10:09 | 19/08/2025

ກູບາຂອບໃຈຫວຽດນາມທີ່ໄດ້ສະຫນັບສະຫນູນຢ່າງຈິງໃຈ

ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ​ເຂົ້າສານ: ສັນ​ຍາ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ມິດ​ຕະ​ພາບ​ຫວຽດ​ນາມ - ກູ​ບາ
ສະແດງຄວາມຮູ້ບຸນຄຸນ​ບັນດາ​ນັກ​ຂ່າວ​ທີ່​ເພີ່ມພຸນຄຸນສ້າງສາຍ​ພົວພັນ​ມິດຕະພາບ​ຫວຽດນາມ - ກູ​ບາ
ກູບາຂອບໃຈຫວຽດນາມທີ່ໄດ້ສະຫນັບສະຫນູນຢ່າງຈິງໃຈ

ເລຂາທິໜຶ່ງຂອງພັກກອມມູນິດກູບາ ແລະ ທ່ານປະທານ ກູບາ Miguel Diaz-Canel Bermudez ໄດ້ຂອບອົກຂອບໃຈຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຈິງໃຈ. (ພາບຖ່າຍຫນ້າຈໍ)

ເລຂາທິໜຶ່ງຂອງພັກກອມມູນິດກູບາ ແລະ ທ່ານປະທານ ກູບາ Miguel Diaz-Canel Bermudez ຂຽນວ່າ: “ພວກເຮົາຮູ້ບຸນຄຸນຢ່າງໃຫຍ່ຫຼວງຕໍ່ການໜູນຊ່ວຍອັນເອື້ອເຟື້ອເພື່ອແຜ່ຂອງປະຊາຊົນຫວຽດນາມ. ນີ້ບໍ່ພຽງແຕ່ແມ່ນການກະທຳຄວາມຮັກແພງເທົ່ານັ້ນ, ຫາກຍັງແມ່ນຂອງຂວັນອັນປະເສີດຈາກປະເທດຊາດທີ່ດຸໝັ່ນ, ວິລະຊົນທີ່ໄດ້ບືນຂຶ້ນພາຍຫຼັງການຕໍ່ສູ້ຫຼາຍຄັ້ງ ແລະ ປະຈຸບັນໄດ້ຮັບການຍ້ອງຍໍຈາກໂລກກ່ຽວກັບການພັດທະນາແບບຍືນຍົງ.”

ການນຳຂອງກູບາ ກໍ່ແບ່ງປັນຂໍ້ຄວາມທີ່ໂພສຂອງທ່ານ​ເອກ​ອັກຄະ​ລັດຖະທູດ ກູ​ບາ ປະຈຳ​ ຫວຽດນາມ Rogelio Polanco Fuentes, ໃນນັ້ນໄດ້​ຮັບ​ຮູ້​ການ​ເຂົ້າ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ​ຂອງ​ຊາວຫວຽດນາມ ​ໃນລາຍການ​ຂົນຂວາຍ​ໜູນ​ຊ່ວຍ ກູ​ບາ ​ໂດຍ​​ສູນ​ກາງ​ສະພາ​ກາ​ແດງ ຫວຽດນາມ ທີ່ປຸກລະດົມ.

ຕາມ​​ສະພາ​ກາ​ແດງ ຫວຽດນາມ ແລ້ວ, ​ລາຍການ “65 ປີ​ແຫ່ງ​ມິດຕະພາບ​ຫວຽດນາມ - ກູ​ບາ” ມາ​ຮອດ​ປະຈຸ​ບັນ​ໄດ້​ລະດົມ​ໄດ້​ກວ່າ 271,9 ຕື້​ດົ່ງ,ລື່ນ​ກາຍກວ່າ 4 ​ເທົ່າ​ຂອງ​ເປົ້າ​ໝາຍ​ຕ່ຳ​ສຸດ​ແມ່ນ 65 ຕື້​ດົ່ງ. ພຽງ​ແຕ່ 30 ຊົ່ວ​ໂມງ​ຫຼັງ​ພິ​ທີ​ປຸກລະດົມ (ວັນທີ13 ສິງ​ຫາ), ລາຍ​ການ​ບັນ​ລຸ​ໄດ້ເປົ້າ​ໝາຍທີ່ວາງອອກ; ພາຍຫຼັງ 48 ຊົ່ວ​ໂມງ, ຍອດ​ຈຳນວນ​ເງິນ​ບໍລິຈາກ​ໄດ້​ລື່ນ​ກາຍ 200% ຂອງ​ແຜນການ, ບັນລຸ​ກວ່າ 130 ຕື້​ດົ່ງ.

