15:58 | 07/04/2026

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.

ໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 16
ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດ ອາຍຸການ 2026-2031
ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຊຸກ​ຍູ້​ປະ​ເທດ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ທຸກ​ດ້ານ​ຂອງ​ປະ​ຊາ​ຊົນ.
ທ່ານເລຂາທິການໃຫຍ່ ໂຕເລິມ ສາບານຕົວ ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ປະ​ເທດ ສ​ສ. ຫວຽດ​ນາມ

ຕອນ​ເຊົ້າ​ວັນ​ທີ 7 ເມ​ສາ, ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ, ດ້ວຍ​ບັດ​ເຫັນ​ດີ 495/495 ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ເລືອກ​ຕັ້ງ​ທ່ານ ໂຕ​ເລິມ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ເປັນ​ປະ​ທານ​ປະ​ເທດ ສ​ສ.ຫວຽດ​ນາມ ອາ​ຍຸ​ການ 2026 – 2031. ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຈາກ​ສະ​ພາ​ແຫ່ງ​ຊາດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສາ​ບານ​ຕົວ​ວ່າ:

ພາຍ​ໃຕ້​ທຸງ​ແດງ​ດາວ​ຄຳ​ອັນສັກ​ສິດ​ຂອງ​ປະ​ເທດ​ຊາດ, ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດ, ພໍ່​ແມ່​ປະ​ຊາ​ຊົນ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂ້າ​ພະ​ເຈົ້າ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຂໍ​ສະ​ບານ​ຕົວ​ຈົ່ງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ, ຕໍ່ປະ​ຊ​າ​ຊົນ, ຕໍ່​ລັດ​ຖະ​ທຳ​ມະ​ນຸນ ສ​າ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ. ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ສຳ​ເລັດ​ທຸກ​ໜ້າ​ທີ່​ເຊິ່ງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້.

ກ່າວ​ຄຳ​ເຫັນ​ຮັບ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ​ແບ່ງ​ປັນ​ວ່າ​ ເລື່ອງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແມ່ນ​ຄວາມ​ເປັນ​ກຽດ​ອັນ​ຍິ່ງ​ໃຫຍ່, ແມ່ນ​ຄວາມ​ຮັ​ບ​ຜິດ​ຊອບ ແລະ ພັນ​ທະ​ອັນ​ສັກ​ສິດ, ສູງ​ສົ່ງ, ພ້ອມ​ທັງ​ກໍ່​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຄາດ​ຫວັງ​ຂອ​ງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ຕໍ່​ຜູ້​ນຳ​ໜ້າ​ພັກ ແລະ ລັດ.

ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງ ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ເປັນ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ​ ແມ່ນ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັ​ນ​ຕິ​ພາບ, ມີ​ສະ​ຖຽນ​ລະ​ພາບ, ຊຸກ​ຍຸ​ປະ​ເທດ​ຊາດ​ພັດ​ທ​ະ​ນາ​ໂດຍ​ໄວ, ຍືນ​ຍົງ, ຍົກ​ສູງ​ການ​ດຳ​ລົງ​ຊີ​ວິດ​ທຸກ​ດ້ານຂອງ​ປະ​ຊາ​ຊົນ, ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຊົມ​ໃຊ້​ທຸກ​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ, ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ຂອງ​ ຫວຽດ​ນາມ ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ ແລະ ຄວາມ​ກ້າວ​ໜ້າ​ໃນ​ພາກ​ພື້ນ ແລະ ໂລກ. ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ສຸມ​ໃສ່​ກໍ່​ສ້າງ​ລັດ​ແຫ່ງ​ກົດ​ໝາຍ​ສັງ​ຄົມ​ນິ​ຍົມ, ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ເປັນ​ເຈົ້າ, ສ້າງ​ຄວາມ​ເຂັມ​ແຂງ​ດ້ວຍ​ຕົນ​ເອງ, ສ້າງ​ພື້ນ​ຖານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ທົ່ວ​ປວງ​ຊົນ, ຮອບ​ດ້ານ ແລະ ທັນ​ສະ​ໄໝ, ລະ​ບົບ​ການ​ເມືອງ​ກະ​ທັດ​ລັດ, ມີ​ປະ​ສິດ​ທິ​ຜົນ, ປະ​ສິດ​ທິ​ພາບ, ສັງ​ຄົມ​ພັດ​ທະ​ນາ, ສາ​ມັກ​ຄີ, ວັດ​ທະ​ນະ​ທຳ ແລະ ມະ​ນຸດ​ສະ​ທຳ.

ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 7 ເມ​ສາ, ສະ​ພາ​ແຫ່​ງ​ຊາດ​ໄດ້​ລົງ​ປະ​ຊາ​ມະ​ຕິ​ຮັບ​ຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ໂຄງ​ປະ​ກອບ​ການ​ຈັດ​ຕັ້ງ​ລັດ​ຖະ​ບານ​ອາ​ຍຸ​ການ 2026 – 2031.

ຕາມ vovworld.vn

https://vovworld.vn/lo-LA/khaawedn/thaanel-khaa-thi-kaan-ayhny-pa-thaan-pa-ethd-oh-elim-suk-nyuu-pa-ethd-phd-tha-naa-odny-aiw-nyyyn-2425636.vov5

ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸ 6.76 ລ້ານຄົນໃນໄຕມາດທຳອິດຂອງປີ 2026 ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມບັນລຸ 6.76 ລ້ານຄົນໃນໄຕມາດທຳອິດຂອງປີ 2026

ຍສໝ - ໃນຂະນະທີ່ການທ່ອງທ່ຽວທົ່ວໂລກກຳລັງໄດ້ຮັບຜົນກະທົບຈາກຂໍ້ຂັດແຍ່ງທາງພູມິສາດການເມືອງ, ຂະແໜງການທ່ອງທ່ຽວຂອງຫວຽດນາມຍັງສືບຕໍ່ສະແດງໃຫ້ເຫັນການເຕີບໂຕໃນທາງບວກ.

ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ທີ່ແຂວງສາລະວັນ (ລາວ) ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ທີ່ແຂວງສາລະວັນ (ລາວ)

ຍສໝ - ນະຄອນດານັງ ເປີດ ແລະ ມອບໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ ໃຫ້ແຂວງສາລະວັນ (ລາວ)ໃນວັນທີ 2 ເມສາ, ທີ່ເມືອງຄົງເຊໂດນ, ແຂວງສາລະວັນ (ລາວ), ຄະນະຜູ້ແທນຈາກນະຄອນດານັງໄດ້ເຂົ້າຮ່ວມພິທີເປີດໂຮງຮຽນປະຖົມ ແລະ ມັດທະຍົມຕອນຕົ້ນມິດຕະພາບ - ໂຄງການທີ່ມີຄວາມໝາຍຕົວຈິງໃນການຮ່ວມມືດ້ານການສຶກສາລະຫວ່າງສອງທ້ອງຖິ່ນ.

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21758.html

In bài biết