສານຜ່ານຫຼາຍແພລັດຟອມເພື່ອຊ່ວຍເຜີຍແຜ່ຄວາມງາມຂອງທ້ອງຖິ່ນຜ່ານ E-book, Infographic ແລະ ວິດີໂອສັ້ນໃນເວທີດິຈິຕອນລະດັບໂລກ ເຊັ່ນ YouTube ແລະ Facebook.

ຕາມຂໍ້ມູນຈາກພະແນກວັດທະນະທຳ ແລະ ກິລາແຂວງ, ອານຢາງ ຄອບຄອງຄັງຊັບທາງວັດທະນະທຳທີ່ຫຼາກຫຼາຍຂອງຊຸມຊົນບັນດາເຜົ່າ ກິງ, ຮວາ (ຈີນ), ຈາມ ແລະ ຂະແມ. ໃນໄລຍະປີ 2026 - 2030, ທາງແຂວງຈະສຸມໃສ່ການຂຸດຄົ້ນແກນ "ຕ່ອງໂສ້ມໍລະດົກວັດທະນະທຳ, ຈິດວິນຍານ - ແມ່ນ້ຳຂອງ" ໂດຍອີງໃສ່ຈຸດແຂງທີ່ເປັນເອກະລັກ, ເຊື່ອມຕໍ່ບັນດາຄຸນຄ່າທາງວັດທະນະທຳ, ຄວາມເຊື່ອຖື ແລະ ທິວທັດທຳມະຊາດແຄມນ້ຳໃຫ້ກາຍເປັນແກນການທ່ອງທ່ຽວ ແລະ ວັດທະນະທຳແບບຄົບວົງຈອນ, ເຊິ່ງຈະຊ່ວຍເພີ່ມຄວາມດຶງດູດ ແລະ ຄວາມເລິກເຊິ່ງໃຫ້ແກ່ການທ່ອງທ່ຽວດ້ານການຕ່າງປະເທດ.

ສະເພາະແມ່ນ ມໍລະດົກວັດທະນະທຳລວມມີ ງານບຸນ, ສະຖາປັດຕະຍະກຳ, ຮີດຄອງປະເພນີຂອງຊຸມຊົນເຜົ່າ ກິງ, ຮວາ, ຈາມ, ຂະແມ ເຊັ່ນ: ງານບຸນເຈົ້າແມ່ພູຊາມ (Ba Chua Xu Nui Sam), ງານແຂ່ງງົວເບັ໋ຍນຸຍ (Bay Nui), ງານບຸນ Sene Dolta, ບັນດາໝູ່ບ້ານຫັດຖະກຳມູນເຊື້ອ, ວັດຂະແມ, ສາດສະໜາສະຖານອິດສະລາມຂອງຊາວຈາມ; ຂຸດຄົ້ນບັນດາສະຖານທີ່ສະແຫວງບຸນ ແລະ ຄວາມເຊື່ອຖືທີ່ມີຊື່ສຽງ ເພື່ອສ້າງເປັນເສັ້ນທາງທ່ອງທ່ຽວທາງຈິດວິນຍານ; ນຳໃຊ້ທັດສະນີຍະພາບທີ່ເປັນເອກະລັກຂອງເຂດແມ່ນ້ຳ, ຕະຫຼາດນ້ຳ, ໝູ່ບ້ານແພປາ, ລະບົບນິເວດທຳມະຊາດ ເພື່ອຕິດພັນກັບການສຳຜັດທາງວັດທະນະທຳ. ບັນດາງານບຸນທີ່ມີຊື່ສຽງເຊັ່ນ: ງານບຸນວ Via Ba Chua Xu Nui Sam, ງານແຂ່ງງົວເບັ໋ຍນຸຍ, ສະໂມສອນວັນນະຄະດີ Chieu Anh Cac… ຈະຖືກຍົກລະດັບໃຫ້ກາຍເປັນເຫດການການຕ່າງປະເທດທີ່ສຳຄັນ, ດຶງດູດນັກທ່ອງທ່ຽວສາກົນ ແລະ ນັກລົງທຶນ.

