16:25 | 07/04/2026

​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ

ບ້ານ ຟຸ້ມ​ຊວ່າຍ, ຕາ​ແສງ ຟອງ​ເຈົາ, ແຂວງ ອານ​ຢາງ ອະ​ນຸ​ລັກ​ຮັກ​ສາ​ອາ​ຊີບ​ຕ່ຳ​​ແຜ່ນ​ແພ​ພື້ນ​ເມືອງ ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ
ໂທ​ລະ​ເລກ ແລະ ສານ​ຊົມ​ເຊີຍ​ທ່ານ ເຈິ່ນ​ແທັງ​ເໝິນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ XVI
​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ
ແມ່ເຖົ້າ ຊຸ່ງທິເກີ ອາຍຸ 96 ປີ (ພາບ: ຮ່ວຽນຈາງ)

ປ້າ ວ່າງທິມາຍ, ອາຍຸ 60 ປາຍປີ, ເປັນໜຶ່ງໃນຈຳນວນແມ່ຍິງ 50 ຄົນທີ່ມີຜົນສະທ້ອນກວ່າໝູ່ຢູ່ ຫວຽດນາມ ໂດຍວາລະສານ Forbes ຫວຽດນາມ ຄັດເລືອກເມື່ອປີ 2017 ຊື່ງເປັນຜູ້ໄດ້ຟື້ນຟູ ແລະ ນຳອາຊີບຕ່ຳຫູກພື້ນເມືອງທີ່ເກືອບຈະຖືກສູນເສຍໄປນັ້ນ ແນະນຳອອກສູ່ໂລກ. ປ້າ ວ່າງທິມາຍ ແບ່ງປັນວ່າ:

ແພປໍປ່ານຂອງຊາວເຜົ່າມົ້ງແມ່ນຈິດວິນຍານຂອງຊາວເຜົ່າມົ້ງ, ນັ້ນແມ່ນມູນເຊື້ອໃນເມື່ອກ່ອນ. ປະຈຸບັນ, ພວກຂ້າພະເຈົ້າໄດ້ຮັກສາ, ອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳໄປສູ່ເພື່ອມິດສາກົນ. ນັບແຕ່ປີ 2008, ແພປໍປ່ານຂອງພວກຂ້າພະເຈົ້າກໍ່ໄດ້ເຂົ້າຮ່ວມງານຕະຫຼາດນັດຢູ່ ລຸກຊຳບວກ, ອາເມລິກາ, ເຢຍລະມັນ, ຝະລັ່ງ, ລັດເຊຍ ແລ້ວ. ປີ 2010, ຢູ່ງານຕະຫຼາດນັດ ປາຣີ ປະເທດ ຝະລັ່ງ, ເຂົາເຈົ້າໄດ້ເຊີນກຸ່ມໜຶ່ງຢູ່ນີ້ໄປເຂົ້າຮ່ວມ. ໝູ່ບ້ານອາຊີບນີ້ໄດ້ຕາງໜ້າໃຫ້ແກ່ 54 ຊົນເຜົ່າຢູ່ ຫວຽດນາມ ເຂົ້າຮ່ວມການອະນຸລັກຮັກສາຢູ່ອົງການ ສປຊ ແຕ່ປີ 2015 ຮອດປີ 2017. ປີ 2017 ແມ່ນປີພິເສດທີ່ສຸດ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າໝູ່ບ້ານອາຊີບ 160 ແຫ່ງ ຈັດຂຶ້ນຢູ່ ອາເມລິກາ ແລະ ເຂົາເຈົ້າໄດ້ມອບຂັນຄຳໃຫ້ແກ່ ຫວຽດນາມ.

