22:35 | 11/04/2026

ສະທ້ອນໃຫ້ເຫັນບັນດາຄຸນຄ່າຂອງງານບຸນ ຮ່ວາລື ຢ່າງມີຊີວິດຊີວາ

ຈຳນວນນັກທ່ອງທ່ຽວສາກົນທີ່ບິນມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ.
ການທ່ອງທ່ຽວຫວຽດນາມ-ສ.ເກົາຫຼີ ຍັງຄົງຮັກສາທ່າເຕີບໂຕທີ່ໜ້າປະທັບໃຈ.
ສະທ້ອນໃຫ້ເຫັນບັນດາຄຸນຄ່າຂອງງານບຸນ ຮ່ວາລື ຢ່າງມີຊີວິດຊີວາ
ດຳເນີນພິທີທີ່ເປັນມູນເຊື້ອຢູ່ແທ່ນບູຊາ ກິ່ງທ່ຽນ ນະຄອນຫຼວງບູຮານ ຮວ່າລື

ມາຮອດຈຸດເວລານີ້, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນພວມຕັ້ງໜ້າກະກຽມທຸກຢ່າງນັບແຕ່ພິທີກຳຕາມຮີດຄອງປະເພນີເຖິງແຜນການຮັກສາຄວາມປອດໄພ, ເພື່ອແນໃສ່ຈັດຕັ້ງງານບຸນທີ່ສະຫງ່າຜ່າເຜີຍ ແລະ ດູດດື່ມທາງດ້ານວັດທະນະທຳຢູ່ນະຄອນຫຼວງບູຮານ. ດ້ວຍການລົງທຶນຢ່າງຮອບຄອບ, ງາຍບຸນ ຮວ່າລື 2026 ໃຫ້ຄຳໝັ້ນສັນຍາຈະແມ່ນເຂດວັດທະນະທຳທີ່ສັກສິດ, ດ້ວຍບັນດາຄຸນຄ່າປະຫວັດສາດນັບພັນປີໄດ້ຮັບການສະທ້ອນໃຫ້ເຫັນຢ່າງມີຊີວີດຊີວາ ແລະ ສະຫງ່າອົງອາດ.

ການສ້ອມແປງຮູບໜ້າ ແລະ ຍົກລະດັບຂອງຈຸດຫມາຍປາຍທາງມໍລະດົກ

ທີ່ເຂດຮ່ອງຮອຍພິເສດແຫ່ງຊາດ ນະຄອນຫຼວງບູຮານ ຮວ່າລື, ຕາແສງ ໄຕຮວ່າລື, ໃນບັນດາມື້ນີ້, ຄະນະຄຸ້ມຄອງຮ່ອງຮອຍໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ພວມເຄື່ອນໄຫວສ້ອມແປງສະຖານທີ່ດັ່ງກ່າວ ແລະ ກະກຽມເງື່ອນໄຂທີ່ຈຳເປັນ ເພື່ອສ້າງບັນຍາກາດງານບຸນທີ່ສະຫງ່າຜ່າເຜີຍ, ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ຄະນະຄຸ້ມຄອງຮ່ອງຮອຍໄດ້ສຸມໃສ່ປັບປຸງຄຸນນະພາບການບໍລິການເພື່ອຮອງຮັບນັກທ່ອງທ່ຽວທີ່ມີຈໍານວນຫຼວງຫຼາຍເຊັ່ນ: ການກວດສອບບັນດາໂປແກຼມສະແກນລະຫັດ QR ດ້ວຍການບັນລະຍາຍອັດຕະໂນມັດ ເພື່ອຊ່ວຍໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ປະຫວັດສາດ; ພ້ອມທັງປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນ ເພື່ອກະກຽມແຜນການຄຸ້ມຄອງການຈະລາຈອນ, ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສຸຂະອະນາໄມສິ່ງແວດລ້ອມ, ຄວາມປອດໄພດ້ານອາຫານໃນຕະຫຼອດງານບຸນ.

