ທ່ານ ເຈິ່ນເກິມຕູ ສິ້ນສຸດການຢ້ຽມຢາມທາງການ ລາວ ແລະ ກຳປູເຈຍ ຢ່າງຈົບງາມ
| ຮັດແໜ້ນນ້ຳໃຈມິດຕະພາບໂດຍຜ່ານການພົບປະແລກປ່ຽນຊາວໜຸ່ມຫວຽດນາມ ແລະ ລາວ ແລະ ກຳປູເຈຍ | |
| ທ່ານ ເຈິ່ນເກີມຕູ໋, ຜູ້ປະຈຳຄະນະເລຂາທິການ ເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ລາວ ແລະ ກຳປູເຈຍ. |
![]() |
| ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ສິ້ນສຸດການຢ້ຽມຢາມປະເທດ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ (ພາບ: TTXVN) |
ຕອນຄ່ຳວັນທີ 10 ເມສາ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມປະເທດ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ແຕ່ວັນທີ 09 – 10 ເມສາ, ຕາມຄຳເຊີນຂອງ ທ່ານ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ ແລະ ທ່ານ Samdech Say Chhum, ຮອງປະທານພັກປະຊາຊົນ ກຳປູເຈຍ, ຫົວໜ້າຄະນະຜູ້ປະຈຳການຄະນະປະຈຳສູນກາງພັກປະຊາຊົນ ກຳປູເຈຍ.
ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.
ໃນຂອບເຂດການຢ້ຽມຢາມ, ຝ່າຍ ຫວຽດນາມ ໄດ້ແລກປ່ຽນກັບການນຳຂັ້ນສູງຂອງ ລາວ ແລະ ກຳປູເຈຍ ກ່ຽວກັບບັນດາການກຳນົດທິດໃຫຍ່ ແນໃສ່ຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ໃນນັ້ນເນັ້ນໜັກເຖິງເລື່ອງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ. ຈຸດສຸມແມ່ນນຳການພົວພັນໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ຕິດພັນກັບຜົນປະໂຫຍດຕົວຈິງຂອງປະຊາຊົນ.
ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກໍ່ໄດ້ເປັນສັກຂີພິຍານທີ່ພິທີມອບ-ຮັບເອກະສານຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ກັບຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ; ບົດບັນທຶກຊ່ວຍຈຳລະຫວ່າງທ້ອງຖິ່ນຈຳນວນໜຶ່ງຂອງ ຫວຽດນາມ ກັບແຂວງເຂດຊາຍແດນຈຳນວນໜຶ່ງຂອງ ລາວ ແລະ ກຳປູເຈຍ.
ຕາມ vovworld.vn
https://vovworld.vn/lo-LA/khaawedn/thaan-echinekimhuu-sinsudkaanynymyaamthaangkaan-laaw-eila-kampuuechny-yaangchobngaam-2426752.vov5
| ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ. ຍສໝ - ກ່ອນການຢ້ຽມຢາມຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ທ່ານ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳຄັນຂອງການຢ້ຽມຢາມດັ່ງກ່າວ. |
| ງານວາງສະແດງວາງສະແດງເອກະສານຫຼາຍກວ່າ 150 ສະບັບກ່ຽວກັບສາຍພົວພັນສາມັກຄີລະຫວ່າງ ຫວຽດນາມ, ລາວ, ກຳປູເຈຍ ຍສໝ - ຕອນເຊົ້າວັນທີ 7 ມີນາ, ທີ່ຫໍພິພິທະພັນ ໂຕນດຶກຖັງ, ສູນກາງຊາວໜຸ່ມນະຄອນໂຮ່ຈິມິນ ແລະ ສະຫະພັນອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈິມິນ ໄດ້ຈັດພິທີເປີດງານວາງສະແດງພາຍໃຕ້ຫົວຂໍ້ “ມິດຕະພາບພິເສດ ແລະ ຄວາມສາມັກຄີລະຫວ່າງຫວຽດນາມ - ລາວ - ກຳປູເຈຍ” ທີ່ຫໍພັກນັກສຶກສາລາວ (ເມື່ອງຊວນຮວ່າ). |
ຕາມ vovworld.vn
