ການນຳ ຫວຽດນາມ ສົ່ງສານອວຍພອນບຸນປີໃໝ່ລາວ ແລະ ກຳປູເຈຍ
| ຄະນະປະຈຳ ຫວຽດນາມ ປະຈຳ ສປຊ ຈັດຕັ້ງພິທີສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດຂອງ ລາວ ແລະ ກຳປູເຈຍ | |
| ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ. |
![]() |
| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ; ທ່ານປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງກຳປູເຈຍ ຮຸນເຊັນ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນສີສຸລິດ. (ແຫຼ່ງຂໍ້ມູນ: VNA) |
ເນື່ອງໃນໂອກາດບຸນປີໃໝ່ປະເພນີ ບຸນປີໃໝ່ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ບຸນປີໃໝ່ປະເພນີ ໂຈລຈະນາມທະໄມ ຂອງ ລາຊະອານາຈັກ ກຳປູເຈຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນມາຍັງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ທ່ານ Preah Bat Samdech Preah Boromneath Norodom Sihamoni ເຈົ້າມະຫາຊີວິດ ແຫ່ງ ລາຊະອານາຈັກ ກຳປູເຈຍ ແລະ ທ່ານ Samdech Akka Moha Sena Padei Techo Hun Sen ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງກຳປູເຈຍ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນ ທ່ານນາຍົກລັດຖະມົນຕີລາວ ສອນໄຊສີພັນດອນ ແລະ ທ່ານ Samdech Moha Borvor Thipadei Hun Manet ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກ ກຳປູເຈຍ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນມາຍັງ ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ, ທ່ານ Samdech Akka Moha Sena Padei Techo Hun Sen ປະທານສະພາສູງກຳປູເຈຍ ແລະ ທ່ານນາງ Samdech Moha Rotsapheathika Thipadei Khuon Sudary ປະທານສະພາແຫ່ງຊາດກຳປູເຈຍ.
ທ່ານຜູ້ປະຈຳການຄະນະເລຂາທິການ ເຈິ່ນເກີມຕູ໋ ໄດ້ສົ່ງສານ ແລະ ກະຕ່າດອກໄມ້ອວຍພອນມາຍັງ ທ່ານ ວິໄລລັກ ຄຳຟອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ທ່ານ Samdech Vibol Sena Pheakdei Say Chhum ຮອງປະທານພັກປະຊາຊົນກຳປູເຈຍ.
ໃນສານສົ່ງເຖິງ ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ບັນດາຜູ້ນຳຫຼັກແຫຼ່ງຂອງລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ບັນດາຜູ້ນຳຫຼັກແຫຼ່ງຂອງຫວຽດນາມ ສະແດງຄວາມປິຕິຊົມຊື່ນທີ່ເຫັນວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຕິດພັນຍຸດທະສາດ ຫວຽດນາມ - ລາວ ໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ, ພັດທະນານັບມື້ນັບເຂົ້າສູ່ລວງເລິກ, ແທດຕົວຈິງ ແລະ ມີປະສິດທິຜົນ; ໂດຍສະເພາະ, ການທີ່ສອງປະເທດໄດ້ເພີ່ມເຕີມເນື້ອໃນ “ການຕິດພັນຍຸດທະສາດ” ໃນປີ 2025 ແມ່ນຂີດໝາຍທີ່ສຳຄັນ, ກຳນົດທິດທາງໄລຍະຍາວໃຫ້ແກ່ສາຍພົວພັນສອງພັກ, ສອງລັດ; ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ຈະສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບ ລາວ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດກົກເຄົ້າ ເຊັ່ນ: ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມຕໍ່ພື້ນຖານໂຄງລ່າງ, ການສຶກສາ - ກໍ່ສ້າງ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ທັງສືບຕໍ່ເພີ່ມພູນຄູນສ້າງ, ຖະໜອມຮັກ ແລະ ເສີມຂະຫຍາຍສາຍພົວພັນທີ່ຊື່ສັດບໍລິສຸດ, ໃສແຈ້ງ, ຫາໄດ້ຍາກ ລະຫວ່າງສອງຊາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ບັນດາຜູ້ນຳພວກຂ້າພະເຈົ້າ ເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ໂດຍມີ ທ່ານ ທອງລຸນ ສີສຸລິດ ເປັນຜູ້ນຳໜ້າ, ປະເທດລາວຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງຫຼາຍປະການ, ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII, ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X ໃຫ້ປາກົດຜົນເປັນຈິງ, ສ້າງສາປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ປະຊາຊົນນັບມື້ນັບມີຊີວິດການເປັນຢູ່ທີ່ອີ່ມໜຳສຳລານ ແລະ ມີຄວາມສຸກ.
