ສືບຕໍ່ຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ ແລະ GCC
![]() | ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ |
![]() | ຜູ້ທີ່ເຊື່ອມຕໍ່ຂົວທາງການສຶກສາລະຫວ່າງຫວຽດນາມ ແລະ ໂລກ |
![]() |
ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ. (ພາບ: Quang Hoa) |
ທີ່ການໂອ້ລົມທາງໂທລະສັບ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ຫງວຽນມິງຮັ່ງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງທ່ານເລຂາໃຫຍ່ສະພາຮ່ວມມືອ່າວ (GCC) ໃນການຊຸກຍູ້ການຮ່ວມມືລະຫວ່າງ GCC ກັບບັນດາຄູ່ຮ່ວມມື ແລະ ຂອບອົກຂອບໃຈທ່ານເລຂາໃຫຍ່ ທີ່ມີຄວາມຮູ້ສຶກດີຕໍ່ຫວຽດນາມ.
ທ່ານເລຂາໃຫຍ່ GCC ໄດ້ສະແດງຄວາມຊົມເຊີຍ ຫວຽດນາມ ໃນທ່າເຕີບໂຕ ແລະ ບັນດາຜົນງານທີ່ດີເດັ່ນໃນການພັດທະນາເສດຖະກິດ - ສັງຄົມ; ສະແດງຄວາມປະທັບໃຈຕໍ່ການເປັນກຽດທີ່ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ແລະ ຢືນຢັນວ່າ ສ່ວນຕົວຂອງທ່ານເລຂາໃຫຍ່ ແລະ GCC ໂດຍທົ່ວໄປຖືເປັນສຳຄັນການພົວພັນກັບຫວຽດນາມ, ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດຊຸກຍູ້ການພົວພັນໃນໄລຍະຈະມາເຖິງ.
2 ຝ່າຍກໍ່ຮູ້ສຶກດີໃຈວ່າ ການພົວພັນລະຫວ່າງຫວຽດນາມ - GCC ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າ, ພິເສດແມ່ນພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ບັນດາປະເທດ GCC ແລະ ການຢ້ຽມຢາມຂອງບັນດາການນຳ GCC ຢູ່ ຫວຽດນາມ ເມື່ອບໍ່ດົນມານີ້.
ບົນຈິດໃຈນັ້ນ, ສອງຝ່າຍປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ, ພິເສດແມ່ນຍູ້ແຮງຂະບວນການເຈລະຈາສັນຍາການຄ້າເສລີ ຫວຽດນາມ - GCC, ການຄ້າ, ການລົງທຶນ, ການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຊີ, ເພີ່ມທະວີການເຊື່ອມຕໍ່ GCC - ອາຊຽນ, ໃນນັ້ນ ຫວຽດນາມ ພ້ອມແລ້ວທີ່ຈະມີບົດບາດເປັນຂົວຕໍ່, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ພາກພື້ນເລິກເຊິ່ງກວ່າອີກ.
ທ່ານເລຂາໃຫຍ່ GCC ຢືນຢັນຄວາມພ້ອມທີ່ຈະໜູນຊ່ວຍ ຫວຽດນາມ ພັດທະນາລະບົບນິເວດ Halal; ຊຸກຍູ້ບັນດາວິສາຫະກິດ GCC ແລະ ບັນດາແຫຼ່ງທຶນລົງທຶນຊອກຫາກາລະໂອກາດຢູ່ ຫວຽດນາມ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງການມີໜ້າຢູ່ໃນຕະຫຼາດ GCC.
2 ຝ່າຍໄດ້ເຫັນດີຮັກສາການພົບປະແລກປ່ຽນທຸກຂັ້ນເປັນປະຈຳ ແລະ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືບຸລິມະສິດທີ່ກ່າວມານີ້, ເພື່ອຜົນປະໂຫຍດຂອງຫວຽດນາມ, GCC ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມຂອງສອງພາກພື້ນ.
![]() | ຫວຽດນາມ - ອີຢິບ ຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ການພົວພັນຄູ່ຮ່ວມມືຮອບດ້ານ ຍສໝ - ທ່ານປະທານາທິບໍດີ ອີຢິບ Abdel Fattah Al Sisi ຢືນຢັນວ່າ ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເລືອງເກື່ອງ ແມ່ນຂີດໝາຍສຳຄັນ, ເປີດໄລຍະໃໝ່ແຫ່ງການຮ່ວມມືໃນການພົວພັນ 2 ຝ່າຍ. |
![]() | ການຮ່ວມມືດ້ານຄວາມປອດໄພສືບຕໍ່ແມ່ນເສົາຄ້ຳໃນການພົວພັນຫວຽດນາມ - ລາວ ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າຮ່ວມມີທ່ານກຳມະການກົມການເມືອງ, ... |
ມີງດຶກ