80 ປີ ຂະແໜງການຕ່າງປະເທດ ລາວ ແລະ ຫວຽດນາມ ຮັບໃຊ້ປະເທດຊາດ ແລະ ເພີ່ມພູນຄູນສ້າງສາຍພົວພັນນັບມືນັບຂະຫຍາຍຕົວ
ປີ 2025, ຂະແໜງການຕ່າງປະເທດ ລາວ-ຫວຽດນາມ, ຫວຽດນາມ- ລາວ ລ້ວນແຕ່ຈະສະເຫລີມສະຫລອງ ວັນສ້າງຕັ້ງຄົບຮອບ 80 ປີ, ໃນນັ້ນ ວັນທີ 28/8/1945 ແມ່ນວັນມູນເຊື້ອ ຂອງຂະແໜງການການທູດຫວຽດນາມ ແລະ ວັນທີ 12/10/1945 ແມ່ນວັນການທູດລາວ. ຕະຫລອດ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ, ຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ, ລາວ-ຫວຽດນາມ ລ້ວນແຕ່ມີການປະກອບສ່ວນທີ່ສຳຄັນ ເຂົ້າໃນພາລະກິດປະຕິວັດ ຂອງແຕ່ລະປະເທດ ແລະ ເປັນຂົວຕໍ່ອັນສຳຄັນ ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ລາວ-ຫວຽດນາມ; ເພື່ອສະເຫລີມສະຫລອງ ເຫດການທີ່ສຳຄັນຂອງຂະແໜງ ການຕ່າງປະເທດ ຫວຽດນາມ- ລາວ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ ຫງວຽນ ມິງ ເຕີມ ມີບົດຂຽນ “80ປີ, ຂະແໜງການຕ່າງປະເທດ ຫວຽດນາມ ແລະ ລາວ ຮັບໃຊ້ປະເທດຊາດ ແລະ ສາຍພົວພັນ ຫວຽດນາມ-ລາວ”.
![]() |
ທ່ານລັດຖະມົນຕີການຕ່າງປະເທດລາວ ທອງສະຫວັນ ພົມວິຫານ (ຂວາ) ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ເພື່ອອວຍພອນ. (ພາບ: Xuan Tu/VNA). |
ໃນພາລະກິດແຫ່ງການປົດປ່ອຍຊາດ, ພິເສດນັບແຕ່ສອງປະເທດ ສ້າງຕັ້ງສາຍພົວພັນທາງການທູດ ໃນວັນທີ 05/9/1962, ຂະແໜງການຕ່າງປະເທດ ຂອງສອງປະເທດ ກໍໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຢູ່ບັນດາເວທີສາກົນ ກໍຄືການຂົນຂວາຍ ການສະໜັບສະໜູນຂອງສາກົນ, ຢືນຢັນຄວາມຊອບທຳຂອງ ພາລະກິດການປະຕິວັດ ຂອງສອງປະເທດ ຫວຽດນາມ - ລາວ, ລາວ-ຫວຽດນາມ. ສອງຝ່າຍໄດ້ຈັດຕັ້ງ ການເດີນທາງຢ້ຽມຢາມ ແລະ ການພົບປະ ລະຫວ່າງການນຳຂັ້ນສູງສອງພັກ, ສອງລັດເປັນປະຈຳ, ໂດດເດ່ັນແມ່ນ ການເດີນທາງໄປຢ້ຽມຢາມ ຮ່າໂນ້ຍ ຂອງປະທານ ສຸພານຸວົງ (10/1945), ການຢ້ຽມຢາມມິດຕະພາບ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ (1966), ແມ່ນການຢ້ຽມຢາມມິດຕະພາບ ຢ່າງເປັນທາງການຢູ່ເຂດ ປົດປ່ອຍຂອງລາວ ຂອງສະຫາຍເລຂາທີໜຶ່ງ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ (11/1973). ພ້ອມກັບບັນດາກຳລັງ ຕໍ່ສູ້ຢູ່ບັນດາສະໜາມຮົບອື່ນໆ, ການຮ່ວມມື ລະຫວ່າງ ຫວຽດນາມ - ລາວ, ລາວ-ຫວຽດນາມ ຢູ່ສະໜາມຮົບການທູດ ໄດ້ປະກອບສ່ວນສຳຄັນເຂົ້າໃນການປະຕິວັດ ພາລະກິດປົດປ່ອຍຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໄດ້ຮັບໄຊຊະນະຢ່າງສົມບູນໃນປີ 1975.
