11:36 | 24/04/2026

ເວທີປາໄສອະນາຄົດ ອາຊຽນ ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ກຳນົດອະນາຄົດແຫ່ງການພັດທະນາຂອງ ອາຊຽນ

ຮີບຮ້ອນເຮັດໃຫ້ແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຢູ່ ຫວຽດນາມ ປະກົດຜົນເປັນຈິງ
ອາຊຽນ ສືບຕໍ່ເປັນບຸລິມະສິດອັນດັບຕົ້ນໆໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ
ເວທີປາໄສອະນາຄົດ ອາຊຽນ ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ກຳນົດອະນາຄົດແຫ່ງການພັດທະນາຂອງ ອາຊຽນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (PhamMinhChinh) ກ່າວຄຳປາໄສໃນເວທີປາໄສອະນາຄົດ ອາຊຽນ 2024. (ຮູບພາບເອກະສານ: ເຢືອງຢາງ (DuongGiang)/TTXVN)

ຜ່ານການຈັດກອງປະຊຸມ 2 ຄັ້ງຢ່າງສຳເລັດຜົນ, ເວທີປາໄສອະນາຄົດ ອາຊຽນ ນັບມື້ນັບສ້າງຂີດໝາຍອັນພົ້ນເດັ່ນ, ກາຍເປັນຈຸດໝາຍປາຍທາງ ແລະ ຈຸດນັດພົບທີ່ຄຸ້ນເຄີຍສຳລັບບັນດາຜູ້ນຳ, ຊ່ຽວຊານ, ນັກຄົ້ນຄວ້າ, ວິສາຫະກິດ ແລະ ບັນດາຄູ່ຮ່ວມມືອື່ນໆ ເພື່ອຮ່ວມກັນແລກປ່ຽນ, ສົນທະນາ, ສະເໜີ ກໍ່ຄືເຊື່ອມຕໍ່ບັນດາແນວຄວາມຄິດ ແລະ ຂໍ້ລິເລີ່ມໃໝ່ ເພື່ອປະກອບສ່ວນກຳນົດອະນາຄົດແຫ່ງການພັດທະນາຂອງ ອາຊຽນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

ຈາກແນວຄວາມຄິດສູ່ຄວາມເປັນຈິງ

ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 8 ສິງຫາ 1967, ປະຈຸບັນລວມມີ 11 ປະເທດສະມາຊິກຄື: ອິນໂດເນເຊຍ, ໄທ, ຟີລິບປິນ, ສິງກະໂປ, ມາເລເຊຍ, ບຣູໄນ, ຫວຽດນາມ, ລາວ, ມຽນມາ, ກຳປູເຈຍ ແລະ ຕີມໍ ເລສເຕ. ພາຍຫຼັງເກືອບ 6 ທົດສະວັດແຫ່ງການສ້າງຕັ້ງ ແລະ ພັດທະນາ, ອາຊຽນ ໄດ້ຢືນຢັນເຖິງການເປັນແບບຢ່າງທີ່ສຳເລັດຜົນໃນການຮ່ວມມື ແລະ ການເຊື່ອມໂຍງພາກພື້ນ, ດ້ວຍບົດບາດ ແລະ ອິດທິພົນທີ່ນັບມື້ນັບສູງຂຶ້ນ. ອາຊຽນ ໄດ້ຊຸກຍູ້ການຮ່ວມມືພາຍໃນກຸ່ມຢ່າງຮອບດ້ານ ແລະ ເຂົ້າສູ່ລວງເລິກ, ເປີດກວ້າງ ແລະ ເພີ່ມທະວີສາຍພົວພັນກັບຫຼາຍຄູ່ຮ່ວມມືໃນໂລກ, ລິເລີ່ມຢ່າງສຳເລັດຜົນ ແລະ ກຸມບົດບາດເປັນເຈົ້າການໃນຫຼາຍກົນໄກການຮ່ວມມືຂອງພາກພື້ນ.

