ທຳເນຽບສີນ້ຳເງິນ: ການຢ້ຽມຢາມຂອງປະທານາທິບໍດີ Lee Jae Myung ເຮັດໃຫ້ການພົວພັນຄູ່ຮ່ວມມືແບບດີທີ່ສຸດກັບ ຫວຽດນາມ ມີຄວາມສົມບູນແບບ
| ທ່ານປະທານາທິບໍດີ Lee Jae Myung: ອະນາຄົດຂອງ ຫວຽດນາມ (VietNam) ກໍ່ແມ່ນກາລະໂອກາດຂອງ ສ.ເກົາຫຼີ (Korea) | |
| ຮັກສາການປະທານປະເທດ ດັ້ງຖິຫງ໋ອກ ທິ້ງ ຕ້ອນຮັບ ນາຍົກລັດຖະມົນຕີ ເກົາຫຼີໃຕ້ Lee Nak-yeon |
![]() |
| ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ທ່ານປະທານາທິບໍດີ Lee Jae Myung ພ້ອມດ້ວຍພັນລະຍາ ແລະ ຄູຝຶກທີມບານເຕະທີມຊາດຫວຽດນາມ ທັງຊຸດເກົ່າ ແລະ ຊຸດປັດຈຸບັນ - ຮູບ: Yonhap |
ໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 22 ເມສາ (ຕາມເວລາທ້ອງຖິ່ນ), ທ່ານນາງ Lee Kyu-yeon, ເລຂາທິການສູງ ຝ່າຍໂຄສະນາ ແລະ ສື່ສານ ຂອງທຳເນຽບສີນ້ຳເງິນ (ທຳເນຽບປະທານາທິບໍດີ ເກົາຫຼີໃຕ້) ໃຫ້ຮູ້ວ່າ: "ການຢ້ຽມຢາມລັດຖະກິດໃນຄັ້ງນີ້ ແມ່ນສ່ວນໜຶ່ງຂອງບັນດາກິດຈະກຳການທູດສຸດຍອດກັບ ອາຊຽນ, ຕໍ່ເນື່ອງຈາກການຢ້ຽມຢາມ ສິງກະໂປ, ຟີລິບປິນ ແລະ ການຕ້ອນຮັບ ປະທານາທິບໍດີ ອິນໂດເນເຊຍ ທີ່ມາຢ້ຽມຢາມ ເກົາຫຼີໃຕ້ ໃນປີນີ້".
ທ່ານນາງ Lee ຍັງໃຫ້ຂໍ້ມູນຕື່ມວ່າ, ໃນການພົບປະເຈລະຈາລະຫວ່າງ ທ່ານປະທານາທິບໍດີ Lee Jae Myung ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ການນຳທັງສອງທ່ານ ໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ເພື່ອສ້າງສະຖຽນລະພາບໃຫ້ແກ່ຕ່ອງໂສ້ອຸປະທານ. ຈຸດສຸມຂອງຄວາມພະຍາຍາມນີ້ ແມ່ນການປະສົມປະສານ ລະຫວ່າງ ແຫຼ່ງຊັບພະຍາກອນອັນອຸດົມສົມບູນຂອງ ຫວຽດນາມ ແລະ ຂີດຄວາມສາມາດດ້ານເຕັກໂນໂລຊີຂອງ ເກົາຫຼີໃຕ້ ໂດຍຜ່ານ "ສູນຕ່ອງໂສ້ອຸປະທານແຮ່ທາດທີ່ສຳຄັນ" ທີ່ທັງສອງປະເທດພວມຮ່ວມກັນຊຸກຍູ້.
ໃນການພົບປະເຈລະຈາ, ທ່ານປະທານາທິບໍດີ Lee Jae Myung ກ່າວວ່າ: "ພວກເຮົາຄາດວ່າຈະຜັນຂະຫຍາຍ 'ໂຄງການເພີ່ມທະວີລະບົບສາທາລະນະສຸກສຸກເສີນ ເຂດພາກກາງ' ເພື່ອປັບປຸງຕາໜ່າງການກູ້ໄພສຸກເສີນໃນເຂດນີ້ ໃຫ້ມີຄວາມກ້າວໜ້າແບບບຸກທະລຸ". ເພື່ອຕອບສະໜອງຄືນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ກ່າວຄຳຂອບໃຈ ຕໍ່ແຜນການດັ່ງກ່າວ.
