10:15 | 20/01/2026

ຝາກຝັງຄວາມ​ເຊື່ອ​ໝັ້ນ​​ຕໍ່​ພັກ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ: ຂີດ​ໝາຍ​ພິ​ເສດ,ຄາດ​ຫວັງ​ພັດ​ທະ​ນາ
ທ່ານ ຫງວຽນຢຸຍຫງອກ, ກຳມະການກົມການເມືອງ, ເລຂາທິການຄະນະພັກຮ່າໂນ້ຍ: ຮ່າໂນ້ຍ, ດ້ວຍພາລະກິດບຸກເບີກຂອງຕົນ, ພ້ອມແລ້ວທີ່ຈະຫັນວິໄສທັດຂອງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກເປັນຕົວຈິງ
ຝາກຝັງຄວາມ​ເຊື່ອ​ໝັ້ນ​​ຕໍ່​ພັກ
ນະຄອນ ຮ່າໂນ້ຍ ໄດ້ຮັບການປະດັບປະດາຢ່າງສວຍງາມເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່

ປະຊາຊົນ ຫວຽດນາມ ມີຄວາມຫວັງວ່າກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຈະວາງອອກບັນດານະໂຍບາຍຊີ້ຂາດຍຸດທະສາດ, ແທດຈິງ ແນໃສ່ຊຸກຍູ້ການພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ, ຍົກສູງການດຳລົງຊີວິດຂອງປະຊາຊົນ, ຮັກສາເອກະລາດ, ອະທິປະໄຕ ແລະ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບໄວ້ຢ່າງໝັ້ນຄົງ.

“ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ຫວັງວ່າ ໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຄັ້ງນີ້ ຈະນຳມາເຊິ່ງເສັ້ນທາງພັດທະນາໃໝ່ ເພື່ອນຳປະເທດ ຫວຽດນາມ ພັດທະນາຢ່າງເຂັ້ມແຂງແຮງກ້າ, ຈະເລີນຮຸ່ງເຮືອງ, ປະຊາຊົນ ຫວຽດນາມ ໄດ້ດຳລົງຊີວິດໃນສະພາບແວດລ້ອມແຫ່ງສັນຕິພາບ, ທຽບທັນກັບບັນດາປະເທດອື່ນໆຢູ່ໃນໂລກ”.

“ປະຊາຄົມນັກທຸລະກິດ ຫວຽດນາມ ຢູ່ ຍີ່ປຸ່ນ ຫວັງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຈະວາງອອກບັນດານະໂຍບາຍຊີ້ຂາດບຸກທະລຸເພື່ອເສີມຂະຫຍາຍບົດບາດຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນການພັດທະນາເສດຖະກິດຂອງປະເທດຢ່າງແຮງກວ່າອີກ. ພວກຂ້າພະເຈົ້າປາດຖະໜາວ່າ ຈະມີກົນໄກທີ່ປອດໂປ່ງກວ່າເພື່ອໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າມາລົງທຶນ, ຖ່າຍທອດເຕັກໂນໂລຢີ, ເຊື່ອມຕໍ່ຕະຫຼາດ. ໄປຄຽງຄູ່ກັນນັ້ນ, ປະຊາຄົມກໍ່ຫວັງວ່າ ການຮັກສາພາສາຫວຽດ ແລະ ສີສັນວັດທະນະທຳໃຫ້ຄົນລຸ້ນໜຸ່ມຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່”.

ສ່ວນຫາງສຽງສາກົນ, ກໍ່ຕິດຕາມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຢ່າງໃກ້ຊິດ ເພາະວ່າ ຫວຽດນາມ ນັບມື້ນັບສວມບົດບາດສຳຄັນໃນພາກພື້ນ ແລະ ສາກົນ, ແມ່ນພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ, ເປັນຄູ່ຮ່ວມມືທີ່ໄວ້ວາງໃຈ, ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

“ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຈິດໃຈສາມັກຄີ, ປະຊາທິປະໄຕ, ມີລະບຽບວິໄນ, ປ່ຽນແປງໃໝ່ ແລະ ພັດທະນາ, ກອງປະຊຸມໃຫຍ່ຄັ້ງທີ XIV ຈະວາງອອກບັນດາທິດທາງຍຸດທະສາດທີ່ຖືກຕ້ອງ, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ວ່ອງໄວກວ່າ, ຍືນຍົງກວ່າ, ມຸ່ງໄປເຖິງວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ຫວັງວ່າ ບົນພື້ນຖານທິດທາງຍຸດທະສາດທີ່ໄດ້ວາງອອກທີ່ກອງປະຊຸມໃຫຍ່ຄັ້ງທີ XIV, ສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງສອງປະເທດຈະສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແຮງກວ່າອີກ”.

