ຫວຽດນາມໄດ້ຮັບເລືອກຕັ້ງຄືນໃໝ່ເຂົ້າສະພາສິດທິມະນຸດຂອງສະຫະປະຊາຊາດອະຍຸການ 2026 – 2028
![]() | ປະຊາຄົມຊາວຫວຽດນາມ ຢູ່ Malta: ມີທ່າແຮງຫຼາຍຢ່າງ ແລະ ທ່າອຽງເຕີບໂຕຢ່າງວ່ອງໄວ |
![]() | ຮອງລັດຖະມົນຕີກະຊວງການຕ່າງປະເທດ ນາງ ເລທິທູຮັ່ງ ຢ້ຽມຢາມປະຊາຄົມຊາວ ຫວຽດນາມ ຢູ່ Cyprus |
ກອງປະຊຸມໃຫຍ່ຄັ້ງທີ 14 ຕຸລາ 2025 ດ້ວຍການເຂົ້າຮ່ວມຂອງ 190 ປະເທດສະມາຊິກທີ່ມີສິດເລືອກຕັ້ງຂອງ ສປຊ, ໄດ້ເລືອກຕັ້ງ 14 ປະເທດສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2026-2028 ເຊິ່ງລວມມີ: ຫວຽດນາມ, ອິນເດຍ, ປາກີສະຖານ, ອີຣັກ, ອີຢິບ, ອາຟຣິກາໃຕ້, Mauritus, ອັງໂກລາ, ແອັດສະໂຕນີ, ສະໂລເວນີ, ຈີເລ, ເອກົວດໍ, ອິຕາລີ ແລະ ອັງກິດ. ຫວຽດນາມ ບັນລຸໄດ້ຄະແນນສຽງສູງສຸດ 180 ສຽງໃນກຸ່ມອາຊີ - ປາຊີຟິກ ທີ່ເປັນສະມາຊິກຂອງສະພາສິດທິມະນຸດ ສປຊ ໄລຍະ 2023-2025 ໄດ້ຮັບການເລືອກຕັ້ງຄືນໃໝ່ໃນໄລຍະ 2026-2028.
![]() |
ເພື່ອນມິດສາກົນສະແດງຄວາມຊົມເຊີຍຕໍ່ຫວຽດນາມ ທີ່ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດສະໄໝທີ 2026-2028. |
ໝາກຜົນການເລືອກຕັ້ງຄັ້ງນີ້ ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະ ຕີລາຄາສູງຂອງບັນດາສະມາຊິກ ສະຫະປະຊາຊາດ ຕໍ່ກັບບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມອັນໜັກແໜ້ນຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ພ້ອມກັບບັນດາການປະກອບສ່ວນ ແລະ ຂໍ້ລິເລີ່ມຂອງ ຫວຽດນາມ ໃນບົດບາດເປັນສະມາຊິກສະພາສິດທິມະນຸດ ສປຊ ໄລຍະ 2023 – 2025. ພ້ອມກັນນັ້ນ, ສິ່ງດັ່ງກ່າວຍັງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຄົມໂລກຕໍ່ນະໂຍບາຍການຕ່າງປະເທດທີ່ເປີດກ້ວາງຂອງຫວຽດນາມ, ມານະພະຍາຍາມເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນບັນດາກົນໄກຫຼາຍຝ່າຍ, ບັນລຸໄດ້ທີ່ຕັ້ງຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ແລະ ຮັບຮູ້ທີ່ຕັ້ງນັບມື້ນັບແໜ້ນແຟ້ນຂອງຫວຽດນາມ ໃນຖານະເປັນສະມາຊິກທີ່ຕັ້ງໜ້າ ແລະ ຄູ່ຮ່ວມມືທີ່ໜ້າເຊື່ອຖືຂອງສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ.
ໃນຖານະເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດຄັ້ງທີ 3, ຫວຽດນາມ ຈະສືບຕໍ່ຊຸກຍູ້ 8 ຂົງເຂດບຸລິມະສິດກ່ຽວກັບການຍົກສູງປະສິດທິຜົນຂອງສະພາສິດທິມະນຸດ, ຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ ແລະ ການຫັນເປັນດິຈິຕອລ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ປົກປັກຮັກສາບັນດາກຸ່ມດ້ອຍໂອກາດ, ສິດສຸຂະພາບ, ສິດເຮັດວຽກ, ສິດທິມະນຸດ ແລະ ສິດສຶກສາ. ຫວຽດນາມ ຈະສືບຕໍ່ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ, ແກ້ໄຂບັນດາຄວາມກັງວົນລວມກ່ຽວກັບສິດທິມະນຸດ ດ້ວຍຈິດໃຈ "ເຄົາລົບ ແລະ ເຂົ້າໃຈ - ການປຶກສາຫາລື ແລະ ການຮ່ວມມື - ສິດທິມະນຸດທັງຫມົດສໍາລັບປະຊາຊົນທັງຫມົດ".
