13:52 | 26/09/2025

ຍູ້ແຮງການຮ່ວມມືລັດຖະສະພາເພື່ອໃຫ້ການພົວພັນຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກວ່າອີກ

ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ-ຍີ່ປຸ່ນ ເລິກເຊິ່ງກວ່າອີກ
ເຮັດໃຫ້ການພົວພັນຫວຽດນາມ-ກໍາປູເຈຍ ເລິກເຊິ່ງກວ່າອີກ, ຊຸກຍູ້ການຮ່ວມມືຂອງບັນດາພັກການເມືອງອາຊີ

ໂດຍໄດ້ຮັບຄຳເຊີນຂອງສະພາແຫ່ງຊາດຍີ່ປຸ່ນ, ທ່ານ ເຈີ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດຫວຽດນາມ ຈະໄປຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການໃນລະຫວ່າງວັນທີ 25-30 ກັນຍາ.

ຕອບສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ທີ່ນະຄອນຫຼວງໂຕກຽວ ກ່ຽວກັບການຢ້ຽມຢາມຂອງທ່ານ ເຈີ່ນກວາງເຝືອງ ຮອງປະທານສະພາແຫ່ງຊາດ, ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ຖືວ່າ ເລື່ອງສອງປະເທດຍູ້ແຮງການຮ່ວມມືລັດຖະສະພາຈະປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສອງຝ່າຍເລິກເຊິ່ງກວ່າອີກ.

ຍູ້ແຮງການຮ່ວມມືລັດຖະສະພາເພື່ອໃຫ້ການພົວພັນຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກວ່າອີກ
ທ່ານ ຟ້າມກວາງຮ້ຽວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ຟ້າມກວາງຮ້ຽວ ເນັ້ນໜັກວ່າ: ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ມີຄວາມໝາຍສຳຄັນໃນການປັບປຸງການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດທີ່ສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 52 ປີ, ພ້ອມທັງ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ໃນນັ້ນມີເອກະສານຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດທີ່ລົງນາມໃນເດືອນ ທັນວາ 2024.

ການຢ້ຽມຢາມກໍ່ເປັນການຢືນຢັນວ່າ ຫວຽດນາມ ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດນຳໜ້າ ແລະຍາວນານ, ໄດ້ສະແດງອອກໃຫ້ເຫັນຄວາມຕັດສິນໃຈຢ່າງເລິກເຊິ່ງກວ່າຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ໄດ້ສ້າງຕັ້ງມາແຕ່ປີ 2023.

ຜ່ານການພົບປະຂັ້ນສູງ, 2 ປະເທດຈະເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ.

ຕາມທ່ານເອກອັກຄະລັດຖະທູດແລ້ວ, ການຢ້ຽມຢາມໄດ້ສຸມໃສ່ຊຸກຍູ້ການຮ່ວມມືລັດຖະສະພາ, ແບ່ງປັນບົດຮຽນໃນການກໍ່ສ້າງກົດໝາຍກ່ຽວກັບການຕອບໂຕ້ສຸກເສີນ, ການຄຸ້ມຄອງໄພພິບັດ, ຄວາມປອດໄພທາງອິນເຕີແນັດ, ຄວາມໝັ້ນຄົງດ້ານພະລັງງານ ແລະການຫັນເປັນດີຈີຕອນໃນຂົງເຂດພາກລັດ.

ບັນດາເນື້ອໃນນີ້ບໍ່ພຽງແຕ່ເພີ່ມທະວີການສະໜິດຕິດພັນລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດເທົ່ານັ້ນ ຫາກຍັງນຳການພົວພັນສອງຝ່າຍໃຫ້ພັດທະນາຢ່າງແທດຈິງ, ນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນ.

ທ່ານເອກອັກຄະລັດຖະທູດ ຕີລາຄາວ່າ ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ພາຍຫຼັງສ້າງຕັ້ງມາໄດ້ກວ່າເຄິ່ງສະຕະວັດສາມາດບັນລຸໄດ້ບາດກ້າວພັດທະນາຢ່າງກະໂດດຂ້ັນ ແລະພິເສດແມ່ນມີຄວາມຈະເລີນເຕີບໂຕດີນັບແຕ່ສອງຝ່າຍໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ພະຈິກ 2023.

ພື້ນຖານອັນໜັກແໜ້ນຂອງການພົວພັນແມ່ນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ ແລະການຮ່ວມມືຮອບດ້ານນັບແຕ່ເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຈົນເຖິງວັດທະນະທຳ, ການສຶກສາ, ກະສິກຳ, ສາທາລະນະສຸກ, ແຮງງານ, ການພົບປະແລກປ່ຽນປະຊາຊົນ ແລະການຮ່ວມມືທ້ອງຖິ່ນ.

