10:59 | 23/10/2025

ຄົ້ນເຫັນ 3 ສວນມໍລະດົກອາຊຽນໃໝ່ ຂອງຫວຽດນາມ

ກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບ ທີ່ສຳນັກງານ ສປຊ ຢ້ຽມຢາມກອງຊ່າງແສງ ເລກ 3 ຂອງຫວຽດນາມ
ເມັກຊິໂກ ແມ່ນປະເທດທີ່ນຳເຂົ້າປາປຶ່ງໃຫຍ່ອັນດັບທີ 3 ຂອງຫວຽດນາມ

ທີ່​ກອງ​ປະຊຸມ​ລັດຖະມົນຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນຄັ້ງ​ທີ 18 (AMME-18) ທີ່​ຈັດ​ຂຶ້ນ​ຢູ່​ລັງກາ​ວີ, ປະ​ເທດ​ມາ​ເລ​ເຊຍ, ຫວຽດນາມ ​ໄດ້​ມີ​ປ່າ​ສະຫງວນ​ແຫ່ງ​ຊາດ​ອີກ 3 ​ແຫ່ງ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ເປັນ “ສວນ​ມໍລະດົກ​ອາ​ຊຽນ”.

“ສວນ​ມໍລະດົກ​ອາ​ຊຽນ” ​ແຫ່ງ​ໃໝ່​ຂອງ​ຫວຽດນາມ 3 ​ແຫ່ງ​ ລວມມີ ປ່າ​ສະຫງວນ​ແຫ່ງ​ຊາດ ປູມາດ(​ເຫງ້ອານ); ເຂດອະນຸລັກວັດທະນະທຳ ແລະ ທຳມະຊາດ (ດົງນາຍ) ແລະ ປ່າສະຫງວນແຫ່ງຊາດ ຊວນທູຍ (ນິງບິ່ງ).

ດ້ວຍການປະກອບ​ຈຳນວນ 12 ສວນ​ມໍລະດົກ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ສວນ​ມໍລະດົກ​ອາ​ຊຽນ ຫຼາຍກວ່າ​ໝູ່​ໃນ​ພາກ​ພື້ນ.

ປ່າສະຫງວນແຫ່ງຊາດ ປູມາດ

​ໂດຍ​ຕັ້ງ​ຢູ່ 3 ​ເມືອງ​ຄື: ແອັງເຊີນ, ກອນ​ກວງ ​ແລະ ເຕືອງ​ເຢືອງ (​ເກົ່າ), ປ່າ​ສະຫງວນ​ແຫ່ງ​ຊາດ ປູມາດ ມີ​ເນື້ອ​ທີ່​ເກືອບ 95.000 ​ເຮັກ​ຕາ, ​ແມ່ນ​ເຂດ​ໃຈກາງ​ຂອງ​ເຂດ​ສະຫງວນ​ຊີວະ​ພາບ ເຫງ້ອ່ານຕາ​ເວັນ​ຕົກ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ເມື່ອ​ປີ 2007.

ຊື່ ປູມາດ ມາຈາກພາສາໄທ, ຊຶ່ງຫມາຍຄວາມວ່າ "ພູສູງ", ສູງສຸດແມ່ນ 1.841 ແມັດ.

ຄົ້ນເຫັນ 3 ສວນມໍລະດົກອາຊຽນໃໝ່ ຂອງຫວຽດນາມ

ລິງໜ້າແດງໃນປ່າສະຫງວນແຫ່ງຊາດ ປູມາດ. (ທີ່ມາ: ຂ່າວພາບຫວຽດນາມ)

ປ່າສະຫງວນແຫ່ງຊາດ ປູມາດ ມີລະບົບນິເວດຂອງພືດ ແລະ ສັດທີ່ຫຼາກຫຼາຍຊະນິດທີ່ສຸດໃນພາກກາງ ໂດຍມີຊະນິດພືດພັນ 2.494 ຊະນິດ ແລະ ສັດ 1.746 ຊະນິດ. ​ໃນ​ນັ້ນ, ມີ​ພືດ ​ແລະ ສັດ​ຫຼາຍ​ຊະ​ນິດ​ທີ່​ໄດ້​ຈົດ​ທະບຽນ​ໃນ​ປຶ້ມ​ແດງ​ ຫວຽດນາມ.

ຈຸດ​ເດັ່ນ​ຂອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ປູ​ມາດ ​ແມ່ນ​ນ້ຳ​ຕົກ​ ແຄແກມ, ສູງ 150 ແມັດ, ຫ່າງ​ຈາກ​ເທດ​ສະ​ບານ​ ກອນກວງ 20 ກິ​ໂລ​ແມັດ, ຖືກ​ປຽບ​ທຽບ​ກັບ “ເສັ້ນ​ໄໝ​ຂາວ” ຢູ່​ກາງ​ປ່າດົງຕືບໜາ. ຈາກ​ຕີນ​ນ້ຳ​ຕົກ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ຊົມ​ນ້ຳ​ຟອງ, ປະ​ສົມ​ກັບ​ສຽງ​ນົກ​ປ່າ ແລະ ບັນ​ຍາ​ກາດ​ເຢັນ​ສະ​ບາຍ.

