ສະພາແຫ່ງຊາດ ຜ່ານຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ຫວຽດນາມ ຢູ່ຕ່າງປະເທດ
| ວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ: ເປີດກວ້າງແຫຼ່ງພະລັງເພື່ອການພັດທະນາ | |
| ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ມີການປະກອບສ່ວນເຂົ້າໃນການປະຕິວັດ |
ຕາມນັ້ນ, ມີຜູ້ແທນ 489/490 ທ່ານ ທີ່ເຂົ້າຮ່ວມການລົງຄະແນນສຽງໄດ້ເຫັນດີເຫັນພ້ອມ, ກວມເອົາ 97,80% ຂອງຈຳນວນຜູ້ແທນສະພາແຫ່ງຊາດທັງໝົດ, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນເອກະພາບໃນລະດັບສູງຕໍ່ກັບການປັບປຸງຂອບເຂດນິຕິກຳໃຫ້ສົມບູນ ເພື່ອຮັບໃຊ້ການເຄື່ອນໄຫວຂອງບັນດາອົງການຕົວແທນ ຫວຽດນາມ (VietNam) ຢູ່ຕ່າງປະເທດ.
![]() |
| ສະພາແຫ່ງຊາດ ໄດ້ລົງຄະແນນສຽງຜ່ານຮັບຮອງເອົາ ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (VietNam) ຢູ່ຕ່າງປະເທດ ດ້ວຍອັດຕາສ່ວນການເຫັນດີເຫັນພ້ອມໃນລະດັບສູງ. |
ກ່ອນຈະດຳເນີນການລົງຄະແນນສຽງ, ບັນດາຜູ້ແທນໄດ້ຮັບຟັງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (LeHoaiTrung), ຕາງໜ້າໃຫ້ລັດຖະບານ ນຳສະເໜີບົດລາຍງານຫຍໍ້ກ່ຽວກັບການຮັບເອົາ, ການຊີ້ແຈ້ງ ແລະ ການປັບປຸງຮ່າງກົດໝາຍ. ບົດລາຍງານໃຫ້ຮູ້ວ່າ, ລັດຖະບານໄດ້ຮັບເອົາທຸກຄຳເຫັນກວດກາ ແລະ ຄຳຄິດຄຳເຫັນຂອງບັນດາຜູ້ແທນສະພາແຫ່ງຊາດຢ່າງຄົບຖ້ວນ, ຮັບປະກັນໃຫ້ຮ່າງກົດໝາຍສອດຄ່ອງກັບແນວທາງຂອງພັກ, ມີຄວາມຖືກຕ້ອງຕາມລັດຖະທຳມະນູນ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມເປັນເອກະພາບກັບລະບົບກົດໝາຍ, ພ້ອມທັງສອດຄ່ອງກັບບັນດາສົນທິສັນຍາສາກົນທີ່ ຫວຽດນາມ (VietNam) ເປັນພາຄີ.
ໜຶ່ງໃນບັນດາເນື້ອໃນທີ່ໜ້າສົນໃຈແມ່ນການເພີ່ມເຕີມ, ເປີດກວ້າງພາລະບົດບາດ ແລະ ໜ້າທີ່ຂອງອົງການຕົວແທນ ເພື່ອແນໃສ່ຕອບສະໜອງກັບຄວາມຕ້ອງການໃນໄລຍະໃໝ່. ຕາມນັ້ນແລ້ວ, ຮ່າງກົດໝາຍໄດ້ເພີ່ມເຕີມບາງຂົງເຂດວຽກງານ ເຊັ່ນ: ກະສິກຳ, ການຂົນຂວາຍຈົດທະບຽນມໍລະດົກວັດທະນະທຳ, ການຊຸກຍູ້ການນຳໃຊ້ພາສາຫວຽດນາມຢູ່ຕ່າງປະເທດ; ພ້ອມກັນນັ້ນກໍ່ໄດ້ເພີ່ມ "ວິສາຫະກິດ" ເຂົ້າໃນເປົ້າໝາຍທີ່ໄດ້ຮັບການປົກປ້ອງດ້ານກົງສຸນ. ບັນດາຂໍ້ກຳນົດກ່ຽວກັບຄວາມຮັບຜິດຊອບໃນການແຈ້ງການໃນກໍລະນີສຸກເສີນ ຫຼື ຕາມການຊີ້ນຳຂອງຂັ້ນທີ່ມີອຳນາດ ກໍ່ໄດ້ຮັບການຊີ້ແຈ້ງຢ່າງຈະແຈ້ງ.
ລັດຖະບານຍັງໄດ້ກວດກາຄືນ ແລະ ຊີ້ແຈ້ງບົດບາດຂອງອົງການຕົວແທນໃນບັນດາຂົງເຂດການທູດເສດຖະກິດ, ວັດທະນະທຳ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ; ກົນໄກການປະສານງານລະຫວ່າງອົງການຕົວແທນກັບບັນດາທ້ອງຖິ່ນ; ກໍ່ຄືການຈັດຕັ້ງປະຕິບັດບັນດາໜ້າທີ່ທີ່ກ່ຽວຂ້ອງກັບການອະນຸລັກ ແລະ ເຜີຍແຜ່ພາສາຫວຽດນາມ.
