10:20 | 15/10/2025

ງານ​ຕະຫຼາດ​ນັດລະ​ດູ​ໃບ​ໄມ້ຫຼົ່ນ 2025 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 25 ຕຸ​ລາ

ທ່ານນາງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ ຄຳເພົາ ​ເອີນ​ທະ​ວັນ: ຫວຽດ​ນາມ​ຢືນ​ຢັນທີ່ຕັ້ງດ້ວຍຄວາມ​ຕັ້ງ​ໜ້າ​ອັນ​ແຮງ​ກ້າ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ທີ່​ຈະ​ລຸກ​ຂຶ້ນ..
ຫວຽດ​ນາມ - ລາວ ນຳ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ພະ​ລັງ​ງານ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ໃນກອງປະຊຸມຖະແຫຼງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ໄດ້ດຳເນີນໃນຕອນບ່າຍວັນທີ 14 ຕຸລາ, ຄະນະຈັດຕັ້ງໃຫ້ຮູ້ວ່າ ເຫດການຈະດຳເນີນແຕ່ວັນທີ 25 ຕຸລາ ຫາວັນທີ 4 ພະຈິກ, ຢູ່ສູນວາງສະແດງ ຫວຽດນາມ (VEC), ນະຄອນຮ່າໂນ້ຍ.

ງານ​ຕະຫຼາດ​ນັດລະ​ດູ​ໃບ​ໄມ້ຫຼົ່ນ 2025 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 25 ຕຸ​ລາ
ກອງປະຊຸມຖະແຫຼງຂ່າວ ກ່ຽວກັບງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025. (ພາບ: vov.vn)

ງານຕະຫຼາດນັດ ມີການເຂົ້າຮ່ວມຂອງ 34 ແຂວງ, ນະຄອນ; ບັນດາກະຊວງ, ຂະແໜງການສູນກາງ, ພ້ອມດ້ວຍວິສາຫະກິດ, ສະຫະພັນ ແລະກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ແລະໂລກນັບພັນແຫ່ງ. ດ້ວຍຫົວຂໍ້ “ເຊື່ອມຕໍ່ຜູ້ບໍລິໂພກກັບການຜະລິດ, ດຳເນີນທຸລະກິດ” ຂອງງານຕະຫຼາດນັດ ໄດ້ສະແດງໃຫ້ເຫັນຈິນຕະນາການມະນຸດສະທໍາ ແລະ ວິໄສທັດພັດທະນາຍາວນານ - ຖືມະນຸດເປັນໃຈກາງ ແລະ ກຳລັງໜູນຂອງພື້ນຖານເສດຖະກິດ.

ທ່ານ ຫວູບ໊າຝຸ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ໃຫ້ຮູ້ວ່າ: ງານຕະຫຼາດນັດລະດູໃບໄມ້ຫຼົ່ນປີ 2025 ແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ເຂດວາງສະແດງທັນສະໄໝທີ່ສຸດ, ຜະລິດຕະພັນມີຄວາມຫຼາກຫຼາຍ ແລະຄຸນນະພາບສູງທີ່ສຸດ ດ້ວຍຫຼາຍລາຍການທີ່ດູດດື່ມ ແລະໂປຼໂມຊັນດີທີ່ສຸດ. “ນີ້ແມ່ນເຫດການສົ່ງເສີມການຄ້າເສດຖະກິດການລົງທຶນຢູ່ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ມີຄວາມແຕກຕ່າງກັນ, ນັ້ນແມ່ນ: ກ່ຽວກັບປະລິມານວິສາຫະກິດເຂົ້າຮ່ວມງານຕະຫຼາດນັດ. ໄລ່ມາຮອດປັດຈຸບັນ, ຄະນະຈັດຕັ້ງຮັບຮູ້ມີການຈົດທະບຽນເຂົ້າຮ່ວມຂອງວິສາຫະກິດ 2.500 ແຫ່ງ, ໃນນັ້ນມີປະມານ 100 ວິສາຫະກິດທີ່ມາຈາກບັນດາປະເທດໃນໂລກ, ເຊັ່ນ: ເອີຣົບ ແມ່ນ ຝລັ່ງ, ແບນຊິກ, ໂຮນລັງ, ໂອຕຣິດ, ສະວິດ… ພ້ອມດ້ວຍບັນດາປະເທດໃນພາກພື້ນອາຊີ ຄື: ຈີນ, ບັນດາປະເທດອາຊຽນ, ອົດສະຕາລີ ແລະ ນິວຊີແລນ”.

ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025 ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025

ຍສໝ - ວັນ​ທີ 17 ກໍລະກົດ 2025, ຢູ່​ນະຄອນຫຼວງ​ວຽງ​ຈັນ, ລາວ ໄດ້ໄຂ​ເປີດງານຕະຫຼາດນັດສິນຄ້າ​ຫວຽດນາມ - ລາວ 2025 (VIETLAO EXPO 2025). ນີ້​ແມ່ນ​ເຫດການ​ສົ່ງ​ເສີມ​ການ​ຄ້າ​ໃຫຍ່​ທີ່​ສຸດ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ແລະ ກະຊວງ​ອຸດສາຫະກຳ​ການ​ຄ້າ​ລາວ ເປັນປະທານຮ່ວມ, ມອບ​ໝາຍ​ໃຫ້​ກົມ​ສົ່ງ​ເສີມ​ການ​ຄ້າ​ສອງ​ປະ​ເທດ​ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ນັບ​ແຕ່​ປີ 2007 ​ເປັນ​ຕົ້ນ​ມາ.

ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ ວັນ​ທີ 2 ກັນ​ຍາ: ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ພ້ອມ​ກັບ​ເພື່ອນ​ມິດ​ສາ​ກົນ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​​ທີ່​ຄົງ​ຕົວ ຂອງ​ເອ​ກະ​ລາດ ແລະ ເສ​ລີ​ພາບ

ຍສໝ - ພິທີສະເຫຼີມສະຫຼອງວັນຊາດວັນທີ 2 ກັນຍາອີກຄັ້ງໜຶ່ງໄດ້ຢັ້ງຢືນຄວາມໝາຍທີ່ຍິ່ງໃຫຍ່ນັ້ນ, ເຊີດຊູບັນດາຜົນສຳເລັດຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ສ້າງສາ ແລະ ປົກປັກຮັກສາປະເທດຊາດກໍຄື ພາລະກິດແຫ່ງການປ່ຽນແປງໃໝ່ເພື່ອມີຫວຽດນາມ ທີ່ພວມກ້າວເຂົ້າສູ່ສັງກາດບຸກບື່ນພັດທະນາ ເຂັ້ມແຂງແຮງກ້າວຄືໃນປັດຈຸບັນ.

Link: https://huunghivietlao.thoidai.com.vn/detail-article-21253.html

In bài biết