ນັກການທູດຍິງກັບຊຸດເສື້ອຍາວ ຫວຽດນາມ - ເຊີດຊູຄວາມສວຍງາມ, ສີສັນວັດທະນະທຳຂອງຫວຽດນາມ
| ມອບຂອງຂວັນ ຊຸດເສື້ອຍາວ ໃຫ້ແມ່ຍິງ ຫວຽດນາມ ຢູ່ເຂດ Kansai, ຍີ່ປຸ່ນ | |
| ຊຸດເສື້ອຍາວ ຫວຽດນາມ ອວດອ້າງຄວາມງາມຢູ່ງານບຸນວັດທະນະທຳ Canberra ຄັ້ງທີ 25 |
![]() |
| ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ໄດ້ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນທີ່ເຂົ້າຮ່ວມລາຍການ. |
ເຂົ້າຮ່ວມລາຍການ, ໂດຍຕາງໜ້າຝ່າຍກະຊວງການຕ່າງປະເທດ ແລະ ເຄືອຂ່າຍບັນດານັກການທູດແມ່ຍິງ ຫວຽດນາມ ໄດ້ມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ; ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານເຄືອຂ່າຍບັນດານັກການທູດແມ່ຍິງ ຫວຽດນາມ; ສະຫາຍ ຫງວຽນຊວນແອງ, ຮອງເລຂາຄະນະພັກກະຊວງການຕ່າງປະເທດ; ສະຫາຍ ເລທິຮົ່ງເວີນ, ຫົວໜ້າກົມການຕ່າງປະເທດ ແລະ ການທູດວັດທະນະທຳ. ນອກຈາກນັ້ນ, ຍັງມີບັນດາທ່ານນາງເອກອັກຄະລັດຖະທູດ, ຜູ້ຕາງໜ້າການນຳບັນດາຫົວໜ່ວຍ ແລະ ພະນັກງານ-ລັດຖະກອນ ແມ່ຍິງ ເຂົ້າຮ່ວມຢ່າງຫລວງຫລາຍ.
ຕາງໜ້າໃຫ້ສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ, ລາຍການໄດ້ເປັນກຽດໄດ້ໃຫ້ການຕ້ອນຮັບທ່ານ ປອ ດັ້ງທິບິກລຽນ, ປະທານສະມາຄົມ, ອະດີດຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ; ທ່ານນາງ ຫງວຽນທິແທ່ງເຕີມ, ຮອງຜູ້ອໍານວຍການກອງທຶນໜູນຊ່ວຍການອະນຸລັກມໍລະດົກວັດທະນະທໍາຫວຽດນາມ, ຮອງປະທານຖາວອນຂອງສະມາຄົມ, ພ້ອມກັບບັນດາຮອງປະທານ ແລະ ສະມາຊິກຂອງສະມາຄົມ 100 ກວ່າທ່ານ.
![]() |
| ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮ່ວາງຢາງ ກ່າວຄຳປາໄສທີ່ກອງປະຊຸມ. (ພາບ: Thanh Long) |
ກ່າວຄຳປາໄສທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ດັ້ງຮ່ວາງຢາງ ໄດ້ສົ່ງຄຳອວຍພອນອັນດີງາມໄປຍັງບັນດາການນຳຄະນະ, ສາຂາ, ສະມາຄົມ ແລະ ພະນັກງານຍິງທຸກຄົນຂອງຂະແໜງການທູດຫວຽດນາມ.
ທ່ານຮອງນາຍົກລັດຖະມົນຕີ ຢືນຢັນວ່າ ແມ່ຍິງຫວຽດນາມ ຍາມໃດກໍພ້ອມກັບປະເທດຊາດຜ່ານຜ່າທຸກຍຸກສະໄໝ, ນັບແຕ່ການສ້າງຕັ້ງປະເທດ ແລະ ປົກປັກຮັກສາປະເທດຊາດ ຈົນເຖິງການສ້າງສາ ແລະ ພັດທະນາປະເທດຊາດ. ການປະກອບສ່ວນຂອງເຂົາເຈົ້າ, ໂດຍສະເພາະແມ່ນບັນດານັກການທູດຍິງ, ມີຄຸນຄ່າປະຫວັດສາດອັນໝັ້ນຄົງ ແລະ ຈະຄົງຢູ່ຕະຫຼອດໄປ.
