ຫວຽດນາມ - ສ.ເກົາຫຼີ ກາຍເປັນແບບຢ່າງໃນການພົວພັນອັນດີງານພິເສດ
![]() | ຫວຽດນາມ - ອີຢິບ ຍົກລະດັບການພົວພັນສອງຝ່າຍຂຶ້ນສູ່ການພົວພັນຄູ່ຮ່ວມມືຮອບດ້ານ |
![]() | ຫວຽດນາມປາດຖະໜາຢາກພັດທະນາການພົວພັນກັບສະຫະພາບ ອາຣັບ ຢ່າງແທ້ຈິງ, ມີປະສິດທິຜົນກ່ວາອີກ |
![]() |
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ທີ່ກອງປະຊຸມຂ່າວ. (ພາບ: Thong Nhat/TTXVN) |
ໃນຂອບເຂດການຢ້ຽມຢາມທາງລັດຖະກິດໄປຍັງ ສ.ເກົາຫຼີ, ຕອນບ່າຍວັນທີ 11 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ເປັນປະທານກອງປະຊຸມພົບປະສື່ມວນຊົນເພື່ອຂໍ້ມູນກ່ຽວກັບໝາກຜົນການເຈລະຈາ.
ແຈ້ງໃຫ້ອົງການຂ່າວເປັນຈຳນວນຫຼວງຫຼາຍຂອງສອງປະເທດ, ທ່ານເລຂາທິການໃຫຍ່ ໂຕເລີມ ໃຫ້ຮູ້ວ່າ 2 ຝ່າຍຫາກໍ່ດຳເນີນການພົບປະຄັ້ງນີ້ຢ່າງສຳເລັດຜົນ. ພາຍຫຼັງກວ່າ 30 ປີແຫ່ງການກໍ່ສ້າງ ແລະ ພັດທະນາ, ການພົວພັນ ຫວຽດນາມ - ສ.ເກົາຫຼີ ໄດ້ກາຍເປັນແບບຢ່າງແຫ່ງການພົວພັນອັນດີງາມ, ພົ້ນເດັ່ນ ແລະ ຮອບດ້ານ, ພິເສດແມ່ນນັບມື້ນັບໄດ້ຮັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນທັນວາ 2022. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ 2 ປະເທດໄດ້ຮັບການເພີ່ມທະວີຢ່າງບໍ່ຢຸດຢັ້ງ, ການຮ່ວມມືໃນທຸກຂົງເຂດນັບມື້ນັບພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ; ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດໄດ້ຮັບການເຄື່ອນໄຫວຢ່າງຟົດຟື້ນ.
ກ່າວຄຳປາໄສທີ່ການປະຊຸມຂ່າວ, ທ່ານປະທາທິບໍດີ ສ.ເກົາຫຼີ Lee Jae Myung ໃຫ້ຮູ້ວ່າ ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກ່ວາອີກ. ທີ່ການເຈລະຈາ, 2 ຝ່າຍໄດ້ປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບສະພາບການຢູ່ແຕ່ລະປະເທດ, ການພົວພັນລະຫວ່າງສອງປະເທດກໍ່ຄືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ໄດ້ເຫັນດີເປັນເອກະສັນກັນໃນຫຼາຍເນື້ອໃນສຳຄັນ.
ທ່ານປະທາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ສະແດງຄວາມປາດຖະໜາວ່າ 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ນຳມາເຊິ່ງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ 2 ປະເທດ.
ທີ່ການປະຊຸມຂ່າວ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຍົກອອກຢ່າງຈະແຈ້ງວ່າ ບົນຈິດໃຈການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 2 ຝ່າຍໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບບັນດາທິດທາງຕົ້ນຕໍເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະຈະມາເຖິງ.
2 ຝ່າຍເຫັນດີເປັນເອກະພາບສືບຕໍ່ເປີດກ້ວາງການຮ່ວມມືຜ່ານບັນດາຊ່ອງທາງຂອງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ ເພື່ອແນໃສ່ກຳນົດທິດຍຸດທະສາດ, ສ້າງພື້ນຖານການເມືອງທີ່ສະດວກ, ເປີດກວ້າງການຮ່ວມມືຮອບດ້ານໃນທຸກຂົງເຂດ; ຊຸກຍູ້ການຮ່ວມມືພາກພື້ນທີ່ສຳຄັນໃນຂົງເຂດການທູດ, ປ້ອງກັນປະເທດ ແລະ ຄວາມປອດໄພ; ປະສານສົມທົບກັນແກ້ໄຂບັນຫາຄວາມປອດໄພທີ່ບໍ່ເປັນແບບດັ້ງເດີມ, ອາດຊະຍາກຳຂ້າມຊາດ, ອາດຊະຍາກຳເຕັກໂນໂລຢີສູງ ແລະ ຢາເສບຕິດ.