“ຂ້າພະເຈົ້າເຊື່ອໝັ້ນວ່າ ພັກກອມມູນິດ ຫວຽດນາມ ຈະວາງອອກບັນດາຂໍ້ຕົກລົງທີ່ຕັ້ງໜ້າ, ຜ່ານນັ້ນ ກໍປັບປຸງບັນດາຜົນງານທີ່ບັນລຸໄດ້. ຂ້າພະເຈົ້າກໍຫວັງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະປະສົບຜົນສຳເລັດດ້ວຍຄວາມສາມັກຄີ ແລະ ເພີ່ມທະວີກຳລັງແຮງຂອງພັກ; ກຳນົດທິດທາງກ້າວໄປໃນອະນາຄົດເພື່ອສືບຕໍ່ປັບປຸງບັນດາບາດກ້າວເດີນ ເຊິ່ງປະຊາຊົນ ຫວຽດນາມ ໄດ້ປະຕິບັດພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ເພື່ອກ້າວຂຶ້ນສັງຄົມນິຍົມ”.

ຫວຽດນາມ ພວມຢູ່ໃນຈຸດເວລາປະຫວັດສາດ. ຂໍ້ຕົກລົງທັງໝົດທີ່ໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະເປີດສັງກາດໃໝ່ທີ່ສະຫງ່າລາສີກວ່າໃນວິວັດແຫງການພັດທະນາຂອງຊາດ, ເປັນປະເທດ ຫວຽດນາມ ເຂັ້ມແຂງແຮງກ້າ, ວັດທະນາຖາວອນ, ມະນຸດສາດ ແລະ ຍືນຍົງ.

ຕາມ vovworld.vn

https://vovworld.vn/lo-LA/ມງໄປເຖງກອງປະຊມໃຫຍທວປະເທດຄງທ-xiv-ຂອງພກກອມມນດ-ຫວຽດນາມ/ຝາກຝງຄວາມເຊອໝນຕພກ-1459736.vov

ອານຢາງລະດົມຊັບພະຍາກອນທັງໝົດ, ມຸ່ງໄປສູ່ການເຕີບໂຕສອງຕົວເລກໃນຍຸກໃໝ່. ອານຢາງລະດົມຊັບພະຍາກອນທັງໝົດ, ມຸ່ງໄປສູ່ການເຕີບໂຕສອງຕົວເລກໃນຍຸກໃໝ່.

ຍສໝ - ຫຼັງຈາກບັນລຸອັດຕາການເຕີບໂຕຂອງ GDP 8,39% ໃນປີ 2025, ນຳໜ້າພາກພື້ນທົ່ງພຽງແມ່ນ້ຳຂອງ, ແຂວງອານຢາງກຳລັງເຂົ້າສູ່ໄລຍະພັດທະນາໃໝ່ດ້ວຍພື້ນທີ່ກວ້າງຂວາງ ແລະ ຄວາມຄາດຫວັງສຳລັບຄວາມກ້າວໜ້າ. ທ່ານ ຫງວຽນຕຽນຫາຍ, ເລຂາທິການຄະນະພັກແຂວງອານຢາງ, ໄດ້ຊີ້ແຈງວິທີແກ້ໄຂທີ່ສຳຄັນເພື່ອລະດົມຊັບພະຍາກອນທັງໝົດຢ່າງມີປະສິດທິພາບ, ມຸ່ງໄປສູ່ການເຕີບໂຕສອງຕົວເລກໃນໄລຍະຕໍ່ໄປ.

ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ

ວັນທີ 14 ມັງກອນ, ຢູ່ແຂວງຈໍາປາສັກ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ ໄດ້ຈັດຕັ້ງກອງປະຊຸມຂ່າວ ແຈ້ງໃຫ້ຊາບກ່ຽວກັບກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ເຖິງບັນດາອົງການອຳນາດການປົກຄອງ, ສື່ມວນຊົນ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ 4 ແຂວງພາກໃຕ້ຂອງລາວ.

ຕາມ vovworld.vn

Link: https://huunghivietlao.thoidai.com.vn/detail-article-21531.html

In bài biết