ພື້ນຖານໃຫ້ແກ່ບັນດາຄວາມສຳເລັດໃນເກືອບ 6 ທົດສະວັດທີ່ຜ່ານມາ ແມ່ນບັນດາກົນໄກການຮ່ວມມືພາຍໃນກຸ່ມຂອງ ອາຊຽນ ທີ່ໄດ້ຮັບການຜັນຂະຫຍາຍໂດຍຜ່ານບັນດາສົນທິສັນຍາ, ເວທີປາໄສ, ກອງປະຊຸມ, ໂຄງການ, ແຜນງານການພັດທະນາ, ການສ້າງເຂດການຄ້າເສລີ ອາຊຽນ ແລະ ບັນດາກິດຈະກຳວັດທະນະທຳ-ກິລາໃນພາກພື້ນ. ໃນນັ້ນ, ບັນດາເວທີປາໄສທີ່ລິເລີ່ມໂດຍ ອາຊຽນ ໄດ້ເຕົ້າໂຮມຫຼາຍປະເທດ ແລະ ໄດ້ຮັບຄວາມສຳຄັນຈາກບັນດາປະເທດມະຫາອຳນາດ. ສາມາດກ່າວເຖິງໄດ້ຄື: ກອງປະຊຸມສຸດຍອດ ອາຊຽນ, ເວທີປາໄສພາກພື້ນ ອາຊຽນ (ARF), ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS), ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ (ADMM), ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ບວກ (ADMM+)... ແລະ ຫວ່າງມໍ່ໆມານີ້ແມ່ນ ເວທີປາໄສອະນາຄົດ ອາຊຽນ.

ເວທີປາໄສອະນາຄົດ ອາຊຽນ (ຊື່ພາສາອັງກິດແມ່ນ ASEAN Future Forum - AFF) ໄດ້ກຳເນີດຂຶ້ນໃນບໍລິບົດທີ່ ອາຊຽນ ໄດ້ຜ່ານເກືອບ 6 ທົດສະວັດແຫ່ງການຄົງຕົວ ແລະ ພັດທະນາ, ທັງແມ່ນໄລຍະເວລາທີ່ສະມາຄົມພວມຢູ່ຕໍ່ໜ້າໄລຍະແຫ່ງການພັດທະນາໃໝ່ ພາຍຫຼັງສຳເລັດການຈັດຕັ້ງປະຕິບັດວິໄສທັດປະຊາຄົມ ອາຊຽນ 2025, ແລະ ມຸ່ງໄປສູ່ການສ້າງວິໄສທັດປະຊາຄົມ ອາຊຽນ 2045 ດ້ວຍເປົ້າໝາຍແມ່ນຄວາມພັດທະນາ ແລະ ຄວາມຜາສຸກຂອງປະຊາຊົນທຸກຄົນໃນສະມາຄົມ, ໂດຍບໍ່ປະໃຜໄວ້ຂ້າງຫຼັງ.

ໃນບໍລິບົດດັ່ງກ່າວ, ເດືອນກັນຍາ 2023, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 (ທີ່ ຈາກາຕາ (Jakarta), ອິນໂດເນເຊຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນເວລານັ້ນແມ່ນ ທ່ານ ຟ້າມມິງຈິງ (PhamMinhChinh) ໄດ້ມີບົດກ່າວຄຳປາໄສ, ໃນນັ້ນໄດ້ເນັ້ນໜັກວ່າ ເພື່ອມຸ່ງໄປສູ່ ອາຊຽນ ທີ່ພັດທະນາຢ່າງສະເໝີພາກ ແລະ ຍືນຍົງ, ຈຳເປັນຕ້ອງຢືນຢັນຈິດໃຈຫຼັກແຫຼ່ງຂອງ ອາຊຽນ ທີ່ຖືເອົາ “ປະຊາຊົນເປັນສູນກາງ, ເປັນເປົ້າໝາຍ ແລະ ເປັນແຮງຊຸກຍູ້ຂອງຂະບວນການສ້າງຕັ້ງປະຊາຄົມ”; ສືບຕໍ່ຮັດແຄບຊ່ອງວ່າງແຫ່ງການພັດທະນາໃນ ອາຊຽນ, ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ ແລະ ອະນຸພາກພື້ນ.

