10:46 | 17/04/2026

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາໄປຢ້ຽມຢາມນະຄອນ ໜານໜິງ (ຈີນ)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາໄປຢ້ຽມຢາມນະຄອນ ໜານໜິງ (ຈີນ)

(ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເດີນ​ທາງໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ນະ​ຄອນ ໜານ​ໜິງ )

ໂດຍ​ສືບ​ຕໍ່ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຈີນ, ພາຍ​ຫຼັງ​ສິ້ນ​ສຸດ​ບັນ​ດ​ການ​ເຄື່ອນ​ໄຫວ​ຢູ່​ນະ​ຄອນ​ຫຼວງ ປັ​ກ​ກິ່ງ, ຕອນ​ເຊົ້​າ​ວັນ​ທີ 16 ເມ​ສາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ປັກ​ກິ່ງ ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ນະ​ຄອນ ໜານ​ໜິງ ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ.

ໃນ​ການ​ເດີນ​ທາງ, ການ​ນຳ​ວິ​ສາ​ຫະ​ກິດ​ຂະ​ແໜງ​ລົດ​ໄຟ​ຂອງ ຈີນ ໄດ້​ລາຍ​ງານ​ໂດຍ​ຫຍ​ໍ້​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ທາງ​ລົດ​ໄຟ​ຂອງ ຈີ​ນ. ຕາມນັ້ນ​ແລ້ວ, ໄລ​່​ຮອດ​ຕົ້ນ​ປີ 2026, ລະ​ບົບ​ທາງ​ລົດ​ໄຟ​ທີ່​ພວມ​ເຄື່ອນ​ໄຫວ​ຂອງ ຈີນ ບັນ​ລຸ​ຄວາມ​ຍາວ​ໄລ​ຍະ​ທາງ​ທັງ​ໝົດ 165.000 ກມ.

ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮ່ວມ​ມື​ກັບ ຈີນ ໃນ​ຂົງ​ເຂດ​ຄົມ​ມະ​ນາ​ຄົມ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້​ການ​ນຳ​ຂະ​ແໜງ​ລົດ​ໄຟ ແລະ ບັນ​ດາ​ວິ​ສາ​ຫະ​ກິດ ຈີນ ແບ່​ງ​ປັນ​ບົດ​ຮຽນ ແລະ ໜູນ​ຊ່ວຍ, ​ເຂົ້າ​ຮ່ວມ​ພ້ອມ​ກັບ ຫວຽດ​ນາມ ໃນ​ວິ​ວັດ​ການກໍ່​ສ້າງ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ທາງ​ລົດ​ໄຟ​ສຳ​ຄັນ​ຢູ່ ຫວຽດ​ນາມ.

ຕາມ vovworld.vn

https://vovworld.vn/lo-LA/khaawedn/thaanelkhaathikaanayhny-pathaanpaethd-ohelim-eila-phnlanyaaaipynymyaamnakhn-hnaanhning-chiin-2428115.vov5

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ທະຫານເຂດ 1 ສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່

ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031 ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031

ຕອນເຊົ້າວັນທີ 7 ເມສາ, ທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XVI, ສະພາແຫ່ງຊາດ ເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031.

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21860.html

In bài biết