ຟົດຟື້ນລາງວັນ Pickleball ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນຊາດຫວຽດນາມ
![]() | ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ |
![]() | ໂຮມຊຸມນຸມສະສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ |
![]() |
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ມອບລາງວັນໃຫ້ບັນດາທີມຍາດໄດ້ລາງວັນ. (ພາບ: ຊວນຕູ/ສຳນັກຂາວສານ ຫຽດນາມ) |
ກ່າວຄຳເຫັນທີ່ພິທີເປີດງານແຂ່ງຂັນ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຫງວຽນມິງເຕີມ ຢືນຢັນວ່າ ງານແຂ່ງຂັນແມ່ນໂອກາດເພື່ອໃຫ້ປະຊາຄົມຊາວຫວຽດນາມ ໄດ້ແລກປ່ຽນ, ແບ່ງປັນ ແລະ ເພີ່ມທະວີຈິດໃຈຄວາມສາມັກຄີ. ພ້ອມກັນນັ້ນ, ການເຂົ້າຮ່ວມຂອງບັນດາພະນັກງານຄົນລາວໃນງານແຂ່ງຂັນຍັງໄດ້ໂດດເດ່ັນສາຍພົວພັນມິດຕະພາບທີ່ໝັ້ນແກ່ນ, ຄວາມສະໜິດຕິດແໜ້ນລະຫວ່າງສອງປະເທດຫວຽດນາມ - ລາວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງບໍ່ພຽງແຕ່ຜ່ານບັນດາການພົວພັນທາງການທູດ ແລະ ການເມືອງເທົ່ານັ້ນ, ຫາກຍັງມີຊີວິດການເປັນຢູ່ດ້ານວັດທະນະທຳ ແລະ ກິລາ ປະຈຳວັນ.
ງານຄັ້ງນີ້ໄດ້ໂຮມສຸມ 14 ທິມຊາຍ ແລະ 5 ທີມຍິງ, ທີ່ມາຈາກຫຼາຍຫົວໜ່ວຍ, ອົງການ, ວິສາຫະກິດ ແລະ ປະຊາຄົມຊາວຫວຽດນາມ ຢູ່ ລາວ. ບັນດາການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດທີ່ຕື່ນເຕັ້ນ, ເບີກບານມ່ວນຊື່ນ. ບັນດາສຽງຫົວ, ການຈັບມືທີ່ອົບອຸ່ນພາຍຫຼັງການແຂ່ງຂັນ, ໂດຍສະເພາະ ແມ່ນສຽງເຊຍຢ່າງກະຕືລືລົ້ນຈາກຜູ້ຊົມຂອງທັງສອງປະເທດ, ເຮັດໃຫ້ມັນເປັນງານບຸນກິລາທີ່ແທ້ຈິງ.
ດ້ວຍສາກການເຕະບານທີ່ດຸເດືອດ, ມີເຕັມໄປດ້ວຍນ້ຳໃຈກິລາ ພ້ອມກັບຄວາມປາດຖະໜາຢາກແລກປ່ຽນ, ຮຽນຮູ້ເຊິ່ງກັນ ແລະ ກັນ, ການແຂ່ງຂັນ Pickleball ບໍ່ພຽງແຕ່ສ້າງສະໜາມຫຼິ້ນທີ່ມີປະໂຫຍດເທົ່ານັ້ນ, ຫາກຍັງເຊື່ອມຕໍ່ປະຊາຄົມ, ຮັດແໜ້ນສາຍພົວພັນລະຫວ່າງຊາວ ຫວຽດນາມ ແລະ ລາວ ພວມດຳລົງຊີວິດ ແລະ ເຮັດວຽກຮ່ວມກັນໃນດິນແດນລ້ານຊ້າງ. ໃນຕອນທ້າຍຂອງການແຂ່ງຂັນ, ນ້ຳໃຈສາມັກຄີ, ຄວາມເອກອ້າງທະນົງໃຈຂອງປະເທດຊາດໄດ້ດັງຂຶ້ນໃນດວງໃຈຂອງທຸກຄົນເຂົ້າຮ່ວມ.
ການແຂ່ງຂັນ Pickleball ຄັ້ງນີ້ ບໍ່ພຽງແຕ່ແມ່ນເຫດການແຂ່ງຂັນກິລາທີ່ລຽບງ່າຍເທົ່ານັ້ນ, ແຕ່ຍັງເປັນສັນຍາລັກອັນສະຫງ່າງາມຂອງຄວາມຮັກແພງບ້ານເກີດເມືອງນອນ, ຄວາມສາມັກຄີ, ຄວາມພາກພູມໃຈຂອງຊາດຂອງປະຊາຄົມຊາວຫວຽດນາມ ຢູ່ລາວ, ບັນດາຜູ້ຢູ່ໄກຈາກປະເທດຊາດ ແຕ່ຍາມໃດກໍ່ມຸ່ງໄປເຖິງບ້ານເກີດເມືອງນອນດ້ວຍສຸດນ້ຳໃຈ.
![]() | ຜັນຂະຫຍາຍໜ້າທີ່ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງ ຫວ່າງແລ້ວນີ້, ທ່ານພົນຕີ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍໜ້າທີ່ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 / 22 ທັນວາ 2024) ແລະພິທີປະດັບຫຼຽນໄຊເອກະລາດຊັ້ນໜຶ່ງ. |
![]() | ກຸ່ມທີ 5: ການລະດົມການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດບັນລຸປະມານ 80 ຕື້ດົ່ງໃນ 6 ເດືອນຕົ້ນປີ. ຍສໝ - ຫວ່າງແລ້ວນີ້, ກຸ່ມທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ ເພື່ອແບ່ງປັນປະສົບການໃນວຽກງານການທູດປະຊາຊົນຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງໃຕ້ ປີ 2024 ຢູ່ ແຂວງກຽນຢາງ. |
ແທັງຮັ່ງ