ເວທີປາໄສອະນາຄົດ ອາຊຽນ ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ກຳນົດອະນາຄົດແຫ່ງການພັດທະນາຂອງ ອາຊຽນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (PhamMinhChinh) ແລະ ບັນດາຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ 2025. (ຮູບພາບເອກະສານ: ເຢືອງຢາງ (DuongGiang)/TTXVN)

ບົນຈິດໃຈດັ່ງກ່າວ, ຫວຽດນາມ (VietNam) ໄດ້ສະເໜີຂໍ້ລິເລີ່ມຈັດຕັ້ງ ເວທີປາໄສອະນາຄົດ ອາຊຽນ ເພື່ອແນໃສ່ສ້າງເວທີໃຫ້ແກ່ບັນດາຜູ້ນຳ, ຊ່ຽວຊານ, ນັກຄົ້ນຄວ້າ, ວິສາຫະກິດ ແລະ ບັນດາຄູ່ຮ່ວມມືອື່ນໆ ໄດ້ຮ່ວມກັນແລກປ່ຽນ, ສົນທະນາ, ສະເໜີບັນດາແນວຄວາມຄິດ ແລະ ຂໍ້ລິເລີ່ມໃໝ່ ເພື່ອປະກອບສ່ວນກຳນົດເສັ້ນທາງການພັດທະນາສຳລັບອະນາຄົດຂອງ ອາຊຽນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ຈາກນັ້ນ, ຜູ້ນຳບັນດາປະເທດ ອາຊຽນ ສາມາດນຳໄປເປັນບ່ອນອີງໃນຂະບວນການສ້າງຍຸດທະສາດ ແລະ ວິໄສທັດຂອງພາກພື້ນໃນຕໍ່ໜ້າ, ປະກອບສ່ວນນຳມາເຊິ່ງຜົນປະໂຫຍດທີ່ແທດຕົວຈິງໃຫ້ແກ່ປະຊາຊົນ.

ຂໍ້ລິເລີ່ມຈັດຕັ້ງ ເວທີປາໄສອະນາຄົດ ອາຊຽນ ໄດ້ຮັບການຕອບຮັບຢ່າງກວ້າງຂວາງໃນລະດັບສູງຈາກຂະແໜງການຕ່າງໆໃນ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື. ຈາກແນວຄວາມຄິດສູ່ພຶດຕິກຳຕົວຈິງ, ພຽງແຕ່ 7 ເດືອນຕໍ່ມາ, ໃນວັນທີ 23 ເມສາ 2024, ທີ່ນະຄອນຫຼວງ ຮ່າໂນ້ຍ (HaNoi), ເວທີປາໄສອະນາຄົດ ອາຊຽນ ຄັ້ງທຳອິດກໍ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ "ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ ແລະ ຖືເອົາປະຊາຊົນເປັນສູນກາງ".

ຈຸດທີ່ແຕກຕ່າງກັນທີ່ສຸດຂອງ ເວທີປາໄສອະນາຄົດ ອາຊຽນ ເມື່ອທຽບກັບເວທີປາໄສອື່ນໆ ແມ່ນນີ້ເປັນເວທີປາໄສທີ່ຈັດຂຶ້ນສະເພາະໃຫ້ແກ່ ອາຊຽນ, ເປັນຂອງ ອາຊຽນ, ເພື່ອ ອາຊຽນ ແລະ ເພື່ອປະຊາຊົນຂອງ ອາຊຽນ. ເວທີປາໄສໄດ້ຖືກຈັດຂຶ້ນໃນຮູບແບບເວທີປາໄສເປີດໃນຊ່ອງທາງ 1.5 (ມີການເຂົ້າຮ່ວມຂອງທັງຕົວແທນລັດຖະບານ ກໍ່ຄືວົງການນັກວິຊາການ ແລະ ບັນດາປະເທດ, ພາກສ່ວນອື່ນໆທີ່ກ່ຽວຂ້ອງ).

