ນ້ຳໃຈມິດຕະພາບອັນດູດດື່ມ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ
| ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງ | |
| ເຊື່ອມຕໍ່ທຸລະກິດຫວຽດນາມ - ລາວ ຜ່ານງານວາງສະແດງທີ່ແຂວງສະຫວັນນະເຂດ |
ພິທີພົບປະສ້າງສັນໂດຍມີການເຂົ້າຮ່ວມຂອງ ຜູ້ນຳແຂວງ ຊອນລາ, ຜູ້ຕາງໜ້າບັນດາພະແນກ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ່ວຍ ແລະ ນັກສຶກສາລາວ ເກືອບ 1.000 ທ່ານ ທີ່ພວມສຶກສາຢູ່ແຂວງ ຊອນລາ.
![]() |
| ຜູ້ນຳ ຄະນະກຳມະການປະຊາຊົນແຂວງ ແລະ ຜູ້ນຳ ຄະນະຊາວໜຸ່ມແຂວງ ຊອນລາ ມອບໃບຢັ້ງຢືນຍ້ອງຍໍ ຂອງຄະນະປະຈຳຄະນະຊາວໜຸ່ມແຂວງ ຊອນລາ ໃຫ້ແກ່ນັກສຶກສາລາວຜູ້ດີເດັ່ນ ທີ່ພວມສຶກສາຢູ່ພາຍໃນແຂວງ ເຊິ່ງມີຜົນງານດີເດັ່ນໃນການຮ່ຳຮຽນ ກໍ່ຄືການເຂົ້າຮ່ວມບັນດາກິດຈະກຳຂອງອົງການຈັດຕັ້ງຊາວໜຸ່ມ ແລະ ສະມາຄົມຢ່າງຕັ້ງໜ້າ. |
ທ່ານແດັ້ງງອກເຫົ້າ, ຜູ້ນຳ ຄະນະກຳມະການປະຊາຊົນແຂວງ ຊອນລາ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ແຂວງ ຊອນລາ ໄດ້ຮັກສາສາຍພົວພັນຮ່ວມມືຮອບດ້ານ ກັບບັນດາແຂວງພາກເໜືອຂອງລາວ ຢ່າງມີປະສິດທິຜົນ ໂດຍຜ່ານການແລກປ່ຽນຄະນະຜູ້ແທນ, ການຮ່ວມມືພັດທະນາ ແລະ ບັນລຸໄດ້ໝາກຜົນອັນຕັ້ງໜ້າຫຼາຍປະການ ໃນຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ເປັນພິເສດ, ຂົງເຂດຮ່ວມມືດ້ານການສຶກສາ, ກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ຍາມໃດກໍ່ໄດ້ແຂວງ ຊອນລາ ກຳນົດວ່າແມ່ນໜ້າທີ່ຈຸດສຸມ ແລະ ມີຄວາມໝາຍຍຸດທະສາດຍາວນານ. ຮອດປະຈຸບັນ, ຊອນລາ ໄດ້ຮັບ ແລະ ກໍ່ສ້າງນັກສຶກສາລາວຫຼາຍພັນທ່ານ. ນັກສຶກສາລາວຫຼາຍທ່ານ ທີ່ພວມສຶກສາຢູ່ບັນດາສະຖານການສຶກສາໃນແຂວງ ໄດ້ປະກອບສ່ວນເຮັດໃຫ້ສາຍພົວພັນອັນສະໜິດແໜ້ນ ແລະ ຄວາມຮັກແພງຖານສະຫາຍ ລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນສອງຝ່າຍຊາຍແດນ ນັບມື້ນັບເລິກເຊິ່ງກວ່າເກົ່າ.
ທ່ານແດັ້ງງອກເຫົ້າ ມີຄວາມມຸ່ງຫວັງວ່າ, ບັນດານັກສຶກສາລາວ ຈະສືບຕໍ່ມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມໃຫ້ບັນລຸໝາກຜົນສູງ ເພື່ອພາຍຫຼັງຈະໄດ້ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ບ້ານເກີດເມືອງນອນ ແລະ ປະເທດຊາດ; ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງສອງປະເທດ ເວົ້າລວມ ແລະ ແຂວງ ຊອນລາ ເວົ້າສະເພາະ.