ທ່າແຮງທີ່ພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດແມ່ນການເພີ່ມເຕີມໃຫ້ກັນລະຫວ່າງສອງພື້ນຖານເສດຖະກິດ, ຍ້ອນວ່າ ຫວຽດນາມ ມີຕະຫຼາດເຄື່ອນໄຫວຢ່າງຂະຫຍັນຂັນເຄື່ອນ ແລະກຳລັງແຮງງານທີ່ອຸດົມສົມບູນ, ສ່ວນ ຍີ່ປຸ່ນ ເປັນເຈົ້າຂອງເຕັກໂນໂລຢີທີ່ກ້າວໜ້າ, ປະສົບການໃນການຄຸ້ມຄອງ ແລະເງິນລົງທຶນທີ່ມີຄຸນນະພາບສູງ. ພິເສດ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ ແລະການຫັນປ່ຽນດີຈີຕອນພວມກາຍເປັນເສົາຄໍ້າໃໝ່ໃນການຮ່ວມມືລະຫວ່າງສອງປະເທດ.

ນອກຈາກນັ້ນ, ຫວຽດນາມ ແລະຍີ່ປຸ່ນ ກໍ່ຮັກສາການພົບປະແລກປ່ຽນຂັ້ນສູງຢ່າງເປັນປະຈໍາ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະສົມທັບກັນຢ່າງແໜ້ນແຟ້ນຢູ່ເວທີປາໄສສາກົນຄື ສປຊ, ອາຊຽນ ແລະບັນດາຄູ່ຮ່ວມມື, ເວທີປາໄສການຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ແລະກອງປະຊຸມອາຊີ-ເອີລົບ (ASEM).

ປະຈຸບັນ, ມີຊາວຫວຽດນາມ ເກືອບ 700.000 ຄົນ ພວມດຳລົງຊີວິດ ແລະເຮັດວຽກຢູ່ຍີ່ປຸ່ນ, ໄດ້ສ້າງຂົວຕໍ່ທີ່ສຳຄັນໃນການຊຸກຍູ້ຄວາມຜູກພັນທາງດ້ານສັງຄົມ ແລະວັດທະນະທຳລະຫວ່າງ 2 ປະເທດ.

ກ່ຽວກັບທິດທາງໃນອະນາຄົດ, ທ່ານ ຟ້າມກວາງຮ້ຽວ ຖືວ່າ: ການຮ່ວມມືທາງລັດຖະສະພາມີບົດບາດຫຼັກແຫຼ່ງໃນການຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານໃຫ້ປະກົດຜົນເປັນຈິງ.

ທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຮັກສາການຢ້ຽມຢາມ ແລະແລກປ່ຽນດ້ານວິຊາສະເພາະ, ແບ່ງປັນບົດຮຽນດ້ານນິຕິກຳ ເພື່ອແກ້ໄຂສິ່ງກີດຂວາງດ້ານລະລອບລະບຽບການ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ.

ຄຽງຄູ່ກັນນັ້ນ, ສະພາແຫ່ງຊາດຂອງສອງປະເທດກໍ່ຕ້ອງສົມທົບກັນຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ຄື: ສະຫະພັນລັດຖະສະພາໂລກ (IPU), ສະພາລັດຖະສະພາອາຊຽນ (AIPA) ແລະເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF), ພ້ອມທັງຊຸກຍູ້ການບຳລຸງສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ, ຖືອັນນີ້ແມ່ນບູລິມະສິດໃນຍຸດທະສາດເຊື່ອມຕໍ່ເສດຖະກິດ. ການຮ່ວມມືຢ່າງແໜ້ນແຟ້ນຈະສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືໃນໄລຍະຍາວ ແລະນຳເອົາຜົນປະໂຫຍດທີ່ແທດຈິງມາໃຫ້ປະຊາຊົນສອງປະເທດ.

ສ້າງພື້ນຖານເຮັດໃຫ້ການພົວພັນ ຫວຽດນາມ-ກາຕາ ເລິກເຊິ່ງກວ່າອີກ ສ້າງພື້ນຖານເຮັດໃຫ້ການພົວພັນ ຫວຽດນາມ-ກາຕາ ເລິກເຊິ່ງກວ່າອີກ

ຍສໝ - ຕອນເຊົ້າວັນທີ 31 ຕຸລາ, ໃນຂອບເຂດການຢ້ຽມຢາມກາຕາ ຢ່າງເປັນທາງການ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Tamim bin Hamad Al Thani ມະຫາກະສັດກາຕາ.

ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ ເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ ຫາຍ​ເຢືອງ - ແຂວງ ວຽງ​ຈັນ ເລິກເຊິ່ງກວ່າອີກ

ຍສໝ - ວັນທີ 18 ກັນຍາ, ຢູ່ສູນວັດທະນະທໍາ ສືດົງ, ຄະນະກໍາມະການປະຊາຊົນແຂວງ ຫາຍເຢືອງ ໄດ້ຈັດຕັ້ງກອງປະຊຸມພົບປະລະຫວ່າງຄະນະຜູ້ແທນສອງແຂວງ ຫາຍເຢືອງ ແລະ ແຂວງ ວຽງຈັນ (ສປປ ລາວ) ເພື່ອເພີ່ມພູນຄູນສ້າງ, ເຮັດໃຫ້ສາຍ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງເລິກເຊິ່ງກ່ວາອີກ.

Link: https://huunghivietlao.thoidai.com.vn/detail-article-21215.html

In bài biết