15:06 | 19/04/2026

ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ

ນັກສຶກສາ ລາວ ແລະ ກຳປູເຈຍ ສະເຫຼີມສະຫຼອງປີໃໝ່ປະຈຳຊາດຢ່າງອົບອຸ່ນ ທີ່ນະຄອນ ໂຮ່ຈິມິນ
ນະຄອນ ໂຮ່ຈີມິນ ສະເຫຼີມສະຫຼອງບຸນປີໃໝ່ ກຳປູເຈຍ - ລາວ - ໄທ ຢ່າງຄຶກຄື້ນ

ຢູ່ເຂດຕາແສງ ດັດດໍ໋, ຄະນະຜູ້ແທນໄດ້ຈັດພິທີຈຸດທູບອາໄລຫາ ຢູ່ອະນຸສາວະລີ ແລະ ເຮືອນອະນຸສອນ ວີລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ ວໍທິເສົາ ໃນບັນຍາກາດທີ່ສະຫງ່າຜ່າເຜີຍ, ຜ່ານນັ້ນໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ກັບການເສຍສະຫຼະຂອງບັນດາຄົນຮຸ່ນກ່ອນ. ພ້ອມກັນນັ້ນ, ການເຄື່ອນໄຫວດັ່ງກ່າວຍັງປະກອບສ່ວນຊ່ວຍໃຫ້ນັກສຶກສາສາກົນເຂົ້າໃຈແຈ້ງຕື່ມກ່ຽວກັບຮີດຄອງປະເພນີແຫ່ງຄວາມຮັກຊາດ ແລະ ປະຫວັດສາດແຫ່ງການຕໍ່ສູ້ຂອງຊາດ ຫວຽດນາມ.

ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ
ຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຢ່າງຕໍ່ເນື່ອງ. (ຮູບ: ຫໍພັກນັກສຶກສາ ລາວ ຢູ່ ນະຄອນໂຮ່ຈີມິນ)

ສືບຕໍ່ລາຍການ, ຄະນະຈັດຕັ້ງໄດ້ມອບທຶນການສຶກສາ 10 ທຶນ ໃຫ້ແກ່ນັກຮຽນ, ນັກສຶກສາທີ່ມີເງື່ອນໄຂຫຍຸ້ງຍາກໃນທ້ອງຖິ່ນ, ເພື່ອແນໃສ່ຊຸກຍູ້ຈິດໃຈຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນການຮ່ຳຮຽນ. ນີ້ກໍ່ແມ່ນການເຄື່ອນໄຫວທີ່ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຈິດໃຈແຫ່ງການແບ່ງປັນ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຂອງຊາວໜຸ່ມສາມປະເທດທີ່ມີຕໍ່ຊຸມຊົນທ້ອງຖິ່ນ.

ຄຽງຄູ່ກັນນັ້ນ, ນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວອາສາສະໝັກອະນາໄມຫາດຊາຍທະເລ ຢູ່ແຂວງ ວຸງເຕົ່າ. ຜ່ານການເກັບມ້ຽນຂີ້ເຫຍື້ອ, ປົກປັກຮັກສາສະພາບແວດລ້ອມທາງທະເລ, ບັນດາຊາວໜຸ່ມໄດ້ປະກອບສ່ວນຍົກສູງສະຕິຂອງຊຸມຊົນ, ແຜ່ຂະຫຍາຍສານແຫ່ງການໃຊ້ຊີວິດສີຂຽວ ແລະ ເສີມຂະຫຍາຍບົດບາດບຸກທະລຸຂອງຊາວໜຸ່ມ ໃນບັນດາການເຄື່ອນໄຫວເພື່ອສັງຄົມ.

ຊາວໜຸ່ມ ຫວຽດນາມ – ລາວ – ກຳປູເຈຍ ແຜ່ຂະຫຍາຍຄວາມຮັບຜິດຊອບ, ອຸທິດຕົນເພື່ອຊຸມຊົນ
ຄະນະຜູ້ແທນມອບທຶນການສຶກສາ 10 ທຶນ ໃຫ້ແກ່ນັກຮຽນ, ນັກສຶກສາທີ່ມີເງື່ອນໄຂຫຍຸ້ງຍາກ ຢູ່ເຂດຕາແສງ ດັດດໍ໋. (ຮູບ: ຫໍພັກນັກສຶກສາ ລາວ ຢູ່ ນະຄອນໂຮ່ຈີມິນ)

