11:36 | 25/10/2025

ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ

ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ GCC
ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕາມ​ຂໍ້​ມູນ​ຂອງ​ສະຖານ​ກົງສຸນໃຫຍ່ຫວຽດນາມ ປະຈຳ​ຂອນ​ແກ່ນ, ຢູ່​ມະຫາວິທະຍາ​ໄລ​ນັກຮຽນຮູ້​ອາຊີ, ທ່ານກົງ​ສູນ​ໃຫຍ່ ດິງຮ່ວາງລິງ ໄດ້​ມີ​ການ​ໂອ້​ລົມ​ກັບ​ອາຈານ, ນັກ​ສຶກສາ​ເກືອບ 100 ຄົນ​ໃນ​ຫົວ​ຂໍ້ “ທ່າ​ອ່ຽງ​ການ​ພົວພັນ​ຫວຽດນາມ - ​ໄທ”.

ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ
ກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ແຂວງ ຂອນແກ່ນ ທ່ານ ດິງຮ່ວາງລິງ ກ່າວຄຳປາໄສທີ່ມະຫາວິທະຍາໄລ ອາຊີ ຕາເວັນອອກສ່ຽງໃຕ້ ດ້ວຍຫົວຂໍ້ “ທ່າອ່ຽງຂອງການພົວພັນ ຫວຽດນາມ - ໄທ”. (ພາບ: ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ຂອນແກ່ນ)

ທ່ານ​ກ່າວ​ວ່າ ປະຈຸ​ບັນ ຫວຽດນາມ ​ໄດ້​ເປີດ​ກວ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບ 192 ປະ​ເທດ​ສະມາຊິກ​ຂອງ​ສະຫະ​ປະຊາ​ຊາດ. ພິເສດ, ການພົວພັນທາງການທູດ ຫວຽດນາມ - ໄທ ນັບມື້ນັບພັດທະນາ, ໄດ້ຮັບການຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນພຶດສະພາ 2025. ທ່ານໄດ້ສະແດງຄວາມຊົມເຊີຍລຸ້ນໜຸ່ມຂອງສອງປະເທດ, ໃນນັ້ນມີນັກຮຽນ ໄທ ໄດ້ປະກອບສ່ວນອັນມີຄວາມໝາຍຫຼາຍຢ່າງເຂົ້າໃນການກໍ່ສ້າງສາຍພົວພັນ ຫວຽດນາມ - ໄທ ນັບມື້ນັບດີງາມ ແລະ ຍືນຍົງ.

ບົນພື້ນຖານການພົບປະແລກປ່ຽນ, ສື່ສານລະຫວ່າງມະຫາວິທະຍາໄລນັກຮຽນຮູ້ອາຊີ ແລະ ນະຄອນ ດານັງ, ທ່ານກົງສູນໃຫຍ່ດິງຮວ່າງລິງ ຫວັງວ່າ ຈະມີການຮ່ວມມືດ້ານການສຶກສາ ແລະ ການເຄື່ອນໄຫວແລກປ່ຽນນັກສຶກສາລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດແມ່ນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ.

ຜູ້ຕາງໜ້າມະຫາວິທະຍາໄລນັກຮຽນຮູ້ອາຊີ ປາດຖະໜາວ່າສະຖານກົງສຸນຫວຽດນາມ ປະຈໍາ ຂອນແກ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ສົມທົບກັນຈັດຕັ້ງບັນດາໂຄງການແລກປ່ຽນ, ຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈຂອງປະເທດ ແລະປະຊາຊົນຫວຽດນາມ, ຍົກສູງສະຕິຄວາມຮັບຜິດຊອບຂອງນັກສຶກສາເພື່ອປະກອບສ່ວນເຂົ້າໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ.

ຊຸກຍູ້​ຄວາມ​ເຂົ້າ​ໃຈ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ສຶກສາ​ລະຫວ່າງ ຫວຽດນາມ ​ແລະ ​ໄທ
ທ່ານ​ກົງ​ສູນ​ໃຫຍ່ ດິງຮ່ວາງລິງ ​ໄດ້ມອບປື້ມ “ລຸງ​ໂຮ່ຢູ່​ໄທ” (ພາສາ​ຫວຽດນາມ - ​ໄທ) ໃຫ້​ການ​ນຳ​ຂອງ​ມະຫາວິທະຍາ​ໄລ​ນັກຮຽນຮູ້ອາຊີ​. (ພາບ: ກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ຂອນແກ່ນ)

