17:54 | 23/01/2026

ທ່ານ​ ໂຕ​ເລິມ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XIV

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ນຳ​ຫວຽດ​ນາມ​ພັດ​ທະ​ນາ​ຢ່າງວ່ອງໄວ ແລະ ຍືນ​ຍົງ​ກ່​ວາ​ອີກ
ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ
ທ່ານ​ ໂຕ​ເລິມ ສືບ​ຕໍ່​ດຳ​ລົງ​ຕຳ​ແໜ່ງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ສະ​ໄໝ​ທີ XIV
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV (ພາບ: VOV)

ຕອນເຊົ້າວັນທີ 23 ມັງກອນຢູ່ສຳນັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມສະໄໝທີ XIV ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ເພື່ອຕັດສິນໃຈບັນດາບັນຫາສຳຄັນພິເສດ, ສ້າງຂີດໝາຍເລີ່ມຕົ້ນສະໄໝໃໝ່. ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIII ໄດ້ມີບົດກ່າວຄຳເຫັນໄຂກອງປະຊຸມ ແລະ ຕາງໜ້າຄະນະປະທານກອງປະຊຸມ ບໍລິຫານໂຄງການຂອງກອງປະຊຸມ.

ບົນພື້ນຖານປະຕິບັດຢ່າງເຂັ້ມງວດກົດລະບຽບຂອງພັກ, ຂໍ້ກຳນົດການເຮັດວຽກ, ຂໍ້ກຳນົດການເລືອກຕັ້ງ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງ, ເສີມຂະຫຍາຍຈິດໃຈສາມັກຄີ ແລະ ຄວາມຮັບຜິດຊອບຢູ່ລະດັບສູງສຸດ, ປະຕິບັດຫຼັກການລວມສຸມປະຊາທິປະໄຕໃຫ້ເປັນຢ່າງດີ, ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ປະຕິບັດສຳເລັດບັນດາເນື້ອໃນສຳຄັນພິເສດຄື: ເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາທິການ, ຮັບຟັງບົດລາຍງານກ່ຽວກັບບັນດາໂຄງຮ່າງຕຳແໜ່ງການນຳຫຼັກແຫຼ່ງຂອງພັກ, ລັດ ແລະ ປະກອບຄຳເຫັນກ່ຽວກັບບຸກຄະລາກອນດຳລົງຕຳແໜ່ງຜູ້ປະຈຳການຄະນະເລຂາທິການ, ຄະນະກວດກາສູນກາງ, ປະທານຄະນະກວດກາສູນກາງ.

ຄະນະບໍລິຫານງານສູນກາງພັກສະໄໝທີ XIV ໄດ້ເຫັນດີເປັນເອກະພາບເລືອກຕັ້ງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIII ສືບຕໍ່ດຳລົງຕຳແໜ່ງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກສະໄໝທີ XIV.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ທານ-ໂຕເລມ-ສບຕດຳລງຕຳແໜງ-ເລຂາທການໃຫຍຄະນະບລຫານງານສນກາງພກສະໄໝທ-xiv-1461548.vov

ກອງ​ປະ​ຊຸມ​ໃຫຍ່ ຄັ້ງ XIV ຂອງ​ພັກ: ຄວາມ​ຄາດ​ໝາຍ​ນະ​ໂຍ​ບາຍ​ສຳ​ລັບ​ຫວຽດ​ນາມ. ກອງ​ປະ​ຊຸມ​ໃຫຍ່ ຄັ້ງ XIV ຂອງ​ພັກ: ຄວາມ​ຄາດ​ໝາຍ​ນະ​ໂຍ​ບາຍ​ສຳ​ລັບ​ຫວຽດ​ນາມ.

ຍສໝ - ຕໍ່ກັບສະພາບການປ່ຽນແປງຂອງໂລກຢ່າງເລິກເຊິ່ງ, ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງ XIV ຂອງ​ພັກດ້ວຍບັນດາຜົນງານສຳຄັນຫຼາຍຢ່າງກ່ຽວກັບສະຖຽນລະພາບດ້ານເສດຖະກິດ, ເພີ່ມທະວີການພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ. ຕາມ​ທັດສະນະ​ຂອງ​ເພື່ອນ​ມິດສາ​ກົນ ​ແລະ ບັນດາ​ນັກ​ສຶກສາ​ທີ່​ມີ​ຊື່​ສຽງ, ຄວາມ​ຄາດ​ໝາຍ​ອັນ​ໃຫຍ່​ຫຼວງ​ແມ່ນ​ໄດ້​ວາງ​ອອກ​ໃນ​ບັນດາ​ການ​ຕັດສິນ​ໃຈ​ນະ​ໂຍບາຍ​ທີ່​ຈະ​ຊ່ວຍ​ໃຫ້ ຫວຽດນາມ ຫັນ​ຈາກ​ຈຸດໝາຍ​ທີ່​ດຶງ​ດູດ​ເຂົ້າ​ເປັນ​ຄູ່​ຮ່ວມ​ມື​ສ້າງ​ຄຸນຄ່າ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ປະ​ເທດ​ພັດທະນາ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045.

ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ຮ່າ​ໂນ້ຍ - ການ​ເດີນ​ທາງ​ເຊື່ອມ​ຕໍ່ 5 ທະ​ວີບ ຢູ່​ໃຈ​ກາງ​ນະ​ຄອນຫຼວງ ງານ​ບຸນ​ວັດ​ທະ​ນະ​ທຳ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ຮ່າ​ໂນ້ຍ - ການ​ເດີນ​ທາງ​ເຊື່ອມ​ຕໍ່ 5 ທະ​ວີບ ຢູ່​ໃຈ​ກາງ​ນະ​ຄອນຫຼວງ

ຍສໝ - ແຕ່​ວັນ​ທີ 10-12 ຕຸລາ 2025, ຢູ່ກຳແພງພະລາຊະວັງທັງລອງ , ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ “ງານ​ບຸນ​ວັດທະນະທຳ​ໂລກ​ຄັ້ງ​ທຳ​ອິດ​ຢູ່​ຮ່າ​ໂນ້ຍ”. ນີ້​ແມ່ນ​ເຫດການ​ການ​ທູດ​ວັດທະນະທຳ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ປີ 2025, ​ໂດຍ​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ​ໃນ​ການ​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່​ຫຼາກ​ຫຼາຍ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະຊາຊົນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ມິດຕະພາບ​ລະຫວ່າງ​ຫວຽດນາມ ...

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21551.html

In bài biết