ບໍ່​ພຽງ​ແຕ່​ທຳ​ມະ​ຊາດ​ເທົ່າ​ນັ້ນ, ປູ​ມາດ ​ຍັງ​ມີ​ຄວາມ​ດຶງ​ດູດ​ໃຈ​ຍ້ອນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ໄທ, ​ເຜົ່າ​ມົ້ງ, ​ແດນ​ລາຍ, ສ້າງ​ໃຫ້​ເຫັນ​ພາບ​ທີ່​ສະຫງ່າ​ຜ່າ​ເຜີຍ ​ແລະ​ ມີ​ລັກ​ສະ​ນະ​ພື້ນ​ເມືອງ.

ເຂດອະນຸລັກທຳ​ມະ​ຊາດ-ວັດ​ທະ​ນະ​ທຳ​ດົງ​ນາຍ

ເຂດອະນຸລັກທໍາມະຊາດ-ວັດທະນະທໍາດົງນາຍ ມີເນື້ອທີ່ປ່າທໍາມະຊາດປະມານ 68.000 ເຮັກຕາ ແລະ ໜອງ ຈິ້ອ່ານ 32.000 ເຮັກຕາ.

ຄົ້ນເຫັນ 3 ສວນມໍລະດົກອາຊຽນໃໝ່ ຂອງຫວຽດນາມ

ນັກ​ທ່ອງ​ທ່ຽວ​ສຳ​ຫຼວດ​ປ່າດົງດິບຢູ່ເຂດອະນຸລັກທຳ​ມະ​ຊາດ-ວັດ​ທະ​ນະ​ທຳ​ດົງ​ນາຍ. (ທີ່ມາ: VNA)

ນີ້ແມ່ນເຂດຫຼັກຂອງເຂດສະຫງວນຊີວະພາບໂລກທີ່ໄດ້ຮັບການຍອມຮັບຈາກອົງການ UNESCO, ແມ່ນ “ປອດສີຂຽວ” ຂອງພາກພື້ນຕາເວັນອອກສຽງໃຕ້, ເປັນທີ່ໂດດເດັ່ນຂອງລະບົບນິເວດທີ່ຫຼາກຫຼາຍ, ເປັນບ່ອນຢູ່ອາໄສຂອງພືດ ແລະ ສັດຫາຍາກຫຼາຍຊະນິດ.

ຕາມສະຖິຕິ, ເຂດສະຫງວນທໍາມະຊາດ-ວັດທະນະທໍາດົງນາຍ ມີທັງໝົດ 1.552 ຊະນິດຂອງພືດຊັ້ນສູງ, 166 ຄອບຄົວ, 95 ຊະນິດ, 10 ໝວດ, ຂຶ້ນກັບ 6 ສາຂາ, ໃນນັ້ນມີ 43 ຊະນິດຢູ່ໃນບັນຊີແດງ IUCN (2015), 36 ຊະນິດຢູ່ໃນປຶ້ມແດງຫວຽດນາມ (2007), 11 ຊະນິດທີ່ຫາຍາກທີ່ສຸດ. ນອກຈາກນັ້ນ, ເຂດອະນຸລັກຍັງມີພືດຢາທີ່ຫາຍາກ ແລະ ລ້ຳຄ່າ 103 ຊະນິດທີ່ຕ້ອງໄດ້ຮັບການປົກປ້ອງແຫຼ່ງພັນທຸກໍາ ແລະ ພັດທະນາ.

ບໍ່ພຽງແຕ່ມີຄວາມຫຼາກຫຼາຍທາງດ້ານຊະນິດພັນພືດເທົ່ານັ້ນ, ເຂດອະນຸລັກທຳ​ມະ​ຊາດ-ວັດ​ທະ​ນະ​ທຳຍັງອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ, ມີ 1.817 ຊະນິດ, ໃນນັ້ນມີ 36 ຊະນິດທີ່ຫາຍາກ, ຢູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້, ພິເສດແມ່ນເປັນຝູງຊ້າງປ່າສຸດທ້າຍຂອງຫວຽດນາມ.

ປ່າສະຫງວນແຫ່ງຊາດ ຊວນຖຸຍ

ຫ່າງຈາກ ຮ່າໂນ້ຍ ປະມານ 160 ກິໂລແມັດ, ປ່າສະຫງວນແຫ່ງຊາດ ຊວນຖຸຍ (ແຂວງ Ninh Binh) ມີເນື້ອທີ່ກວ້າງກວ່າ 7.100 ເຮັກຕາ, ຢູ່ເຂດ Ramsar ແຫ່ງທຳອິດ (ສົນທິສັນຍາສາກົນທີ່ຄວບຄຸມການອະນຸລັກ ແລະ ນຳໃຊ້ສົມຜົນ ແລະ ເໝາະສົມກັບເຂດດິນທາມທີ່ມີຄວາມສຳຄັນຂອງສາກົນ) ຢູ່ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການຮັບຮອງຕັ້ງແຕ່ປີ 1988.