ທ່ານນາງ ເລທິບິກທູກ, ຮອງຫົວໜ້າສູນອະນຸລັກຮັກສາຮ່ອງຮອຍປະຫວັດສາດ ແລະ ວັດທະນະທຳນະຄອນບູຮານ ຮວ່າລື ແຂວງ ນິງບິ່ງ ໃຫ້ຮູ້ວ່າ: ງານບຸນດັ່ງກ່າວເປັນຂົວຕໍ່ເພື່ອນຳພາບພົດຂອງນະຄອນຫຼວງບູຮານ ຮວ່າລື ແລະ ແຂວງ ນິງບິ່ງ ໄປສູ່ເພື່ອນມິດສາກົນ. ນີ້ແມ່ນໂອກາດເພື່ອຢັ້ງຢືນທີ່ຕັ້ງຂອງ ນິງບິງ ແມ່ນສູນທ່ອງທ່ຽວມໍລະດົກ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ ໂດຍຜ່ານການດຶງດູດນັກທ່ອງທ່ຽວຈາກທົ່ວປວງຊົນມາຢ້ຽມຢາມ ແລະ ເຂົ້າຮ່ວມງານບຸນ. ຍ້ອນບັນດາຄວາມໝາຍສຳຄັນດັ່ງກ່າວ, ຄະນະຄຸ້ມຄອງໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອປະຕິບັດພິທີກຳຕ່າງໆເຊັ່ນ: ພິທີເປີດປະຕູວິຫານ, ພິທີບູຊາ ກຸ່ວຄຸກ, ພິທີ ໂມກຢູກ ຕາມຮີດຄອງປະເພນີອັນເກົ່າແກ່, ຫຼີກລ່ຽງການບິດເບືອນເຖິງເນື້ອແທ້ຂອງມໍລະດົກວັດທະນະທຳບໍ່ມີຕົວຕົນຂອງຊາດ; ພ້ອມກັນນັ້ນ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງງານບຸນ, ສຸມໃສ່ຄຸ້ມຄອງການສັນຈອນ, ວາງແຜນສະຖານທີ່ຈອດລົດ ແລະ ຮ້ານບໍລິການເພື່ອຢຸດຕິການຊັກຊວນລູກຄ້າ, ຮັບປະກັນໃຫ້ສະຖານທີ່ງານບຸນມີຄວາມສະຫງ່າງາມ, ສະອາດ ແລະ ສວຍງາມ.

ທ່ານ ໂງແທ່ງຕວ໋ນ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງ ນິງບິງ ໃຫ້ຮູ້ວ່າ: ງານບຸນ ຮວ່າລື 2026 ແມ່ນປີທຳອິດໄດ້ຈັດຕັ້ງພາຍຫຼັງການຈັດຕັ້ງຄືນໃໝ່ຂອງບັນດາຫົວໜ່ວຍບໍລິຫານ ແລະ ອຳນາດການປົກຄອງທ້ອງຖິ່ນໃນ 2 ລະດັບ, ສະນັ້ນ, ຈະມີລັກສະນະໃໝ່ຫຼາຍຢ່າງມຸ່ງໄປເຖິງຂອບຂະໜາດໃຫຍ່, ຄົບຊຸດ ແລະ ມີອາຊີບກວ່າ. ກ່ຽວກັບການຈັດຕັ້ງ, ງານບຸນຈະປຸກລະດົມການເຂົ້າຮ່ວມຂອງບັນດາທ້ອງຖິ່ນໃນທົ່ວແຂວງ, ສ້າງການເຊື່ອມໂຍງຢ່າງແໜ້ນແຟ້ນ, ໝູນໃຊ້ກຳລັງແຮງລວມ, ຮັບປະກັນການຈັດຕັ້ງຢ່າງເຂັ້ມງວດ, ປອດໄພ, ຍົກສູງຄຸນນະພາບການບໍລິການຮັບໃຊ້ແຂກທ່ອງທ່ຽວ. ນອກຈາກຮັກສາບັນດາພິທີຮີດຄອງປະເພນີທີ່ມີສີສັນແລ້ວ, ບັນດາການເຄື່ອນໄຫວຂອງງານບຸນຍັງໄດ້ຮັບການປັບປຸງໃຫ້ທັນສະໄໝເພື່ອໃຫ້ມີຄວາມຫຼາກຫຼາຍ ແລະ ດຶງດູດ. ບັນດາເນື້ອໃນເຫຼົ່ານີ້ໄດ້ຮັບການອະນຸມັດໃນແຜນການປະຕູບັດຂອງງານບຸນແຕ່ບໍ່ສາມາດປະຕິບັດໄດ້ໃນມໍ່ໆປີທີ່ຜ່ານມາເນື່ອງຈາກຊັບພະຍາກອນມະນຸດຈໍາກັດ. ພາຍຫຼັງການໂຮມຕົວຂອງຫົວໜ່ວຍບໍລິຫານ, ແຫຼ່ງກຳລັງໄດ້ຮັບການປຸກລະດົມ, ການຟື້ນຟູບັນດາການເຄື່ອນໄຫວດັ່ງກ່າວບໍ່ພຽງແຕ່ເສີມຂະຫຍາຍເນື້ອໃນຂອງງານບຸນເທົ່ານັ້ນ, ຫາກຍັງສ້າງຈຸດເດັ່ນທີ່ດຶງດູດ, ນຳມາການລົງຕົວຈິງທີ່ຫຼາກຫຼາຍໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ, ພ້ອມທັງປະກອບສ່ວນອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ.

