10:03 | 15/04/2026

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ສານຂອງ ທ່ານ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ອວຍພອນບຸນປີໃໝ່ລາວ
ເຫວ້: ຢ້ຽມຢາມ ແລະ ອວຍພອນປີໃໝ່ໃນງານບຸນປີໃໝ່ລາວ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດຊາຍແດນລາວ
ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ.

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ບັນດາຜູ້ແທນທີ່ເຂົ້າຮ່ວມງານ.

ໃນບັນຍາກາດອັນອົບອຸ່ນ ແລະ ເບີກບານມ່ວນຊື່ນ, ບັນດາຜູ້ແທນ ແລະ ນັກສຶກສາລາວ ໄດ້ຮ່ວມກັນທົບທວນຄືນມູນເຊື້ອແຫ່ງບຸນປີໃໝ່ລາວ; ຊົມການສະແດງສິລະປະວັນນະຄະດີ ທີ່ເຕັມໄປດ້ວຍເອກະລັກວັດທະນະທຳລາວ, ສັນລະເສີນຄວາມສາມັກຄີ, ຄວາມຜູກພັນ ແລະ ສາຍພົວພັນມິດຕະພາບ ການຮ່ວມມືຂອງປະຊາຊົນສອງຊາດ ຫວຽດນາມ - ລາວ; ຈັດຕັ້ງພິທີບາສີສູ່ຂວັນມັດແຂນ, ພິທີຫົດນ້ຳ...

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ການນຳພະແນກການຕ່າງປະເທດ ມອບຂອງຂວັນໃຫ້ແກ່ນັກສຶກສາລາວ

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ການນຳວິທະຍາໄລ ເຊີນລາ ມອບຂອງຂວັນໃຫ້ແກ່ນັກສຶກສາລາວ.

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ການນຳວິທະຍາໄລ ມອບລາງວັນທີ 1 ຂອງການແຂ່ງຂັນກິລາປະເພດຕ່າງໆ ໃຫ້ແກ່ທີມທີ່ຊະນະເລີດ.

ກ່ອນໜ້ານັ້ນ, ທາງວິທະຍາໄລກໍໄດ້ຈັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ໃຫ້ແກ່ນັກສຶກສາລາວ ເພື່ອສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ຟົດຟື້ນ ເຊັ່ນ: ປຸກລະດົມຂະບວນການອະນາໄມສິ່ງແວດລ້ອມ, ສ້າງຫໍພັກໃຫ້ຂຽວ, ສະອາດ, ສວຍງາມ, ມີອາລິຍະທຳ ແລະ ປອດໄພ; ຈັດການແຂ່ງຂັນກິລາ, ແລກປ່ຽນວັດທະນະທຳ ແລະ ການຫຼິ້ນເກມຕ່າງໆ...

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ພາບລວມຂອງພິທີບາສີສູ່ຂວັນມັດແຂນ.

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ບັນດາຜູ້ແທນເຂົ້າຮ່ວມພິທີບາສີສູ່ຂວັນມັດແຂນ.

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ພິທີບາສີສູ່ຂວັນມັດແຂນ.

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ບັນດາຜູ້ແທນຮ່ວມກັນຫົດນ້ຳອວຍພອນ.

ງານສະເຫຼີມສະຫຼອງບຸນປີໃໝ່ລາວ ສໍາລັບນັກສຶກສາລາວ

ລາຍການສະແດງສິລະປະພາຍໃນງານ.

ງານດັ່ງກ່າວຈັດຂຶ້ນເພື່ອເປັນການໃຫ້ກຳລັງໃຈແກ່ຄະນະພະນັກງານ ແລະ ນັກສຶກສາລາວ ທີ່ກຳລັງດຳລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ພາຍໃນແຂວງ; ທັງເປັນການຊ່ວຍໃຫ້ພະນັກງານ, ຄູ-ອາຈານ ແລະ ນັກສຶກສາຂອງວິທະຍາໄລ ໄດ້ເຂົ້າໃຈຕື່ມກ່ຽວກັບຄວາມສວຍງາມຂອງວັດທະນະທຳຮີດຄອງປະເພນີຂອງປະເທດລາວເພື່ອນມິດ, ເສີມສ້າງການແລກປ່ຽນ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງນັກສຶກສາສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ບຸນປີໃໝ່ລາວ 2025 ຈັດຂຶ້ນຢ່າງຟົດຟື້ນຢູ່ແຂວງດັກລັກ ບຸນປີໃໝ່ລາວ 2025 ຈັດຂຶ້ນຢ່າງຟົດຟື້ນຢູ່ແຂວງດັກລັກ

ຍສໝ - ບຸນປີໃໝ່ປະຈໍາຊາດລາວ (ພສ. 2568, ນັບແຕ່ວັນທີ 13 – 15 ເມສາ) ປີ 2025 ແລະວັນບຸນວັດທະນະທໍາບັນດາເຜົ່າເມືອງ ບວນໂດນ ໄດ້ດໍາເນີນໃນລະຫວ່າງວັນທີ 12-13 ເມສາ, ຢູ່ເກາະໄອໂນ, ດັກລັກ.

ບຸນປີໃໝ່ລາວ ທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ ຫວຽດນາມ ບຸນປີໃໝ່ລາວ ທີ່ອົບອຸ່ນຢູ່ບ້ານເກີດເມືອງນອນ ຫວຽດນາມ

ຍສໝ - ໃນປີ 2024, ເປັນຄັ້ງທຳອິດ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ບັນດາສະຖາບັນຂຶ້ນກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຕ້ອນຮັບບຸນປີໃໝ່ລາວປະເພນີ ໂດຍເຕົ້າໂຮມຢູ່ສະຖາບັນສູນກາງ (ຢູ່ 135 ຖະໜົນ ຫງວຽນຟ່ອງສັກ, ເມືອງ ເກົ່າເຢີຍ, ນະຄອນ ຮ່າໂນ້ຍ). ບັນຍາກາດທີ່ໃກ້ຊິດສະໜິດສະໜົມ, ອົບອຸ່ນ ໄດ້ນຳເອົາຄວາມຮູ້ສຶກຄືກັບຢູ່ບ້ານມາໃຫ້ນັກສຶກສາຕ່າງປະເທດຢູ່ທີ່ນີ້.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21839.html

In bài biết