ປຊຊ ມີຄວາມຫວັງວ່າ ທ່ານເລຂາທິການໃຫ່ຍ ໂຕເລິມ ແລະ ກົງຈັກການນຳພັກສະໄໝທີ XIV ຈະນຳປະເທດຊາດພັດທະນາໃນສັງກາດໃໝ່
| ທ່ານ ໂຕເລິມ ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV | |
| ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ນຳຫວຽດນາມພັດທະນາຢ່າງວ່ອງໄວ ແລະ ຍືນຍົງກ່ວາອີກ |
![]() |
| ທ່ານເລຂາທິການໃຫ່ຍ ໂຕເລິມ ກ່າວຄຳເຫັນອັດກອງປະຊຸມໃຫ່ຍ (ພາບ: daihoidangtoanquoc.vn) |
ຕາມພະນັກງານ, ສະມາຊິກພັກ ແລະ ປຊຊ, ເລື່ອງທ່ານເລຂາທິການໃຫ່ຍ ໂຕເລິມ ສືບຕໍ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫ່ຍ ຄະນະບໍລິຫານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ອີກສະໄໝໜຶ່ງ ແມ່ນການຄັດເລືອກທີ່ສະຫຼາດສ່ອງໄສ, ຮັບຮູ້ບົດບາດ, ຄຸນນະທາດ, ບົດຮຽນປະສົບການການນຳຂອງທ່ານເລຂາທິການໃຫ່ຍ, ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ເຂົ້າໃນການນຳພາປະເທດຊາດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່.
ເລື່ອງກອງປະຊຸມໃຫ່ຍໄດ້ເລືອກຕັ້ງ ທ່ານເລຂາທິການໃຫ່ຍ ໂຕເລີມ ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫ່ຍ ພ້ອມກັບສະມາຊິກຂອງກົມການເມືອງສືບຕໍ່ນຳພາພັກ, ປະເທດຊາດ, ຊາດ ຫວຽດນາມ ແມ່ນພື້ນຖານເພື່ອໃຫ້ພວກເຮົາມີຄວາມເຊື່ອໝັ້ນວ່າ ປະເທດຊາດໃນໄລຍະຈະມາເຖິງ ຈະມີຄວາມສະຖຽນລະພາບ, ມີການບຸກທະລຸໃນທຸກຂົງເຂດ.
ຕາມ vovworld.vn
https://vovworld.vn/lo-LA/ຂາວເດນ/ປຊຊ-ມຄວາມຫວງວາ-ທານເລຂາທການໃຫຍ-ໂຕເລມ-ແລະ-ກງຈກການນຳພກສະໄໝທ-xiv-ຈະນຳປະເທດຊາດພດທະນາໃນສງກາດໃໝ-1461681.vov
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ: ຂີດໝາຍພິເສດ,ຄາດຫວັງພັດທະນາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນກອງປະຊຸມໃຫຍ່ທີ່ເປັນຂີດໝາຍສຳຄັນພິເສດບົນເສັ້ນທາງພັດທະນາຂອງປະເທດ. ກອງປະຊຸມໃຫຍ່ຈະເປີດສັງກາດໃໝ່ - ສັງກາດເຊິ່ງ ຫວຽດນາມ ຕັດສິນໃຈຫັນສອງເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສ້າງຕັ້ງປະເທດໃຫ້ປະກົດຜົນເປັນຈິງ; ສູ້ຊົນຮອດປີ 2045 ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ. |
| ຍົກສູງການພົວພັນລະຫວ່າງ ຫວຽດນາມ - ລາວ ຂຶ້ນສູ່ລະດັບໃໝ່ ແລະ ສ້າງບາດກ້າວພັດທະນາໃນການຮ່ວມມືດ້ານເສດຖະກິດ. ຍສໝ - ຕາມທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ແລ້ວ, ກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ 2 ພັກ ແລະ ລັດ ເພື່ອຍົກສູງການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່, ມີການພົວພັນຍຸດທະສາດ. |
ຕາມ vovworld.vn