![]() |
| ທ່ານນາງ ປອ ດັ້ງທິບິກລຽນ, ປະທານສະມາຄົມວັດທະນະທຳຊຸດເສື້ອຍາວ ຫວຽດນາມ ກ່າວຄຳປາໄສທີ່ລາຍການ. (ພາບ: Thanh Long) |
ກໍ່ຄືໃນລາຍການ, ທ່ານນາງ ດັ້ງທິບິກລຽນ, ປະທານສະມາຄົມວັດທະນະທຳຊຸດເສື້ອຍາວ ຫວຽດນາມ ໄດ້ສະແດງຄວາມຮູ້ສຶກ ແລະ ຄວາມພາກພູມໃຈເມື່ອໄດ້ເຫັນພາບພົດບັນດານັກການທູດຍິງນຸ່ງຊຸດເສື້ອຍາວ ຫວຽດນາມ. ທ່ານ ປອ ກໍ່ເນັ້ນໜັກວ່າ ຊຸດເສື້ອຍາວບໍ່ພຽງແຕ່ແມ່ນຊຸດອາພອນເທົ່ານັ້ນ, ຫາກຍັງແມ່ນຜົນງານວັດທະນະທຳທີ່ມີຊີວິດຊີວາ, ບັນຈຸຍອດແຍ່ຄວາມສາມັກຄີລະຫວ່າງປະເພນີ ແລະ ທັນສະໄໝ, ລະຫວ່າງສີສັນ ແລະ ການເຊື່ອມໂຍງ.
![]() |
| ທ່ານນາງ ເລທິຮົ່ງເວີນ, ຫົວໜ້າກົມການຕ່າງປະເທດ ແລະ ການທູດວັດທະນະທຳ ໄດ້ສົ່ງຄຳຂອບໃຈມາຍັງສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ. (ພາບ: Thanh Long) |
ຕາງໜ້າໃຫ້ບັນດາພະນັກງານຍິງ, ສະຫາຍ ເລທິຮົ່ງເວີນ, ຫົວໜ້າກົມການຕ່າງປະເທດ ແລະ ການທູດວັດທະນະທຳ ໄດ້ສະແດງຄວາມພາກພູມໃຈຕໍ່ພາບພົດຂອງນັກການທູດຍິງຫວຽດນາມ ທີ່ມີຄວາມໝັ້ນໃຈ ແລະ ອ່ອນໂຍນໃນຊຸດເສື້ອຍາວພື້ນເມືອງ.
ທ່ານຢືນຢັນວ່າ ນັກການທູດຍິງບໍ່ພຽງແຕ່ແມ່ນຂົວເຊື່ອມຕໍ່ຂອງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ຫາກຍັງແມ່ນເອກອັກຄະລັດຖະທູດວັດທະນະທຳ, ປະກອບສ່ວນໂຄສະນາເຜີຍແຜ່ສີສັນ ແລະ ຄວາມງາມຂອງຫວຽດນາມ ໄປສູ່ໂລກ. ສະຫາຍກໍ່ສົ່ງຄຳຂອບໃຈຢ່າງຈິງໃຈ ຕໍ່ການເອົາໃຈໃສ່ ແລະ ຊີ້ນຳຢ່າງໃກ້ສິດຂອງບັນດາການນຳກະຊວງການຕ່າງປະເທດ, ການປະສານງານຂອງສະມາຄົມວັດທະນະທຳຊຸດເສື້ອຍາວຫວຽດນາມ, ພ້ອມກັບຄວາມຮັກແພງ ແລະ ການສະໜັບສະໜູນຂອງບັນດາເອກອັກຄະລັດຖະທູດ, ເພື່ອນຮ່ວມງານ, ບັນດານັກອອກແບບ ແລະ ນັກສິລະປະກອນທີ່ໄດ້ປະກອບສ່ວນເຂົ້າໃນຜົນສຳເລັດຂອງລາຍການ.