ຫວນຄືນ 2 ຄັ້ງຂອງ ເວທີປາໄສອະນາຄົດ ອາຊຽນ ທີ່ຈັດຂຶ້ນໂດຍ ຫວຽດນາມ

ເວທີປາໄສອະນາຄົດ ອາຊຽນ ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ກຳນົດອະນາຄົດແຫ່ງການພັດທະນາຂອງ ອາຊຽນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ (BuiThanhSon) ກ່າວຄຳປາໄສປິດເວທີປາໄສອະນາຄົດ ອາຊຽນ 2025. (ຮູບພາບເອກະສານ: ອານດັງ (AnDang)/TTXVN)

ເວທີປາໄສອະນາຄົດ ອາຊຽນ ທີ່ຖືກຈັດຂຶ້ນເປັນຄັ້ງທຳອິດໃນເດືອນເມສາ 2024 ທີ່ ຮ່າໂນ້ຍ (HaNoi) ພາຍໃຕ້ຫົວຂໍ້: "ສ້າງປະຊາຄົມ ອາຊຽນ ພັດທະນາໄວ, ຍືນຍົງ, ຖືເອົາປະຊາຊົນເປັນສູນກາງ" ໄດ້ສຳເລັດລົງຢ່າງຈົບງາມ, ດຶງດູດຄວາມສົນໃຈ, ການຕອບຮັບ ແລະ ການສະໜັບສະໜູນຢ່າງກວ້າງຂວາງຈາກບັນດາປະເທດ ອາຊຽນ ແລະ ປະຊາຄົມສາກົນ.

ເວທີປາໄສອະນາຄົດ ອາຊຽນ 2024 ໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງ ແລະ ການສະໜັບສະໜູນໃນຂົງເຂດຕ່າງໆພາຍໃນ ອາຊຽນ ແລະ ບັນດາຄູ່ຮ່ວມມືຂອງກຸ່ມ. ການເຂົ້າຮ່ວມເວທີປາໄສເປັນຄັ້ງທຳອິດໃນປີ 2024 ມີຜູ້ແທນເກືອບ 500 ທ່ານ ທີ່ຕາງໜ້າໃຫ້ລັດຖະບານ, ຄະນະທູຕານຸທູດ, ນັກວິຊາການ, ວົງການທຸລະກິດ, ຜູ້ແທນຈາກ ອາຊຽນ, ບັນດາຄູ່ຮ່ວມມື ແລະ ອົງການຈັດຕັ້ງສາກົນ. ການສົນທະນາ ແລະ ການແບ່ງປັນຢ່າງເລິກເຊິ່ງໃນເວທີປາໄສນີ້ ໄດ້ສະໜອງຂໍ້ມູນອັນລ້ຳຄ່າ ເພື່ອໃຫ້ບັນດາປະເທດໃນພາກພື້ນ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ທົບທວນ, ຢືນຢັນຄືນໃໝ່ເຖິງຄວາມສຳຄັນຂອງຄວາມພະຍາຍາມຮ່ວມກັນໃນການກຳນົດອະນາຄົດທີ່ສົດໃສກວ່າໃຫ້ແກ່ປະຊາຄົມ ອາຊຽນ. ການສົນທະນາໃນກອງປະຊຸມໄດ້ເນັ້ນໜັກວ່າ ບົດບາດສູນກາງຂອງ ອາຊຽນ ແມ່ນມີຄວາມສຳຄັນຢ່າງຍິ່ງໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ຕີລາຄາກ່ຽວກັບຄວາມສຳເລັດຂອງເວທີປາໄສອະນາຄົດ ອາຊຽນ 2024, ທ່ານເລຂາທິການໃຫຍ່ ອາຊຽນ ເກົາກິມຮວນ (KaoKimHourn) ຖືວ່າ “ເວທີປາໄສອະນາຄົດ ອາຊຽນ ແມ່ນມີປະໂຫຍດຫຼາຍໃນການສະໜອງແນວຄວາມຄິດທີ່ສ້າງສັນ, ຄວາມຄິດທີ່ຖີ່ຖ້ວນກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນຕໍ່ໜ້າທີ່ຈຳເປັນຕ້ອງໄດ້ກຽມພ້ອມຮັບມື”. ອາຊຽນ ກຸມບົດບາດນັບມື້ນັບສຳຄັນໃນການກຳນົດຄືນບັນດາການຜັນແປຂອງໂລກ ແລະ ຂະບວນການຂອງໂລກ.

