ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈະດຳເນີນໃນວັນທີ 4 ທັນວາ
| ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ | |
| ໄຂເປີດເວທີປາໄສສາກົນບັນດານັກປັນຍາໜຸ່ມຫວຽດນາມ ຄັ້ງທີ 6 |
![]() |
| ທ່ານຮອງລັດຖະມົນຕີຜູ້ປະຈຳກະຊວງການຕ່າງປະເທດ ບຸຍແທງເຊີນ ກ່າວຄຳປາໄສທີ່ກອງປະຊຸມສາກົນຄັ້ງທີ 4 ກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ. (ພາບ: ທີ່ກອງປະຊຸມສາກົນຄັ້ງທີ 4 ກ່ຽວກັບການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ. (ພາບ: VNA) |
ກອງປະຊຸມແມ່ນເຫດການສຳຄັນ, ປະກອບສ່ວນປັບປຸງແລະ ເປີດກວ້າງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ບັນດາຄູ່ຮ່ວມມືພັດທະນາ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງຂອງປະເທດ. ກອງປະຊຸມໄດ້ສຸມໃສ່ຕີລາຄາໝາກຜົນການພົວພັນຄູ່ຮ່ວມລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດໄລຍະ 2019 – 2025; ກຳນົດທິດການຮ່ວມມື ແລະ ຍົກສູງປະສິດທິຜົນການອຸປະຖຳໃນ 5 ປີຕໍ່ໜ້າ; ພ້ອມກັນນັ້ນ, ກໍ່ສ້າງບັນດາຂໍ້ສະເໜີແນະຕໍ່ລັດຖະບານ ແລະ ທ່ານນາຍົກລັດຖະມົນຕີ ເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຜູ້ໃຫ້ທຶນ ແລະ ວິສາຫະກິດສາກົນໃນໄລຍະຈະມາເຖິງ.
ກອງປະຊຸມໄດ້ປະກອບມີການໄຂເປີດຄົບຖ້ວນ, ກອງປະຊຸມສຳມະນາຫົວຂໍ້ພ້ອມໆກັນ 4 ແຫ່ງ ກ່ຽວກັບບັນດາຂົງເຂດສຳຄັນທີ່ມີຄວາມສົນໃຈຂອງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານ, ແລະ ກອງປະຊຸມສະຫຼຸບ ແລະ ພິທີອັດ. ໃນຂອບເຂດກອງປະຊຸມ, ຄະນະປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ຈັດພິທີຮັບຮູ້ການປະກອບສ່ວນຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ບັນດາຄູ່ຮ່ວມມືພັດທະນາໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.
Logo ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ.
![]() |
| Logo ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ. |
ໂດຍເຂົ້າຮ່ວມກອງປະຊຸມຈະມີຜູ້ແທນປະມານ 700 ຄົນ, ໃນນັ້ນມີຜູ້ຕາງໜ້າບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ອົງການສາກົນ, ສະຖານທູດ, ອົງການຮ່ວມມືພັດທະນາ ແລະ ວິສາຫະກິດຕ່າງປະເທດ; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງສັງຄົມ, ສະຖາບັນຄົ້ນຄ້ວາ… ຂອງ ຫວຽດນາມ./.
| ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ວັນທີ 2 ກັນຍາ: ໂອກາດເພື່ອໃຫ້ ຫວຽດນາມ ພ້ອມກັບເພື່ອນມິດສາກົນເຊີດຊູບັນດາຄຸນຄ່າທີ່ຄົງຕົວ ຂອງເອກະລາດ ແລະ ເສລີພາບ ຍສໝ - ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ. |
| ການປ່ຽນແປງຢ່າງຢ່າງແຮງໃນວິທີສື່ມວນຊົນຕ່າງປະເທດເລົາເລື່ອງກ່ຽວກັບ ຫວຽດນາມ ຍສໝ - 100 ປີຜ່ານມາ, ສື່ມວນຊົນປະຕິວັດໄດ້ກາຍເປັນເຫຼົ່າຮົບທີ່ຫຼັກແຫຼ່ງໃນສະໜາມຮົບແນວຄິດ - ວັດທະນະທຳ, ຮ່ວມເດີນທາງພ້ອມກັບພາລະກິດແຫ່ງການປະຕິວັດຜ່ານທຸກເສັ້ນທາງປະຫວັດສາດຂອງຊາດ. |
ມີງດຶກ