ພາຍຫລັງໄດ້ຮັບສັນຕິພາບແລ້ວ, ສອງປະເທດທັງຮ່ວມມື ຮຳບາດແຜສົງຄາມ, ທັງຄຽງບ່າຄຽງໄຫລ່ນຳກັນໃນພາລະກິດສ້າງສາ, ປົກປັກຮັກສາ, ພັດທະນາປະເທດຊາດ ແລະ ເຊື່ອມໂຍງສາກົນ. ວັນທີ 18 ກໍລະກົດ 1977, ຫວຽດນາມ ແລະ ລາວ,ລາວ-ຫວຽດນາມ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື, ສົນທິສັນຍາວາງກຳນົດຊາຍແດນຫວຽດນາມ-ລາວ ແລະ ໄດ້ອອກຖະແຫລງການຮ່ວມ ໃນການເດີນທາງມາຢ້ຽມຢາມລາວຂອງສະຫາຍ Le Duan ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ສະຫາຍນາຍົກລັດຖະມົນຕີ ພິມ ວັນ ດົງ (Pham Van Dong). ບັນດາເອກະສານປະຫວັດສາດດັ່ງກ່າວ ໄດ້ຢັ້ງຢືນເຖິງຄວາມຕິດພັນອັນແໜ້ນແຟ້ນ, ຊາຕາກຳຂອງຊາດບໍ່ພຽງ ແຕ່ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ການທ້ອນໂຮມປະເທດຊາດ ເປັນເອກະພາບເທົ່ານັ້ນ, ແຕ່ຍັງເປັນພື້ນຖານທາງດ້ານ ນິຕິກຳທີ່ສຳຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ປັບປຸງ, ພັດທະນາສາຍພົວພັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ, ເພື່ອເອກະລາດ ແລະ ຄວາມວັດທະນາຖາວອນຂອງແຕ່ລະປະເທດ.
ປັດຈຸບັນ, ຫວຽດນາມ ແລະ ລາວ, ລາວ ແລະ ຫວຽດນາມ ພວມກ້າວໄປໃນເສັ້ນທາງ ກໍ່ສ້າງສັງຄົມນິຍົມຢ່າງໜັກແໜ້ນ, ພ້ອມກັນນັ້ນ ກໍໄດ້ມີການເຊື່ອມໂຍງສາກົນຢ່າງກວ້າງຂວາງ. ບັນດາບົດຮຽນປະສົບການ ແລະ ແຜນນະໂຍບາຍ, ຍຸດທະສາດອັນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ແລະ ລາວ ສືບຕໍ່ສາຍພົວພັນພິເສດລະຫວ່າງ ສອງປະເທດເວົ້າລວມ, ສອງຂະແໜງການຕ່າງປະເທດ ຫວຽດນາມ-ລາວ, ລາວ-ຫວຽດນາມ ເວົ້າສະເພາະ. ການພົວພັນດ້ານການເມືອງລະຫວ່າງສອງພັກ, ສອງລັດນັບມື້ສະໜິດຕິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈກັນ, ເປັນຫລັກແຫລ່ງ ກຳນົດທິດລວມ ໃຫ້ແກ່ການຮ່ວມມືຮອບດ້ານ ຂອງສອງຝ່າຍໃນທຸກໆຂົງເຂດວຽກງານ. ການພົບລະຫວ່າງການນຳຂອງພັກ, ລັດ ແລະ ທ້ອງຖິ່ນ, ການແລກປ່ຽນຂໍ້ມູນ, ແລກປ່ຽນປະສົບການ ລະຫວ່າງບັນດາກະຊວງ, ອົງການຂອງພັກ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງສັງຄົມ ແລະ ປະຊາຊົນສອງປະເທດນັບມື້ນັບຟົດຟື້ນ ແລະ ອຸດົມສົມບູນ.