ຄົ້ນເຫັນ 3 ສວນມໍລະດົກອາຊຽນໃໝ່ ຂອງຫວຽດນາມ

ນົກກາງຫົວຊ້ອນໄດ້ຖືກຈັດຢູ່ໃນບັນຊີສີແດງສາກົນໃນຊັ້ນສຽງອັນຕະລາຍ, ໃນແຕ່ລະປີມີພຽງ 40 ຕົວ ເທົ່ານັ້ນ ທີ່ປາກົດຢູ່ໃນປ່າສະຫງວນແຫ່ງຊາດ ຊວນຖຸຍ. (ທີ່ມາ: VNA)

ນີ້​ແມ່ນ​ເຂດ​ດິນ​ທາມ​ອັນ​ລ້ຳ​ຄ່າ​ຢູ່​ປາກ​ແມ່​ນ້ຳ​ແດງ, ສວມບົດບາດ​ເປັນບ່ອນ​ຢຸດ​ເຊົາ​ທີ່​ສຳ​ຄັນ​ຂອງ​ນົກ​ທີ່​ຍ້າຍ​ຖິ່ນ​ຖານ​ສາ​ກົນ​ນັບ​ໝື່ນ​ໂຕ.

ນອກ​ຈາກ​ທຳ​ມະ​ຊາດ​ແລ້ວ, ດິນແດນ​ແຫ່ງ​ນີ້​ຍັງ​ຮັກສາ​ສັນຍາລັກ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ດ້ວຍ​ບັນດາ​ໝູ່​ບ້ານ​ອາຊີບ​ຫັດຖະກຳ, ງານ​ບຸນ​ປະ​ເພນີ, ໝູ່​ບ້ານ​ແຄມ​ທະ​ເລ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ສີສັນ.

ປີ 2004, UNESCO ໄດ້​ຮັບ​ຮອງ​ເຂດ ຊວນຖຸຍ ​ເປັນ​ເຂດ​ຫຼັກ​ຂອງ​ເຂດ​ສະຫງວນ​ຊີວະ​ພາບ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ.

ປັດຈຸບັນ, ນີ້ເປັນຈຸດໝາຍປາຍທາງທີ່ດຶງດູດໃຈສຳລັບຄົນຮັກທຳມະຊາດ, ຢາກສຳຫຼວດລະບົບນິເວດຂອງເຂດດິນທາມ ແລະ ຊົມຝູງນົກທີ່ເຄື່ອນຍ້າຍຝູງໃຫຍ່ທີ່ບິນກັບມາທຸກໆລະດູໜາວ.

ມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດສະແດງໃຫ້ເຫັນນ້ຳໃຈມິດຕະພາບຫວຽດນາມ - ລາວ ມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດສະແດງໃຫ້ເຫັນນ້ຳໃຈມິດຕະພາບຫວຽດນາມ - ລາວ

ຍສໝ - ອົງການ UNESCO ໄດ້ຮັບຮອງເອົາການປັບປຸງເຂດແດນມໍລະດົກທຳມະຊາດໂລກ, ເຊື່ອມຕໍ່ປ່າສະຫງວນແຫ່ງຊາດ ຟອງຍາ- ແກບາງ (ຫວຽດນາມ) ແລະ ປ່າສະຫງວນແຫ່ງຊາດ ຫີນນຳໂນ (ລາວ) ຢ່າງເປັນທາງການ, ກາຍເປັນມໍລະດົກໂລກຂ້າມຊາຍແດນແຫ່ງທຳອິດລະຫວ່າງສອງປະເທດ.

ໂຄສະນາບົດເພງພື້ນເມືອງ ກວານຮໍ່ ບັກນິງ ຢູ່ ເຢຍລະມັນ ໂຄສະນາບົດເພງພື້ນເມືອງ ກວານຮໍ່ ບັກນິງ ຢູ່ ເຢຍລະມັນ

ຍສໝ - ວັນທີ 12 ເມສາ, ຢູ່ສູນຈັດຕັ້ງເຫດການ Berlin (ເຢຍລະມັນ) ໄດ້ດຳເນີນລາຍການສິລະປະທີ່ດີເດັ່ນ “ວັດທະນະທຳຫວຽດນາມ - ສິ່ງຍອດຢ້ຽມມໍລະດົກ ກິ່ງບັກ” ຂອງໂຮງລະຄອນເພງພື້ນເມືອງ ກວານຮໍ່ ບັກນິງ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21282.html

In bài biết