ຕາງໜ້ານັກສຶກສາລາວ ທີ່ພວມສຶກສາຢູ່ ຊອນລາ ກ່າວຄຳປາໄສ ໃນແຜນງານ, ນ້ອງ ຕູຊົງເນຍເນັງ (ນັກສຶກສາຕໍ່ເນື່ອງ ມະຫາວິທະຍາໄລສ້າງຄູ ເຄມີ K64, ມະຫາວິທະຍາໄລ ໄຕບັກ) ໄດ້ແບ່ງປັນວ່າ: ໃນບັນຍາກາດອັນຟົດຟື້ນ ແລະ ອົບອຸ່ນ ຂອງບຸນປີໃໝ່ລາວ ປີ 2026, ນ້ອງມີຄວາມຕື້ນຕັນໃຈ ແລະ ເປັນກຽດຢ່າງຍິ່ງ ເມື່ອໄດ້ຮັບຄວາມເປັນຫ່ວງເປັນໄຍ ແລະ ການເບິ່ງແຍງດູແລຢ່າງທົ່ວເຖິງ ຈາກບັນດາຜູ້ນຳທຸກຂັ້ນ ກໍ່ຄືບັນດາອົງການ, ຫົວໜ່ວຍ ແລະ ໂຮງຮຽນຕ່າງໆຂອງແຂວງ ຊອນລາ. ສຳລັບນັກສຶກສາທຸກຄົນ, ການຮ່ຳຮຽນໄກບ້ານໄກເຮືອນ ຍາມໃດກໍ່ມາພ້ອມກັບຄວາມຄິດຮອດຄອບຄົວ, ໂດຍສະເພາະແມ່ນໃນໂອກາດບຸນປະເພນີຕ່າງໆ. ແຕ່ຢູ່ເທິງດິນແດນ ຊອນລາ ທີ່ຮັ່ງມີດ້ວຍມູນເຊື້ອ, ເຕັມໄປດ້ວຍນ້ຳໃຈໄມຕີຈິດ ແລະ ແຂກບ້ານແຂກເຮືອນ, ນ້ອງ ແລະ ໝູ່ເພື່ອນ ໄດ້ຮັບຄວາມຮັກແພງ ແລະ ການແບ່ງປັນ, ເຮັດໃຫ້ມີຄວາມໝັ້ນໃຈ ແລະ ເຕີບໃຫຍ່ຂຶ້ນໃນທຸກໆວັນ, ຖືວ່າ ຊອນລາ ແມ່ນບ້ານເກີດແຫ່ງທີສອງ. ທຸກໆຄົນລ້ວນແຕ່ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ມານະພະຍາຍາມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຕັດສິນໃຈນຳເອົາຄວາມຮູ້ທີ່ໄດ້ຮຽນມາ ປະກອບສ່ວນສ້າງສາປະເທດລາວ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ; ກາຍເປັນບັນດາທູດແຫ່ງມິດຕະພາບ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍສາຍພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ.
![]() |
| ລາຍການຟ້ອນຂອງບັນດານັກສຶກສາລາວ ຢູ່ໃນແຜນງານ. |
ເນື່ອງໃນໂອກາດນີ້, ຜູ້ນຳແຂວງ ຊອນລາ ແລະ ຄະນະຈັດຕັ້ງ ໄດ້ມອບຂອງຂວັນບຸນປີໃໝ່ ໃຫ້ແກ່ຜູ້ຕາງໜ້ານັກສຶກສາລາວ ທີ່ພວມສຶກສາຢູ່ບັນດາໂຮງຮຽນພາຍໃນແຂວງ. ຄະນະປະຈຳຄະນະຊາວໜຸ່ມແຂວງ ຊອນລາ ໄດ້ຍ້ອງຍໍສັນລະເສີນ ແລະ ມອບໃບຢັ້ງຢືນຍ້ອງຍໍ ໃຫ້ແກ່ນັກສຶກສາລາວຜູ້ດີເດັ່ນ 37 ທ່ານ ທີ່ມີຜົນງານດີໃນການຮ່ຳຮຽນ ແລະ ເຂົ້າຮ່ວມບັນດາກິດຈະກຳຂອງອົງການຈັດຕັ້ງຊາວໜຸ່ມ ແລະ ສະມາຄົມຢ່າງຕັ້ງໜ້າ.
ໃນພິທີພົບປະສ້າງສັນ ໄດ້ມີການສະແດງສິລະປະພາຍໃຕ້ຫົວຂໍ້ “ນ້ຳໃຈມິດຕະພາບອັນດູດດື່ມ ແລະ ຄວາມສາມັກຄີພິເສດ ຫວຽດນາມ - ລາວ” ເຊິ່ງສະແດງໂດຍ ຄະນະນັກສະແດງຍິງ-ຊາຍ ຈາກໂຮງລະຄອນເພງພື້ນເມືອງແຂວງ ຊອນລາ ຮ່ວມກັບນັກສຶກສາລາວ ແລະ ນັກສຶກສາມະຫາວິທະຍາໄລ ໄຕບັກ; ພ້ອມທັງໄດ້ຈັດພິທີບາສີສູ່ຂວັນ ຜູກແຂນ ແລະ ຫົດນ້ຳ - ອັນເປັນສັນຍະລັກແຫ່ງຄຳອວຍພອນໃຫ້ມີຄວາມສະຫງົບສຸກ, ໂຊກລາບ ແລະ ມີຄວາມສຸກ...
![]() |
| ພິທີບາສີສູ່ຂວັນ ຜູກແຂນ ຢູ່ໃນແຜນງານ. |
| ເຮັດໃຫ້ເນື້ອໃນບັນຈຸຂ້າງໃນ "ການພົວພັນຍຸດທະສາດ" ໃນສາຍພົວພັນລະຫວ່າງຫວຽດນາມ-ລາວເລິກເຊິ່ງກ່ວາອີກ ຍສໝ - ການຢ້ຽມຢາມລາວຂອງທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການໃນຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍສຳຄັນໃນການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ເທົ່ານັ້ນ, ແຕ່ຍັງປະກອບສ່ວນເຂົ້າໃນການກຳນົດທິດທາງທີ່ສຳຄັນໃຫ້ແກ່ການພົວພັນລະຫວ່າງສອງຝ່າຍ ຫວຽດນາມ-ລາວ ອີກດ້ວຍ. |
| ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ ຍສໝ - ສະມາຄົມມິດຕະພາບຫວຽດນາມ-ລາວ ອວຍພອນສະຖານທູດລາວ ເນື່ອງໃນໂອກາດບຸນເຕັດບຸນປີໃໝ່ຕອນບ່າຍວັນທີ 6 ເມສາ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ໂດຍທ່ານ ຫງວຽນດັກວິງ, ກໍາມະການສູນກາງພັກ, ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ, ປະທານສະມາຄົມໄດ້ໄປອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີ 2026 (ພ.ສ 2569). |