ບົນພື້ນຖານສັນຍາການຮ່ວມ ມືລະຫວ່າງສອງ ກະຊວງການຕ່າງປະເທດໄລຍະ 2021-2025, ສອງຝ່າຍສືບຕໍ່ຮັກສາ ແລະ ເຮັດໃຫ້ບັນດາກົນໄກຮ່ວມມື ລະຫວ່າງສອງກະຊວງ ໄດ້ຮັບການເສີມຂະຫຍາຍກວ່າເກົ່າ ຄື: ກົນໄກປຶກສາຫາລື ດ້ານການເມືອງຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດປະຈຳປີ, ການປຶກສາຫາລືດ້ານ ການເມືອງຂັ້ນຮອງລັດຖະມົນຕີ ການຕ່າງປະເທດ ຫວຽດນາມ-ລາວ ແລະ ບັນດາຮູບການຮ່ວມມື ລະຫວ່າງບັນດາກົມກອງທີ່ກ່ຽວຂ້ອງຄືກົງສຸນ, ວຽກງານຊາຍແດນ, ກະຊວງການຕ່າງປະເທດ, ແລກປ່ຽນຂໍ້ມູນ, ແລກປ່ຽນບົດຮຽນປະສົບການກ່ຽວກັບວຽກງານການທູດ, ກໍ່ສ້າງຂະແໜງການ, ການຮ່ວມມືດ້ານການສຶກສາກໍ່ສ້າງ, ບຳລຸງສ້າງວິຊາສະເພາະ, ຖະແຫລງຂ່າວ, ການຮ່ວມມືຫລາຍຝ່າຍ, ແຜນການເຄື່ອນໄຫວ ວ່າດ້ວຍການເພີ່ມທະວີ ການຮ່ວມມືດ້ານການທູດເສດຖະກິດໄລຍະ 2020-2025… ບັນດາກົນໄກຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນຮັດແໜ້ນເລິກເຊິ່ງ ດ້ານການພົວພັນຮ່ວມມື ລະຫວ່າງຂະແໜງການທູດຫວຽດນາມ ແລະ ລາວ, ລາວ-ຫວຽດນາມ.
ບໍ່ພຽງແຕ່ມີການຮ່ວມມືຮອບດ້ານ ແລະ ກວ້າງຂວາງໃນຂອບເຂດສອງຝ່າຍເທົ່ານັ້ນ, ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່ ແລະ ຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ກໍຍັງໄດ້ຮັບການຢືນຢັນຢ່າງເຂັ້ມແຂງແຮງກ້າ ໃນລະດັບຫລາຍຝ່າຍ. ສອງປະເທດໄດ້ແລກປ່ຽນຂໍ້ມູນ, ສົມທົບດ້ານທັດສະນະ, ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ປະສານຢ່າງແໜ້ນແຟ້ນຢູ່ບັນດາເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ແມ່ນສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງ ຂອງສະຫະປະຊາຊາດ, ສະຫະສະມາຄົມບັນດາ ປະເທດອາຊີຕາເວັນອອກສຽງໃຕ້ (ASEAN) ແລະ ກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ (GMS). ພິເສດ, ສອງຝ່າຍຍາມໃດກໍສະໜັບສະໜູນເຊິ່ງກັນ ແລະ ກັນໃນການຈັດຕັ້ງ ບັນດາເຫດການໃຫຍ່ຂອງສາກົນ, ໂດຍສະເພາະ ແມ່ນການປະຕິບັດສຳເລັດຜົນການດຳລົງຕຳແໜ່ງເປັນປະທານ ASEAN/AIPA ໃນປີ 2016 ແລະ 2024 ຂອງ ສປປ ລາວ; ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ໄດ້ເຂົ້າຮ່ວມເວທີອະນາຄົດອາຊຽນຄັ້ງທຳອິດໃນປີ 2024, ກໍຄືກອງປະຊຸມສຸດຍອດ ການຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍໂລກປີ 2030 (P4G) ຄັ້ງທີ 4 (04/2025). ການຮ່ວມມື ແລະ ປະສານສົມທົບຢ່າງແໜ້ນແຟ້ນ ລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດການຕ່າງປະເທດ ໄດ້ປະກອບສ່ວນຍົກສູງຖາ ນະບົດບາດຂອງລາວ ແລະ ຫວຽດນາມ ໃນພາກພື້ນ ແລະ ສາກົນ, ພ້ອມທັງປະກອບສ່ວນເຂົ້າໃນ ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງປະຊາຄົມອາຊຽນ.
