15:22 | 19/04/2026

ຊອກຫາວິທີການຮັກສາພາສາຫວຽດນາມ ຢູ່ Kyushu (ຍີ່ປຸ່ນ)

ເວທີປາໄສຊາວໜຸ່ມຫວຽດນາມຢູ່ Kyushu 2026: ເຊື່ອມຕໍ່ຄວາມຮູ້, ກຳນົດອະນາຄົດ
ກາລະ​ໂອກາດ​ໃຫ້​ຄົນ​ງານ ຫວຽດນາມ ​ໄປ​ເຮັດ​ວຽກອັນຍາວນານ ແລະ ພັດທະນາພາລະກິດ​ຢູ່ ຍີ່ປຸ່ນ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka ຈິ້ງທິມາຍເຟືອງ ໃຫ້ຮູ້ວ່າ ວຽກງານການຮັກສາພາສາຫວຽດນາມ ແມ່ນໄດ້ຮັບການສອດຫ້ອຍເຂົ້າໃນບັນດາການເຄື່ອນໄຫວການຕ່າງປະເທດກັບອຳນາດການປົກຄອງທ້ອງຖິ່ນຢ່າງສະເໝີຕົ້ນສະເໝີປາຍ. ໂດຍເນັ້ນໜັກເຖິງບົດບາດຂອງອຳນາດການປົກຄອງທ້ອງຖິ່ນ ຍີ່ປຸ່ນ, ທ່ານນາງ ຖືວ່າ ການສະໜັບສະໜູນດ້ານສະຖານທີ່, ພື້ນທີ່ດຳເນີນຊີວິດຂອງຊຸມຊົນ ແລະ ການຈັດບັນດາການເຄື່ອນໄຫວວັດທະນະທຳ ແມ່ນມີຄວາມໝາຍສຳຄັນໃນການຮັກສາ ແລະ ພັດທະນາບັນດາຫ້ອງຮຽນພາສາຫວຽດນາມ.

ຊອກຫາວິທີການຮັກສາພາສາຫວຽດນາມ ຢູ່ Kyushu (ຍີ່ປຸ່ນ)
ຊອກຫາວິທີການຮັກສາພາສາຫວຽດນາມ ຢູ່ Kyushu (ຍີ່ປຸ່ນ)

ທີ່ກອງປະຊຸມສຳມະນາ, ທ່ານ ຫງວຽນຢຸຍແອັງ, ເລຂາທິການໃຫຍ່ ຕາໜ່າງການສິດສອນພາສາຫວຽດນາມ ແລະ ການຮັກສາວັດທະນະທຳ ຫວຽດນາມ ທົ່ວໂລກ, ຖືວ່າການເປີດຫ້ອງຮຽນພາສາຫວຽດນາມແມ່ນຍາກແລ້ວ, ແຕ່ການຮັກສາ ແລະ ພັດທະນາຫ້ອງຮຽນໃຫ້ມີສະຖຽນລະພາບ ແລະ ຍືນຍົງນັ້ນ ແມ່ນຍັງມີຄວາມຫຍຸ້ງຍາກກວ່າ. ຕາມທ່ານແລ້ວ, ວຽກງານການຮັກສາພາສາຫວຽດນາມ ຕ້ອງມີການເຂົ້າຮ່ວມຂອງຫຼາຍພາກສ່ວນ, ລວມມີ ອົງການຕົວແທນ, ສະມາຄົມ, ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນ.