ຄຽງຄູ່ກັນນັ້ນ, ໂດຍຜ່ານການຈັດຕັ້ງເວທີປາໄສອະນາຄົດ ອາຊຽນ, ຫວຽດນາມ (VietNam) ໄດ້ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການ ແລະ ຕັ້ງໜ້າຂອງ ຫວຽດນາມ ອີກຄັ້ງໜຶ່ງ, ດ້ວຍຄວາມມຸ່ງມາດປາດຖະໜາທີ່ຈະປະກອບສ່ວນຢ່າງຕັ້ງໜ້າກວ່າເກົ່າເຂົ້າໃນການຮ່ວມມືພາກພື້ນ ແລະ ຄວາມຕ້ອງການເສີມຂະຫຍາຍບົດບາດນຳພາ, ເປັນແກນກາງຂອງ ຫວຽດນາມ ໃນການຮ່ວມມືພາກພື້ນ ແລະ ໃນຂອບເຂດທົ່ວໂລກ.

ຈາກຄວາມສຳເລັດຂອງເວທີປາໄສອະນາຄົດ ອາຊຽນ ຄັ້ງທຳອິດໃນປີ 2024 ແລະ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມື, ຫວຽດນາມ ໄດ້ສືບຕໍ່ຈັດຕັ້ງເວທີປາໄສອະນາຄົດ ອາຊຽນ ປີ 2025 ເພື່ອຢືນຢັນຈິດໃຈ “ສາມັກຄີ, ກວມລວມ ແລະ ເຂັ້ມແຂງດ້ວຍຕົນເອງ”.

ເວທີປາໄສອະນາຄົດ ອາຊຽນ ຄັ້ງທີສອງ ໄດ້ຈັດຂຶ້ນໃນສອງວັນຄື 25 ແລະ 26 ກຸມພາ 2025 ທີ່ ຮ່າໂນ້ຍ (HaNoi) ພາຍໃຕ້ຫົວຂໍ້ "ສ້າງ ອາຊຽນ ສາມັກຄີ, ກວມລວມ ແລະ ເຂັ້ມແຂງດ້ວຍຕົນເອງ ໃນໂລກທີ່ຜັນແປ". ນີ້ແມ່ນໜຶ່ງໃນເຫດການຫຼາຍຝ່າຍທີ່ໃຫຍ່ທີ່ສຸດທີ່ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2025. ປີ 2025 ເປັນປີທີ່ມີຫຼາຍເຫດການພິເສດ: ສະເຫຼີມສະຫຼອງຄົບຮອບ 80 ປີ ວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ (2/9/1945-2/9/2025), 30 ປີ ທີ່ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995-28/7/2025), 10 ປີ ແຫ່ງການສ້າງຕັ້ງປະຊາຄົມ ອາຊຽນ (31/12/2015-31/12/2025) ແລະ ກໍ່ແມ່ນປີທີ່ ອາຊຽນ ຮັບຮອງເອົາວິໄສທັດປະຊາຄົມ ອາຊຽນ 2045.