![]() |
| ຊຸດສະສົມດ້ວຍຫົວຂໍ້ “Heritage in Hanoi” ຂອງນັກອອກແບບ ແອັງທື – ເຄື່ອງໝາຍ ຊຸດເສື້ອຍາວ ເງິນອ່ານ ໄດ້ສະແດງໂດຍບັນດານັກການທູດຍິງຈາກກົມກົງສຸນ, ສະຖາບັນການທູດ, ກົມອາຊີຕາເວັນອອກສ່ຽງເໜືອ. (ພາບ: Thanh Long) |
ຈຸດພົ້ນເດັ່ນຂອງລາຍການປີນີ້ ແມ່ນການປະສົມປະສານທີ່ເປັນເອກະລັກຂອງການສະແດງແຟຊັນ ແລະ ການທູດວັດທະນະທຳ, ດ້ວຍການເຂົ້າຮ່ວມຂອງບັນດານັກອອກແບບທີ່ມີຊື່ສຽງ ແລະ ການສະແດງຂອງບັນດາພະນັກງານຍິງຂອງກະຊວງການຕ່າງປະເທດ. 3 ຊຸດສະສົມຊຸດເສື້ອຍາວທີ່ວາງສະແດງລວມມີ: “Heritage in Hanoi” ຂອງນັກອອກແບບ ແອັງທື - ຍີ່ຫໍ້ຊຸດເສື້ອຍາວ ເງິນອ່ານ, “ຫວຽດນາມ Gam Hoa” ຂອງນັກອອກແບບ ຫງວຽນລານວີ, ແລະ “Sac Nui” ຂອງນັກອອກແບບ ຮານເຟື້ອງ - ຍີ່ຫໍ້ຊຸດເສື້ອຍາວ ຫວຽດເຟືອງ.
ການສົມທົບກັນອັນລະອຽດອ່ອນຂອງບັນດານາງແບບອາຊີບ ແລະ ບັນດານັກການທູດຍິງບໍ່ພຽງແຕ່ສ້າງຄວາມສະແດງທີ່ໜ້າປະທັບໃຈເທົ່ານັ້ນ, ຫາກຍັງສົ່ງສານຢ່າງເຂັ້ມແຂງຄື: ການທູດຍິງຫວຽດນາມ ບໍ່ພຽງແຕ່ແມ່ນການທູດຕ່າງປະເທດເທົ່ານັ້ນ ຫາກຍັງແມ່ນການທູດວັດທະນະທຳ, ປະກອບສ່ວນເຜີຍແຜ່ຄວາມງາມຂອງຊຸດເສື້ອຍາວຫວຽດນາມ ເຖິງເພື່ອນມິດສາກົນອີກດ້ວຍ.
![]() |
| ຄວາມງາມອີກອັນໜຶ່ງຂອງຫວຽດນາມ ຜ່ານຊຸດສະສົມ “Sac Nui” ຂອງນັກອອກແບບ ຮານເຟື້ອງ– ຍີ່ຫໍ້ ຊຸດເສື້ອຍາວ Viet Phuong. (ພາບ: Thanh Long) |
ທີ່ການພົບປະແລກປ່ຽນ, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານເຄືອຂ່າຍບັນດານັກການທູດແມ່ຍິງ ຫວຽດນາມ ໄດ້ແບ່ງປັນຢ່າງເລິກເຊິ່ງກ່ຽວກັບບົດບາດ ແລະ ຮູບພາບຂອງນັກການທູດຍິງໃນຊຸດເສື້ອຍາວຢູ່ບັນດາເວທີປາໄສການທູດຫຼາຍຝ່າຍ. ທ່ານນາງເອກອັກຄະລັດຖະທູດຢືນຢັນວ່າ ຊຸດເສື້ອຍາວບໍ່ພຽງແຕ່ແມ່ນຊຸດອາພອນປະຈຳຊາດເທົ່ານັ້ນ ຫາກຍັງແມ່ນເຄື່ອງໝາຍວັດທະນະທຳ, ສະແດງໃຫ້ເຫັນສີສັນ ແລະ ຄຸນນະພາບຂອງແມ່ຍິງ ຫວຽດນາມ ໃນເວທີສາກົນ.