ຕາມທ່ານ ຫງວຽນຢຸຍແອັງ, ຢູ່ Fukuoka ແລະ ເຂດ Kyushu, ຫຼາຍແນວຄວາມຄິດລິເລີ່ມໃນການສິດສອນພາສາຫວຽດນາມ ໄດ້ຮັບການຜັນຂະຫຍາຍ ແລະ ຄ່ອຍໆຂະຫຍາຍຕົວອອກເປັນວົງກວ້າງ. ການປະສານງານລະຫວ່າງ ອົງການຕົວແທນ, ສະມາຄົມ ແລະ ຊຸມຊົນ ແມ່ນໄດ້ຮັບການຕີລາຄາວ່າເປັນຮູບປະທຳ, ປະກອບສ່ວນສ້າງລະບົບນິເວດການສິດສອນພາສາຫວຽດນາມ ໄປໃນທິດທາງທີ່ຍືນຍົງ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ປຸກລະດົມການແຂ່ງຂັນ “ມ່ວນຊື່ນກັບການຮຽນພາສາຫວຽດນາມ, ຈົດຈຳບຸນຄຸນປະທານໂຮ່ຈີມິນ” ດ້ວຍຫຼາຍຮູບແບບການເຂົ້າຮ່ວມທີ່ຫຼາກຫຼາຍ ເຊັ່ນ: ການເລົ່າເລື່ອງ, ຮ້ອງເພງ, ແຕ້ມຮູບ, ເຮັດວິດີໂອ... ເພື່ອແນໃສ່ຊຸກຍູ້ການນຳເອົາພາສາຫວຽດນາມກັບຄືນສູ່ຊີວິດປະຈຳວັນ. ການແຂ່ງຂັນບໍ່ພຽງແຕ່ຕີລາຄາທັກສະດ້ານພາສາເທົ່ານັ້ນ ແຕ່ຍັງເນັ້ນໜັກເຖິງຄຸນຄ່າທາງດ້ານອາລົມ ແລະ ພະລັງແຫ່ງການແຜ່ຂະຫຍາຍໃນຊຸມຊົນ, ປະກອບສ່ວນເຊື່ອມຕໍ່ຄົນຮຸ່ນໜຸ່ມກັບກົກເຄົ້າເຫງົ້າກໍຂອງຊາດ.

ເມື່ອສິ້ນສຸດກອງປະຊຸມສຳມະນາ, ສຈ.ປອ ຫງວຽນມິງທວຽດ ໄດ້ແນະນຳປຶ້ມ “ມ່ວນຊື່ນກັບການຮຽນພາສາຫວຽດນາມ” ເຫຼັ້ມ 2.

ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ ຊາວໜຸ່ມປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ ວາງແຜນກ່ຽວກັບການສ້າງສາປະເທດຊາດ

ຍສໝ - ໃນລະຫວ່າງວັນທີ 19 – 21 ກໍລະກົດ 2025, ຊາວໜຸ່ມປັນຍາຊົນຫວຽດນາມ 10 ຄົນ ທີ່ຕາງໜ້າປະຊາຄົມປັນຍາຊົນຫວຽດນາມ ຢູ່ ຍີ່ປຸ່ນ ຈະກັບຄືນຫວຽດນາມ ເພື່ອເຂົ້າຮ່ວມເວທີປາໄສປັນຍາຊົນຊາວຫນຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ: “ບັນດານັກປັນຍາຊົນຫວຽດນາມ ໃນທົ່ວໂລກ ປະກອບສ່ວນເຮັດໃຫ້ປະເທດກ້າວເຂົ້າສູ່ສັງກາດໃໝ່”. ...

ການຮ່ວມມືດ້ານຊັບພະຍາກອນມະນຸດຫວຽດນາມ ສໍາລັບວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ພາກພື້ນ Kyushu (ຍີ່​ປຸ່ນ) ການຮ່ວມມືດ້ານຊັບພະຍາກອນມະນຸດຫວຽດນາມ ສໍາລັບວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ພາກພື້ນ Kyushu (ຍີ່​ປຸ່ນ)

ຍສໝ - ວັນທີ 20 ມິຖຸນາ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາ Fukuoka ໄດ້ສົມທົບກັບສະມາຄົມສົ່ງເສີມການຄ້າ, ການລົງທຶນຫວຽດນາມ ປະຈໍາ Kyushu (ຍີ່ປຸ່ນ) ຈັດຕັ້ງກອງປະຊຸມສຳມະນາ“ການຮ່ວມມືດ້ານຊັບພະຍາກອນມະນຸດຫວຽດນາມ ສໍາລັບວິສາຫະກິດຂະໜາດກາງ ແລະ ນ້ອຍຢູ່ພາກພື້ນ Kyushu”.

Link: https://huunghivietlao.thoidai.com.vn/detail-article-21867.html

In bài biết