10:23 | 17/10/2025

GNI ຊ່ວຍເຫຼືອໃນການຜ່ານຜ່າຜົນກະທົບຈາກພາຍຸໝາຍເລກ 5 ທີ່ແຂວງຮາຕິ້ງ.

GNI ປະກອບສ່ວນໃນການເຜີຍແຜ່ວັດທະນະທໍາການອ່ານໃຫ້ນັກຮຽນ
GNI ສົມທົບເຜີຍແຜ່ຄວາມງາມຂອງຕົ້ນລະດູບານໃໝ່ຢູ່ ຕວຽນກວາງ

ຊຸດການຊ່ວຍເຫຼືອນີ້ມີເປົ້າໝາຍໃນການສ້ອມແປງຫຼັງຄາ ແລະ ເພດານຂອງອາຄານ 14 ຫ້ອງຮຽນ ແລະ ສ່ວນປະກອບອື່ນໆ ເຊັ່ນ ອາຄານພັກນັກຮຽນ, ອາຄານອະເນກປະສົງ, ຫ້ອງຄົວ, ພ້ອມທັງຈັດຫາຄອມພິວເຕີ, ໂທລະພາບ ແລະ ລະບົບລໍາໂພງໃໝ່ໃຫ້ໂຮງຮຽນ. ນອກເໜືອຈາກນັ້ນ, ຍັງໄດ້ມອບ 17 ຊຸດຂອງຂວັນ ປະກອບມີ ຊຸດເຄື່ອງແບບຮຽນລະດູຮ້ອນ - ໜາວ ແລະ ເງິນສົດຈໍານວນ 1.5 ລ້ານດົງ/ຄົນ ໃຫ້ແກ່ນັກຮຽນ 17 ຄົນທີ່ໄດ້ຮັບຜົນກະທົບຫນັກ.

“ບັນດາຂອງຂວັນທີ່ເຕັມໄປດ້ວຍຄວາມໝາຍນີ້ ບໍ່ພຽງແຕ່ຊ່ວຍໃຫ້ພວກເຮົາມີເງື່ອນໄຂໃນການຮຽນທີ່ດີຂຶ້ນ, ແຕ່ຍັງເປັນແຮງບັນດານໃຈອັນອົບອຸ່ນ, ຊ່ວຍໃຫ້ພວກເຮົາຮູ້ວ່າ ຢູ່ໃສໆກໍຍັງມີຜູ້ທີ່ມີນໍ້າໃຈອັນອ່ອນໂຍນ,ໃສ່ໃຈຕໍ່ນັກຮຽນໃນຊຸມຊົນນ້ອຍໆນີ້. ຫວັງວ່າຈະໄດ້ຕ້ອນຮັບຄູ ແລະ ພີ່ໆ GNI ກັບມາຢ້ຽມໂຮງຮຽນ, ເພື່ອໃຫ້ພວກເຮົາໄດ້ໂຊວ໌ໂຮງຮຽນທີ່ສວຍງາມກວ່າ, ເຕັມໄປດ້ວຍສຽງຫົວເຮາະ ແລະ ຄວາມຝັນທີ່ກໍາລັງເຕີບໃຫຍ່,” ນ້ອງ ຫງວຽນທິເຕືອງວີ, ນັກຮຽນຊັ້ນປີທີ 5, ໂຮງຮຽນປະຖົມຊວນອຽນ ແບ່ງປັນ.

GNI ຊ່ວຍເຫຼືອໃນການຜ່ານຜ່າຜົນກະທົບຈາກພາຍຸໝາຍເລກ 5 ທີ່ແຂວງຮາຕິ້ງ.

GNI ມອບຂອງຂວັນໃຫ້ແກ່ນັກຮຽນ. (ຮູບ: GNI)

ຫຼັງຈາກພາຍຸໝາຍເລກ 5 (Kajiki) ໃນທ້າຍສິງຫາ ປີ 2025, ແຂວງຮາຕິ້ງເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຫນັກທີ່ສຸດ ມີພັນບ້ານເຮືອນນັບຫຼັງຖືກພາຍຸພັດຫລຸດຫຼັງຄາ, 47 ໂຮງຮຽນ ແລະ ຫຼາຍໂຄງການຖືກຄວາມເສຍຫາຍຢ່າງຮ້າຍແຮງ. ໂດຍສະເພາະໃນໂຮງຮຽນປະຖົມສຶກສາຊວນອຽນ (ບ້ານຕຽນດຽນ), ຫຼັງຄາຂອງຫ້ອງຮຽນ ຈຳນວນ 14 ຫ້ອງ 2 ຊັ້ນ ຖືກພາຍຸພັດຫາຍໄປທັງໝົດ, ເພດານເຮືອນແຕກແລະຮ້າວ, ອຸປະກອນການສອນຫຼາຍຢ່າງຖືກທຳລາຍໝົດສິ້ນ, ສົ່ງຜົນກະທົບຕໍ່ການສອນແລະການຮຽນຂອງຄູແລະນັກຮຽນ. ໃນ​ສະພາບ​ການ​ດັ່ງກ່າວ, ການ​ຟື້ນ​ຟູ​ສິ່ງ​ອຳນວຍ​ຄວາມ​ສະດວກ​ໃນ​ໂຮງຮຽນ​ກາຍ​ເປັນ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​, ​ຄວາມ​ສະດວກ​ໃນ​ການ​ຮຽນ​ຮູ້​ຂອງ​ນັກຮຽນ.