ກູບາຂອບໃຈຫວຽດນາມທີ່ໄດ້ສະຫນັບສະຫນູນຢ່າງຈິງໃຈ

ເລຂາທິໜຶ່ງຂອງພັກກອມມູນິດກູບາ ແລະ ທ່ານປະທານ ກູບາ Miguel Diaz-Canel Bermudez, ເດືອນກັນຍາ 2024. (ທີ່ມາ: TTXVN)

ທ່ານ ຫງວຽນ​ຫາຍ​ແອງ, ຮອງ​ປະທານ, ​ເລຂາທິການ​ໃຫຍ່​​ສູນ​ກາງ​ສະພາ​ກາ​ແດງ​ຫວຽດນາມ ​ໃຫ້​ຮູ້​ວ່າ ການ​ຕອບ​ສະໜອງ​ຢ່າງເຂັມແຂງ​ຂອງ​ປະຊາຊົນ​ນັບ​ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ແມ່ນ​ຫຼັກ​ຖານ​ທີ່​ມີຊີວິດຊີວາໃຫ້ຄວາມຮັກແພງຕິດພັນຢ່າງຊື່ສັດ​ທີ່​ຫວຽດນາມ​ຍາມ​ໃດ​ກໍ່ມີ​ຕໍ່​ກູ​ບາ, ພ້ອມກັນນັ້ນ ກໍ່​ຢືນຢັນ​ທີ່​ຕັ້ງ​ພິ​ເສດ​ຂອງ​ກູ​ບາ​ໃນ​ໃຈ​ປະຊາຊົນ​ຫວຽດນາມ.

ຍສໝ - ລາຍການຂົນຂວາຍແກ້ຍາວ 65 ວັນ, ສິ້ນສຸດແມ່ນວັນທີ 16 ຕຸລາ, ແມ່ນການເຄື່ອນໄຫວແທດຈິງໃນຊຸມປີມິດຕະພາບ ຫວຽດນາມ - ກູບາ ຕາມຖະແຫຼງການຮ່ວມເດືອນກັນຍາ 2024, ມຸ່ງໄປເຖິງການສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960-2025) ແລະ ປະກອບສ່ວນເຮັດໃຫ້ການພົວພັນແບບພິເສດລະຫວ່າງ 2 ປະເທດເລິກເຊິ່ງກວ່າອີກ.

ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູ​ບາ ເພື່ອ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ໄຊຊະນະ Giron ພົບປະແລກປ່ຽນມິດຕະພາບ ຫວຽດນາມ - ກູ​ບາ ເພື່ອ​ສະ​ເຫຼີ​ມສະຫຼອງ 64 ປີ​ແຫ່ງ​ວັນ​ໄຊຊະນະ Giron

ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ...

ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ ວັນທີ 30 ເມສາ ໃນຄວາມຊົງຈຳຂອງເພື່ອນມິດສາກົນ

ຍສໝ - ວັນ​ທີ 30 ​ເມສາ 1975, ​ແມ່ນ​ຈຸດ​ເວລາ​ປະຫວັດສາດ​ທີ່ ຫວຽດນາມ ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສິ້ນ​ເຊີງ, ​ໂຮມປະເທດຊາດເປັນເອກະພາບ, ​ໄດ້​ຝາກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃນ​ຄວາມ​ຊົງ​ຈຳ​ຂອງ​ບັນດາ​ເພື່ອນ​ມິດສາ​ກົນ.

ແທັງຮັ່ງ

Link: https://huunghivietlao.thoidai.com.vn/detail-article-21121.html

In bài biết