ໃນຂອບເຂດຂອງງານລ້ຽງລັດຖະກິດ ທີ່ຈັດຂຶ້ນຫຼັງການເຈລະຈາ, ທ່ານປະທານາທິບໍດີ Lee ໄດ້ໂພສລົງໃນສື່ສັງຄົມອອນລາຍ X (ຊື່ເກົ່າແມ່ນ Twitter) ຮູບພາບທີ່ຖ່າຍຮ່ວມກັບ ຄູຝຶກສອງທ່ານ ຄື Park Hang-seo ແລະ Kim Sang-sik - ເຊິ່ງແມ່ນຜູ້ທີ່ໄດ້ຮັບຄວາມຮັກແພງຢ່າງອົບອຸ່ນ ໃນເວລານຳພາທີມບານເຕະທີມຊາດ ຫວຽດນາມ.
ທ່ານປະທານາທິບໍດີ Lee ໄດ້ແບ່ງປັນວ່າ: "ຜ່ານການສົນທະນາກັບຄູຝຶກທັງສອງທ່ານ, ຂ້າພະເຈົ້າໄດ້ຮູ້ສຶກຢ່າງເລິກເຊິ່ງອີກຄັ້ງວ່າ ບານເຕະບໍ່ແມ່ນພຽງແຕ່ກິລາປະເພດໜຶ່ງເທົ່ານັ້ນ, ແຕ່ຍັງເປັນຂົວຕໍ່ທີ່ເຊື່ອມໂຍງລະຫວ່າງ ຄົນກັບຄົນ, ປະເທດກັບປະເທດ. ຂໍຂອບໃຈຢ່າງຈິງໃຈມາຍັງພວກທ່ານທັງສອງ ທີ່ໄດ້ມີສ່ວນຮ່ວມໃນການຮັດແໜ້ນສາຍພົວພັນມິດທະພາບ ລະຫວ່າງ ສອງປະເທດ ຢູ່ເທິງສະໜາມຫຍ້າ".
ຕາມລາຍງານຈາກ Yonhap, ລັດຖະບານ ຫວຽດນາມ ໄດ້ຈັດພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໃຫ້ແກ່ທ່ານປະທານາທິບໍດີ Lee Jae Myung ໂດຍມີການເຂົ້າຮ່ວມຂອງກອງເຍົາວະຊົນ ແລະ ກອງກຳລັງກອງກຽດຕິຍົດ. ຫຼັງຈາກນັ້ນ, ທ່ານປະທານາທິບໍດີ Lee ພ້ອມດ້ວຍພັນລະຍາ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍພັນລະຍາ ໄດ້ຮ່ວມກັນຖ່າຍຮູບທີ່ລະລຶກ ຢູ່ຫ້ອງຮັບແຂກໃຫຍ່ ຂອງທຳເນຽບປະທານປະເທດ.
| ສ.ເກົາຫຼີ ຫຼຸດຜ່ອນວີຊາໃຫ້ພົນລະເມືອງຫວຽດນາມ ເພື່ອກະຕຸ້ນການທ່ອງທ່ຽວສາກົນ ຍສໝ - ໃນວັນທີ 25 ກຸມພາ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດມາດຕະການຫຼາຍຢ່າງເພື່ອຊຸກຍູ້ການທ່ອງທ່ຽວສາກົນ, ໂດຍສຸມໃສ່ການຜ່ອນຄາຍລະບຽບການວີຊາ ແລະ ຂະຫຍາຍຈຸດເຂົ້າ-ອອກຢູ່ສະໜາມບິນທົ່ວປະເທດ. |
| ຊຸກຍູ້ການພົວພັນຫວຽດນາມ - ສ.ເກົາຫຼີ ຜ່ານການຮ່ວມມືລະຫວ່າງປະຊາຊົນ ຍສໝ - ໃນຂອບເຂດການຢ້ຽມຢາມມິດຕະພາບ ສ.ເກົາຫຼີ ແຕ່ວັນທີ 29 ກໍລະກົດ ຫາວັນທີ 2 ສິງຫາ, ຄະນະຜູ້ແທນຂັ້ນສູງສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ໂດວັນຈ້ຽນ ນຳໜ້າ ໄດ້ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ເພື່ອແນໃສ່ເພີ່ມທະວີການເຊື່ອມໂຍງເຂົ້າກັບປະຊາຄົມຊາວ ຫວຽດນາມ ຢູ່ ສ.ເກົາຫຼີ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ. |
ແທັງຮັ່ງ
