ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ | |
| ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ |
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະສົນທະນາກັບ ທ່ານປະທານສະພາປະຊາຊົນແຫ່ງຊາດ ຈີນ ຈາວເລືອຈີ. |
ທີ່ການພົບປະສົນທະນາກັບ ທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢືນຢັນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຍາມໃດກໍ່ຖືການພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຈີນ ແມ່ນແຜນນະໂຍບາຍສະເໝີຕົ້ນສະເໜີປາຍ, ຄວາມຮຽກຮ້ອງຢ່າງພາວະວິໄສ, ການເລືອກເຟັ້ນຍຸດທະສາດ, ໃນແນວທາງການຕ່າງປະເທດໂດຍລວມ. ຫວຽດນາມ ປາດຖະໜາ ແລະ ຕັດສິນໃຈພ້ອມກັບ ຈີນ ຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາຢ່າງຮອບດ້ານ, ຂຶ້ນສູ່ລະດັບສູງໃໝ່.
ກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະສົນທະນາກັບ ທ່ານປະທານສະພາປະຊາຊົນແຫ່ງຊາດ ຈີນ ຈາວເລືອຈີ. ຢູ່ທີ່ນີ້, 2 ຝ່າຍຢືນຢັນເລື່ອງຖືເປັນສຳຄັນການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ຈີນ ແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນສັງລວມ ຫວຽດນາມ - ຈີນ.
ຕາມ vovworld.vn
ຕາມ https://vovworld.vn/lo-LA/khaawedn/thaanelkhaathikaanayhny-pathaanpaethd-ohelim-phobpakbbndaakaannam-chiin-2427942.vov5
| ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ຍສໝ - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງເລື່ອງຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ໃນໄລຍະຜ່ານມາໄດ້ສົມທົບກັບຫ້ອງວ່າການສູນກາງພັກ ຫວຽດນາມ ຢ່າງແໜ້ນແຟ້ນ ໃນການປະສານງານ |
| ເລຂາທິການໃຫຍ່ ໂຕເລິມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຍສໝ - ເລຂາທິການໃຫຍ່ ໂຕເລິມ ເຂົ້າວາງພວງມາລາ ໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ |
ຕາມ vovworld.vn