GNI ຊ່ວຍເຫຼືອໃນການຜ່ານຜ່າຜົນກະທົບຈາກພາຍຸໝາຍເລກ 5 ທີ່ແຂວງຮາຕິ້ງ.

GNI ໄດ້ມອບຊຸດການສະໜັບສະໜູນເພື່ອຟື້ນຟູຄວາມເສຍຫາຍຫຼັງຈາກພາຍຸໝາຍເລກ 5 (Kajiki) ໃຫ້ແກ່ໂຮງຮຽນປະຖົມສຶກສາຊວນອຽນ, ບ້ານຕຽນດຽນ, ແຂວງຮາຕິ້ງ ດ້ວຍງົບປະມານລວມ 770 ລ້ານດົງ. (ຮູບ: GNI)

ຊຸດການສະໜັບສະໜູນນີ້ ບໍ່ພຽງແຕ່ມອບໃຫ້ 519 ນັກຮຽນ ແລະ ຄູອາຈານ ມີສະພາບແວດລ້ອມໃນການຮຽນທີ່ປອດໄພ, ສະດວກສະບາຍຫຼາຍຂຶ້ນ ແຕ່ ຍັງຊ່ວຍຈຸດປະກາຍໃຫ້ເກີດຈິດໃຈມັ່ນ, ຄວາມມຸ່ງມັ້ນຂອງເດັກນ້ອຍໃນການຝ່າຟັນຫຼັງເຫດທຳມະຊາດ. ພ້ອມກັນນັ້ນ, ຜ່ານກິດຈະກຳນີ້ GNI ຍັງຢືນຢັນຄຳມັ້ນສັນຍາທີ່ຈະຢູ່ເຄີຍຂ້າງຄູ່ກັບທ້ອງຖິ່ນຕ່າງໆ ຂອງຫວຽດນາມ ໃນຄວາມພະຍາຍາມສ້າງຊຸມຊົນທີ່ຍືນຍົງ ແລະ ສ້າງໂອກາດໃນການພັດທະນາຢ່າງຮອບດ້ານໃຫ້ແກ່ເດັກນ້ອຍ. ສໍາລັບ GNI ທຸກໆໂຮງຮຽນທີ່ໄດ້ຮັບການຟື້ນຟູ ແມ່ນອີກໜຶ່ງກ້າວທີ່ເລັກ ແຕ່ມີຄວາມໝາຍໃຫຍ່ ໃນເສັ້ນທາງແຫ່ງການສ້າງ “Good Change” — ການປ່ຽນແປງໃນທາງບວກ ເພື່ອຄວາມສຸກຂອງເຊົ້າຮຸ່ນໃໝ່ໃນອະນາຄົດ.

ທຶນການສຶກສາ GNI ຕິດປີກຄວາມໃຝ່ຝັນໃຫ້ແກ່ນັກຮຽນທຸກຍາກ 48 ຄົນຢູ່ ຝູເຖາະ ທຶນການສຶກສາ GNI ຕິດປີກຄວາມໃຝ່ຝັນໃຫ້ແກ່ນັກຮຽນທຸກຍາກ 48 ຄົນຢູ່ ຝູເຖາະ

ຍສໝ - ນັກຮຽນ 48 ຄົນ​ທີ່​ມີ​ສະພາບ​ການ​ຫຍຸ້ງຍາກພິເສດ​​ຢູ່​ໂຮງຮຽນ​ມັດທະຍົມຕອນຕົ້ນ​ ກວາງ​ອຽນ, ຕາ​ແສງ ກວາງ​ອຽນ, ​ເມືອງ ແທັງ​ບາ, ​ແຂວງ ຝູເຖາະ ຫາ​ກໍ່​ໄດ້​ຮັບ​ທຶນ​ສຶກສາ​ຈາກ​ກຸ່ມ​ບໍລິສັດ Shing Tak, ດ້ວຍ​ການ​ເຊື່ອມຕໍ່ຂອງ​ອົງການ Good Neighbors International (GNI).

GNI ມອບຂອງຂວັນກວ່າ 2.100 ພູດໃຫ້ແກ່ເດັກນ້ອຍຢູ່ແຂວງ ແທງຮວາ GNI ມອບຂອງຂວັນກວ່າ 2.100 ພູດໃຫ້ແກ່ເດັກນ້ອຍຢູ່ແຂວງ ແທງຮວາ

ຍສໝ - GNI ໄດ້ມອບຂອງຂວັນແຕ່ລະປີຫຼາຍກ່ວາ 2.100 ພູດໃຫ້ແກ່​ເດັກນ້ອຍອຸປະຖຳຢູ່ 5 ຕາ​ແສງ​ໂຄງການຂຶ້ນກັບ​ເມືອງ​ ວິ້ງ​ລົກ, ​ແຂວງ ແທງ​ຮວາ ​ໃນ 3 ວັນ​ແຕ່​ວັນ​ທີ 26 – 28 ສິງຫາ 2024. ນີ້ແມ່ນການເຄື່ອນໄຫວປະຈຳປີທີ່ນອນໃນແຜນການຂົງເຂດອຸປະຖຳ​ເດັກນ້ອຍ ທີ່ໄດ້ຮັບການຜັນຂະຫຍາຍໂດຍ GNI ນັບແຕ່ປີ 2005 ມາຮອດປັດຈຸບັນ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21258.html

In bài biết