![]() |
ຫວຽດນາມ ແມ່ນປະເທດດຽວໃນອາຊີ - ປາຊີຟິກ ປະເທດດຽວທີ່ໄດ້ເຂົ້າເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ແລະ ໄດ້ຮັບການເລືອກຕັ້ງຄືນໃໝ່ອາຍຸການ 2026 – 2028. |
ເມື່ອສະໝັກເຂົ້າເປັນສະມາຊິກສະພາສິດທິມະນຸດອາຍຸການ 2026-2028, ຫວຽດນາມ ຍັງໄດ້ໃຫ້ຄຳໝັ້ນສັນຍາສະໝັກໃຈ 12 ຂໍ້ໃນຫຼາຍຂົງເຂດສິດທິມະນຸດ ແລະ ຈະປະຕິບັດບັນດາຄຳໝັ້ນສັນຍາດັ່ງກ່າວຢ່າງຕັ້ງໜ້າ. ບັນດາຄຳໝັ້ນສັນຍາດັ່ງກ່າວບໍ່ພຽງແຕ່ຕິດພັນກັບຂໍ້ລິເລີ່ມຂອງສະພາສິດທິມະນຸດ ສປຊ ແລະ ບັນດາກົນໄກສິດທິມະນຸດໃນພາກພື້ນເທົ່ານັ້ນ, ຫາກຍັງຢູ່ໃນຂະບວນການປະຕິບັດຂໍ້ສະເໜີແນະທີ່ຫວຽດນາມໄດ້ຮັບເອົາພາຍໃຕ້ການກວດກາຮອບເວລາສາກົນ (UPR) ຮອບທີ IV ຫຼືຈາກຄະນະກຳມະການສົນທິສັນຍາສິດທິມະນຸດທີ່ຫວຽດນາມເຂົ້າເປັນສະມາຊິກ. ບັນດາຄຳໝັ້ນສັນຍາສະໝັກໃຈຂອງ ຫວຽດນາມ ກໍ່ຕິດພັນກັບບັນດາວຽກງານທີ່ຖືເປັນສຳຄັນຍຸດທະສາດ, ຮຽກຮ້ອງບັນດາບາດກ້າວບຸກທະລຸເພື່ອນຳປະເທດຊາດກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍເປົ້າໝາຍກາຍເປັນປະເທດທີ່ພັດທະນາ, ມີລາຍຮັບສູງໃນປີ 2045; ໂດຍສະເພາະແມ່ນວຽກງານກໍ່ສ້າງລັດປົກຄອງດ້ວຍກົດໝາຍ, ການປະຕິຮູບກົດໝາຍ, ການເຊື່ອມໂຍງເຂົ້າກັບສາກົນ, ການປະດິດສ້າງ ແລະ ການຫັນປ່ຽນດີຈີຕອນ...
ອາຍຸການເປັນສະມາຊິກຂອງສະພາສິດທິມະນຸດ ສປຊ 026-2028 ຈະເລີ່ມໃນວັນທີ 1 ມັງກອນ 2026.
![]() | ປະຊາຄົມຊາວຫວຽດນາມ ຢູ່ເຊເນການ ແມ່ນພາກສ່ວນໜຶ່ງຂອງປະເທດຊາດທີ່ຂາດບໍ່ໄດ້. ຍສໝ - ນັ້ນແມ່ນຄຳເຫັນຂອງທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ທີ່ການພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ເຊເນການ, ໄດ້ດຳເນີນໃນຕອນບ່າຍວັນທີ 22 ກໍລະກົດ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ເຊເນການ ຢ່າງເປັນທາງການ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ Samba Dang ຮອງປະທານສະພາແຫ່ງຊາດ ເຊເນການ. |
![]() | ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາງຮ້ຽບ ໄດ້ຮັບການແຕ່ງຕັ້ງເປັນປະທານສະມາຄົມມິດຕະພາບ ແລະ ການຮ່ວມມືຫວຽດນາມ - ບຣາຊິນ ອາຍຸການ 2025-2030. ຍສໝ - ວັນທີ 15 ກໍລະກົດນີ້, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ບຣາຊິນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 3 ອາຍຸການ 2025-2030. ທ່ານ ຫງວຽນຮ່ວາງຮ້ຽບ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມອາຍຸການໃໝ່. |
ມີງດຶກ