ສະຖານະພາບຂອງມໍລະດົກວັດທະນະທໍາທີ່ບໍ່ມີຕົວຕົນແຫ່ງຊາດ

ສະທ້ອນໃຫ້ເຫັນບັນດາຄຸນຄ່າຂອງງານບຸນ ຮ່ວາລື ຢ່າງມີຊີວິດຊີວາ
ບັນດາພິທີກຳພື້ນເມືອງໃນງານບຸນ ຮ່ວາລື ໄດ້ດຶງດູດຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວມາຢ້ຽມຢາມ ແລະ ເຄົາລົບນັບຖືເປັນຈຳນວນຫຼວງຫຼາຍ.

ຕາມແຜນການແລ້ວ, ງານບຸນຈະໄດ້ຈັດຕັ້ງຕາມຂັ້ນແຂວງ, ດຳເນີນແຕ່ວັນທີ 25-27 ເມສາ ຢູ່ເຂດຮ່ອງຮອຍປະຫວັດສາດພິເສດແຫ່ງຊາດນະຄອນບູຮານ ຮວ່າລື ແລະ ຫຼາຍແຫ່ງຢູ່ຕາແສງ ຮວ່າລື. ງານບຸນ ຮວ່າລື ປີນີ້ສືບຕໍ່ໄດ້ຮັບການຈັດຕັ້ງໃນຂະນະທີ່ເໝາະສົມກັບມໍລະດົກວັດທະນະທຳທີ່ບໍ່ເປັນຮູບຮ່າງແຫ່ງຊາດ. ບັນດາພິທີກຳທາງຈິດໃຈທີ່ສຳຄັນເຊັ່ນ: ພິທີເປີດປະຕູວິຫານ, ພິທີແຫ່ຂະບວນແຫ່ນ້ຳ, ແລະ ໂດຍສະເພາະແມ່ນພິທີບູຊາ ກິ່ວຄຸກ ແມ່ນໄດ້ຖືກປະຕິບັດຢ່າງຫ້າວຫັນໂດຍບັນດານັກສິລະປະກອນ ແລະ ທິມງານພິທີຕ່າງໆ ເພື່ອອະນຸລັກຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດນະຄອນຫຼວງບູຮານ.

ທ່ານ ເຈີ່ນ​ຊອງ​ຕຸ່ງ, ຮອງ​ປະທານ​ຄະນະ​ປະຈຳ​​ສະພາ​ປະຊາຊົນ​ແຂວງ ນິງບິງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ ຮວ່າລື 2026 ​ເນັ້ນ​ໜັກ​ວ່າ ງານບຸນ ຮວ່າລທ ມີຄວາມໝາຍສຳຄັນອັນພິ​ເສດ​ ເພື່ອແນໃສ່ລະນຶກ ​ແລະ ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ບັນດາ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ເຈົ້າ​ຊີວິດ​ອງກ່ອນ ​ແລະ ບັນພະບຸລຸດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ການຈັດ​ຕັ້ງ​ງານ​ບຸນ​ຢ່າງ​ສຳ​ເລັດ​ຜົນ ຈະ​ປະກອບສ່ວນ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຫວັດສາດ ​ແລະ ວັດທະນະທຳ​ຂອງ​ຊາດ, ​ໂຄສະນາ​ເຜີຍ​ແຜ່​ບັນດາ​ທ່າ​ແຮງ ​ແລະ ກຳລັງ​ແຮງ​ຂອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ສະຖານ​ທີ່​ມີ​ຊື່​ສຽງ​ຂອງ​ນະຄອນຫຼວງ​ບູຮາຍ ຮວາາ​ລື - ນິງບິງ.

