11:25 | 17/09/2025

ພັດທະນາ​ພາສາ​ຫວຽດນາມ, ສຶກສາລຸ້ນໜຸ່ມ​ເພື່ອ​ເຊື່ອມຕໍ່ປະຊາຄົມຊາວ​ຫວຽດນາມ​ຢູ່​ລາວ

ເພື່ອນມິດສາກົນ: ຫວຽດນາມ ສົ່ງແຮງບັນດານໃຈການປົດປ່ອຍ ແລະ ພັດທະນາ
ຜູ້​ຊ່ຽວຊານ​ອົດ​ສະ​ຕາ​ລີ: ຫວຽດນາມ ຈະ​ສືບ​ຕໍ່​ແມ່ນ​ກຳລັງ​ຊຸກຍູ້​ການ​ພັດທະນາ​ຂອງ​ພາກ​ພື້ນ

ຕາມ​ຂໍ້​ມູນ​ຈາກ​ສະຖານທູດ​ຫວຽດນາມ ປະຈຳ ລາວ ແລ້ວ, ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນມິງເຕີມ ​ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະພາບ​ການ​ຢູ່​ລາວ, ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ການ​ເຄື່ອນ​ໄຫວ​ຂອງ​ສະຖານທູດ ກໍ່ຄືຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ​ຄົມ​ຊາວ ຫວຽດນາມ ​ແລະ ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ ​ໃນ​ການເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ​ລະຫວ່າງ 2 ປະ​ເທດ, ພ້ອມກັນນັ້ນ ຂໍ້ມູນກ່ຽວກັບບາງ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ຂອງ​ສະຖານທູດ​ຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ສະມາຄົມ​ຫວຽດນາມ ປະຕິບັດ​ເມື່ອ​ບໍ່​ດົນ​ມາ​ນີ້. ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ໄດ້​ສະ​ເໜີ​ບາງ​ເນື້ອ​ໃນ​ສະ​ເພາະ, ​ໃນ​ນັ້ນ​ມີ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ພາຍ​ໃນ​ປະ​ເທດ​ໃນ​ການ​ຍົກ​ລະດັບ​ສຳນັກ​ງານ​ໃຫຍ່​ຂອງ​ສະມາຄົມ, ​ໂຮງຮຽນ​ໃນ​ຊຸມ​ຊົນ, ​ເປັນ​ຕົ້ນ​ແມ່ນ​ການ​ໜູນ​ຊ່ວຍ​ຄູ​ພາສາ​ຫວຽດນາມ - ​ແມ່ນ​ໜຶ່ງ​ໃນ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ຂອງ​ປະຊາ​ຄົມ​ຢູ່ ລາວ.

ພັດທະນາ​ພາສາ​ຫວຽດນາມ, ສຶກສາລຸ້ນໜຸ່ມ​ເພື່ອ​ເຊື່ອມຕໍ່ປະຊາຄົມຊາວ​ຫວຽດນາມ​ຢູ່​ລາວ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ ຫງວຽນ​ມິງເຕີມ ໄດ້​​ຕ້ອນ​ຮັບ​ທ່ານຫົວໜ້າຄະ​ນະ​ກຳ​ມະ​ການ​ແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງ​ປະ​ເທດ ຫງວຽນ​ຈຸງ​ກ່ຽນ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຄະ​ນະ​ກຳ​ມະ​ການ​ທີ່​ໄດ້​ພ້ອມ​ກັບ​ສະ​ຖານ​ທູດ​ໃນ​​ວຽກງານຊຸມ​ຊົນ, ປະ​ກອບ​ສ່ວນ​ປົກ​ປັກ​ຮັກ​ສາ​ວັດ​ທະ​ນະ​ທຳ, ພາ​ສາ​ຫວຽດ ແລະ ເຊື່ອມ​ຕໍ່​ຊາວ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງ​ນອນ.

ທ່ານຫົວໜ້າ ຫງວຽນຈຸງກ່ຽນ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ, ວິທີ​ການ​ທີ່​ມີ​ລັກສະນະ​ສ້າງສັນ​ຂອງ​ສະຖານທູດ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ປະຈຳ​ລາວ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປະສົບ​ການ​ອັນ​ລ້ຳ​ຄ່າ ​ເຊິ່ງສາມາດ​ນຳ​ໄປ​ຜັນ​ຂະຫຍາຍ​ຢູ່​ຫຼາຍ​ບ່ອນ.

ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບັດງານ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ສະມາຄົມ​ໃຫຍ່​ຊາວ​ຫວຽດນາມ​ຢູ່​ລາວ, ສະມາຄົມ​ຊາວ​ຫວຽດນາມ ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ສະມາຄົມ​ວິ​ສາ​ຫະກິດ​ຫວຽດນາມ ຢູ່​ລາວ. ບັນດາ​ສະມາຄົມ​ໄດ້​ລາຍ​ງານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຕົນ ​ແລະ ​ແບ່ງປັນ​ຄວາມ​ຫຍຸ້ງຍາກ, ພິ​ເສດ​ແມ່ນ​ການ​ສອນ​ພາສາ​ຫວຽດນາມ, ອະນຸລັກ​ຮັກສາ​ວັດທະນະທຳ​ຂອງ​ຊາດ, ໜູນ​ຊ່ວຍ​ຊີວິດ​ຂອງ​ປະຊາຊົນ.

ພັດທະນາ​ພາສາ​ຫວຽດນາມ, ສຶກສາລຸ້ນໜຸ່ມ​ເພື່ອ​ເຊື່ອມຕໍ່ປະຊາຄົມຊາວ​ຫວຽດນາມ​ຢູ່​ລາວ
ຄະນະ​ປະຕິບັດງານ​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ສະມາຄົມ ​ແລະ ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ. (ພາບ: ສະຖານທູດ ຫວຽດນາມ ປະຈຳ ລາວ)

ກ່າວ​ຄຳ​ປາໄສ​ທີ່ການພົບປະ, ທ່ານຫົວໜ້າ ຫງວຽນຈຸງກ່ຽນ ຢືນຢັນ​ວ່າ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະຊາ​ຄົມ​ທີ່​ມີ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານຫົວໜ້າເນັ້ນ​ໜັກ​ວ່າ ມະຕິ 36-NQ/TW ຂອງ​ກົມ​ການ​ເມືອງ​ໄດ້​ຢືນຢັນ​ຢ່າງ​ຈະ​ແຈ້ງ​ວ່າ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້, ​ແມ່ນ​ເນື້ອ​ໜັງ, ​ເລືອດ​ເນື້ອ​ຂອງ​ຊາດ ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ - ​ເຄີຍ​ເປັນ​ພື້ນຖານ​ການ​ປະຕິວັດ​ໃນ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຊາດ.

ທ່ານຫົວໜ້າ ຫງວຽນຈຸງກ່ຽນ ສະເໜີໃຫ້ບັນດາ​ສະມາຄົມ​ຄະນະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຫຼັກ​ແຫຼ່ງ, ປັບປຸງກຸ່ມກ້ອນມະຫາສາມັກຄີ, ຮັກສາ​ເອກະລັກ​ວັດທະນະທຳ, ພັດທະນາ​ພາສາ​ຫວຽດນາມ ​ໃຫ້​ລຸ້ນໜຸ່ມ ແລະ ​ເພີ່ມ​ທະວີ​ການເຊື່ອມຕໍ່ກັບ​ບັນດາ​ນັກ​ຊ່ຽວຊານ, ນັກ​ປັນຍາ​ຊົນ ​ແລະ ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານ​ຍັງ​ໄດ້ເອົາໃຈໃສ່ການຍູ້ແຮງວຽກງານໂຄສະນາຂໍ້ມູນເຜີຍແຜ່ສອງສົ້ນ, ພິເສດແມ່ນສຶກສາອົບຮົມຊາວໜຸ່ມກ່ຽວກັບຄວາມຮັບຜິດຊອບຕໍ່ບ້ານເກີດເມືອງນອນ.

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ. ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ແລະ ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ກັບ​ປະຊາຊົນ.

ຍສໝ - ວັນ​ທີ 25 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ຄຳເພົາ ເອີນທະວັນ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ປະສານ​ງານ​ເພື່ອ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ປະກອບສ່ວນເຮັດໃຫ້​ເພີ່ມ​ທະວີ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດເລິກເຊິ່ງກ່ວາອີກ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ

ຍສໝ -​ ທີ່ການພົບປະກັບ ທ່ານ Takebe Tsutomu, ທີ່ປຶກສາພິເສດ ສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃນວັນທີ 4 ມິຖຸນາ ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະ ບຳລຸງສ້າງ ຫງວຽນກິມເຊີນ ປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ພ້ອມກັບ ຫວຽດນາມ ...

ມີງດຶກ

Link: https://huunghivietlao.thoidai.com.vn/detail-article-21198.html

In bài biết