ຫວຽດນາມ ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນການຊຸກຍູ້ລັດທິຫຼາຍຝ່າຍ
| ສະຫາຍ ເຈິ່ນເກີ໋ມຕູ້, ຜູ້ປະຈຳການຄະນະເລຂາທິການ ພົບປະກັບຊຸມຊົນຄົນຫວຽດນາມ ຢູ່ ສປປ ລາວ | |
| ເພີ່ມທະວີຂໍ້ພິສູດໃຫ້ແກ່ການຮ່ວມສຳພັນຍຸດທະສາດ ຫວຽດນາມ-ລາວ ໃຫ້ເລິກເຊິ່ງກວ່າເກົ່າ |
ຕາມວິທະຍຸກະຈາຍສຽງຫວຽດນາມ (VOV), ທ່ານ ຫວູເລໂທຮ່ວາງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ ໄດ້ຕີລາຄາສູງຕໍ່ຄວາມໝາຍຂອງກົນໄກການແລກປ່ຽນລະຫວ່າງ ອາຊຽນ ແລະ GRULAC ໃນການຊຸກຍູ້ການປະສານສົມທົບດ້ານທັດສະນະ ລະຫວ່າງບັນດາປະເທດພວມພັດທະນາ; ເນັ້ນໜັກເຖິງຄວາມຈຳເປັນໃນການເພີ່ມທະວີຄວາມໂປ່ງໃສ, ຍົກສູງປະສິດທິຜົນການຈັດສັນ ແລະ ນຳໃຊ້ແຫຼ່ງທຶນໃນບັນດາການເຄື່ອນໄຫວຂອງ ອົງການສະຫະປະຊາຊາດ, ພ້ອມທັງສະເໜີໃຫ້ຊຸກຍູ້ການປະສານສົມທົບລະຫວ່າງສອງກຸ່ມ ເພື່ອແນໃສ່ຍົກສູງສຽງເວົ້າລວມ ຢູ່ໃນເວທີປາໄສຫຼາຍຝ່າຍຕ່າງໆ. ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດ ທີ່ໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມ ພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ກ່ຽວກັບອາດຊະຍາກຳທາງໄຊເບີ ທີ່ຮ່າໂນ້ຍ (ໃນປີ 2025), ໂດຍຖືວ່ານີ້ແມ່ນຂໍ້ພິສູດໃຫ້ແກ່ຈິດໃຈການຮ່ວມມືສາກົນ ແລະ ຄຳໝັ້ນສັນຍາຮ່ວມກັນ ໃນການຕອບໂຕ້ກັບບັນດາສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ.
![]() |
| ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ໂອຕຣິດ ຫວູເລໂທຮ່ວາງ. (ພາບ: VNA) |
ຝ່າຍຫວຽດນາມ ພ້ອມທັງຢືນຢັນວ່າ ຕ້ອງຮັກສາວິທີການເຂົ້າເຖິງແບບສົມດຸນ ຕໍ່ກັບສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ, ຮັບປະກັນຄວາມກົມກຽວລະຫວ່າງ ບັນດາເສົາຄ້ຳຂອງການບໍ່ແຜ່ຂະຫຍາຍ, ການປົດອາວຸດ ແລະ ການພັດທະນາພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ. ນີ້ຖືວ່າແມ່ນພື້ນຖານເພື່ອຮັດແໜ້ນຄວາມເຊື່ອໝັ້ນ, ເພີ່ມທະວີຄວາມໂປ່ງໃສ ແລະ ປະສິດທິຜົນຂອງລະບົບການຄຸ້ມຄອງທົ່ວໂລກ ໃນຂົງເຂດນິວເຄຼຍ.
ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ແລະ GRULAC ໄດ້ເປັນເອກະພາບກັນເພີ່ມທະວີການປະສານສົມທົບດ້ານທັດສະນະ, ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມກັນ, ເພື່ອມຸ່ງໄປເຖິງໝາກຜົນທີ່ສົມດຸນ, ສະທ້ອນໃຫ້ເຖິງຜົນປະໂຫຍດຂອງບັນດາປະເທດສະມາຊິກ, ໂດຍສະເພາະແມ່ນບັນດາປະເທດພວມພັດທະນາ.
ເມື່ອສິ້ນສຸດກອງປະຊຸມ, ບັນດາຝ່າຍໄດ້ຢືນຢັນວ່າ ຈະຮັກສາການແລກປ່ຽນຢ່າງເປັນປະຈຳ, ເພີ່ມທະວີການປະສານສົມທົບໃນເວທີປາໄສຫຼາຍຝ່າຍຕ່າງໆ, ຜ່ານນັ້ນປະກອບສ່ວນເຂົ້າໃນການຕອບໂຕ້ກັບບັນດາສິ່ງທ້າທາຍທົ່ວໂລກ ແລະ ຊຸກຍູ້ການພັດທະນາຢ່າງຍືນຍົງ.
ການທີ່ຫວຽດນາມ ຕັ້ງໜ້າເຂົ້າຮ່ວມ, ປະສານງານ ແລະ ສະເໜີຂໍ້ລິເລີ່ມ ໃນບັນດາກົນໄກສາກົນນັ້ນ ແມ່ນສືບຕໍ່ຢືນຢັນບົດບາດການເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ປະກອບສ່ວນເຂົ້າໃນການຮັດແໜ້ນລັດທິຫຼາຍຝ່າຍ ໃນທ່າມກາງສະພາບການໂລກທີ່ຍັງມີການຜັນແປຢ່າງຫຼວງຫຼາຍ.
| ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ພົບປະເຈລະຈາກັບ ທ່ານ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ ຍສໝ - ໃນຕອນເຊົ້າຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ, ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໄດ້ພົບປະເຈລະຈາກັບ ທ່ານ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ. |
| ຫວຽດນາມ ແລະ ລາວ ເພີ່ມທະວີການພົວພັນຍຸດທະສາດ ຍສໝ - ໃນການຢ້ຽມຢາມຢ່າງເປັນທາງການຢູ່ລາວ, ຕອນບ່າຍວັນທີ 9 ເມສາ ທີ່ນະຄອນຫຼວງວຽງຈັນ, ທ່ານ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູປະຈຳຄະນະເລຂາທິການສູນກາງພັກ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ແລະ ປະທານປະເທດລາວ ທອງລຸນ ສີສຸລິດ. |