ທ່ານ ເຈີ່ນ​ຊອງ​ຕຸ່ງ ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ, ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນສຸມໃສ່ຜັນຂະຫຍາຍບັນດາເນື້ອໃນວຽກງານໃຫ້ມີຄຸນນະພາບ, ປະສິດທິຜົນ, ທັນການ ດ້ວຍຄວາມຮັບຜິດຊອບສູງສຸດຕາມແຜນການ ແລະ ວຽກງານທີ່ໄດ້ມອບໝາຍ. ຕາມນັ້ນແລ້ວ, ເຈົ້າໜ້າທີ່ຕຳຫຼວດແຂວງ ຄວນເອົາໃຈໃສ່ເຖິງການຄວບຄຸມພາຫະນະ ແລະ ຄະນະຜູ້ແທນທີ່ເຂົ້າສູ່ເຂດເປີດງານບຸນ ເພື່ອຮັບປະກັນການປະຕິບັດລະບຽບການ; ຕາແສງ ຮວ່າລື, ໄຕຮ່ວາລູ, ນາມຮ່ວາລູ ຄວນເອົາໃຈໃສ່ເປັນພິເສດເຖິງການຮັກສາອະນາໄມສິ່ງແວດລ້ອມ, ປັບປຸງພູມສັນຖານຕົວເມືອງ, ແກ້ໄຂບັນຫາສິ່ງກໍ່ສ້າງບຸກລຸກຖະໜົນທາງ, ທາງຍ່າງ. ຕາແສງ ຮວ່າລື, ສົມທົບກັບພະແນກວັດທະນະທຳ ແລະ ກິລາ ແລະ ໂຮງລະຄອນສິລະປະພື້ນເມືອງ, ສືບຕໍ່ຮັກສາໂຄງການສິລະປະຢູ່ປະຕູຮົ້ວ ຕ່າມກວານ ເພື່ອເຊື່ອມຕໍ່ກັບບັນດາການເຄື່ອນໄຫວງານບຸນ, ຮັບໃຊ້ນັກທ່ອງທ່ຽວ.

ກ່ຽວກັບວຽກງານໂຄສະນາ, ຄະນະໂຄສະນາອົບຮົມພັກແຂວງ, ພະແນກວັດທະນະທຳ ແລະ ກິລາ ແລະ ບັນດາໜັງສືພິມ, ວິທະຍຸ, ໂທລະພາບ ແຂວງ ນິງບິງ ໄດ້ສຸມໃສ່ປ່ຽນແປງໃໝ່ບັນດາວຽກງານໂຄສະນາເຜີຍແຜ່, ພິເສດແມ່ນສື່ສານມວນຊົນ, ສື່ສານຢູ່ບັນດາເວທີປາໄສສັງຄົມ, ເຊີນບັນດານັກຂ່າວຄື TikTokers ແລະ KOL ເຂົ້າຮ່ວມໂຄສະນາຂ່າວກ່ຽວກັບງານບຸນ. ການຕົບແຕ່ງເຂດງານບຸນຄວນຍຶດໝັ້ນປະເພນີ, ສະແດງໃຫ້ເຫັນເອກະລັກຂອງທ້ອງຖິ່ນ, ນຳໃຊ້ວັດຖຸພັນທີ່ເປັນມິດກັບສິ່ງແວດລ້ອມ.

ດ້ວຍການກະກຽມຢ່າງຮອບຄອບ ແລະ ຄົບຊຸດ, ງາຍບຸນ ຮວ່າລື ປີ 2026 ໃຫ້ຄຳໝັ້ນສັນຍາຈະແມ່ນເຫດການວັດທະນະທຳທີ່ສຳຄັນຂອງແຂວງ, ປະກອບສ່ວນເຊີດຊູບັນດາຮີດຄອງປະເພນີປະຫວັດສາດອັນສະຫງ່າງາມຂອງຊາດ, ພ້ອມກັນນັ້ນ ກໍ່ສ້າງກຳລັງໜູນຊຸກຍູ້ການທ່ອງທ່ຽວ ແລະ ພັດທະນາເສດຖະກິດ - ສັງຄົມຂອງແຂວງ ນິງບິງ ໃນໄລຍະໃໝ່.

ຫັນປ່ຽນຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ, ຂະຫຍາຍຂົງເຂດການພັດທະນາວັດທະນະທຳ ຫັນປ່ຽນຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ, ຂະຫຍາຍຂົງເຂດການພັດທະນາວັດທະນະທຳ

ຍສໝ - ໃນຕອນແລງຂອງວັນທີ 9 ເມສາ, ໃນພິທີມອບ-ຮັບໜ້າທີ່ວຽກງານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫາຍ ​ລັດຖະມົນຕີ ເລີມທິເຟືອງແອງ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜູ້ໃໝ່ ໄດ້ເນັ້ນໜັກວ່າ: ຄວາມຕ້ອງການທີ່ສະເໝີຕົ້ນສະເໝີປາຍຂອງຂະແໜງການ ແມ່ນການຮີບຮ້ອນຫັນປ່ຽນຈາກຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ ແລະ ການພັດທະນາ; ...

ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ ເພື່ອນມິດສາກົນ ແລະ ຊາວຫວຽດນາມອາໄສຢູ່ຕ່າງປະເທດ: ເຊື່ອໝັ້ນຕໍ່ໄລຍະແຫ່ງການພັດທະນາໃໝ່ຂອງຫວຽດນາມ

ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.

Link: https://huunghivietlao.thoidai.com.vn/detail-article-21809.html

In bài biết