ໃນການຈັດຕັ້ງປະຕິບັດຍຸດທະສາດການທູດວັດທະນະທຳ ໄລຍະປີ 2026 - 2030, ອານຢາງ ຈະສຸມໃສ່ການສອດແຊກບັນດາກິດຈະກຳການຕ່າງປະເທດເຂົ້າໃນບັນດາງານບຸນ ແລະ ເຫດການວັດທະນະທຳທີ່ພົ້ນເດັ່ນ ເພື່ອໂຄສະນາພາບພົດຂອງທ້ອງຖິ່ນອອກສູ່ໂລກ. ບັນດາງານບຸນ ແລະ ວັນບຸນທີ່ມີເອກະລັກໄດ້ຖືກກຳນົດໃຫ້ຍົກລະດັບຂຶ້ນ ເພື່ອດຶງດູດນັກທ່ອງທ່ຽວສາກົນ ແລະ ນັກລົງທຶນ. ໃນນັ້ນ, ງານບຸນເຈົ້າແມ່ພູຊາມ ແມ່ນງານບຸນຂະໜາດໃຫຍ່ ທີ່ເຕັມໄປດ້ວຍລັກສະນະຈິດວິນຍານ ແລະ ເອກະລັກຂອງທ້ອງຖິ່ນ; ງານແຂ່ງງົວເບັ໋ຍນຸຍ - ເຊິ່ງແມ່ນຈຸດເດັ່ນທາງວັດທະນະທຳທີ່ເປັນເອກະລັກຂອງດິນແດນ ອານຢາງ ທີ່ຕິດພັນກັບພໍ່ແມ່ປະຊາຊົນເຜົ່າຂະແມ; Sene Dolta - ງານບຸນມູນເຊື້ອທີ່ສຳຄັນຂອງຊາວຂະແມ; ວັນລະນຶກການມໍລະນະກຳຂອງວີລະບຸລຸດຂອງຊາດ ຫງວຽນຈຸງຈຶກ (Nguyen Trung Truc) - ເຫດການເພື່ອລະນຶກເຖິງປະຫວັດສາດ ແລະ ຮັດແໜ້ນຄວາມສາມັກຄີຂອງປວງຊົນ; ວັນບຸນວັດທະນະທຳ, ກິລາ ແລະ ການທ່ອງທ່ຽວຂອງພໍ່ແມ່ປະຊາຊົນເຜົ່າຂະແມ ແລະ ວັນບຸນວັດທະນະທຳເຜົ່າຈາມ ແມ່ນບັນດາໂອກາດເພື່ອແນະນຳຄວາມຫຼາກຫຼາຍຂອງຊົນເຜົ່າ ແລະ ສຸດຍອດແຫ່ງວັດທະນະທຳມູນເຊື້ອຂອງແຂວງ; ງານບຸນ Nghinh Ong (Kien Hai), ສະໂມສອນວັນນະຄະດີ Chieu Anh Cac (Ha Tien) ທີ່ເຕັມໄປດ້ວຍເອກະລັກວັດທະນະທຳຂອງຊາດ.

APEC 2027: ນຳໃຊ້

ສະໜາມແຂ່ງງົວ ຕາແສງ ຈີໂຕນ ຕັ້ງຢູ່ໃນເຂດບໍລິເວນສູນລວມກິລາ - ການທ່ອງທ່ຽວ ຕາປະ - ຊ່ວາຍແຈັກ) ຕາແສງ ຈີໂຕນ, ແຂວງ ອານຢາງ. ຮູບພາບໂດຍ: ກົງມ້າວ/ສຳນັກຂ່າວສານຫວຽດນາມ (TTXVN)