ໃນສານສົ່ງເຖິງ ທ່ານ Nôô Đô Sihamoni, ເຈົ້າມະຫາຊີວິດ, ທ່ານຮຸນເຊັນ ປະທານພັກປະຊາຊົນກຳປູເຈຍ, ປະທານສະພາສູງກຳປູເຈຍ ແລະ ບັນດາຜູ້ນຳກຳປູເຈຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ບັນດາຜູ້ນຳຫຼັກແຫຼ່ງຂອງຫວຽດນາມ ໄດ້ອວຍພອນບັນດາຜົນສຳເລັດອັນໃຫຍ່ຫຼວງ ແລະ ສຳຄັນໃນທຸກຂົງເຂດທີ່ກຳປູເຈຍຍາດມາໄດ້ໃນໄລຍະຜ່ານມາ; ເຊື່ອໝັ້ນວ່າພາຍໃຕ້ການປົກຄອງອັນສະຫຼາດສ່ອງໃສຂອງ ທ່ານນໍໂຣດົມສີຫາມຸນີ ເຈົ້າມະຫາຊີວິດ ແລະ ແນວທາງອັນຖືກຕ້ອງຂອງພັກປະຊາຊົນກຳປູເຈຍ ໂດຍມີ ທ່ານຮຸນເຊັນ ເປັນຜູ້ນຳພາ, ແຜນງານການເມືອງຂອງພັກປະຊາຊົນກຳປູເຈຍ ໄລຍະ 2023-2028 ແລະ ຍຸດທະສາດຈະຕຸລັງ ໄລຍະທີ I ຂອງລັດຖະບານກຳປູເຈຍ ຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໄຊ, ນຳມາຊຶ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນກຳປູເຈຍ.
ກ່ຽວກັບສາຍພົວພັນສອງປະເທດ, ບັນດາຜູ້ນຳພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍໝາກຜົນທີ່ຍາດມາໄດ້ໃນບັນດາການຢ້ຽມຢາມ, ການພົບປະຂັ້ນສູງ, ໂດຍສະເພາະແມ່ນການຢ້ຽມຢາມລັດຖະກິດ ຢູ່ ກຳປູເຈຍ ຂອງ ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ການເປັນປະທານຮ່ວມໃນການພົບປະລະຫວ່າງ ກົມການເມືອງພັກກອມມູນິດຫວຽດນາມ ແລະ ຄະນະປະຈຳສູນກາງພັກປະຊາຊົນກຳປູເຈຍ ພ້ອມທັງການພົບປະລະຫວ່າງ ຜູ້ນຳສູງສຸດຂອງສາມພັກ ຫວຽດນາມ - ກຳປູເຈຍ - ລາວ ໃນເດືອນກຸມພາ 2026 ຈະໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າຈາກທັງສອງຝ່າຍ, ປະກອບສ່ວນຮັດແໜ້ນ ແລະ ເຮັດໃຫ້ສາຍພົວພັນ “ເພື່ອນບ້ານໃກ້ຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງສອງພັກ, ສອງລັດ ເຂົ້າສູ່ລວງເລິກກວ່າອີກ, ເພື່ອຜົນປະໂຫຍດຕົວຈິງຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ເນື່ອງໃນໂອກາດນີ້, ທ່ານ ເລຮວ່າຍຈຸງ ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົ່ງສານອວຍພອນເຖິງ ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນກຳປູເຈຍ.
| ຮັດແໜ້ນຄວາມມິດຕະພາບລະຫວ່າງຫວຽດນາມ - ລາວ ແລະ ກຳປູເຈຍ ໂດຍຜ່ານລາຍການ “ຄອບຄົວຫວຽດນາມ ກັບນັກຮຽນລາວ ແລະ ກຳປູເຈຍ”. ຍສໝ - ວັນທີ 12 ຕຸລາ, ສະມາຄົມນັກຮົບເກົ່ານະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນ “ຄອບຄົວຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ນະຄອນ ໂຮ່ຈີມິນ”, ເພື່ອແນໃສ່ເພີ່ມທະວີການພົວພັນຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 3 ປະເທດ, ສ້າງເງື່ອນໄຂໃຫ້ບັນດານັກສຶກສາສາກົນເຂົ້າໃຈເຖິງມູນເຊື້ອປະຕິວັດ, ວັດທະນະທໍາ ແລະປະຊາຊົນຫວຽດນາມ ກ່ວາອີກ. |
| ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາກົນໄກນຳພາຂອງອາຊຽນ ເພື່ອປະຕິບັດຢຸດຍິງລະຫວ່າງ ກຳປູເຈຍ ແລະ ໄທ. ຍສໝ - ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະເຂົ້າຮ່ວມເຂົ້າໃນບັນດາຄວາມມານະພະຍາຍາມຂອງ ອາຊຽນ ເວົ້າລວມ ແລະ ສົມທົບກັບທ່ານ ປະທານປະເທດ ມາເລເຊຍ ເວົ້າສະເພາະ ໃນການແກ້ໄຂບັນຫາພາກພື້ນ. |
