13:45 | 26/09/2025

ຫວຽດນາມ - WIPO ເປີດກວ້າງການຮ່ວມມືຊັບສິນທາງປັນຍາ ແລະ ນະວັດຕະກຳ

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ
ນາຍົກລັດຖະມົນຕີ: ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ຊາວ​ໜຸ່ມ​ເລີ່​ມດຳ​ເນີນ​ທຸລະ​ກິດ, ນະວັດຕະກຳ

ຕອນເຊົ້າວັນທີ 25 ກັນຍາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) ໄດ້ມີການພົບປະເຈລະຈາກັບທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ.

ຫວຽດນາມ - WIPO ເປີດກວ້າງການຮ່ວມມືຊັບສິນທາງປັນຍາ ແລະ ນະວັດຕະກຳ
ທ່ານ Daren Tang, ຜູ້ອຳນວຍການໃຫຍ່ອົງການຊັບສິນທາງປັນຍາ (WIPO) ການພົບປະເຈລະຈາກັບທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. (ພາບ: VOV)

ໃນຂອບເຂດການພົບປະເຈລະຈາ, WIPO ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື (MoU). ຕາມເນື້ອໃນ MoU, ບັນດາຂົງເຂດໃຫ້ບຸລິມະສິດຜັນຂະຫຍາຍ, ລວມມີ: ສ້າງນະໂຍບາຍ, ກົດໝາຍ ແລະ ຍຸດທະສາດກ່ຽວກັບຊັບສິນທາງປັນຍາໃຫ້ສົມບູນແບບ; ຊຸກຍູ້ລະບົບຈົດທະບຽນສາກົນ; ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ startup; ຍູ້ແຮງການສຶກສາ, ບຳລຸງສ້າງ, ຍົກສູງຄວາມຮັບຮູ້ຂອງປະຊາຄົມ…

ຕາມທ່ານ Daren Tang ແລ້ວ, ເລື່ອງລົງນາມໃນ MoU ຈະເປີດໂຄງການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ແລະ WIPO ໃນສະພາບທ່າອ່ຽງທົ່ວໂລກຫັນຈາກ “ປົກປ້ອງສິດຊັບສິນທາງປັນຍາ” ໄປສູ່ “ຫັນສິດຊັບສິນທາງປັນຍາເປັນການຄ້າ” ຊັບສິນທາງປັນຍາ, ພິເສດ, ໃນສະພາບ ຫວຽດນາມ ພວມຍູ້ແຮງການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ໃນເບື້ອງຕົ້ນບັນລຸໄດ້ຜົນງານທີ່ໜ້າສົນໃຈຈຳນວນໜຶ່ງ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ບ່າຍ​ວັນ​ທີ 28 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກອງ​ປະຊຸມ​ຄັ້ງ​ທີ 1 ຄະນະ​ກຳມະການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ນະ​ວັດຕະກຳ ຫວຽດນາມ - ລາວ.

ນັກສຶກສາ ອາເມລິກາ ຮຽນຮູ້ປະຫວັດສາດ, ນະວັດຕະກຳ ແລະ ຂະບວນການພັດທະນາຂອງຫວຽດນາມ ນັກສຶກສາ ອາເມລິກາ ຮຽນຮູ້ປະຫວັດສາດ, ນະວັດຕະກຳ ແລະ ຂະບວນການພັດທະນາຂອງຫວຽດນາມ

ຍສໝ - ໃນ​ໄລຍະ​ຢ້ຽມຢາມ ​ແລະ ສຶກສາ​ຢູ່ ຫວຽດນາມ ​ແຕ່​ວັນ​ທີ 21 ພຶດສະພາ – 12 ມິຖຸນາ 2024, ຄະນະ​ຜູ້​ແທນ​ອາຈານ ​ແລະ ນັກ​ສຶກສາ​ຂອງ​ໂຮງຮຽນ O'neil ກ່ຽວກັບ​ວຽກ​ງານ​ສາທາລະນະ ​ແລະ ສິ່ງ​ແວດ​ລ້ອມ, ມະຫາວິທະຍາ​ໄລ Indiana (ອາ​ເມ​ລິ​ກາ) ​ໄດ້​ເຂົ້າ​ຮ່ວມ​ການ​ແລກປ່ຽນ​ຂໍ້​ມູນ​ກ່ຽວ​ກັບ “ປະຫວັດສາດ, ...

Link: https://huunghivietlao.thoidai.com.vn/detail-article-21213.html

In bài biết