ໂດຍສະເພາະຢ່າງຍິ່ງ, ທາງແຂວງກຳລັງເລັ່ງປັບປຸງເອກະສານເພື່ອສະເໜີໃຫ້ UNESCO ຮັບຮອງເອົາເຂດປູຊະນີຍະສະຖານແຫ່ງຊາດພິເສດ ອົກແອວ - ບາເທ (Oc Eo - Ba The) ເປັນມໍລະດົກວັດທະນະທຳໂລກ, ເພື່ອຢືນຢັນຄຸນຄ່າທາງປະຫວັດສາດທີ່ເປັນໜຶ່ງດຽວຂອງດິນແດນ ອານຢາງ ເວົ້າສະເພາະ ແລະ ພາກໃຕ້ເວົ້າລວມ; ຄຸນຄ່າລະດັບໂລກຂອງວັດທະນະທຳ ອົກແອວ - ບາເທ, ອາລະຍະທຳ ອົກແອວ ທີ່ເຄີຍພັດທະນາຢ່າງຮຸ່ງເຮືອງໃນພາກໃຕ້ ແລະ ມີຄວາມກ່ຽວພັນກັບບັນດາອາລະຍະທຳໃຫຍ່ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ເມື່ອໄດ້ຮັບການຮັບຮອງຈາກ UNESCO, ປູຊະນີຍະສະຖານແຫ່ງນີ້ຈະໄດ້ຮັບຄວາມສົນໃຈ ແລະ ການຊ່ວຍເຫຼືອຈາກສາກົນໃນວຽກງານການອະນຸລັກ ແລະ ການຄົ້ນຄວ້າວິທະຍາສາດ. ນາມມະຍົດມໍລະດົກວັດທະນະທຳໂລກຈະຊ່ວຍໃຫ້ ອານຢາງ ກາຍເປັນຈຸດໝາຍປາຍທາງທີ່ໂດດເດັ່ນ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ສ້າງແຮງຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ. ນີ້ຍັງແມ່ນວິທີເພື່ອຍົກສູງຄວາມຮັບຮູ້ຂອງຊຸມຊົນໃນການປົກປັກຮັກສາມໍລະດົກ, ພ້ອມທັງໂຄສະນາພາບພົດຂອງ ອານຢາງ ແລະ ເຂດທົ່ງພຽງແມ່ນ້ຳຂອງອອກສູ່ສາຍຕາຊາວໂລກ.

ການນຳແຂວງ ອານຢາງ ເນັ້ນໜັກວ່າ, ເຫດການກອງປະຊຸມສຸດຍອດ APEC 2027 ຈະເປັນໂອກາດຄຳເພື່ອໃຫ້ ອານຢາງ ໂຄສະນາເອກະລັກວັດທະນະທຳ, ຢືນຢັນບົດບາດຕຳແໜ່ງສາກົນ ແລະ ຊຸກຍູ້ການພັດທະນາເສດຖະກິດ - ການທ່ອງທ່ຽວ ຜ່ານທາງການທູດວັດທະນະທຳ. APEC 2027 ຈະຊ່ວຍໃຫ້ ອານຢາງ ຢືນຢັນເອກະລັກວັດທະນະທຳ, ຂະຫຍາຍການຮ່ວມມືສາກົນ, ດຶງດູດການລົງທຶນ ແລະ ພັດທະນາການທ່ອງທ່ຽວແບບຍືນຍົງ. ນີ້ແມ່ນບາດກ້າວທາງຍຸດທະສາດເພື່ອຜັນປ່ຽນວັດທະນະທຳໃຫ້ກາຍເປັນພະລັງອຳນາດອ່ອນ, ພ້ອມທັງສ້າງແຮງຊຸກຍູ້ທາງດ້ານເສດຖະກິດໃນໄລຍະຍາວໃຫ້ແກ່ແຂວງ. ອານຢາງ ຈະນຳໃຊ້ເວທີປາໄສນີ້ເພື່ອແນະນຳມໍລະດົກ, ບັນດາງານບຸນ ພ້ອມກັບບັນດາຄຸນຄ່າວັດທະນະທຳຫຼາຍຊົນເຜົ່າໃຫ້ແກ່ເພື່ອນມິດສາກົນ.

ຕາມນັ້ນແລ້ວ, ອານຢາງ ຈະແນະນຳລະບົບປູຊະນີຍະສະຖານກວ່າ 150 ແຫ່ງທີ່ໄດ້ຮັບການຈັດລໍາດັບ ແລະ ມໍລະດົກທີ່ບໍ່ແມ່ນວັດຖຸໃຫ້ແກ່ປະຊາຄົມສາກົນ; ສ້າງຍີ່ຫໍ້ທາງວັດທະນະທຳຜ່ານບັນດາລາຍການສິລະປະ, ການສະແດງພື້ນເມືອງ, ຜະລິດຕະພັນຈາກໝູ່ບ້ານຫັດຖະກຳ. ທາງແຂວງຈະສ້າງພາບພົດ "ດິນແດນແຫ່ງການປະສົມປະສານທາງວັດທະນະທຳ" ໃນສາຍຕາຂອງເພື່ອນມິດ APEC ທີ່ມາຈາກ 21 ພື້ນຖານເສດຖະກິດ. ທາງແຂວງຈະນຳໃຊ້ເຕັກໂນໂລຊີດິຈິຕອນ, ຊຸກຍູ້ການຫັນເປັນດິຈິຕອນຂອງມໍລະດົກ, ການວາງສະແດງ ແລະ ການໂຄສະນາທາງອອນລາຍ, ຊ່ວຍໃຫ້ນັກທ່ອງທ່ຽວເຂົ້າເຖິງ ແລະ ສຳຜັດໄດ້ງ່າຍຂຶ້ນ.