ສອງຝ່າຍເຫັນດີຈະສືບຕໍ່ເປີດກ້ວາງຂະໜາດການລົງທຶນຕິດພັນກັບການຮ່ວມມືດ້ານເຕັກໂນໂລຢີ, ບຸລິມະສິດບັນດາຂົງເຂດຄື: ພັດທະນາພື້ນຖານໂຄງລ່າງ, ການຜະລິດອຸປະກອນເອເລັກໂຕຼນິກເຕັກໂນໂລຢີສູງ, ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, ພະລັງງານທົດແທນ, ຕົວເມືອງອັດສະລິຍະ, ກໍ່ສ້າງບັນດາໂຮງງານຜະລິດອຸດສາຫະກຳພິເສດຕາມລະບົບຕ່ອງໂສ້ມູນຄ່າ; ສືບຕໍ່ສ້າງຄວາມສະດວກໃຫ້ແກ່ການຄ້າ, ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າຂອງກັນ ແລະ ກັນ, ຜ່ານນັ້ນປະກອບສ່ວນເຮັດໃຫ້ຍອດມູນຄ່າການຄ້າສອງຝ່າຍບັນລຸ 150 ຕື້ USD ໃນປີ 2030; ສຸມໃສ່ການຮ່ວມມືໃນບັນດາຂົງເຂດຄື: ການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດ, ພື້ນຖານໂຄງລ່າງພະລັງງານ, ພື້ນຖານໂຄງລ່າງດີຈີຕອນ ແລະ ພື້ນຖານໂຄງລ່າງທີ່ເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ເນັ້ນໜັກວ່າ 2 ຝ່າຍເຫັນດີເປັນເອກະພາບເຮັດໃຫ້ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ ເປັນເສົາຄ້ຳ ແລະ ຈຸດພົ້ນເດັ່ນໃໝ່ໃນການພົວພັນ 2 ຝ່າຍ; ຊຸກຍູ້ຢ່າງຕັ້ງໜ້າບັນດາອົງການຜັນຂະຫຍາຍການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ພິເສດແມ່ນການພັດທະນາຂະແໜງອຸດສາຫະກຳ ແລະ ຜະລິດຕະພັນຍຸດທະສາດ; ເປີດກວ້າງການຮ່ວມມືໃນຂົງເຂດໃໝ່ເຊັ່ນການຜະລິດອຸປະກອນເອເລັກໂຕຣນິກເຕັກໂນໂລຢີສູງ, ປັນຍາປະດິດ, ພະລັງງານທົດແທນເພື່ອຮັບໃຊ້ຄວາມຕ້ອງການພັດທະນາຂອງສອງຝ່າຍ. 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ປະຊາຊົນ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຍາວ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ.
ການນຳ 2 ທ່ານເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ຈະນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ຍືນຍົງ ແລະ ຍາວນານ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
![]() | ຫວຽດນາມ - ລາວ ນຳການພົວພັນດ້ານເສດຖະກິດ, ການຄ້າ ແລະ ພະລັງງານຂຶ້ນສູ່ລະດັບສູງໃໝ່ ຍສໝ - ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ລາວ ມາໄລທອງ ກົມມະສິດ ແມ່ນຂີດໝາຍສຳຄັນເປີດໄລຍະໃໝ່ແຫ່ງການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ ແລະ ຍືນຍົງລະຫວ່າງສອງກະຊວງ ແລະ ສອງປະເທດ... |
![]() | ການຮ່ວມມືດ້ານຄວາມປອດໄພສືບຕໍ່ແມ່ນເສົາຄ້ຳໃນການພົວພັນຫວຽດນາມ - ລາວ ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າຮ່ວມມີທ່ານກຳມະການກົມການເມືອງ, ... |
ມີງດຶກ