​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ
(ພາບ: ຮ່ວຽນຈາງ)

ແພປໍປ່ານຂອງ ລຸ່ງຕາມ ໄດ້ສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກຄື: ອາເມລິກາ, ການາດາ, ຝະລັ່ງ, ສະວິດ, ອີຕາລີ… ສ່ວນຢູ່ບ້ານເກີດເມືອງນອນຂອງຕົນ, ແມ່ຍິງຊາວເຜົ່າມົ້ງ ໄດ້ຮັກສາອາຊີບທີ່ເປັນມູນເຊື້ອ ກໍ່ຄືຍັງຮູ້ວິທີໂຄສະນາ, ອັນໄດ້ສ້າງໃຫ້ມີພາບພົດທີ່ມີຊີວິດຊີວາກ່ຽວກັບໝູ່ບ້ານອາຊີບທີ່ມີໜ້ອຍແຫ່ງຈະສາມາດເຮັດໄດ້.

ແຕ່ດົນນານມາແລ້ວ, ແມ່ເຖົ້າ ຊຸ່ງທິເກີ ອາຍຸ 96 ປີ ແມ່ນຮູບພາບທີ່ສ້າງຄວາມປະທັບໃຈຕໍ່ແຂກແຕ່ລະຄົນເມື່ອມາຢ້ຽມຢາມໝູ່ບ້ານ ລຸ່ງຕາມ. ແມ່ເຖົ້າເປັນຜູ້ກຳໄດ້ຈຸດຍອດຍິ່ງຂອງອາຊີບຕ່ຳປໍປ່ານພື້ນເມືອງ, ພິເສດແມ່ນສິລະປະແຕ້ມດ້ວຍຂີ້ເຜີ້ງ ແລະ ກໍ່ເປັນຜູ້ຖ່າຍທອດປະສົບການອັນລ້ຳຄ່ານີ້ໃຫ້ແກ່ຊາວບ້ານ. ແມ່ເຖົ້າ ຊຸ່ງທິເກີ ໃຫ້ຮູ້ວ່າ:

ແຕ່ອາຍຸ 13 ປີກໍ່ໄດ້ຮຽນຕ່ຳປໍປ່ານນຳແມ່ແລ້ວ ແລະ ໄດ້ເຮັດຈົນມາຮອດປະຈຸບັນ. ຂ້າພະເຈົ້າມັກແພປໍປ່ານຂອງໝູ່ບ້ານທີ່ສຸດ. ເອົາແພສີຂາວມາແຕ້ມໃບໄມ້, ດອກໄມ້, ຢາກເຮັດຄືແນວໃດກໍ່ເຮັດເລີຍ. ແຕ່ລະວັນເຮັດໄດ້ 3 ແຜ່ນເທົ່ານັ້ນ, ເຮັດແລ້ວກໍ່ເອົາໄປຍ້ອມສີຄາມ, ແລ້ວເອົາໄປຕົ້ມ, ໃຜຢາກຊື້ກໍ່ຕັດໃຫ້ເຂົາເຈົ້າ, ແຕ່ລະຕອນຂາຍໄດ້ປະມານ 11 ໂດລາສະຫະລັດ.

ໃນທຸກວັນນີ້, ຢູ່ທົ່ວໝູ່ບ້ານ ລຸ່ງຕາມ ແມ່ນສຽງເຂັັນສຽງປັ່ນ, ຕ່ຳຫູກຢ່າງຟົດຟື້ນ. ເພື່ອຕ່ຳເປັນຜະລິດຕະພັນແພປໍປ່ານໄດ້ ຕ້ອງຜ່ານກວ່າ 40 ຂັ້ນຕອນ. ປ້າ ມົ່ວທິມິ ໃຫ້ຮູ້ວ່າ:

ເຮືອນຂ້າພະເຈົ້າໄດ້ປູກຕົ້ນປໍປ່ານ, ຕອນກວ້າງທີ່ສຸດແມ່ນມີເນື້ອທີ່ 1000 ແມັດ. ຊີວິດຂອງຂ້າພະເຈົ້າກໍ່ດີຂຶ້ນແຕ່ກໍ່ບໍ່ມີລາຍຮັບຫຼາຍປານໃດ ແຕ່ແນ່ນອນວ່າຕ້ອງຮັກສາອາຊີບພື້ນເມືອງຂອງຊາວເຜົ່າໄວ້ໃຫ້ໄດ້. ມີພຽງແຕ່ຊາວເຜົ່າມົ້ງ ຈິ່ງຕ່ຳປໍປ່ານແບບນີ້.