ສາມາດຢືນຢັນໄດ້ວ່າ, ການພົວພັນລະຫວ່າງຂະແໜງການ ຕ່າງປະເທດຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນຫລັກຖານທີ່ເປັນແບບຢ່າງ ໃນການປະສານສົມທົບ ຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ. ໃນໄລຍະຕໍ່ສູ້ກູ້ຊາດ, ຂະແໜງການຕ່າງປະເທດ ຂອງສອງປະເທດໄດ້ປະສານສົມທົບ ຢ່າງແໜ້ນແຟ້ນ ໃນການເຈລະຈາ, ລະດົມການສະໜັບສະໜູນ ຈາກປະຊາຄົມສາກົນ, ແບ່ງປັນຂໍ້ມູນເປັນປະຈຳ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໃນເວລາສັນຕິພາບ, ການທູດຂອງສອງປະເທດ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່, ຊຸກຍູ້ການຮ່ວມມືຮອບດ້ານໃນທຸກຂົງເຂດ. ບັນດາກົນໄກຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດຄື: ການປຶກສາຫາລືດ້ານການເມືອງ, ການປະສານງານຢູ່ບັນດາເວທີ ແລະ ອົງການຈັດຕັ້ງຫລາຍຝ່າຍ, ການຮ່ວມມືລະຫວ່າງ ບັນດາອົງການຜູ້ຕາງໜ້າຢູ່ຕ່າງປະເທດ, ການຮ່ວມມືດ້ານການທູດເສດຖະກິດ ນັບມື້ນັບມີປະສິດທິຜົນ ແລະ ແທດຈິງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການປົກປັກຮັກສາຜົນປະໂຫຍດ ຍຸດທະສາດລວມຂອງສອງປະເທດ.
![]() | ບັນດາເພື່ອນມິດຈີນ ແບ່ງປັນຄວາມຊົງຈຳ ແລະ ຄວາມຮູ້ສຶກໃນໂອກາດວັນຊາດຫວຽດນາມ ຄົບຮອບ 80 ປີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ນັກຂ່າວຂອງວາລະສານຍຸກສະໄໝ ໄດ້ມີໂອກາດໂອ້ລົມກັບເພື່ອນມິດຈີນທີ່ສະໜິດສະໜົມກັບຫວຽດນາມໃນຊຸມປີແຫ່ງການຕໍ່ຕ້ານ ແລະ ໃນວຽກງານປົກປັກຮັກສາ ແລະ ເພີ່ມທະວີມິດຕະພາບໃນທຸກວັນນີ້. ບັນດາບົດລາຍງານທີ່ເປັນມູນເຊື້ອ ແລະ ຄວາມປາດຖະໜາອັນຈິງໃຈຂອງເຂົາເຈົ້າຢືນຢັນອີກເທື່ອໜຶ່ງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະ ສະຖຽນລະພາບລະຫວ່າງສອງປະເທດໃນໄລຍະຍາວນານ. |
![]() | ສະມາຄົມມິດຕະພາບ ເບລາຣຸດຊີ, WWF-ຫວຽດນາມ ອວຍພອນຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ, ສະມາຄົມມິດຕະພາບ ແລະ ພົບປະແລກປ່ຽນວັດທະນະທຳກັບຕ່າງປະເທດ ເບລາຣຸດຊີ, ອົງການສາກົນກ່ຽວກັບການອະນຸລັກທຳມະຊາດຢູ່ຫວຽດນາມ (WWF - ຫວຽດນາມ) ໄດ້ສົ່ງຈົດໝາຍຊົມເຊີຍ, ສະແດງຄວາມເຄົາລົບ, ຄວາມພາກພູມໃຈ ແລະ ຄຳໝັ້ນສັນຍາພ້ອມກັບ ຫວຽດນາມ ໃນເສັ້ນທາງພັດທະນາແບບຍືນຍົງ. |