ປະຊາຊົນແຕ່ລະຄົນແມ່ນ “ທູດວັດທະນະທຳ”

ໃນຍຸດທະສາດການທູດວັດທະນະທຳ, ອານຢາງ ກຳນົດວ່າ ປະຊາຊົນແຕ່ລະຄົນແມ່ນ “ທູດວັດທະນະທຳ”, ພະນັກງານ, ນັກທຸລະກິດ ແລະ ໂດຍສະເພາະແມ່ນປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ແມ່ນບັນດາຂົວຕໍ່ທີ່ສຳຄັນ, ຜັນປ່ຽນວັດທະນະທຳໃຫ້ກາຍເປັນພະລັງອຳນາດອ່ອນທີ່ແຜ່ກະຈາຍອອກສູ່ພາຍນອກຜ່ານທາງຊຸມຊົນ, ໂດຍສະເພາະແມ່ນຊາວຫວຽດນາມຕ່າງປະເທດທີ່ມີຕົ້ນກຳເນີດຈາກ ອານຢາງ, ທີ່ທັງຮັກສາເອກະລັກ ແລະ ທັງເປັນຂົວຕໍ່ເພື່ອໂຄສະນາວັດທະນະທຳບ້ານເກີດເມືອງນອນໃຫ້ແກ່ເພື່ອນມິດສາກົນ, ສ້າງຄວາມຜູກພັນ ແລະ ຂະຫຍາຍອິດທິພົນ. ຜ່ານນັ້ນ, ກໍ່ເພື່ອສ້າງຍີ່ຫໍ້ວັດທະນະທຳ ອານຢາງ, ຜັນປ່ຽນວັດທະນະທຳໃຫ້ກາຍເປັນ “ເຄື່ອງໝາຍຈຳແນກ” ໃນສາຍຕາຂອງເພື່ອນມິດສາກົນ; ເພີ່ມທະວີພະລັງແຮງການທູດປະຊາຊົນ; ວັດທະນະທຳຈະກາຍເປັນຂົວຕໍ່ເພື່ອຂະຫຍາຍສາຍພົວພັນດ້ານເສດຖະກິດ, ການສຶກສາ ແລະ ການທ່ອງທ່ຽວ.

ທ່ານ ບຸຍກວກຖ້າຍ, ຫົວໜ້າພະແນກທ່ອງທ່ຽວ ອານຢາງ ແບ່ງປັນວ່າ, ຍຸດທະສາດປະຊາຊົນແຕ່ລະຄົນແມ່ນ “ທູດວັດທະນະທຳ” ຈະສົ່ງຜົນກະທົບຕໍ່ການທ່ອງທ່ຽວ ແລະ ເເສດຖະກິດທ້ອງຖິ່ນໃນຫຼາຍຮູບແບບ. ນັກທ່ອງທ່ຽວມັກຈະຊອກຫາຄວາມແຕກຕ່າງ ແລະ ຄວາມເປັນທ້ອງຖິ່ນ ດັ່ງນັ້ນເມື່ອປະຊາຊົນເປັນເຈົ້າການໃນການແນະນຳຮີດຄອງປະເພນີ, ງານບຸນ, ອາຫານ… ນັກທ່ອງທ່ຽວຈະໄດ້ຮັບປະສົບການທີ່ສົດໃສກວ່າເມື່ອທຽບກັບການມາທ່ຽວຊົມພຽງແຕ່ທິວທັດ. ໃນອີກດ້ານໜຶ່ງ, ທັດສະນະຄະຕິທີ່ເປັນມິດ ແລະ ເປີດກວ້າງຂອງຊຸມຊົນຈະຊ່ວຍໃນການໂຄສະນາ ເມື່ອນັກທ່ອງທ່ຽວແບ່ງປັນປະສົບການລົງໃນສື່ສັງຄົມອອນລາຍ, ເຊິ່ງຊ່ວຍດຶງດູດນັກທ່ອງທ່ຽວສາກົນໃຫ້ຫຼາຍຂຶ້ນ. ນັກທຸລະກິດ ແລະ ຊາວຫວຽດນາມຢູ່ຕ່າງປະເທດສາມາດເຊື່ອມຕໍ່ເພື່ອພັດທະນາທົວທ່ອງທ່ຽວສະເພາະດ້ານ ເຊັ່ນ ການທ່ອງທ່ຽວທາງຈິດວິນຍານ, ການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວນິເວດ, ຂະຫຍາຍຕະຫຼາດນັກທ່ອງທ່ຽວສາກົນ.