ໃນການຈັດຕັ້ງຄັ້ງທີສອງນີ້, ເວທີປາໄສອະນາຄົດ ອາຊຽນ ຢູ່ ຫວຽດນາມ ສືບຕໍ່ຮັດແໜ້ນເຄື່ອງໝາຍການຄ້າ, ເປັນຈຸດນັດພົບຂອງບັນດາວາລະການສົນທະນາທີ່ຟົດຟື້ນ ຕາມບັນດາຫົວຂໍ້ທີ່ໄດ້ຮັບການຕີລາຄາວ່າກວມລວມ ແລະ ຮອບດ້ານ ກ່ຽວກັບບັນຫາທີ່ ອາຊຽນ ຕ້ອງປະເຊີນໃນເສັ້ນທາງແຫ່ງການພັດທະນາຂອງຕົນ.

ເວທີປາໄສດຶງດູດຜູ້ແທນເຂົ້າຮ່ວມໂດຍກົງຫຼາຍກວ່າ 600 ທ່ານ, ໃນນັ້ນມີຜູ້ແທນສາກົນກວ່າ 230 ທ່ານ, ພ້ອມກັບບັນດາຜູ້ແທນທີ່ສົ່ງສານເຂົ້າຮ່ວມ ໄດ້ມີການແບ່ງປັນ, ວິເຄາະເຮັດໃຫ້ແຈ້ງຂຶ້ນຕື່ມກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍໃນອະນາຄົດທັງສະເພາະໜ້າ ແລະ ໄລຍະຍາວຂອງປະຊາຄົມ ອາຊຽນ.

ເວທີປາໄສອະນາຄົດ ອາຊຽນ 2025 ສຸມໃສ່ບັນດາເນື້ອໃນຄື: ບັນດາທ່າອ່ຽງໃຫຍ່ທີ່ສົ່ງຜົນກະທົບຕໍ່ ອາຊຽນ ແລະ ໂລກ ຈົນເຖິງປີ 2035; ທົບທວນຄືນບັນດາຫຼັກການພື້ນຖານຂອງ ອາຊຽນ ເພື່ອແນໃສ່ຮັບມືກັບສິ່ງທ້າທາຍໃນອະນາຄົດ; ການຮ່ວມມືອະນຸພາກພື້ນ ມຸ່ງໄປສູ່ການຊຸກຍູ້ລັກສະນະເຂັ້ມແຂງດ້ວຍຕົນເອງ ແລະ ການພັດທະນາແບບຍືນຍົງ; ການຄຸ້ມຄອງເຕັກໂນໂລຢີທີ່ພົ້ນເດັ່ນໃໝ່ ເພື່ອຮັບປະກັນຄວາມໝັ້ນຄົງຮອບດ້ານ; ບົດບາດເຊື່ອມຈອດ ແລະ ຊຸກຍູ້ສັນຕິພາບຂອງ ອາຊຽນ ໃນໂລກທີ່ແຕກແຍກ...

ເວທີປາໄສໄດ້ສຳເລັດວາລະກອງປະຊຸມທີ່ເຕັມໄປດ້ວຍຄວາມທະເຍີທະຍານ ດ້ວຍຫຼາຍຮ້ອຍຄຳເຫັນປະກອບສ່ວນ, ບັນດາຄຳສະເໜີແນະທີ່ເລິກເຊິ່ງ ຊ່ວຍແກ້ໄຂບັນຫາທີ່ສຳຄັນ, ຕັ້ງແຕ່ທ່າອ່ຽງໃຫຍ່ ຈົນເຖິງບົດບາດຂອງແມ່ຍິງໃນການສ້າງສັນຕິພາບ, ຕະຫຼອດຮອດການພິຈາລະນາຄືນບັນດາຫຼັກການພື້ນຖານຂອງ ອາຊຽນ ຈົນເຖິງການຄຸ້ມຄອງເຕັກໂນໂລຢີໃໝ່, ແລະ ອີກຫຼາຍເນື້ອໃນອື່ນໆ. ບັນດາການແລກປ່ຽນ, ຂໍ້ສະເໜີທີ່ມີລັກສະນະບຸກທະລຸໃນເວທີປາໄສ ສືບຕໍ່ຢືນຢັນທີ່ຕັ້ງສູນກາງຂອງ ອາຊຽນ ໃນໂລກທີ່ມີການຜັນແປຫຼາຍຢ່າງ; ແມ່ນບ່ອນອີງອັນລ້ຳຄ່າ ເມື່ອ ອາຊຽນ ປັບປຸງແຜນງານຍຸດທະສາດສຳລັບວິໄສທັດປະຊາຄົມ 2045 ໃຫ້ສົມບູນ.