ສືບຕໍ່ການເດີນທາງ, ຄະນະນັກສຶກສາໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວອາສາສະໝັກ ຢູ່ເຂດປູຊະນີຍະສະຖານປະຫວັດສາດການປະຕິວັດ ເຮືອນແມ່ຕາມຍຸງ (Nha ma Tam Nhung) ແລະ ຈັດກິດຈະກຳອະນາໄມຫາດຊາຍທະເລ ຢູ່ແຂວງ ວຸງເຕົ່າ (Vung Tau). ຜ່ານການເກັບມ້ຽນຂີ້ເຫຍື້ອ, ປົກປັກຮັກສາສະພາບແວດລ້ອມທາງທະເລ, ບັນດາຊາວໜຸ່ມໄດ້ປະກອບສ່ວນແຜ່ຂະຫຍາຍສານແຫ່ງການໃຊ້ຊີວິດສີຂຽວ, ຍົກສູງສະຕິຂອງຊຸມຊົນ ແລະ ເສີມຂະຫຍາຍບົດບາດບຸກທະລຸຂອງຊາວໜຸ່ມ ໃນບັນດາການເຄື່ອນໄຫວເພື່ອສັງຄົມ.

ໃນຕອນບ່າຍຂອງວັນດຽວກັນ, ບັນຍາກາດຂອງຄ້າຍພົບປະແລກປ່ຽນໄດ້ຮັບການສ້າງຄວາມຄຶກຄື້ນຕື່ມອີກ ດ້ວຍບັນດາການເຄື່ອນໄຫວ Team building ຢູ່ແຄມທະເລ. ບັນດາເກມທີ່ໄດ້ຮັບການອອກແບບຢ່າງຫຼາກຫຼາຍ, ເນັ້ນໜັກເຖິງຈິດໃຈແຫ່ງການປະສານງານ, ຄວາມສ້າງສັນ ແລະ ຄວາມຄ່ອງຕົວ, ໄດ້ນຳມາເຊິ່ງປະສົບການທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ມີຊີວິດຊີວາ. ຜ່ານແຕ່ລະບົດທົດສອບ, ນັກສຶກສາສາມປະເທດຄ່ອຍໆລຶບລ້າງໄລຍະຫ່າງ, ເອົາຊະນະອຸປະສັກດ້ານພາສາ, ເພີ່ມທະວີຄວາມຜູກພັນ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

ຄ້າຍພົບປະແລກປ່ຽນນັກສຶກສາ ຫວຽດນາມ – ລາວ – ກຳປູເຈຍ ປີ 2026 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ຊາວໜຸ່ມສາມປະເທດໄດ້ພົບປະ, ແລກປ່ຽນເທົ່ານັ້ນ ແຕ່ຍັງແມ່ນການເດີນທາງທີ່ມີຄວາມໝາຍ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ປຸກລະດົມຈິດໃຈແຫ່ງການອຸທິດຕົນ ແລະ ແຜ່ຂະຫຍາຍບັນດາຄຸນຄ່າທີ່ຕັ້ງໜ້າໃນຊຸມຊົນ.

ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ ສີສັນສົດໃສຂອງການສະຫຼອງປີໃໝ່ປະຈຳຊາດຂອງ ກຳປູເຈຍ, ລາວ ແລະ ໄທ ຢູ່ນະຄອນ ໂຮ່ຈິມິນ

ຍສໝ - ວັນທີ 11 ເມສາ, ທີ່ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈິມິນ ໄດ້ປະສານງານຈັດງານບຸນປີໃໝ່ປະຈຳຊາດ ກຳປູເຈຍ, ລາວ, ແລະ ໄທ, ເຊິ່ງໄດ້ສະທ້ອນໃຫ້ເຫັນເຖິງບັນດາພິທີກຳພື້ນເມືອງຢ່າງມີຊີວິດຊີວາ, ປະກອບສ່ວນເຂົ້າໃນການເພີ່ມທະວີການແລກປ່ຽນວັດທະນະທຳ ແລະ ຮັດແໜ້ນສາຍພົວພັນມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນພາກພື້ນ.

ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ

ຍສໝ - ວັນທີ 10 ເມສານີ້, ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຕາມພຸດທະສັກກະຫຼາດ “ບຸນປີໃໝ່” ຂອງ ລາວ ແລະ “Chol Chnam Thmey” ຂອງ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງວຽດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳສະຫະປະຊາຊາດ (ສປຊ) ໄດ້ນຳໜ້າບັນດາຄະນະຜູ້ແທນຫວຽດນາມ ຢູ່ນິວຢອກ (ອາເມລິກາ) ມາ​ອວຍພອນບັນດາຄະນະ​ຜູ້​ແທນຖາວອນ​​ຂອງ​ ...

Link: https://huunghivietlao.thoidai.com.vn/detail-article-21866.html

In bài biết