ຄຽງຄູ່ກັນນັ້ນ, ການທ່ອງທ່ຽວທີ່ພັດທະນາຈະນຳໄປສູ່ຄວາມຕ້ອງການດ້ານການບໍລິການອາຫານ, ບ່ອນພັກເຊົາ, ການຂົນສົ່ງ, ການຊື້ເຄື່ອງ, ສ້າງວຽກເຮັດງານທຳ ແລະ ລາຍໄດ້ເພີ່ມໃຫ້ແກ່ປະຊາຊົນ. ນັກທຸລະກິດ ແລະ ຊາວຫວຽດນາມຢູ່ຕ່າງປະເທດແມ່ນຂົວຕໍ່ໃນການນຳເອົາຜະລິດຕະພັນພິເສດຂອງແຂວງ ເຊັ່ນ: ເຂົ້າສານ, ສັດນ້ຳ, ເຄື່ອງຫັດຖະກຳ… ອອກສູ່ຕະຫຼາດສາກົນ, ຂະຫຍາຍຊ່ອງທາງການສົ່ງອອກ. ໂດຍສະເພາະ, ເມື່ອວັດທະນະທຳໄດ້ຖືກຖືວ່າແມ່ນຊັບສິນລວມ, ຊຸມຊົນຈະມີຄວາມຮັບຮູ້ໃນການອະນຸລັກມໍລະດົກ, ຮັກສາສິ່ງແວດລ້ອມ, ຈາກນັ້ນກໍ່ສ້າງພື້ນຖານໄລຍະຍາວໃຫ້ແກ່ເສດຖະກິດສີຂຽວ ແລະ ການທ່ອງທ່ຽວແບບຍືນຍົງ. ອານຢາງ ມີຍີ່ຫໍ້ວັດທະນະທຳທີ່ເຂັ້ມແຂງ, ທາງແຂວງຈະໂດດເດັ່ນກວ່າໃນແຜນທີ່ການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ, ໃນທົ່ວປະເທດ ແລະ ທົ່ວໂລກ, ດຶງດູດການລົງທຶນ ແລະ ການຮ່ວມມືລະຫວ່າງພາກພື້ນ, ທັງດຶງດູດນັກທ່ອງທ່ຽວ ແລະ ທັງຂະຫຍາຍເສດຖະກິດການຕ່າງປະເທດ.

ດ້ວຍແຜນການທີ່ເປັນລະບົບ ແລະ ຄວາມມຸ່ງຫວັງອັນແຮງກ້າ, ການທູດວັດທະນະທຳໄລຍະປີ 2026 - 2030 ສັນຍາວ່າຈະນຳພາ ອານຢາງ ກ້າວໄກໃນເວທີສາກົນ. ນັ້ນບໍ່ພຽງແຕ່ແມ່ນການຮັກສາບັນດາຄຸນຄ່າວັດທະນະທຳມູນເຊື້ອເທົ່ານັ້ນ ແຕ່ຍັງແມ່ນວິທີທີ່ ອານຢາງ ນຳໃຊ້ວັດທະນະທຳເພື່ອສ່ອງທາງ, ເປີດທາງ, ສ້າງບັນດາໂອກາດໃໝ່ໃຫ້ແກ່ເສດຖະກິດ ແລະ ບົດບາດຕຳແໜ່ງຂອງແຂວງໃນອະນາຄົດ.

ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ ທ່ານເອກອັກຄະລັດຖະທູດ ມາເລເຊຍ: ຫວຽດນາມ ຂຸດຄົ້ນ “ຫົວຄິດປະດິດສ້າງ” ຢູ່ APEC ເພື່ອຍົກສູງຄວາມສາມາດ

ຍສໝ - ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ​ຫຼາຍ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ​ແລະ ພາກ​ພື້ນ​ຄື ອາ​ຊຽນ, APEC ​ແລະ WTO

ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ

ຍສໝ - ນັ້ນ​ແມ່ນ​ຖະ​ແຫຼ​ງການ​ຂອງ​ທ່ານ​ລັດຖະມົນຕີ​ການ​ເງິນ ​ໂຮ່ດຶກ​ຟຸກ ທີ່​ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ APEC ປີ 2023.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21916.html

In bài biết