ພ້ອມກັນນັ້ນ, ຄວາມສຳເລັດຂອງເວທີປາໄສອະນາຄົດ ອາຊຽນ 2024 ແລະ 2025 ທີ່ ຮ່າໂນ້ຍ ໄດ້ສືບຕໍ່ສະແດງໃຫ້ເຫັນເຖິງຂີດຄວາມສາມາດໃນການນຳພາຂອງ ຫວຽດນາມ ໃນການກຳນົດບັນດາການສົນທະນາຍຸດທະສາດ ມຸ່ງໄປສູ່ ວິໄສທັດປະຊາຄົມ ອາຊຽນ 2045 ແລະ ໄກກວ່ານັ້ນ.

ໂດຍຜ່ານນັ້ນ ກໍ່ຍັງເປັນການຢືນຢັນວ່າ, ໃນການເດີນທາງກວ່າ 30 ປີ ທີ່ຜ່ານມາ ນັບຕັ້ງແຕ່ເຂົ້າເປັນສະມາຊິກ ອາຊຽນ (28/7/1995), ຫວຽດນາມ ໄດ້ເຊື່ອມໂຍງຢ່າງວ່ອງໄວ, ເຂົ້າຮ່ວມຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນທຸກຂົງເຂດການຮ່ວມມືຂອງ ອາຊຽນ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າໃນການຮັກສາຄວາມສາມັກຄີພາຍໃນກຸ່ມ, ເພີ່ມທະວີການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ກໍ່ຄືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືພາຍນອກ, ປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາ ແລະ ຄວາມສຳເລັດຂອງ ອາຊຽນ.

ອາຊຽນ ເພີ່ມທະວີການຮ່ວມມືເພື່ອຮັບປະກັນຄວາມປອດໄພໃນພື້ນທີ່ເຄືອຂ່າຍອິນເຕີເນັດ ອາຊຽນ ເພີ່ມທະວີການຮ່ວມມືເພື່ອຮັບປະກັນຄວາມປອດໄພໃນພື້ນທີ່ເຄືອຂ່າຍອິນເຕີເນັດ

ຍສໝ - ຖະ​ແຫຼ​ງການ Kuala Lumpur ກ່ຽວ​ກັບ​ການ​ນຳ​ໃຊ້ເຄືອຂ່າຍ​ສັງຄົມ​ທີ່​ມີ​ຄວາມ​ຮັບຜິດຊອບ​ກວ່າ ຄາດ​ວ່າ​ຈະ​ແມ່ນ​ໜຶ່ງ​ໃນ​ເອກະສານ​ສຳຄັນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 47 ທີ່​ຈະ​ມາ​ເຖິງ.

ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ ຫວຽດນາມ ພ້ອມກັບ ອາຊຽນ ປຶກສາຫາລືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜນດິນໄຫວຢູ່ ມຽນມາ ແລະ ໄທ

ຍສໝ - ຫວຽດນາມ ຈະຮຽງບ່າຮຽງໄຫຼ່ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ.

Link: https://huunghivietlao.thoidai.com.vn/detail-article-21905.html

In bài biết