![]() |
| ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ແບ່ງປັນເລື່ອງລາວກ່ຽວກັບພາບພົດຂອງຊຸດເສື້ອຍາວ ຍາມໃດກໍ່ຕິດພັນກັບບັນດານັກການທູດຍິງ ຫວຽດນາມ ເມືອເຮັດວຽກຢູ່ຕ່າງປະເທດ. (ພາບ: Thanh Long) |
ໃນສິ້ນສຸດຂອງລາຍການ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ແລະ ຮອງເລຂາຄະນະພັກກະຊວງການຕ່າງປະເທດ ຫງວຽນຊວັນແອັງ ໄດ້ມອບຊໍ່ດອກໄມ້ທີ່ສວຍງາມທີ່ສຸດໃຫ້ບັນດານັກການທູດຍິງ, ບັນດາພະນັກງານຂອງສະມາຄົມຊຸດເສື້ອຍາວ ຫວຽດນາມ ແລະ ບັນດານັກອອກແບບທີ່ເຂົ້າຮ່ວມຂອງລາຍການ.
ດ້ວຍຫົວຂໍ້ວ່າ “ນັກການທູດຍິງກັບຊຸດເສື້ອຍາວຫວຽດນາມ”, ລາຍການສະເຫຼີມສະຫຼອງໄດ້ປະກອບສ່ວນເພື່ອແນໃສ່ເຊີດຊູຄວາມງາມ ແລະ ການປະກອບສ່ວນຂອງນັກການທູດຍິງຫວຽດນາມ, ພ້ອມທັງໂຄສະນາພາບພົດຊຸດເສື້ອຍາວພື້ນເມືອງໃຫ້ແກ່ໂລກ, ຢັ້ງຢືນຢ່າງເລິກເຊິ່ງເຖິງບັນດາຄຸນຄ່າວັດທະນະທຳ ແລະ ສີສັນແຫ່ງຊາດຂອງຫວຽດນາມ.
| ເກືອບຈະໄຂເປີດເຄືອຂ່າຍການສອນພາສາ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຍສໝ - ນີ້ແມ່ນຂໍ້ມູນໄດ້ຍົກອອກທີ່ພິທີປິດຊຸດອົບຮົມ “ວິທີສອນພາສາຫວຽດນາມ ໃຫ້ເດັກນ້ອຍຫວຽດນາມ ຢູ່ຕ່າງປະເທດ” ໂດຍກົງສູນໃຫຍ່ຫວຽດນາມ ປະຈຳ Fukuoka (ຍີ່ປຸ່ນ) ສົມທົບກັບເຄືອຂ່າຍສອນພາສາຫວຽດນາມ ແລະ ອະນຸລັກຮັກສາວັດທະນະທຳ ຫວຽດນາມ, ໂດຍມີການເຂົ້າຮ່ວມຂອງຄູອາຈານ 500 ກວ່າຄົນທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນ. |
| Happy Streets Festival 2025 ຢູ່ ລອນດອນ: ເຜີຍແຜ່ສີສັນວັດທະນະທຳຫວຽດນາມ ຍສໝ- ວັນທີ 5 ກໍລະກົດ, ໃນຂອບເຂດຂອງງານບຸນຖະໜົນ Festival Streets Happy 2025 - ເຫດການປະຈໍາປີທີ່ຟົດຟື້ນຢູ່ ລອນດອນ ໄດ້ໂຮມສຸມ 20 ປະຊາຄົມສາກົນທີ່ອາໄສຢູ່ລາຊະອານາຈັກ ອັງກິດ - ຄະນະສິລະປະຂອງສະມາຄົມແມ່ຍິງ ແລະ ເດັກນ້ອຍຫວຽດນາມ ຢູ່ ອັງກິດ ເຂົ້າຮ່ວມເປັນຄັ້ງທຳອິດ ແລະ ໄດ້ນໍາເອົາລາຍການສະແດງທີ່ເປັນເອກະລັກສະເພາະ, ... |
ແທັງຮັ່ງ