ທ່ານ​ກົງ​ສູນ​ໃຫຍ່ ດິງຮ່ວາງລິງ ໄດ້ສະ​ແດງ​ຄວາມ​ສະ​ໜັບ​ສະ​ໜູນ​ຢ່າງ​ເຂັ້ມແຂງ​ຂໍ້​ລິ​ເລີ່ມ​ສ້າງ​ຕັ້ງ​ສູນ​ສຶກ​ສາ​ຫວຽດ​ນາມ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ນັກຮຽນຮູ້ອາຊີ. ທ່ານຢືນຢັນ​ວ່າ ກົງ​ສູນ​ໃຫຍ່ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັນ​ສະໜອງ​ອຸປະກອນ​ການ​ຮຽນ, ໜູນ​ຊ່ວຍ​ການ​ສອນ​ພາສາ​ຫວຽດນາມ ​ແລະ ຄົ້ນຄວ້າ​ຫວຽດນາມ. ພິ​ເສດ​ແມ່ນ​ການ​ກໍ່ສ້າງ​ສະຖານ​ທີ່​ວາງສະ​ແດງ​ເພື່ອ​ແນະນຳ​ປະທານ​ໂຮ່ຈິ​ມິນ ຢູ່​ທີ່​ນີ້, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາລົບ​ນັບຖື​ບັນດາ​ຮີດຄອງ​ປະ​ເພນີ​ປະຫວັດສາດ ​ແລະ ຄຸນຄ່າ​ວັດທະນະທຳ, ຈິດ​ໃຈ​ອັນ​ສູງ​ສົ່ງ​ຂອງ​ຊາວ ຫວຽດນາມ.

ໃນ​ຂອບ​ເຂດ​ການປະຕິບັດງານ, ທ່ານ​ກົງ​ສູນ​ໃຫຍ່ ດິງຮ່ວາງລິງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ສາດສະດາຈານ Charnchai Panthongviriyakul, ອຳນວຍການໂຮງຮຽນມະຫາວິທະຍາໄລຂອນແກ່ນ, ເຊິ່ງເປັນໜຶ່ງໃນມະຫາວິທະຍາໄລໃຫຍ່ທີ່ສຸດ, ມີຊື່ສຽງ ແລະ ເກົ່າແກ່ທີ່ສຸດຂອງປະເທດໄທ. ທ່ານໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຮ່ວມ​ມື​ຂອງ​ໂຮງຮຽນ, ພິ​ເສດ​ແມ່ນ​ການ​ເຊັນ​ສັນຍາ​ຮ່ວມ​ມື 20 ສະບັບ​ກັບ​ມະຫາວິທະຍາ​ໄລ​ຫວຽດນາມ ​ແລະ ມອບ​ທຶນ​ສຶກສາ 100 ກວ່າ​ທຶນ​ໃຫ້​ນັກ​ສຶກສາ​ຫວຽດນາມ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

​ທ່ານ Charnchai Panthongviriyakul, ອຳນວຍການໂຮງຮຽນມະຫາວິທະຍາໄລຂອນແກ່ນ ໃຫ້​ຮູ້​ວ່າ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ການ​ແລກປ່ຽນ​ດ້ານ​ວິຊາ​ການ​ກັບ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຮ່ວມ​ມື​ສາກົນ​ຂອງ​ມະຫາວິທະຍາ​ໄລ​ຂອນ​ແກ່ນ. ທ່ານໄດ້ຕີລາຄາສູງບັນດາຂໍ້ລິເລີ່ມຮ່ວມມືຂອງສະຖານກົງສຸນໃຫຍ່ຫວຽດນາມ ປະຈໍາແຂວງຂອນແກ່ນ, ໃນນັ້ນມີໂຄງການ “The Big Move in Vietnam" (ກ້າວ​ໄປ​ໜ້າ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຫວຽດ​ນາມ) ຊ່ວຍ​ໃຫ້​ນັກ​ສຶກ​ສາ ໄທ ເຂົ້າ​ໃຈ​ເພີ່ມ​ເຕີມ​ກ່ຽວ​ກັບ​ທ່າ​ແຮງ​ພັດ​ທະ​ນາ ແລະ ກາ​ລະ​ໂອ​ກາດ​ຮ່ວມ​ມື​ກັບ​ຫວຽດ​ນາມ. ທ່ານກໍໄດ້ສະແດງຄວາມປາດຖະໜາຢາກສົມທົບກັບສະຖານກົງສຸນໃຫຍ່ຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ໄທ, ໃນນັ້ນມີສູນຄົ້ນຄວ້າ ຫວຽດນາມ ຕາມການສະເໜີຂອງກົງສຸນໃຫຍ່, ເພີ່ມທະວີຄວາມເຂົ້າໃຈ, ແລກປ່ຽນວັດທະນະທຳ, ຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.

​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກໍ່ສ້າງ​ພັກ​ລະຫວ່າງ ​ຫວຽດນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ , ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນແທ່ງເຕີມ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ, ໄດ້ໂອ້ລົມສົນທະນາກັບຄະນະຜູ້ແທນຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ນຳ​ໂດຍ​ສະ​ຫາຍ ບຸນ​ສະ​ດີ ທະ​ນາມມວງ, ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ, ...

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າ​ຮ່ວມ​ມີ​ທ່ານກຳມະການ​ກົມ​ການ​ເມືອງ, ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21290.html

In bài biết