![]() |
| ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ (LeHoaiTrung), ຕາງໜ້າໃຫ້ລັດຖະບານ ໄດ້ນຳສະເໜີບົດລາຍງານຫຍໍ້ກ່ຽວກັບການຮັບເອົາ, ການຊີ້ແຈ້ງ ແລະ ການປັບປຸງຮ່າງກົດໝາຍ. |
ກ່ຽວກັບການຈັດຕັ້ງກົງຈັກ ແລະ ບຸກຄະລາກອນ, ກົດໝາຍໄດ້ເພີ່ມເຕີມບັນດາຫຼັກການໃນການຍົກຍ້າຍ ແລະ ປ່ຽນແທນບັນຊີລາຍຊື່ພະນັກງານລະຫວ່າງບັນດາອົງການຕົວແທນ ໂດຍອີງຕາມຄວາມຕ້ອງການຂອງໜ້າທີ່ ແລະ ເຂດວຽກງານ; ກຳນົດມາດຖານສຳລັບເອກອັກຄະລັດຖະທູດ, ໃນນັ້ນໄດ້ເນັ້ນໜັກເຖິງຂີດຄວາມສາມາດໃນການຈັດຕັ້ງປະຕິບັດການຫັນເປັນດິຈິຕອນ. ພ້ອມກັນນັ້ນ, ກໍ່ໄດ້ປັບປຸງບາງນິຍາມ ເຊັ່ນ "ຕຳແໜ່ງການທູດພິເສດ", ເພີ່ມເຕີມຕຳແໜ່ງ "ອຸປະທູດ" ແລະ ກຳນົດການຕໍ່ອາຍຸວາລະການດຳລົງຕຳແໜ່ງຂອງເອກອັກຄະລັດຖະທູດໄດ້ສູງສຸດບໍ່ເກີນ 36 ເດືອນ.
ກ່ຽວຂ້ອງກັບລະບອບນະໂຍບາຍ, ຮ່າງກົດໝາຍໄດ້ເພີ່ມເຕີມຂໍ້ກຳນົດກ່ຽວກັບການສະໜັບສະໜູນຄ່າຮຽນໃຫ້ແກ່ລູກຂອງພະນັກງານທີ່ຕິດຕາມໄປຮຽນຈົນຈົບຊັ້ນມັດທະຍົມຕອນປາຍ; ຊີ້ແຈ້ງບັນດາເນື້ອໃນກ່ຽວກັບເງິນອຸດໜູນຄວບຕຳແໜ່ງ, ປະກັນໄພ, ກົນໄກການປັບປຸງຄ່າຄອງຊີບ ແລະ ບັນດາມາດຕະການປ້ອງກັນການສວຍໃຊ້ນະໂຍບາຍເພື່ອສະແຫວງຫາຜົນປະໂຫຍດ. ບັນດາບັນຫາກ່ຽວກັບການລົງທຶນຂອງລັດ, ການຄຸ້ມຄອງການເງິນ, ການນຳໃຊ້ເງິນຕາຕ່າງປະເທດ ແລະ ກົນໄກພິເສດໃນການຈັດຕັ້ງປະຕິບັດໂຄງການຢູ່ອົງການຕົວແທນ ກໍ່ໄດ້ຮັບການກວດກາຄືນ, ເພື່ອຮັບປະກັນໃຫ້ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍໃນປະຈຸບັນ, ໃນນັ້ນມີກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
ການຜ່ານຮັບຮອງເອົາກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມ ແມ່ນແນໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທີ່ບໍ່ທັນສອດຄ່ອງຂອງກົດໝາຍສະບັບປະຈຸບັນ (ທີ່ປະກາດໃຊ້ໃນປີ 2009 ແລະ ປັບປຸງໃນປີ 2017), ພ້ອມທັງຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຕົວແທນໃນບໍລິບົດໃໝ່. ກົດໝາຍມຸ່ງໄປສູ່ເປົ້າໝາຍເພີ່ມທະວີຄວາມເປັນມືອາຊີບ, ຫັນວຽກງານການຕ່າງປະເທດໃຫ້ທັນສະໄໝ, ຕອບສະໜອງຄວາມຕ້ອງການພັດທະນາເສດຖະກິດ-ສັງຄົມ, ກໍ່ຄືແນວທາງຊຸກຍູ້ການແບ່ງຂັ້ນ, ແບ່ງສິດຄຸ້ມຄອງ, ຮັບປະກັນຄວາມເປັນເອກະພາບ ແລະ ຄົບຊຸດຂອງລະບົບກົດໝາຍ.
ກົດໝາຍວ່າດ້ວຍການປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຕົວແທນ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (VietNam) ຢູ່ຕ່າງປະເທດ ຈະມີຜົນສັກສິດບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ກໍລະກົດ 2026 ເປັນຕົ້ນໄປ.
| ພົບປະກັບຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ ຍສໝ - ແຕ່ວັນທີ 17-18 ມັງກອນ 2025, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ສົມທົບກັບບັນດາພະແນກ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ ຈະຈັດຕັ້ງລາຍການພົບປະຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສະເຫຼີມສະຫຼອງວັນລະບານໃໝ່ປີມະເສັງ 2025 ໃນບໍລິເວນນະຄອນ ໂຮ່ຈີມິນ. |
| ນະຄອນ ໂຮ່ຈິມິນ ເຊີດຊູການປະກອບສ່ວນຂອງບັນດານັກປັນຍາຊົນຫວຽດນາມ ຢູ່ຕ່າງປະເທດ ຍສໝ - ວັນທີ 9 ພະຈິກ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດພິທີຍ້ອງຍໍບັນດານັກຊ່ຽວຊານປັນຍາຊົນ ຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ ຍ້ອນບັນດາປະກອບສ່ວນຄວາມຄິດເຫັນ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ສ້າງ, ພັດທະນານະຄອນ. |