ແມ່ຍິງຊາວເຜົ່າມົ້ງທັງປະຕິບັດບັນດາຂັ້ນຕອນຕົ້ນຕໍ ນັບແຕ່ການແຍກໄໝ, ຕ່ຳປໍປ່ານ, ຍ້ອມສີຄາມ ຕະຫຼອດຮອດການແຕ້ມ ແລະ ຖັກແສ່ວ… ທັງແນະນຳກ່ຽວກັບຈຸດພິເສດສະເພາະຂອງອາຊີບຕ່ຳປໍປ່ານນີ້ໃຫ້ແຂກທ່ອງທ່ຽວ. ປ້າ ຊຸ່ງທິມິ ໃຫ້ຮູ້ວ່າ:

ພໍ່ເຖົ້າແມ່ເຖົ້າ, ພໍ່ແມ່ພວກຂ້າພະເຈົ້າໄດ້ເຮັດມາແຕ່ດົນນານແລ້ວ, ເຂົາເຈົ້າຈະນຸ່ງແຕ່ແພປໍປ່ານນີ້ເທົ່ານັ້ນ. ເມື່ອເສຍຊີວິດກໍ່ຕ້ອງໃຫ້ນຸ່ງສົ້ງເສື້ອປໍປ່ານ. ເຮົາມັກແນວໃດກໍ່ຈະແຕ້ມຮູບຄືແນວນັ້ນ. ເມື່ອກ່ອນ, ລຸ້ນພໍ່ລຸ້ນອ້າຍໄດ້ສອນໃຫ້ເຮົາຄືແນວໃດ ເຮົາກໍ່ຈະເຮັດຕາມ. ລາຍຮັບກໍ່ດີຢູ່.

​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ຢູ່ໝູ່​ບ້ານ​ອາ​ຊີບ​ຕ່ຳ​ປໍ​ປ່ານ ລຸ່ງ​ຕາມ ແຂວງ ຕວຽນ​ກວາງ ແນະ​ນຳ​ອາ​ຊີບ​ພື້ນ​ເມືອງ​ອອກ​ສູ່​ໂລກ
ແຂກທ່ອງທ່ຽວມາຢ້ຽມຢາມ ລຸ່ງຕາມ (ພາບ: ຮ່ວຽນຈາງ)

ໃນຂະນະທີ່ຢູ່ຫຼາຍແຫ່ງ, ອາຊີບຕ່ຳປໍປ່ານເກືອບຄືວ່າຖືກສູນຫາຍໄປແລ້ວ ແຕ່ຢູ່ໝູ່ບ້ານ ລຸ່ງຕາມ ຍັງຄົງໄດ້ພັດທະນາ ແລະ ກາຍເປັນແຫ່ງເພື່ອຊອກຮູ້ຈຸດທີ່ເປັນມູນເຊື້ອພິເສດສະເພາະຂອງຊາວເຜົ່າມົ້ງ. ຈາກເສັ້ນປໍປ່ານນ້ອຍໆແຕ່ລະເສັ້ນ, ແມ່ຍິງຊາວເຜົ່າມົ້ງ ໄດ້ສ້າງເລື່ອງລາວສະເພາະຂອງໝູ່ບ້ານອາຊີບຕົນ ແລະ ຂອງເຜົ່າຕົນ ເພື່ອແນະນຳອອກສູ່ໂລກ.

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ. ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ.

ໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 16 ໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 16

ໝາກຜົນການເລືອກຕັ້ງສືບຕໍ່ຢືນຢັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ.

Link: https://huunghivietlao.thoidai.com.vn/detail-article-21762.html

In bài biết